link ທີ່ຫນ້າສົນໃຈ ຈາກຜູ້ອຸປະຖຳ

ບົດຄວາມຫລ້າສຸດ ຈາກ www.pnomsin.com

Friday, December 7, 2007

ເປີດ internet explorer 7 ຂຶ້ນມາ ແລ້ວໃຫ້ມັນໂຊຫລາຍກວ່າ 1ເວັບ.

ໃນບົດກ່ອນໆ ເຮົາເຄີຍເວົ້າເຖິງວິທີການທີ່ເຮັດໃຫ້ ເວລາເປີດ internet explorer ຂຶ້ນມາ ແລ້ວໃຫ້ມັນໂຊຫລາຍກວ່າ 1ເວັບ.
ໃນນັ້ນ ເຮົາໄດ້ບອກວ່າ internet explorer ບໍ່ສາມາດເຮັດໄດ້ ແລະ ໄດ້ແນະນຳໃຫ້ ໃຊ້ Opera ຫລື Firefox ແທນ.

ຕໍ່ມາ ໄດ້ມີ internet explorer 7 ອອກມາ ແລະ ມັນກໍ່ສາມາດເຮັດໄດ້
ໄປທີ່ tool > internet option ໃສ່ຊື່ເວັບເຂົ້າໄປຕາມຕ້ອງການ ຂັ້ນດ້ວຍ Enter

Thursday, November 22, 2007

Yahoo messenger 9 now can read Saysettha OT

ການໃຊ້ພາສາລາວໃນ yahoo messenger ໂດຍໃຊ້ lao unicode font ດຽວນີ້ສາມາດເຮັດໄດ້ແລ້ວ. ກ່ອນຫນ້ານີ້ ມີພຽງແຕ່ MSN messenger ເທົ່ານັ້ນ ທີ່ສາມາດໃຫ້ທ່ານ chat ກັບຫມູ່ເພື່ອນເປັນພາສາລາວ ດ້ວຍ font saysettha OT.

ຕອນນີ້yahoo ອອກ yahoo messenger version 9 beta(ຍັງຢູ່ໃນຂັ້ນທົດລອງ) ອອກມາແລ້ວ ແລະ ທ່ານສາມາດ ດາວໂຫລດມາລອງໃຊ້ ຈາກເວັບນີ້ :http://messenger.yahoo.com/webmessengerpromo.php

ໄດ້ລອງ chat ກັບເພື່ອນໆແລ້ວ ສາມາດຂຽນແລະອ່ານພາສາລາວ ໄດ້

Sunday, November 11, 2007

ບໍລິການເສີມບາງຢ່າງ ສຳລັບຜູ້ໃຊ້ Gmail

Gmail ແມ່ນການບໍລິການ free email ຂອງ www.google.com
ຜູ້ທີ່ຕ້ອງການ ມີອີເມລຟຣີ ເພື່ອໃຊ້ອັບແລະສົ່ງ ຈົດຫມາຍທາງອິນເຕີເນັດ
ນອກຈາກນັ້ນ ຍັງສາມາດນຳໃຊ້ ໃນການສະຫມັກເປັນສະມາຊິກຕາມເວັບຕ່າງໆ ເຊັ່ນ ເວັບບອດ ຕ້ອງໄດ້ຂໍຈາກເພື່ອນ ເພາະບໍ່ສາມາດສະຫມັກລົງທະບຽນໄດ້ ຄືກັບເມລອື່ນໆ. ຖ້າທ່ານໃດຕ້ອງການໃຊ້ gmail ທ່ານສາມາດຂໍຈາກຂ້າພະເຈົ້າໄດ້.

ສາມາດໃຊ້ໃນການ chat ໄດ້ ໂດຍ sign in ໃນຫນ້າເວັບນີ້ mail.google.com ໂດຍບໍ່ຕ້ອງຕິດຕັ້ງ ໂປແກມ messenger ແລະ ຍັງສາມາດລັອກອິນ ໄດ້ທຸກບ່ອນ

google ມີບໍລິການ photo ທີ່ອະນຸຍາດໃຫ້ເຮົາ ອັບໂຫລດຮູບຖ່າຍ ຂອງເຮົາໄປອວດເພື່ອນໆ ທາງອິນເຕີເນັດ ທີ່ picasaweb.google.com

ຜູ້ໃຊ້ Gmail ຍັງສາມາດ ມີເວັບບລັອກຂອງຕົວເອງໄດ້ ເຊັ່ນກັນ ໂດຍ ສະຫມັກທີ່ www.blogger.com ເບິ່ງເວັບບລັອກນີ້ເປັນຕົວຢ່າງ laobeginner.blogspot.com ຂອງເຮົານີ້ເອງ ຮວມທັງ laotraveller.blogspot.com
ແລະນີ້ ເປັນ web album ຂອງຂ້າພະເຈົ້າ ທີ່ໃຊ້ບໍລິການຂອງ picasa

Wednesday, October 31, 2007

ບໍລິການເສີມບາງຢ່າງ ສຳລັບຜູ້ໃຊ້ Yahoo Mail

 

Yahoo Mail ແມ່ນການບໍລິການ free email ຂອງ www.yahoo.com
ຜູ້ທີ່ຕ້ອງການ ມີອີເມລຟຣີ ສາມາດສະຫມັກຂໍໃຊ້ໄດ້ ຈາກເວັບຂ້າງເທິງ ເພື່ອໃຊ້ອັບແລະສົ່ງ ຈົດຫມາຍທາງອິນເຕີເນັດ
ນອກຈາກນັ້ນ ຍັງສາມາດນຳໃຊ້ ໃນການສະຫມັກເປັນສະມາຊິກຕາມເວັບຕ່າງໆ ເຊັ່ນ ເວັບບອດ
ສາມາດໃຊ້ໃນການ chat ໂດຍດາວໂຫລດໂປແກມ yahoo messenger ຈາກເວັບຂ້າງເທິງ ມາຕິດຕັ້ງລົງໃສ່ຄອມພິວເຕີຂອງທ່ານ ຫລື ທ່ານສາມາດອອນລາຍໃນເວັບໄຊຂອງ yahoo ໄດ້ ໂດຍ sign in ໃນຫນ້າເວັບນີ້ webmessenger.yahoo.com ໂດຍບໍ່ຕ້ອງຕິດຕັ້ງ yahoo messenger ແລະ ຍັງສາມາດລັອກອິນ ໄດ້ທຸກບ່ອນ ຈາກຄອມພິວເຕີທີ່ບໍ່ມີໂປແກມ yahoo messenger ກໍ່ໄດ້

ເມື່ອກ່ອນ Yahoo ມີບໍລິການ yahoo photo ທີ່ອະນຸຍາດໃຫ້ເຮົາ ອັບໂຫລດຮູບຖ່າຍ ຂອງເຮົາໄປອວດເພື່ອນໆ ທາງອິນເຕີເນັດ, ຕອນນີ້ເພິ່ນຢຸດການບໍລິການແລ້ວ ແຕ່ທ່ານສາມາດ ໂອນຮູບຈາກ Yahoo photo ໄປໄວ້ທີ່ www.flickr.com ເຊິ່ງ Yahoo ໄດ້ເປັນເຈົ້າຂອງແລ້ວ

 ຜູ້ໃຊ້ Yahoo Mail ຍັງສາມາດ ມີເວັບໄຊເປັນຂອງຕົວເອງໄດ້ ໂດຍທີ່ທາງ yahoo ຈະສະຫນອງ ພື້ນທີ່ໃນເຊີບເວີໃຫ້ ສອນການສ້າງ webpage ແນະນຳວິທີ upload ຫນ້າເວັບ ສົນໃຈອ່ານລາຍລະອຽດທີ່ geocities.yahoo.com
ນອກຈາກນັ້ນ ຜູ້ໃຊ້ Yahoo Mail ຍັງສາມາດ ມີເວັບບລັອກຂອງຕົວເອງໄດ້ ເຊັ່ນກັນ ໂດຍ ສະຫມັກທີ່ Yahoo! 360°  ເບິ່ງເວັບບລັອກນີ້ເປັນຕົວຢ່າງ 360.yahoo.com/pnomsin_eci

ຕິດຕາມອ່ານບໍລິການໃຫມ່ຈາກ yahoo ໄດ້ທີ່ http://blog.messenger.yahoo.com/

Thursday, October 25, 2007

ບໍລິການເສີມບາງຢ່າງ ສຳລັບຜູ້ໃຊ້ hotmail

hotmail ແມ່ນການບໍລິການ free email ຂອງ www.msn.com
ຜູ້ທີ່ຕ້ອງການ ມີອີເມລຟຣີ ສາມາດສະຫມັກຂໍໃຊ້ໄດ້ ຈາກເວັບຂ້າງເທິງ ເພື່ອໃຊ້ອັບແລະສົ່ງ ຈົດຫມາຍທາງອິນເຕີເນັດ
ນອກຈາກນັ້ນ ຍັງສາມາດນຳໃຊ້ ໃນການສະຫມັກເປັນສະມາຊິກຕາມເວັບຕ່າງໆ ເຊັ່ນ ເວັບບອດ
ສາມາດໃຊ້ໃນການ chat ໂດຍດາວໂຫລດໂປແກມ windows live messenger ຈາກເວັບຂ້າງເທິງ ມາຕິດຕັ້ງລົງໃສ່ຄອມພິວເຕີຂອງທ່ານ
ນອກຈາກນັ້ນ ຜູ້ໃຊ້ hotmail ຍັງສາມາດ ມີເວັບບລັອກຂອງຕົວເອງໄດ້ ເຊັ່ນ http://pnomsin.spaces.live.com
ໃນນັ້ນ ເຮົາສາມາດອັບໂຫລດເອົາອາລະບ້ຳຮູບຖ່າຍ ທີ່ເຮົາໄດ້ໄປທ່ຽວ ມາວາງໂຊໃຫ້ຫມູ່ໄດ້ເບິ່ງ
ຂຽນເລົ່າເລື້ອງລາວ ທີ່ໄດ້ໄປເຫັນມາ ລົງໃສ່ບລັອກ
ສ້າງ guest book ໃຫ້ຜູ້ທີ່ໄດ້ພົບເຫັນ ຂຽນຄຳເຫັນໃສ່ ...

ໂອກາດຫນ້າຈະເອົາ ບໍລິການເສີມບາງຢ່າງ ສຳລັບຜູ້ໃຊ້ yahoo mail ມາໃຫ້ໄດ້ອ່ານນຳກັນ
ເພາະວ່າຜູ້ຂຽນ ໄດ້ໃຊ້ທັງສອງຢ່າງ

Saturday, October 20, 2007

ສົ່ງໂຟລເດີຂໍ້ມູນ ໄປທາງອີເມລ

ໃນການຮັບ-ສົ່ງອີເມລ ເຮົາສາມາດແນບ file ໄປນຳໄດ້ ແຕ່ຕ້ອງແນບໄປເທື່ອລະfile. ແຕ່ຖ້າເຮົາຕ້ອງການສົ່ງໄປທັງ folder ແມ່ນສົ່ງບໍ່ໄດ້, ເຮົາຕ້ອງໃຊ້ໂປແກມ winzip ເຂົ້າຊ່ວຍ.
Winzip ແມ່ນເຮັດຫນ້າທີ່ ຫຍໍ້ຂະຫນາດ file ໃຫ້ນ້ອຍລົງ ແຕ່ເຮົາສາມາດນຳມາຫຍໍ້ folder ໃຫ້ ກາຍເປັນ file ໄດ້ ເຊັ່ນ myfolder.zip
ເມື່ອ folder ໃຫ້ ກາຍເປັນ file ແລ້ວ ເຮົາກໍ່ສາມາດນຳໄປເປັນ attachment ຫລື ແນບກັບອີເມລໄດ້

Sunday, August 26, 2007

ເຊື່ອມຕໍ່ internet ໃສ່ computer ຜ່ານມືຖື Nokia ດ້ວຍເຄືອຂ່າຍ etl

ໃນບົດກ່ອນ ໄດ້ແນະນຳການໃຊ້ມືຖື ອ່ານເວັບໄຊຕ່າງໆ ເຊິ່ງເຮັດໃຫ້ທ່ານ ສາມາດຕິດຕາມຂ່າວ ຕ່າງໆ ໄດ້ຢ່າງວ່ອງໄວ ບໍ່ວ່າຈະເປັນ ຜົນການເຕະບານນັດມື້ຄືນຜ່ານມາ, ຂ່າວສຳຄັນທາງຫນ້າຫນັງສືພິມ, chat, check mails .. ເຊິ່ງທ່ານສາມາດ ເປີດອ່ານໄດ້ໃນທຸກບ່ອນທຸກທີ່ ບໍ່ງໍ້ຄອມພິວເຕີ, ບໍ່ງໍ້ລະບົບຕ່າງໆ ເປັນອິດສະຫລະດີ

ແຕ່ມັນກະຍັງມີຂໍ້ຈຳກັດຫລາຍ ທຽບໃສ່ການໃຊ້ຢູ່ຄອມພິວເຕີ ເປັນຕົ້ນແມ່ນ ການຂຽນຂໍ້ຄວາມ ແມ່ນບໍ່ສະດວກ ເພາະບໍ່ມີແປ້ນພິມ.
ການທີ່ຈະຕໍ່ອິນເຕີເນັດຈາກໂທລະສັບມືຖື ໃສ່ຄອມພິວເຕີ ມັນກະມີຂໍ້ແມ້ຫລາຍຢູ່

ຫນ່ວຍໂທລະສັບ ຕ້ອງສາມາດເປັນ modem ໄດ້, ໃນບັນດາມືຖື ຍີ່ຫໍ້ຕ່າງໆ ນອກຈາກ ຮອງຮັບລະບົບ GPRS ແລ້ວ ຍັງຕ້ອງສາມາດເປັນ modem ເພື່ອເຊື່ອມຕໍ່ກັບ ຄອມພິວເຕີໄດ້, ພວກ imobile ຫມົດສິດ, nokia 3315 ກໍ່ຫົມດສິດ (ບໍ່ມີ GPRS ), ແຕ່ພວກ nokia ທີ່ມີກ້ອງຖ່າຍຮູບ ຫລືລຸ້ນອອກໃຫມ່ ແມ່ນໃຊ້ໄດ້ຫມົດ, ຂອງຮຽນແບບຫນ້າຕາດຽວກັບ nokia ກໍ່ຫມົດສິດ.

ການເຊື່ອມຕໍ່ຕ້ອງເປັນແບບດຽວກັນ ເຊັ່ນ ໂທລະສັບ ໃຊ້ infrared ໃນການເຊື່ອມຕໍ່ computer ກໍ່ຕ້ອງມີບ່ອນ ຮັບສັນຍານ infrared, ພວກ note book ແມ່ນມັກມີ ບ່ອນຮັບສົ່ງ ສັນຍານ blue tooth. ຖ້າບໍ່ມີ ກໍ່ຕ້ອງໃຊ້ສາຍ USB cable ທີ່ມາກັບຫນ່ວຍມືຖື. 

modem ກັບ computer ຈະສາມາດເຮັດວຽກນຳກັນໄດ້ ກໍ່ຕ້ອງມີ driver, CD driver + Nokia PC suite ຈະມາກັບຫນ່ວຍໂທລະສັບ ແຕລະລຸ້ນຢູ່ແລ້ວ ແຕ່ກໍ່ເຄີຍພົບ ວ່າມັນໃຊ້ບໍ່ໄດ້ 

ຖ້າຫາແຜ່ນຊີດີ ບໍ່ເຫັນ ກໍ່ຕ້ອງຫາ download ເອົາຈາກເວັບໄຊ Nokia, Nokia PC suite ທີ່ໄດ້ມາຈາກ internet ແມ່ນດີກວ່າຊີດີ ເພາະ ມັນເປັນໂປແກມຫລ້າສຸດ ແລະ ໃຊ້ໄດ້ກັບ nokia ທຸກລຸ້ນ


ເມື່ອໄດ້ມາແລ້ວ ກໍ່ທຳການຕິດຕັ້ງ ຈົນສາມາດ ໃຊ້ງານໄດ້ : ໂຫລດເພງໄດ້, ໂອນຮູບໄດ້ . ຖ້າທຸກຢ່າງພ້ອມແລ້ວ ກໍ່ລົງມືເຊື່ອມຕໍ່ໂດຍລອງເຂົ້າ internet ໃນມືຖືກ່ອນ ເພື່ອທົດສອບ ສັນຍານມືຖື ຂອງ etl ແລະ ທົດສອບວ່າມືຖືໃຊ້ໄດ້

1) ເປີດ Nokia PC suite ອອກມາ ແລະ clik icon ເຊື່ອມຕໍ່ ອິນເຕີເນັດ (ຕາມຮູບ)



2 ) ຖ້າມັນບອກວ່າ ການເຊື່ອມຕໍ່ຫລົ້ມເຫລວ ກໍ່ບໍ່ຕ້ອງຫ່ວງ ເພາະວ່າເຮົາບໍ່ທັນຕັ້ງຄ່າ, ກົດຕາມຮູບເພື່ອຕັ້ງຄ່າ


3) ມັນຈະໃຫ້ເລືອກ modem ເລືອກຕາມທີ່ໄດ້ຕັ້ງໄວ້ກ່ອນ ໃນຮູບແມ່ນຕັ້ງຕາມການຕໍ່ດ້ວຍສາຍ usb, 


4) ເລືອກຜູ້ໃຫ້ບໍລິການ ໃນທີ່ນີ້ ແມ່ນ etl ເຊິ່ງບໍມີໃນລາຍການ ເລີຍຕ້ອງກຳນົດເອງ ຕາມຮູບ


5) ປ້ອນ etlnet ເຂົ້າໄປ


ທຳການເຊື່ອມຕໍ່


ຖ້າເຊື່ອມຕໍ່ສຳເລັດ ຈະເປັນແບບນີ້

 

Tuesday, August 21, 2007

ການໃຊ້ internet ໃນມືຖື ດ້ວຍເຄືອຂ່າຍຂອງ ETL

1./ ມືຖືຈະຕ້ອງສາມາດຮອງຮັບບໍລິການລະບົບ GPRS ບໍ່ຈຳເປັນຕ້ອງແມ່ນ Nokia ກໍ່ໄດ້, imobile, ຫລືຍີ່ຫໍ້ອື່ນກໍ່ໄດ້ ຫລື ຂອງໂຫລໆ (ຂອງຮຽນແບບ) ກໍ່ຍັງສາມາດໃຊ້ໄດ້ ໂດຍເຮົາຕ້ອງສອບຖາມກ່ອນວ່າ ມັນຮອງຮັບ ລະບົບ GPRS ຫລື ເວົ້າງ່າຍກວ່ານັ້ນແມ່ນ ໃຊ້ຫລິ້ນ internet ໄດ້ບໍ່

2./ ເບີໂທ ຫລື ຊິມກາດ ຂອງ ETL ຈະຕ້ອງຂໍເປີດໃຊ້ບໍລິການ GPRS ໂດຍໄປຂໍແຈ້ງຄວາມຕ້ອງການທີ່ສູນບໍລິການຂອງ ETL. ເບີທີ່ຊື້ຈາກຜູ້ຂາຍຍ່ອຍ ກໍ່ຄົງຕ້ອງໄປແຈ້ງຢູ່ສູນ ຄືເກົ່າ. ຫນ້າຈະບໍ່ຕ້ອງເສຍຄ່າເປີດ.

3./ ຕິດຕັ້ງພາສາລາວລົງໃນມືຖື, ຖ້າໄປເປີດບໍລິການ GPRS ທີ່ສູນ ETL ເຂົາເຈົ້າຈະລົງ EZ-Lao ໃຫ້ເລີຍ ແລະ ຕັ້ງ home page ເປັນ wap.etllao.com ໃຫ້ເລີຍ ແປວ່າອ່ານເວັບໄຊ ຂອງ etl ທີ່ເປັນພາສາລາວໄດ້ເລີຍ (ແຕ່ຕ້ອງຖືຫນ່ວຍມືຖືໄປພ້ອມ). EZ-Lao ສາມາດອ່ານເວັບພາສາອັງກິດ, ໄທ ແລະ ລາວ. ຖ້າມີບັນຫາກັບພາສາໄທ ໃຫ້ ລົບລ້າງການຕິດຕັ້ງ Easy thai ອອກກ່ອນ ແລ້ວຈຶ່ງຕິດຕັ້ງ EZ-Lao. ຖ້າຕ້ອງການຕິດຕັ້ງເອງ ກໍ່ໄປ download ມາຕິດຕັ້ງເອງກໍ່ໄດ້ ຈາກເວັບໄຊຂອງ etl.

4./ ຖ້າທຸກຢ່າງກຽມພ້ອມແລ້ວ ກະສາມາດລຸຍເລີຍ, ມືຖືແຕ່ລະຫນ່ວຍຈະບໍ່ຄືກັນ ກົດໄປຫາ www ຫລື wap ຫລື internet.. ຂອງຂ້າພະເຈົ້າແມ່ນເປີດ Opera ກ່ອນ (browser ລຸ້ນ ສຳລັບມືຖື)
ແລ້ວກໍ່ໃສ່ ຊື່ເວັບໄຊຕາມຕ້ອງການ ເຊັ່ນ www.yahoo.com ຫລື www.pnomsin.com

ຄ່າບໍລິການ ແມ່ນ 1kb / 1 kip ຂຶ້ນຕາມຂະຫນາດຂອງເວັບ ແລະ ຈຳນວນຮູບໃນເວັບ
ຖ້າເຮົາເລືອກ ທີ່ຈະບໍ່ໂຊຮູບຈາກເວັບໄຊ ແຮ່ງປະຢັດເງິນ
ຖ້າເຂົ້າອິນເຕີເນັດໃນມືຖື ແມ່ນຖືກຫລາຍ ຫລິ້ນຕັ້ງຫລາຍຊົ່ວໂມງ ເສຍຄ່າບໍລິການບໍ່ຮອດ 2000 ກີບ
ສະດວກຫລາຍ ເພາະສາມາດເຊື່ອມຕໍ່ອິນເຕີເນັດໄດ້ ຈາກໃສກໍ່ໄດ້ ທີ່ມີສັນຍານ

Thursday, August 16, 2007

ເຕືອນຜູ້ໃຊ້ messenger

ເນື່ອງຈາກຕອນນີ້ ມີການແຜ່ລະບາດ ຂອງໄວຣັສ ມີຊື່ເອີ້ນວ່າແນວໃດກະບໍ່ຮູ້
ພຽງແຕ່ເຮົາຢ່າຮັບ zip file ທີ່ຫມູ່ເຮົາເອງ ສົ່ງມາໃຫ້
ຖ້າບໍ່ແນ່ໃຈໃຫ້ຖາມກັນຄືນ ວ່າສົ່ງຫຍັງມາ
ຖ້າເຂົາສົ່ງມາແທ້ ຈຶ່ງຮັບ

ອ່ານລາຍລະອຽດ>>>

Sunday, August 12, 2007

ຢາກຂຽນພາສາລາວໃນເວັບບອດ 2

ເລື້ອງນີ້ຖາມກັນເຂົ້າມາຢ່າງຕໍ່ເນື່ອງໃນເວັບບອດມະຫາສານ
ເຮົາຈຶ່ງເອົາເລື້ອງນີ້ກັບມາຂຽນອີກຮອບຫນຶ່ງ

1.) font
ໃນການຂຽນພາສາລາວລົງໃນອິນເຕີເນັດ ເພິ່ນບໍ່ໃຊ້ saysettha Lao, ແຕ່ໃຊ້ lao unicode font ແທນ
ມີຫລາຍfont ແຕ່ ຂ້າພະເຈົ້າເອງນິຍົມໃຊ້ saysettha OT

2.) Lao script for windows version 6 ຂຶ້ນໄປ
ຖ້າວ່າໃຜໄດ້ຕິດຕັ້ງ Lao script for windows version 6 ຂຶ້ນໄປ ແມ່ນສາມາດໃຊ້ຂຽນພາສາລາວດ້ວຍ lao unicode font, ແຕ່ຕ້ອງປ່ຽນ font code ໄປທີ່ unicode, ວິທີປ່ຽນ ແມ່ນຄິກຂວາໃສ່ ຕົວ ”ລ” ຈະມີເມນູອອກມາ
ເລືອກ font codes>unicode
double click ໃສ່ຕົວ ”ລ” ເພື່ອປ່ຽນພາສາ ຕົວ ”ລ” ຈະຮຸ່ງຂຶ້ນ ສັງເກດ ຖ້າວ່າຕົວ ”ລ” ເປັນສີແດງ ແມ່ນຖືວ່າຖືກຕ້ອງແລ້ວ (ຖ້າໃຊ້ font code=Lswin ຕົວ ”ລ” ຈະເປັນສີດຳ)

3.) Lao script for windows version 5 ລົງມາ
ອັນນີ້ແມ່ນໃຊ້ຂຽນພາສາລາວດ້ວຍ lao unicode font ບໍ່ໄດ້ ຫມາຍຄວາມວ່າ ຂຽນຂໍ້ຄວາມພາສາລາວລົງອິນເຕີເນັດບໍ່ໄດ້

4.) ຢາກໄດ້ Lao script for windows version 6 ຂຶ້ນໄປ
ໃຫ້ remove Lao script for windows ອອກຈາກຄອມພິວເຕີ ແລະ ໄປ download Lao script for windows ອັນໃຫມ່ ທີ່ http://www.laoscript.net/downloads/ ແລະ ນຳມາຕິດຕັ້ງ
ຖ້າໃນເວລາຕິດຕັ້ງ ມີການຖາມຫາລະຫັດ ກໍ່ໃຫ້ຕອບ trial ໄປກ່ອນ ເຊິ່ງທາງເລືອກນີ້ ເຮັດໃຫ້ເຮົາສາມາດລອງໃຊ້ຟຣີ ໄດ້ ສາມສິບວັນ ຄົບກຳນົດແລ້ວ function ຕ່າງໆ ຈະໃຊ້ບໍ່ໄດ້
ແຕ່ຈະຍັງສາມາດ ຂຽນພາສາລາວດ້ວຍ lao unicode font ໄປໄດ້ອີກ
(ຂ້າພະເຈົ້າ ກໍ່ຍັງໃຊ້ຢູ່ ຫລັງຈາກກາຍສາມສິບວັນ ແລ້ວ)
ແຕ່ຖ້າທ່ານຕົກລົງຊື້ ທ່ານຈະໄດ້ລະຫັດມາ ແລະໃຊ້ໄປຕະຫລອດ (ຍັງບໍ່ທັນລອງ)
http://www.laoscript.net/purchase.php

5.) Add ພາສາລາວ ເຂົ້າໃນ language bar ດ້ວຍ Lao unicode keyboard 2005
ຖ້າທ່ານບໍ່ຕ້ອງການປ່ຽນ Lao script for windows, ກໍ່ຍັງມີທາງເລືອກ ອີກທາງຫນຶ່ງ
ເຊິ່ງທາງນີ້ ແມ່ນຕັດຄວາມກັງວົນ ກ່ຽວກັບການຫມົດອາຍຸຂອງໂປແກມໄປໄດ້ເລີຍ (ມັນບໍ່ຫມົດອາຍຸ)
ນັ້ນ ກໍ່ຄືການ download Lao unicode keyboard 2005 ມາຕິດຕັ້ງໃສ່ໃນ language bar
ດາວໂຫລດໄດ້ທີ່ http://www.laohub.com/static_html/lang/keyboard/lao_key.exe
ວີທີການຕິດຕັ້ງ ທ່ານ sian ໄດ້ອະທິບາຍ ໄວ້ໃນເວັບບອດພະນົມສິນ
http://forum.pnomsin.com/index.php?topic=279.0

6.) ຖ້າວ່າທ່ານບໍ່ໄດ້ໃຊ້ ຄອມພິວເຕີຂອງຕົວເອງ ຫລື ທ່ານບໍ່ມີສິດຕິດຕັ້ງໂປແກມລົງໃນຄອມພິວເຕີ
ແຕ່ຕ້ອງການຂຽນພາສາລາວລົງໃນອິນເຕີເນັດ ເພື່ອ search ຫລື ຖາມບັນຫາໃນເວັບບອດອື່ນໆ
(ສຳລັບ inlao.net ແມ່ນເພິ່ນມີຕົວຊ່ວຍໃຫ້)
ລອງໃຊ້ ອັນນີ້ http://pnomsin.hollosite.com/ITBlog.htm

Friday, August 3, 2007

Read Lao websites using Opera 9.21

if Lao texts appear as small squares, do the following


1) tool. 2) preference.



3) advanced. 4) international.


5) choose Lao. 6) select the correct font, the Lao characters should appear instead of squares

Tuesday, July 24, 2007

Chat in Lao language using Yahoo messenger

ເລື້ອງນີ້ ກໍ່ມີຖາມເຂົ້າມາເລື້ອຍໆ ທັງທີ່ມີຄຳຕອບໃນ ເວັບບອດ ຢູ່ແລ້ວ
ບໍ່ເປັນຫຍັງ ຖາມມາ ກໍ່ຕ້ອງຕອບ

ຖາມ:  ເປັນຫຍັງ chat ດ້ວຍ lao unicode font ໃນ Yahoo messenger ແລ້ວ, ຕົວຫນັງສືກາຍເປັນຫມາຍຖາມ?
ຕອບ: lao unicode font ໃຊ້ບໍ່ໄດ້ ກໍ່ບໍ່ຕ້ອງໃຊ້, ຫລາຍຄົນໃຊ້ພາສາອັງກິດແທ້, ພາສາອັງກິດ karaoke ຫລື ພິມພາສາລາວ ດ້ວຍຫນັງສືໄທ ໄປເລີຍ

ຖາມ: ເປັນຫຍັງເວລາ ໃຊ້ saysetha lao ບໍ່ເຫັນຕົວ ”ນ” ແບບນີ້ ເຮັດໃຫ້ອ່ານຍາກ ຫລື ຄວາມຫມາຍປ່ຽນໄປເລີຍ
ຕອບ: lao font ໃນຕະກູນ saysettha lao ແລະ alice x lao ເວລາໃຊ້ ໃນ Yahoo messenger ມັກຈະບໍ່ມີຕົວ ”ນ” ອີຫລີ

ຖາມ: ເຫັນມີບາງຄົນ chat ມາ ມີຕົວ ”ນ” ຖາມວ່າເພິ່ນໃຊ້ font ໃດ?
ຕອບ: ເຮົາສາມາດໃຊ້ font ໃນຕະກູນ alice_x ທີ່ ບໍ່ມີຄຳວ່າ lao ຕໍ່ທ້າຍ ຫລື ໃນຕະກູນ hongkad ກໍ່ສາມາດຂຽນພາສາລາວໄດ້ຄົບຖ້ວນ, ແຕ່ມີຈຸດອ່ອນ ໃນການຂຽນຕົວຫນັງສື ສາກົນປົນໄປນຳ ແລະ ຜູ້ທີ່ເຮົາລົມນຳ ບໍ່ມັກມີ font ພວກນີ້

ຖາມ: ມີ font ໃດ ທີ່ສາມາດຂຽນຕົວ ”ນ” ແລະ ສາມາດຂຽນຕົວຫນັງສືສາກົນ ປົນໄປນຳໄດ້
ຕອບ: lao font ໃນຕະກູນ saysettha 2000 ແລະ alice x 2000 ສາມາດເຮັດໄດ້ດີທີ່ສຸດ, ມີຕົວ”ນ” ແລະຕົວຫນັງສືສາກົນໄປນຳ

ຖາມ: lao font ໃນຕະກູນ saysettha 2000 ແລະ alice x 2000 ເອົາມາແຕ່ໃສ
ຕອບ: ປົກກະຕິມີຢູ່ແລ້ວ ໃນຄອມພິວເຕີ ມັນມັກມາກັບ lao script software

ວິທີໃຊ້ lao font ໃນຕະກູນ saysettha 2000 ແລະ alice x 2000 ແມ່ນ ໃຫ້ right click ໃສ່ ບ່ອນປ່ຽນຫນັງສືລາວ ກັບຫນັງສືສາກົນ ແລ້ວ ເລືອກເອົາ font codes ແລະປ່ຽນໄປເປັນ lao 2000

Friday, July 20, 2007

ສົມທຽບການໃຊ້ messenger ກັບການໃຊ້ໂທລະສັບ

ຄວາມເດີມຈາກຕອນທີ່ແລ້ວ
ທ່ານ ຫົວຫນ້າ ຜູ້ທີ່ໄດ້ຮັບຄວາມສະດວກ ຈາກການໃຊ້ງານ messenger ໄດ້ປະສານງານໄປຍັງແຂວງຕ່າງໆ ທີ່ຍັງບໍ່ທັນໄດ້ໃຊ້ messenger ເພື່ອແນະນຳໃຫ້ໃຫ້ໃຊ້ ເພື່ອການພົວພັນເປັນໄປໃນລະບົບດຽວກັນ
ເມື່ອຫົວຫນ້າອີກຜູ້ຫນຶ່ງຮູ້ ເພິ່ນກໍ່ໃຫ້ຄຳເຫັນວ່າ ເພິ່ນກໍ່ເຄີຍໃຊ້ ແຕ່ລຳຄານ ເວລາຄີຕົວຫນັງສືເຂົ້າໄປ ມັນບໍ່ທັນໃຈຄືກັບການໃຊ້ໂທລະສັບ

ເພື່ອເປັນການສົມທຽບ ລອງພິຈາລະນານຳກັນ
ການໃຊ້ໂທລະສັບຕິດຕໍ່ແມ່ນ ສາມາດຕິດຕໍ່ກັນໄດ້ດີ ແລະ ໄດ້ຄຳຕອບທັນໃຈ
ແຕ່ການໃຊ້ໂທລະສັບ ຫ້ອງການ ກໍ່ບໍ່ສະດວກປານໃດ ໃນຈຳນວນໂທລະສັບຫ້ອງການ ມີບາງຫນ່ວຍເທົ່ານັ້ນ ທີ່ໂທອອກນອກຫ້ອງການໄດ້ ສ່ວນຫລາຍ ກໍ່ແມ່ນຫົວຫນ້າເປັນຜູ້ນຳໃຊ້
ມີຫລາຍຄັ້ງ ທີ່ພະນັກງານໄດ້ໃຊ້ໂທລະສັບສ່ວນຕົວ ໂທພົວພັນວຽກງານ ເຊິ່ງກໍ່ບໍ່ໄດ້ຄ່າທົດແທນຄືນດອກ,
ມີບາງທ່ານທີ່ພໍມີຕຳແຫນ່ງອ່າວສູງ ອາດໄດ້ຮັບການອຸດຫນູນ ເປັນເງິນຄ່າໂທລະສັບມືຖື ຈຳນວນ 100,000 ກີບ ກໍ່ເປັນການດີ ແຕ່ມັນບໍ່ພໍດອກ
ແລ້ວ messenger ເດ?
ແມ່ນແລ້ວ ມັນກໍ່ຕ້ອງເປີດອອນລາຍໃສ່ກັນ ຈຶ່ງພົວພັນກັນໄດ້ດີ ຍາມຫມູ່ບໍ່ເປີດອອນລາຍ ກໍ່ບໍ່ສາມາດ ສົ່ງ file ໄດ້, ແຕ່ຝາກຂໍ້ຄວາມໄດ້ ຄືກັບໂທລະສັບມືຖື
ມັນບໍ່ສາມາດຖືຕິດຕົວໄປໃສມາໃສໄດ້ຄືກັບໂທລະສັບກໍ່ຈິງ ແຕ່ມືຖືຍຸກໃຫມ່ ແມ່ນສາມາດໃຊ້ງານອິນເຕີເນັດໃນມືຖືໄດ້ ອອນລາຍກັນໄດ້ດ້ວຍມືຖື (ມືຖືມັກຈະແມ່ນພະນັກງານຊື້ມາໃຊ້ເອງ-ຈ່າຍເອງ)
ແຕ່ວ່າ ຄ່າບໍລິການອິນເຕີເນັດຂອງຫ້ອງການແມ່ນຈ່າຍເປັນລາຍເດືອນ ບາງບ່ອນກໍ່ຈ່າຍເປັນປີ. ໃຊ້ຫລືບໍ່ໃຊ້ ກໍ່ຕ້ອງຈ່າຍ.
ເມື່ອເປັນແນວນັ້ນ ກໍ່ຕ້ອງໃຊ້ ໃຫ້ສົມເງິນທີ່ຈ່າຍ.
messenger ສາມາດໃຊ້ເປັນໂທລະສັບໄດ້.
ສາມາດໂທຫາຄອມພິວເຕີປາຍທາງໄດ້ທົວໂລກ ໂດຍບໍ່ເສຍເງິນ (ແບບນີ້ ພະນັກງານຄົງຈະມັກ)
ຍັງສາມາດໂທເຂົ້າໂທລະສັບຕັ້ງໂຕະ ແລະ ໂທລະສັບມືຖື ໄດ້ອີກ ແຕ່ຕ້ອງມີການຈ່າຍເງິນ
ສິ່ງທີ່ຕ້ອງການ ແມ່ນອຸປະກອນເສີມບາງຢ່າງ ເຊັ່ນ microphone ເຊິ່ງອາດຈະຕ້ອງຊື້ມາສຽບເຂົ້າ. ແຕ່ໃນໂນດບຸກ ແມ່ນເພິ່ນອາດຈະໃສ່ມາໃຫ້ແລ້ວ ແຖມຍັງມີ webcam ອີກ, ເຊິ່ງເຮັດໃຫ້ເຫັນຫນ້າກັນເວລາລົມກັນ.
microphone ອາດຈະບໍ່ຄ່ອຍເຫັນວາງຂາຍ, ແຕ່ສາມາດຊື້ ຫູຟັງທີ່ມີ microphone ຕິດມານຳ ກໍ່ໄດ້. ເວລາລົມກັນຈຶ່ງບໍ່ມີສຽງລົມກວນ.

ທ່ານສາມາດປະຊຸມທາງໄກກັບຄົນຈາກທຸກແຂວງ ຜ່ານ messenger ແລະ ສາມາດສົ່ງ file ໃຫ້ກັນແລະກັນ ບໍ່ຕ່າງຫຍັງ ກັບນັ່ງປະຊຸມບ່ອນດຽວກັນ
ທັງເປັນການປະຢັດເງິນ ຄ່າເດີນທາງ ຄ່າພັກເຊົາ ແລະ ອື່ນໆ
ເພື່ອນຂອງຂ້າພະເຈົ້າຢູ່ຕ່າງແຂວງໄດ້ບອກວ່າ ໄດ້ໃຊ້ messemger ແລ້ວສະດວກຫລາຍ
ເມື່ອກ່ອນ ຖ້າຈະໂອນ file ໃຫ້ກັນແມ່ນຕ້ອງ save ໃສ່ USB ໄປສຽບແລ້ວກໍ່ຕິດໄວຣັສ ກັບມາ. ດຽວນີ້ສົ່ງໃຫ້ທາງ messenger ທັງງ່າຍ ແລະ ປອດເຊື້ອ.
ທ່ານເດ ມີຄວາມເຫັນແນວໃດ

Friday, July 13, 2007

ຢາກໃຫ້ເປີດຂຶ້ນມາແລ້ວ ມັນໂຊຫລາຍກວ່າຫນຶ່ງເວັບ ໄດ້ບໍ່?

ມີເພື່ອນຮ່ວມງານຜູ້ຫນຶ່ງ ເພິ່ນຫອບໂນດບຸກມາຫາ ເພື່ອໃຫ້ຕັ້ງຄ່າບາງຢ່າງສຳລັບ internet.
ເພິ່ນຕ້ອງການໃຫ້ ເປີດເວັບແລ້ວ ໃຫ້ເຫັນເວັບ ເພິ່ນຕ້ອງການ
ໂດຍສະເພາະ ເພິ່ນຢາກໄດ້ Phanomsinh's space  (http://pnomsin.spaces.live.com), 
ເພິ່ນໃຫ້ເຫດຜົນວ່າ ມັນມີຂ່າວຈາກຫລາຍແຫລ່ງ ລວມຢູ່ໃນເວັບດຽວ,
 ບໍ່ຈຳເປັນຕ້ອງເປີດຫລາຍເວັບ ເພື່ອອ່ານຂ່າວ.
ເຊິ່ງ ເລື້ອງນີ້ ພວກເຮົາໄດ້ຮູ້ ວິທີການຕັ້ງເວັບໃດຫນຶ່ງເປັນຫນ້າທຳອິດ ໃນບົດກ່ອນແລ້ວ.
ຫລັງຈາກຕັ້ງໃຫ້ລາວແລ້ວໆລາວຖາມຕື່ມອີກວ່າ ເວລາເປີດຂຶ້ນມາ ມັນໂຊແຕ່ເວັບດຽວຫວາ? 
ຢາກໃຫ້ເປີດຂຶ້ນມາແລ້ວມັນໂຊຫລາຍກວ່າຫນຶ່ງເວັບ ໄດ້ບໍ່?

ຖ້າເຮົາໃຊ້ internet explorer, ເຖິງວ່າ version 7 ມັນຈະສະຫນັບສະຫນູນ multitab 
ຄືໃນ windows ດຽວເປີດໄດ້ຫລາຍເວັບໄຊ ຢູ່ຄົນລະ tab
ແຕ່ວ່າ ເວລາເປີດຂຶ້ນທຳອິດ ກໍ່ເປີດ ອອກມາແຕ່ເວັບດຽວ  ລອງແລ້ວ

ແຕ່ວ່າໃນ opera ຫລື mozilla firefox ແມ່ນສາມາດເປີດ ອອກມາແລ້ວ ເຫັນຫລາຍເວັບ,
ເວັບທີ່ເຮົາເປີດປະໄວ້ ຕັ້ງແຕ່ເຂົ້າມາເທື່ອກ່ອນນັ້ນເອງ

(mozilla firefox ສາມາດ download ໄດ້ free)


ໃນ firefox ໃຫ້ຕັ້ງແບບນີ້:
1.  ໄປທີ່ tool > option
2. main 
3. ເລືອກ ຕາມຮູບ     

Friday, July 6, 2007

I have saysetha OT installed but still can't read Lao

I have saysetha OT installed but still can't read Lao 

  1. tool
  2. internet option
  3. font
  4. Lao
  5. saysettha OT 
the word  ”ລາວ” should appear








Thursday, July 5, 2007

ສູນກາງກັບທ້ອງຖິ່ນ ປະສານງານກັນດີຂຶ້ນ ດ້ວຍ messenger

  • ມື້ກ່ອນ ໄດ້ມີໂທລະສັບມາຈາກຕ່າງແຂວງ ບອກວ່າຊ່ວຍໄປຕັ້ງລະບົບ messenger ໃຫ້ຫົວຫນ້າ ທ່ານຫນຶ່ງແດ່ ແລະ ແນະນຳໃຫ້ເພິ່ນອອນລາຍພ້ອມ (ຫົວຫນ້ານັ້ນ ຢູ່ວຽງຈັນ ແລະ ຢູ່ຫ້ອງການດຽວກັບຂ້າພະເຈົ້າ)
  • ຂ້າພະເຈົ້າຖາມຫາກົກປາຍສາຍເຫດ ໄດ້ໃຈຄວາມວ່າ:
  • ທ່ານ ຫົວຫນ້າ ໄດ້ສົ່ງ fax ຈຳນວນ 7 ໃບ ເຊິ່ງເປັນ ຕົວຢ່າງບົດຄິດໄລ່ ສ້າງດ້ວຍ excel ທີ່ມີສູດການຄິດໄລ່ ແລະ ຕົວເລກເຕັມໄປຫມົດ ແລະ ໃຫ້ພະນັກງານຢູ່ຕ່າງແຂວງ ດັດແປງແລະແກ້ໄຂຕົວເລກໃຫ້ຖືກກັບຂໍ້ມູນ ຂອງແຂວງຕົນ ສຳເລັດແລ້ວ ໃຫ້ສົ່ງກັບມາວຽງຈັນ
  • ທາງຕ່າງແຂວງຂັດຂ້ອງວ່າ ເປັນຫຍັງ ບໍ່ສົ່ງເປັນ file ມາເລີຍຈະໄດ້ບໍ່ເສຍເວລາໃນການຕີພິມຄືນໃຫມ່ ແລະ ໄດ້ສູດຄິດໄລ່ພ້ອມເລີຍ ໃນ file, ທາງຕ່າງແຂວງກໍ່ຈະໄດ້ key ຕົວເລກເຂົ້າ ແລະ ສູດຄິດໄລ່ ກໍ່ທຳຫນ້າທີ່ສັງລວມໃຫ້ເລີຍ
  • ຖ້າສົ່ງມາເປັນ file ຈະໄດ້ທັງການປະຢັດເວລາ ແລະ ຄວາມຖືກຕ້ອງ ພ້ອມທັງມີຄວາມເອກະພາບກັນທຸກແຂວງ ຈະໄດ້ຟອມຫນ້າຕາດຽວກັນ
  • ຕ່າງແຂວງຮຽກຮ້ອງ ໃຫ້ມີການສົ່ງ file ມາທາງ e-mail ຫລື ທາງ messenger ເພາະວ່າ ແຕ່ລະສາຂາແຂວງໄດ້ຕິດຕັ້ງ internet ກັນຫມົດແລ້ວ ໃຊ້ກັນເປັນຫມົດແລ້ວ online ຕະຫລອດ, ຍັງແຕ່ທາງສູນກາງ ທີ່ມີinternet ແຕ່ບໍ່ໃຊ້ ຈຶ່ງຮຽກຮ້ອງ ໃຫ້ທ່ານຫົວຫນ້າ ສະຫມັກຂໍທີ່ຢູ່ e-mail ແລະ ຮຽນຮູ້ການນຳໃຊ້ e-mail ພ້ອມທັງລະບົບ messenger ນຳ ເພື່ອງ່າຍແກ່ການຕິດຕໍ່ພົວພັນ ທາງ internet.
  • ຕອນນັ້ນ ທ່ານຫົວຫນ້ານັ້ນ ຍັງບໍ່ກ້າໃຊ້ ເພາະຢ້ານ virus ມາກໍ່ກວນລະບົບ ດຽວນີ້ ເພິ່ນກໍ່ໃຊ້ e-mail ແລະ messenger ແລກປ່ຽນຂໍ້ມູນ ລະຫວ່າງ ແຂວງຕ່າງໆໄດ້ແລ້ວ ແລະ ລາວກຳລັງມ່ວນຊື່ນກັບການຄົ້ນພົບວິທີການໃຫມ່ ໃນການສື່ສານ ແລະປະສານງານລະຫວ່າງສູນກາງກັບທ້ອງຖິ່ນ.

Sunday, July 1, 2007

ວິທີການອ່ານອີເມລທີ່ສົ່ງມາເປັນພາສາຖົ່ວງອກ


ອັນນີ້ ແມ່ນ ເພິ່ນສົ່ງມາເປັນພາສາລາວ ດ້ວຍຕົວຫນັງສື lao Unicode font.  
ການສົ່ງມາເປັນພາສາລາວ ບາງເທື່ອກໍ່ອ່ານອອກ ແລະ ບາງເທື່ອກໍ່ເປັນຖົ່ວງອກ ແບບທີ່ເຫັນນີ້ .
ແຕ່ເຊື່ອບໍ່ ຂ້າພະເຈົ້າ ອ່ານມັນໄດ້ ແລະ 
ກຳລັງຈະແນະນຳໃຫ້ພວກເຮົາ ທຸກຄົນ ກ່ຽວກັບ ວິິທີການ ອ່ານ e-mail ທີ່ຂຽນເປັນຖົ່ວງອກແບບນີ້ , 
ວິທີມັນກໍ່ງ່າຍ ພຽງແຕ່ເຮົາກົດປຸ່ມ reply, ຫມາກຖົ່ວງອກ ທັງຫລາຍ ກໍ່ກາຍເປັນພາສາລາວ 
ດັ່ງທີ່ເຫັນ ຄືລຸ່ມນີ້ 


ກໍ່ມີເທົ່ານີ້ ຫລະ ກົດປຸ່ມ reply ກໍ່ພໍ

Thursday, June 28, 2007

Your Yahoo mail account is no longer active

ເພື່ອນຂອງຂ້າພະເຈົ້າຄົນຫນຶ່ງ ຖາມຂ້າພະເຈົ້າວ່າ ເປັນຫຍັງຫນ້າ yahoo mail ຂອງລາວຄືວ່າ ປ່ຽນໄປ ນອກຈາກນັ້ນ ລາວຍັງບໍ່ສາມາດ ເປີດອ່ານ e-mail ເກົ່າໄດ້ອີກ
ຂ້າພະເຈ້າໃຫ້ ລາວເຮັດໃຫ້ເບິ່ງ ໂດຍເປີດເວັບຂອງ yahoo ໃຫ້ ແລ້ວໃຫ້ລາວປ້ອນ ທີ່ຢູ່ ແລະ ລະຫັດຜ່ານ ຂອງລາວເຂົ້າໄປ
ປະກົດວ່າ ຫນ້າເວັບທີ່ເປີດອອກມາ ຫນ້າຕາບໍ່ເປັນທີ່ຄຸ້ນເຄີຍເລີຍ ດັ່ງທີ່ເຫັນໃນຮູບນັ້ນແຫລະ



ຂ້າພະເຈົ້າບອກລາວວ່າ ມັນຖືກລະງັບການໃຊ້, ລາວຍອມຮັບວ່າ ບໍ່ໄດ້ yahoo ນຳໃຊ້ມັນມາດົນແລ້ວ ແລະ ຫັນໄປໃຊ້ hotmail 
ໄລຍະຫລັງຢາກກັບມາໃຊ້ຄືນ ເລີຍລອງເປີດເຂົ້າໄປ ຈຶ່ງພົບຫນ້າຕາແບບນີ້

Yahoo ຈະລະງັບການນຳໃຊ້ ຖ້າເຮົາບໍ່ໃຊ້ມັນ ເປັນເວລາ 4 ເດືອນຂຶ້ນໄປ ຫລື ຕາມການສະເຫນີ ຂອງເຮົາເອງ
ຫມາຍຄວາມວ່າ ຈົດຫມາຍທຸກສະບັບໃນນັ້ນ ຈະຖືກລຶບຫມົດ ໂດຍບໍ່ສາມາດກູ້ຄືນໄດ້
ໃຜກໍ່ຕາມທີ່ສົ່ງຈົດຫມາຍເຂົ້າມາ ຈະຖືກຕີກັບ ແຕ່ເຮົາຍັງສາມາດນຳໃຊ້ e-mail ນີ້ ໃນການລົງທະບຽນຕ່າງໆໄດ້

ແລ້ວຈະເຮັດຈັ່ງໃດ ?
ມັນມີປຸ່ມອັນຫນຶ່ງ ຢູ່ທາງລຸ່ມ ຂຽນວ່າ Reactivate Yahoo! mail ໃຫ້ກົດປຸ່ມນັ້ນ 
ແລ້ວເຮົາຈະສິດນຳໃຊ້ມັນກັບຄືນ ແຕ່ຂໍ້ມູນໃນນັ້ນ ຈະບໍ່ໄດ້ຄືນ 

ເລຶ້ອງນີ້ເຄີຍເກີດກັບຫມູ່ຂ້າພະເຈົ້າ ທີ່ໃຊ້ hotmail , ລາວໄປເຮັດວຽກຕ່າງແຂວງ 3 ເດືອນ ກັບມາ ກໍ່ພົບຄຳເຕືອນລັກສະນະນີ້  
ອັນນີ້ຂໍໃຫ້ເປັນອຸທາຫອນ ສຳລັບຜູ້ເກັບຂໍ້ມູນ ໄວ້ໃນ ຈົດຫມາຍ ແລ້ວ ບໍ່ເປີດໃຊ້ງານມັນ ເປັນເວລາຫລາຍເດືອນ ຈົດຫມາຍເຫລົ່ານັ້ນ ຈະຫາຍໄປ ໂດຍບໍ່ກັບ

Friday, June 22, 2007

ອ່ານເວັບໄທ ອອກເປັນຖົ່ວງອກ



ບາງຄັ້ງເວລາເຮົົາເປີຫນ້າເວັບໄຊໄທ ຈະເຫັນເປັນ ຕົວຫນັງສື ທີ່ອ່ານບໍ່ອອກ (ເຮົາມັກໃຊ້ຄຳວ່າຕົວຫນັງສືຖົ່ວງອກ)
ບາງຄັ້ງກໍ່ພົບໃນເວລາເປີດອ່ານ e-mail ທີ່ສົ່ງມາຈາກຄົນໄທ

ຖ້າພົບແບບນິ້ ລອງແກ້ໄຂແບບນີ້

ຖ້າໃຊ້ internet explorer: view > encoding > thai (windows)

ຖ້າໃຊ້ mozilla firefox : view > character encoding > thai (tis-620)

Sunday, June 17, 2007

Training in Thakhek and Bolikhamxai

ໄລຍະສອງສາມມື້ມານີ້ ໄດ້ມີໂອກາດ ໄປທ່າແຂກກັບປາກຊັນ
ແລະ ກໍ່ໄດ້ຍາດໂອກາດ ຊ່ວຍແນະນຳການໃຊ້ internet ໃຫ້ກັບພະນັກງານ ລັດວິສາຫະກິດກໍ່ສ້າງ-ຕິດຕັ້ງໄຟຟ້າ (ເອີ້ນສັ້ນວ່າ ກຕຟ ທີ່ຂ້າພະເຈົ້າສັງກັດ) ພ້ອມທັງ ລັດວິສາຫະກິດໄຟຟ້າລາວ( ເອີ້ນສັ້ນວ່າ ຟຟລ ເຊິ່ງເທື່ອນີ້ບໍ່ແມ່ນ ສະມາຊິກ ແຕ່ແມ່ນຮອງຫົວຫນ້າສາຂາຄຳມ່ວນ ທີ່ລຶ້ງເຄີຍກັນ )

ສິ່ງທີ່ ນຳໄປສະເຫນີ ແມ່ນ

  1. ການສະຫມັກຂໍທີ່ຢູ່ e-mail ເຊິ່ງພະນັກງານ ໃນ ບໍລິສັດຂອງຂ້າພະເຈົ້າ ແມ່ນນິຍົມໃຊ້ບໍລິການຂອງ Yahoo ຫລາຍກວ່າ.
  2. ແນະນຳທີ່ຢູ່ e-mail ທີ່ຈຳເປັນຕ້ອງຮູ້ຈັກ 
  3. ການຕິດຕັ້ງ yahoo messenger
  4. ແນະນຳການນຳໃຊ້ ໃນການ ສົ່ງ instance message
  5. ການໂທຫາກັນ ລະຫວ່າງcomputer ກັບ computer ໃຫ້ໄດ້ຍິນສຽງກັນ ແລະ ກັນ
  6. ການ chat ຫມູ່ ຫລື ການປະຊຸມ ທາງໄກໂດຍໃຊ້  yahoo messenger
ເວລາມັນມີຫນ້ອຍ ແຕ່ກໍ່ໄດ້ຮັບຜົນຫລາຍ ເພາະເຖິງວ່າ ບໍ່ໄດ້ແນະນຳທັງຫມົດ 
ແຕ່ຢ່າງນ້ອຍກໍ່ໄດ້ແນະນຳໃຫ້ຮູ້ຈັກກັບ Laobeginner 
ເຊິ່ງມີຄຳຕອບໃນສິ່ງທີ່ເພິ່ນສົນໃຈ ໃນ ການໃຊ້ internet ເກືອບທັງຫມົດ
ເຂົາເຈົ້າດີໃຈທີ່ ໄດ້ມີຜູ້ມາແນະນຳໃຫ້ຮູ້ຈັກ ກັບຄວາມຮູ້ພື້ນຖານ 
ແລະ ຈະສືບຕໍ່ສຶກສາດ້ວຍຕົວເອງ ຈາກ Laobeginner

Tuesday, June 12, 2007

ຫົວຫນ້າຈຳເປັນຕ້ອງຮູ້ຈັກໃຊ້ INTERNET ຫລືບໍ່

ໃນບົດກ່ອນໄດ້ໄປເວົ້າຍ້ອງຫົວຫນ້າຂອງຂ້າພະເຈົ້າ ທຳໃຫ້ຫລາຍຄົນນ້ອຍໃຈ ທີ່ຫົວຫນ້າຕົວເອງ ບໍ່ເປັນແບບນັ້ນ, ຂ້າພະເຈົ້າບໍ່ໄດ້ເຈດຕະນາ ພາດພິງ ຫລື ເວົ້າໃສ່ ຫົວຫນ້າຂອງຜູ້ໃດ, 
ພຽງແຕ່ກ່າວວ່າຕົວເອງໄດ້ຄວາມຮູ້ຈາກໃຜ

ແລ້ວ ຈຳເປັນບໍ່ທີ່ຜູ້ເປັນຫົວຫນ້າ ຕ້ອງຮູ້ການນຳໃຊ້ internet ?  ຕໍ່ຄຳຖາມນີ້ ຂໍຕອບວ່າ ພວກເຮົາທຸກຄົນ ບໍ່ວ່າຫົວຫນ້າ ຫລື ລູກນ້ອງ ບໍ່ວ່າພໍ່ແມ່ ຫລື ລູກ, ບໍ່ວ່ານັກສຶກສາ ຫລື ຄູອາຈານ, ບໍ່ວ່າຕຳຫລວດ ຫລື ໂຈນ (ອີຫລີ ເບິ່ງໃນຮູບເງົາຕ່າງປະເທດເດີ້ ) ແລະ ອື່ນໆ ສະຫລຸບ ວ່າທຸກຄົນ ຈະຫນີການໃຊ້ internet ບໍ່ໄດ້, ບໍ່ຊ້າກໍ່ໄວ, ກໍ່ຈະໄດ້ໃຊ້

ແຕ່ຖ້າໃຜ ຫາກ ບໍ່ມີຜູ້ແນະນຳ ການນຳໃຊ້ ຫລື ມີບັນຫາອື່ນໆ ໃນການໃຊ້ internet ຢ່າລືມນຶກເຖິງ laobeginner.blogspot.com
ຍິນດີຕ້ອນຮັບສະເຫມີ

ແຕ່ວ່າຂໍອະນຸຍາດ ນຳຫົວຫນ້າຜູ້ອື່ນໆ ອີກເທື່ອຫນຶ່ງ ເພື່ອກ່າວເຖິງຫົວຫນ້າ ຕົວເອງອີກ, ພວກເພິ່ນ ໃຊ້ internet ກັນເປັນ (ແຕ່ບໍ່ທຸກຄົນ) ສ່ວນໃຫຍ່ແມ່ນໃຊ້ ຮັບ-ສົ່ງ e-mail.

Friday, June 8, 2007

ເປັນຫຍັງຕ້ອງມີ internet ໃນຫ້ອງການ

  • ປະຈຸບັນ ລາຄາ ຄ່າບໍລິການ internet ຍັງແພງຫລາຍ
  • ເອົາເຂົ້າມາເພື່ອຫຍັງ ເອົາເຂົ້າມາແລ້ວ ຈະມີປະໂຫຍດຫຍັງພໍພິລຶກ
  • ເອົາເຂົ້າມາແລ້ວ ພາກັນໃຊ້ໄປໃນທາງ ບໍ່ປະໂຫຍດ ເສຍເງິນເສຍເວລາເຮັດວຽກ
ຄຳເວົ້າຂ້າງເທິງ ມີຄວາມຈິງສ່ຳໃດ?
  • ແມ່ນແລ້ວຄ່າບໍລິການ internet ຍັງແພງຫລາຍ ທຽບໃສ່ປະເທດອື່ນ ຄວາມໄວກໍ່ຍັງບໍ່ສູງ, ກ່ອນທີ່ຫ້ອງການຂ້າພະເຈົ້າຈະເອົາ internet ເຂົ້າມາໃຊ້, ທາງຜູ້ຮັບຜິດຊອບບອກວ່າ : ມັນຈະຊ່ວຍໃຫ້ບໍລິສັດປະຢັດ ຄ່າຊື້ຫນັງສືພິມ ເພາະ ເຮົາສາມາດ ອ່ານຫນັງສື ພິມລາວໄດ້ເກືອບທຸກສະບັບ ນອກນັ້ນ ກໍ່ຍັງມີຫນັງສືພິມ ວາລະສານ ບົດຄວາມຈາກຕ່າງປະເທດອີກ ຢ່າງຫລວງຫລາຍ. ຍັງສາມາດເປີດຫູເປີດຕາ ໃຫ້ພະນັກງານ ໄດ້ໄປເຫັນສິ່ງຕ່າງໆ ໃນໂລກ ໂດຍບໍ່ຕ້ອງ ເສຍເງິນເດີນທາງໄປຕ່າງປະເທດ...
  • ມັນສາມາດ ໃຊ້ຮັບສົ່ງ ຂໍ້ມູນ ຜ່ານທາງ e-mail ເຊິ່ງສາມາດ ໃຊ້ແທນການສົ່ງທາງ fax ເພາະຄຸນະພາບດີກວ່າ ອ່ານງ່າຍ ສົ່ງເອກະສານ 100 ​ຫນ້າ ບາດດຽວ, ສາມາດໃຊ້ເປັນ catalogue ເພື່ອເລືອກຊື້ສິນຄ້າ ກວດເຊັກລາຄາ ຕິດຕໍ່ລູກຄ້າ ແລະ ອີກຫລວງຫລາຍ ທີ່ສຳຄັນ ມັນສາມາດ update antivirus software ເຊິ່ງເປັນການປົກປ້ອງຂໍ້ມູນ ຈາກການທຳລາຍຂອງ virus
  • ການທີ່ບໍ່ຮູ້ປະໂຫຍດຂອງ internet ຫລື ບໍ່ໄດ້ຮັບການແນະນຳຈາກຫົວຫນ້າ ອາດພາໃຫ້ລູກນ້ອງໃຊ້ internet ໄປບໍ່ຖືກທາງ ເຊັ່ນ: ຊອກເຂົ້າເວັບໂປ້, ນັ່ງແຊັດຫມົດມື້ວຽກບໍ່ເຮັດ ແລະ ອື່ນໆ. ທາງຫ້ອງການຂອງຂ້າພະເຈົ້າ, ມີຫົວຫນ້າເປັນຜູ້ແນະນຳ ການໃຊ້ e-mail, ການໃຊ້ internet ເຂົ້າໃນວຽກງານປະຈຳວັນ, ແນະນຳ ເວັບໄຊທີ່ຈຳເປັນ ແລະ ອື່ນໆ, ສຳລັບຂ້າພະເຈົ້າ ແມ່ນເຮັດວຽກດ້ານສຳຫລວດ ເຕັກນິກ ໄດ້ນຳໃຊ້ມັນເຂົ້າໃນວຽກ ການຊອກຫາຂໍ້ມູນເຕັກນິກ ສຳລັບຈັດຫາເຄື່ອງມື, ຫາຂໍ້ມູນດ້ານເຕັກນິກ, download software, ພາບຖ່າຍດາວທຽມ, update program, ອ່ານຂ່າວຈາກພາຍໃນແລະຕ່າງປະເທດ, ຕັ້ງກະທູ້ຖາມບັນຫາ ຫາຄຳຕອບໃຫ້ກັບຫນ້າວຽກປະຈຳວັນ... ທັງຫມົດນີ້ ແມ່ນມີຜູ້ແນະນຳ ກໍ່ຄືທ່ານ ຫົວຫນ້າ ນັ້ນເອງ
ນີ້ກໍ່ເປັນພຽງຄວາມຄິດສ່ວນຕົວ ຖ້າໃຜຕ້ອງການປະກອບຄຳເຫັນກໍ່ສາມາດ ເຮັດໄດ້ ໂດຍ ກົດທີ່ comment ແລ້ວຂຽນຄຳຄິດເຫັນຂອງທ່ານ ລົງໄດ້

Saturday, June 2, 2007

internet ມີຄວາມປອດໄພຈາກ virus ສ່ຳໃດ

ຫລາຍຄົນ ບໍ່ກ້າໃຊ້ internet ດ້ວຍເຫດຜົນວ່າ ຢ້ານຕິດ virus, ບາງຄົນບໍ່ຍອມໃຊ້ລະບົບ LAN
ຫລາຍຄົນທີ່ໃຊ້ອີນເຕີເນັດ ໄດ້ສົ່ງ computer ໄປສ້ອມແປງ ລົງໂປແກມ windows ໃຫມ່
ຄວາມຈິງເປັນແນວໃດ ?

ແມ່ນແລ້ວ ໃນໂລກ internet ມີ virus ໃຫມ່ເກີດຂຶ້ນທຸກມື້
ແມ່ນແລ້ວ ທີ່ virus ຕິດຕໍ່ໄດ້ຜ່ານທາງ internet
ບໍ່ພຽງແຕ່ເທົ່ານັ້ນ ມັນຍັງສາມາດຕິດຕໍ່ໃສ່ໂທລະສັບມືຖື ແລະ ຫນ່ວຍ computer ທີ່ບໍ່ໄດ້ໃຊ້ internet
ເຖິງວ່າທ່ານບໍ່ຍອມໃຊ້ internet ແຕ່ກໍ່ບໍ່ໄດ້ຫມາຍຄວາມວ່າ ຈະລອດພົ້ນຈາກ virus ໄດ້
ເພາະວ່າ ທ່ານເອງ ຫລື ເພື່ອນ ຂອງທ່ານ ອາດນຳເອົາຂໍ້ມູນ ຈາກບ່ອນອື່ນມາ ໃສ່ computer ຂອງທ່ານ ຜ່ານທາງ CD-ROM, USB flash drive, LAN system, bluetooth, infrared...

ແລ້ວເຮົາຈະປ້ອງກັນຕົວເອງ ໄດ້ແນວໃດຈາກ virus?
ແນ່ນອນ ເມື່ອມີພະຍາດ ກໍ່ຕ້ອງມີຢາແກ້ ນັ້ນກໍ່ຄື anti-virus software ເຊິ່ງມີໃຊ້ກັນທົ່ວໄປ ເຊັ່ນ: Norton, McAfee, NOD32, AVG, Karpersky...

anti-virus software ໃດດີກວ່າຫມູ່ ?
ຄຳຕອບກໍ່ຄົງຈະແມ່ນ ດີຄືກັນຫມົດ ແຕ່ວ່າ, ເນື່ອງຈາກ Virus ເກີດຂຶ້ນທຸກມື້ anti-virus software ກໍ່ຕ້ອງນຳໃຫ້ທັນ
ແລະຜູ້ໃຊ້ ກໍ່ຕ້ອງມີ anti-virus software ອັນໃຫມ່ໆ ແລະ ທັນສະພາບຕະຫລອດ ຈຶ່ງຈະປອດໄພ

ແລ້ວຈະເຮັດແນວໃດ?
ຕ້ອງມີການ update ກໍ່ຄືການເຂົ້າໄປຮັບເອົາຂໍ້ມູນຫລ້າສຸດຈາກຜູ້ໃຫ້ບໍລິການ, ຈະເຮັດແນວນັ້ນໄດ້ ກໍ່ຕ້ອງເຊື່ອມຕໍ່ກັບ internet ແລະ ທຳການ update anti-virus software ຂອງເຮົາຈາກ website ທີ່ເພິ່ນເປັນເຈົ້າຂອງ anti-virus software.

ແລ້ວຖ້າເຮົາບໍ່ມີ internet ເດ ຈະ update ແນວໃດ?
ກໍ່ຄົງຕ້ອງຫລີກລ່ຽງການໃຊ້ usb flash drive ຮ່ວມກັບ computer ຫນ່ວຍອື່ນ (ເຊິ່ງເປັນການຍາກ), ໃຫ້ computer ທີ່ມີ internet ທຳການ scan usb flash drive ທີ່ຈະມາສຽບໃສ່ computer ຂອງເຮົາ, ໃຫ້ computer ທີ່ມີ internet ທຳການ scan harddisk ຂອງ computer ຂອງເຮົາ ຢ່າງເປັນປະຈຳ (ຕ້ອງໃຊ້ລະບົບ LAN ຫລື ຖອດ hardisk ໄປ ), ຫລື ເຊື່ອມຕໍ່ internet ເປັນຄັ້ງຄາວ ເພື່ອ ທຳການ update anti-virus software (ຜ່ານໂທລະສັບບ້ານ ຫລື ໂທລະສັບມືຖື).

ສະຫລຸບ:
anti-virus software ຈະທຳການປ້ອງ virus ໄດ້ດີ ກໍ່ຕໍ່ເມື່ອ ທ່ານ update ມັນຢ່າງເປັນປະຈຳ
ການຈະ update anti-virus software ຕ້ອງໃຊ້ internet
computer ທີ່ປອດໄພທີ່ສຸດ ກໍ່ຄື computer ທີ່ເຊື່ອມຕໍ່ກັບ internet.

Thursday, May 31, 2007

internet is only for chatting?


ໄດ້ໂອ້ລົມກັບຫລາຍຄົນ ກ່ຽວກັບອິນເຕີເນັດ ຫລາຍຄົນຍັງບໍ່ຮູ້ວ່າໃຊ້ internet ໄປເຮັດຫຍັງ, ມີຄົນຜູ້ຫນຶ່ງ ບອກວ່າ ຮູ້ຈັກ internet ດີ, ຮູ້ວ່າເຂົາໃຊ້ເຮັດຫຍັງກັນ, ບໍ່ຫຍັງຫລາຍດອກ, ພວກໄວລຸ້ນໃຊ້ໄວ້ແຊັດກັນຫລິ້ນຊື່ໆ
ທ່ານທັງຫລາຍຄົງບໍ່ຄິດແບບນັ້ນຕີ, ແຕ່ວ່າມັນມີປະໂຫຍດຫຍັງແດ່ລະ
ສົມມຸດເຮົາເຂົ້າໄປໃນຮ້ານເນັດເຮົາຈະເຫັນຫຍັງແດ່ :
1 ເຫັນຄົນເຂົ້າໄປອ່ານຂ່າວ (ຂ່າວໃນ internet ສົດກວ່າໃຫມ່ກວ່າໃນຫນັງສືພິມ)
2 ເຫັນຄົນສົ່ງ e-mail ຫາຄົນທີ່ຢູ່ຫ່າງໄກກັນ ວ່ອງໄວທັນໃຈ ສົ່ງປຸບໄດ້ຮັບປັບ
3 ເຫັນຄົນໂທລະສັບຜ່ານທາງ internet ລາຄາຖືກກວ່າໂທດ້ວຍໂທລະສັບ
4 ເຫັນເຂົາຫລຶ້ນເກມອອນລາຍ
5 ເຫັນໄວລຸ້ນແຊັດກັນ
ອີກຕົວຢ່າງຫນຶ່ງທີ່ພົບ ນັ້ນກໍ່ຄືໂຄສະນາ ທາງLaostar channel ທີ່ມີນາງນ້ອຍຄົນຊົນນະບົດແຕ່ສາມາດເຮັດ pizza ໄດ້ ຍ້ອນວ່າຕິດຕັ້ງລະບົບອິນຕີເນັດໄວ້ເຮືອນ ເລີຍເຫັນສູດອາຫານຕ່າງປະເທດໄດ້
ຜູ້ໃຫຍ່ ກໍ່ໃຊ້ຜ່ອນຄາຍຄວາມຕຶງຄຽດ
ນັກທຸລະກິດ ກໍ່ສາມາດໂຄສະນາ ຜ່ານເວັບໄຊ ໂອນເງິນ ຮັບເງິນ
ສາມາດຊື້ຂາຍສິນຄ້າ
ດາວໂຫລດໂປແກມ
ເບິ່ງຫນັງ, ຟັງເພງ, ຫາຄູ່ຫາແຟນ, ..
....ຍັງມີຫລາຍບໍ່ອາດພັນລະນາ
ຊີວິດພວກເຮົາກຳລັງຈະຂາດ internet ບໍ່ໄດ້ ບໍ່ຕ່າງຫຍັງກັບໂທລະສັບມືຖື ທີ່ທຸກຄົນມີໃຊ້
ນັ່ງກິນເບຍຢູ່ຮ້ານ ຍັງເຫັນ www ໃນຜະລິດຕະພັນເບຍລາວ ເລີຍທ່ານ



Friday, May 25, 2007

The new Yahoo! Messenger for the Web



ເພື່ອນຂອງຂ້າພະເຈົ້າ ທ່ານ ຊະນະພອນ ເພິ່ນເອີ້ນໄປຫາ ຫລັງຈາກເລີກການ ເພື່ອຊ່ວຍກວດກາລະບົບຄອມພິວເຕີຂອງເພິ່ນ ແລະ ຂໍໃຫ້ຕັ້ງ yahoo messenger ໃຫ້ນຳ. ຂ້າພະເຈົ້າບອກເພິ່ນວ່າ ກ່ອນອື່ນໄປທີ່ ເວັບໄຊພະນົມສິນ ຈາກນັ້ນ ໄປທີ່ຫນ້າ ລວມເວັບໄຊ ແນມຫາ ຫມວດ download ແລະ clickໃສ່ yahoo messenger
ຫນ້າເວັບທີ່ເປີດອອກມານັ້ນ http://messenger.yahoo.com/webmessengerpromo.php ຂ້າພະເຈົ້າເອງກໍ່ງົງ ແລະ ຕະລຶງໄປ ເພາະບໍ່ທັນເຄີຍເຫັນ. ໃນນັ້ນຂຽນວ່າ Introducing the new Yahoo! Messenger for the Web, TRY IT NOW Or Download Yahoo! Messenger (8.1)

ຖ້າເຮົາເລືອກ Yahoo! Messenger for the Web ແປວ່າບໍ່ຈຳເປັນຕ້ອງຕິດຕັ້ງໂປແກມລົງຄອມ ແຕ່ກໍ່ສາມາດໃຊ້ໄດ້ຄືກັນ ເຄີຍລອງໃຊ້ເບິ່ງ ແປກໆຢູ່ ບໍ່ທັນລຶ້ງ
ແຕ່ຖ້າຕ້ອງການຄຕິດຕັ້ງໂປແກມລົງທີ່ຄອມ ຕາມທີ່ເຄີຍໃຊ້ມາ ກໍ່ໃຫ້ Download Yahoo! Messenger (8.1)

Wednesday, May 23, 2007

ວິທີຕັ້ງເວັບໃດຫນຶ່ງ ເປັນຫນ້າທຳອິດຂອງ browser

ປົກກະຕິທາງ microsoft ຈະຕັ້ງຫນ້າເວັບ www.msn.com ໃຫ້ເປັນຫນ້າທຳອິດ, ທຸກເທື່ອທີ່ເປີດໂປແກມ internet explorer ມັນຈະເປີດຫນ້າເວັບ ທີ່ເປັນ home page ຂຶ້ນມາພ້ອມ. ຫລັງຈາກນັ້ນເຮົາກໍ່ ປ້ອນຊື່ເວັບອື່ນທີ່ຕ້ອງການ ເຂົ້າໄປ ເຊັ່ນເວັບພະນົມສິນ ແບບນີ້ເປັນຕົ້ນ, ເຮັດແບບນີ້ທຸກຄັ້ງ ທີ່ເປີດໂປແກມ ມື້ນີ້ ຂໍສະເຫນີວິທີທີ່ງ່າຍ ກວ່ານັ້ນ ຄືເຮົາເປີດໂປແກມ browser ແລ້ວ ມັນເປີດຫນ້າເວັບທີ່ເຮົາໃຊ້ປະຈຳໃຫ້ເລີຍ ບໍ່ຕ້ອງເສຍເວລາມາຄີຊື່ເວັບເຂົ້າໄປ ເລີ້ມກັນເລີຍ ກ່ອນອື່ນໄປທີ່ເມນູ tool ຈາກນັ້ນໄປທີ່ internet option


ສັງເກດ ດຸມສາມໂຕ ນັ້ນ
current ຖ້າເຮົາກົດ ຈະມີຊື່ເວັບທີ່ພວມເປີດຢູ່ ເຂົ້າໄປຢູ່ໃສ່ປ່ອງ ຫລື ສາມາດໃສ່ ຊື່ເວັບທີ່ຕ້ອງການເຂົ້າໄປ ຕ້ອງມີ http:// ນຳຫນ້າ
default ແມ່ນຕັ້ງມາກັບໂປແກມແລ້ວ
blank ແມ່ນເປີດຫນ້າເປົ່າວ່າງ
ຈາກນັ້ນ ກົດ apply
ລອງຄລິກໃສ່ icon ຮູບເຮືອນ (ບອກມັນກັບບ້ານ) ມັນຈະກັບໄປຫນ້າທີ່ເຮົາຕັ້ງໄວ້ ທັນທີ..

Saturday, May 19, 2007

ການນຳໃຊ້ history ເປີດເວັບຄືນ


ເມື່ອທ່ານເປີດຫນ້າເວັບໃດ ກໍ່ຕາມ ຄອມພິວເຕີຈະທຳການບັນທຶກຊື່ຫນ້າເວັບເອົາໄວ້
ຕົວຢ່າງມື້ນີ້ທ່ານເປີດເວັບໄປ 10 ເວັບ ແຕ່ບໍ່ຈື່ວ່າ ເວັບໃດແດ່ ແຕ່ມີເວັບຫນຶ່ງທີ່ສົນໃຈແລະຢາກຈະກັບໄປຫາມັນອີກ
ສຳລັບຜູ້ໃຊ້ internet explorer 6 ສາມາດເຮັດແບບນີ້ ໄປທີ່ເມນູ view>explorer bar> history ຫລື ກົດໃສ່ icon
ຈະມີວິນໂດວອອກມາ ຊື່ວ່າ history ເຮົາສາມາດໃຊ້ມັນຫລືປິດມັນໄປກໍ່ໄດ້
ຖ້າຈະເບິ່ງວ່າມື້ນີ້ ເປີດຫນ້າເວັບຫຍັງແດ່ ໃຫ້ກົດໃສ່ today ມັນຈະໂຊລາຍຊື່ຫນ້າເວັບທີ່ເຮົາເປີດໃນມື້ນີ້ອອກມາ
ແລະ ເຮົາສາມາດກົດໃສ່ລາຍຊື່ໃດຫນຶ່ງໃນນັ້ນ ຫນ້າເວັບກໍ່ຈະເປີດອອກມາ
ບໍ່ພຽງແຕ່ສາມາດຄົ້ນຫາຂໍ້ມູນຂອງມື້ນີ້ ເຮົາສາມາດຄົ້ນຄືນຫລັງໄດ້ຫລາຍເດືອນອີກດ້ວຍ

Tuesday, May 15, 2007

Using WinPhone as a modem for internet connection

ການຕິດຕັ້ງ internet ຜ່ານ winphone

winphone


















ກະກຽມ


ທ່ານຕ້ອງມີ ຫນ່ວຍໂທລະສັບຕັ້ງໂຕະແບບບໍ່ມີສາຍ "winphone" ຂອງບໍລິສັດລາວໂທລະຄົມ ແບບໃດກໍ່ໄດ້ ໃນສີ່ແບບ ພ້ອມເບີ
ຕ້ອງມີສາຍເຂື່ອມຕໍ່ກັບຄອມພິວເຕີ້ ຕ້ອງຊື້ຕ່າງຫາກ ໃນລາຄາ 17 ໂດລາ ຈະໄດ້ແຜ່ນຊີດີ ສຳລັບຕິດຕັ້ງ wireless modem ມາພ້ອມ

ຕິດຕັ້ງ
ໃສ່ແຜ່ນຊີດີ ແລະ ເລືອກຄຳສັ່ງ setup
ຈະຖາມຫາສາຍສຽບ (ຖ້າຍັງບໍ່ຕໍ່ເຂົ້າ ໂປແກມຈະບໍ່ແລ່ນໄປຕໍ່) ໃຫ້ສຽບສາຍໃສ່ໂທລະສັບແລ້ວຕໍ່ເຂົ້າຄອມພິວເຕີ້ ຈາກນັ້ນກົດໄປຕໍ່
ເມື່ອຕິດຕັ້ງ modem ສຳເລັດແລ້ວ ໃຫ້ຕັ້ງ new connection. start>setting>Network connection>create new connection
ເມື່ອມີ ບອັກອອກມາ ກົດnext , ເລືອກ connect to internet, next, setup my connection manually, next, connect using dailup modem, next
ເລືອກ modem ໃນທີ່ນີ້ເລືອກ huawei
isp name : ໃສ່ຕາມສະບາຍ ຫລື internet via winphone
phone number (dial) : #777
user name: win@ltc.com
password: win

ຕື່ມເງິນ ແລ້ວ ທຳການເຊື່ອມຕໍ່ດັ່ງນີ້:
ໄປທີ network connection ເລືອກຊື່ທີ່ຕັ້ງໄວ້ ເຊັ່ນ internet via winphone
ລໍຖ້າ ການກວດສອບ ເມື່ອກວດບໍ່ຜ່ານກໍ່ເຂົ້າບໍ່ໄດ້ ໃຫ້ລອງອີກຫລາຍໆເທື່ອ
ເມື່ອເຂົ້າໄປໄດ້ແລ້ວ ຈະມີການແຈ້ງບອກ ມີຮູບໄອຄອນຂຶ້ນທີ່ task bar ໂຊເປັນຄອໃພິວເຕີຊ້ອນກັນ
ເມື່ອຕ້ອງການເຊົາໃຊ້ right click ທີ່ໄອຄອນ ເລືອກ disconnect
ເພື່ອບໍ່ຢາກເປືອງເງິນ ໃຫ້ save webpage ໄວ້ເພື່ອພິມອອກ ຫລືໄວ້ອ່ານພາຍຫລັງ
ລອງເບິ່ງ ຖ້າບໍ່ໄດ້ຜົນ ໂທ 101
ອ່ານຕໍ່

ຕາມການໄດ້ລອງໃຊ້ ເຫັນວ່າ :
1 ຄວາມໄວສູງ ໄດ້ໃຈ
2 ຄ່າບໍລິການ 1 ນາທີ ປະມານ 240 ​ກີບ
3 ໃຊ້ບັດ M phone ຕື່ມເງິນກໍ່ໄດ້
4 ມັນອາດໃຊ້ບໍ່ໄດ້ກັບຄອມພິວເຕີບາງລຸ້ນ ໂດຍສະເພາະຄອມລຸ້ນໃຫມ່

Saturday, May 12, 2007

Internet Training in Bokeo


ຂ້າພະເຈົ້າໄດ້ໄປເຮັດວຽກກັບລັດວິສາຫະກິດໄຟຟ້າລາວ ສາຂາແຂວງບໍ່ແກ້ວ, ຫົວຫນ້າສາຂາໄດ້ຂໍໃຫ້ຈັດຝຶກອົບຮົມການນຳໃຊ້ internet ໃຫ້ກັບພະນັກງານຂອງເພິ່ນ. ຂ້າພະເຈົ້າຍາດເອົາເວລາເລີກວຽກງານໃນວັນເສົາ ເວລາ 12 ໂມງທ່ຽງເພື່ອແນະນຳການນຳໃຊ້ internet ໃນນັັ້ນ ໄດ້ອະທິບາຍຕາມແຕ່ລະລາຍການຄື:

  1. ການປະກອບສ້າງຂອງເວັບໄຊພະນົມສິນ
  2. ການນຳໃຊ້ webboard,  
  3. ການພິມພາສາລາວໃນ webboard,
  4.  ການ search website, search images, 
  5. ການສະຫມັກທີ່ຢູ່ e-mail, ການສົ່ງແລະຮັບe-mail,
  6. ການ download ແລະ ຕິດຕັ້ງ messenger, ການສົ່ງ file ຜ່ານ messenger..
ທັງຫມົດ ໃຊ້ເວລາແນະນຳໄປ 1 ຊົ່ວໂມງເທົ່ານັ້ນ
ເບິ່ງສີຫນ້າພວກເຂົາແມ ພວກເຂົາຕື່ນເຕັ້ນກັບຄວາມຮູ້ໃຫມ່ ແລະ ກະຕືລືລົ້ນທີ່ຈະລອງນຳໃຊ້
ຫລັງຈາກການສຳມະນາ ພວກເຂົາໄປກິນເຂົ້າ ແລະ ຟ້າວກັບມາລອງໃຊ້ ໃນມື້ນັ້ນເລີຍ
ວັນເສົາແທ້ໆ ບໍ່ຍອມພັກ

Wednesday, May 9, 2007

messenger ແມ່ນຫຍັງ


ທ່ານຄົງໄດ້ຮູ້ຈັກກັບchat ໄປແລ້ວໃນບົດກ່ອນຫນ້ານີ້ ເມື່ອຂ້າພະເຈົ້າເຂົ້າໄປໃນ chat room ຂອງ ກະໄດ້ເພື່ອນຈາກນັ້ນຫລາຍຄົນຢູ່ ນັບທັງos555 ທີ່ຊ່ວຍຂ້າພະເຈົ້າສ້າງເວັບໄຊ, ແຕ່ບາງຄັ້ງ ຂ້າພະເຈົ້າບໍ່ຄ່ອຍຮູ້ສຶກດີປານໃດ ເພາະວ່າມີຫລາຍຄົນໃນຫ້ອງ ບໍ່ຮູ້ວ່າໃຜລົມກັບໃຜ ເປັນອຶກກະທຶກຢູ່ ບໍ່ຮູ້ຈະລົມໃຜ ແລະ ຄືວ່າບໍ່ມີໃຜຢາກລົມກັບເຮົາ
ຂ້າພະເຈົ້າມັກລົມກັນແບບສອງຕໍ່ສອງໃນຫ້ອງສະເພາະທີ່ບໍ່ມີໃຜລົບກວນ. ແລະ messenger ກໍ່ສາມາດຕອບສະຫນອງທາງແກ້ບັນຫາໃຫ້ຂ້າພະເຈົ້າໄດ້. ແລ້ວ messenger ມັນແມ່ນຫຍັງ. ມັນກໍ່ຄືກັນກັບຫ້ອງ chat room ເຮົາສາມາດ IM (instant message) ຫາຜູ້ທີ່ຕ້ອງການ ລົມນຳ ແລະ ຖ້າເຂົາຢາກລົມເຮົາ ເຂົາກໍ່ຕອບມາ. ແຕ່ມັນມີຂໍ້ສະດວກຫລາຍຢ່າງ ເຊັ່ນ: ເຮົາສາມາດເຮັດວຽກໄປນຳ chat ໄປນຳ ເມື່ອມີໃຜສົ່ງ IM ມາ ກໍ່ຈະມີສຽງເຕືອນ ແລະ ມີການກະພິບໃນຫນ້າຈໍ ເຊິ່ງເຮົາສາມາດເລືອກວ່າຈະຕອບຫລືບໍ່ຕອບກະໄດ້. ສາມາດເລືອກໃຫ້ຕົວເອງ online ຫລື offline ກໍ່ໄດ້(ໂດຍສະເພາະເວລາບໍ່ຕ້ອງການໃຫ້ໃຜລົບກວນ ຕອນກຳລັງຫຍຸ້ງວຽກ) ຫລືໃຫ້ຕົວເອງ online ແຕ່ບໍ່ໃຫ້ໃຜເຫັນວ່າເຮົາ online ຢູ່ ກໍ່ໄດ້. ເຮົາສາມາດເລືອກວ່າ ຈະໃຫ້ໃຜເຂົ້າມາຢູ່ໃນລາຍຊື່ການສົນທະນາ ເພື່ອໃຫ້ເຂົາເຫັນເຮົາ ເວລາເຮົາ online ຫລື ລຶບຊື່ຜູ້ທີ່ເຮົາບໍ່ຕ້ອງການລົມນຳອີກ ອອກຈາກລາຍຊື່.

ນອກຈາກສົ່ງ IM ຫາກັນແລ້ວ messenger ຍັງສາມາດໃຫ້ຄູ່ສົນທະນາແລກປ່ຽນ file ພາບຖ່າຍ, ສຽງ, ວີດີໂອ ແລະ ເອກະສານ ສົ່ງໃຫ້ກັນໄດ້ທັນທີ ອັນນີ້ກໍ່ສະດວກ ສະດວກກວ່າສົ່ງທາງ e-mail ເພາະເຮົາຮູ້ໄດ້ທັນທີວ່າຜູ້ທີ່ເຮົາສົ່ງໃຫ້ ໄດ້ຮັບສິ່ງທີ່ເຮົາສົ່ງໃຫ້ແລ້ວ ບໍ່ຕ້ອງລຸ້ນວ່າຜູ້ກ່ຽວອ່ານ e-mail ຫລືຍັງບໍ່ທັນອ່ານ

ຍັງສາມາດໂທຫາກັນຜ່ານຫນ່ວຍຄອມພິວເຕີ ໄດ້ຍິນສຽງກັນ ແລະ ເຫັນຫນ້າກັນກໍ່ຍັງໄດ້ ເຖິງວ່າຈະຢູ່ກັນຄົນລະຟາກຟ້າ ກໍ່ຕາມ. ແຕ່ວ່າຕ້ອງໄດ້ຕິດຕັ້ງອຸປະກອນເສີມເຂົ້າໄປ ໄດ້ແກ່ microphone, ear phone or speaker and webcam. webcam ຄືກ້ອງໂທລະທັດ ສຳລັບຕິດຕັ້ງກັບຄອມພິວເຕີ ເພື່ອຖ່າຍພາບເຮົາສົ່ງໄປໃຫ້ຜູ້ທີ່ເຮົາລົມນຳໄດ້ເຫັນ.

ສາມາດລົມກັນໄດ້ຫລາຍກວ່າສອງຄົນ ໂດຍເຊື້ອເຊີນຜູ້ທີ3 ເຊິ່ງກໍ່ຕ້ອງ online ຢູ່ເຊັ່ນກັນ ມາຮ່ວມປະຊຸມປຶກສາຫາລືນຳກັນໄດ້ ແບບທີ່ເອີ້ນວ່າປະຊຸມກັນທາງໄກ ເພາະແຕ່ລະຄົນອາດຈະຢູ່ກັນຄົນລະບ່ອນ

ໃນຮ້ານອິນເນັດທົ່ວໄປມັກຈະມີໂປແກມພວກນີ້ໄວ້ໃຫ້ແລ້ວ ໄດ້ແກ່ໂປແກມ yahoo messenger ສຳລັບຜູ້ໃຊ້ yahoo mail, MSN ຫລື windows (live) messenger ສຳລັບຜູ້ໃຊ້ hotmail. ເມື່ອກ່ອນຜູ້ໃຊ້ yahoo mail ຕ້ອງໃຊ້ໂປແກມຂອງ yahoo messenger ເທົ່ານັ້ນ, ແຕ່ດຽວນີ້ບໍ່ຈຳກັດແລ້ວ ໃຊ້ນຳກັນໄດ້
ຖ້າຄອມພິວເຕີທີ່ທ່ານໃຊ້ຢູ່ ບໍ່ມີໂປແກມພວກນີ້ ທ່ານກໍ່ສາມາດ download ໄດ້ຈາກ website ທີ່ກ່ຽວຂ້ອງ ຫລືໄປ download ທີ່ເວັບໄຊພະນົມສິນ ກໍ່ໄດ້

Sunday, May 6, 2007

ການ chat: ວິທີລົມບ່າວລົມສາວ ຍຸກໄຮເທັກ

ເຄີຍໄດ້ຍິນເພງຮັກສາວອອນລາຍກັນບໍ່ ເນື້ອໃນຂອງເພງເພິ່ນພັນລະນາເຖິງຄວາມງາມຂອງສາວອອນລາຍ ຫລື online ແລະ ເມື່ອໄດ້ລົມກັນທາງ computer ຜ່ານ internet ຈົນວ່າລືມຮອດກິນເຂົ້າແລງ ແລະ ແຕ່ລະມື້ຜູ້ບ່າວຈະຄອຍຖ້າໃຫ້ຜູ້ສາວ ທຳການ online ເພຶ່ອທີ່ຈະໄດ້ລົມກັນອີກ
ມາຮູ້ຈັກຄຳວ່າ online ກັນກ່ອນ
online ອາດຈະແປວ່າກຳລັງຢູ່ໃນສາຍ ຖ້າກົງກັນຂ້າມກັບ online ຈະເອີ້ນວ່າ offline. ເມື່ອເຮົາກຳລັງ online ຢູ່ເຮົາສາມາດໂຕ້ຕອບກັບຜູ້ທີ່ເຮົາຕ້ອງການລົມນຳ ເຊິ່ງກໍ່ຕ້ອງ online ຄືກັນຈຶ່ງລົມກັນໄດ້ ແບບດຽວກັນກັບການລົມໂທລະສັບ. ການ chat ແມ່ນການຂຽນຂໍ້ຄວາມໂຕ້ຕອບກັນໄປມາລະຫວ່າງຜູ້ສົນທະນາ ໃນຫ້ອງສົນທະນາໃດຫນຶ່ງ, ລອງກຳນົດນາມແຝງໃຫ້ກັບຕົວເອງ ແລ້ວ log in ຫລື sign inເຂົ້າສູ່ເວັບໄຊທີ່ໃຫ້ການບໍລິການດ້ານການ chat ເຊັ່ນ www.inlao.net ຫລື www.mahasan.com. ແລ້ວກໍ່ຈະເຂົ້າໃຈເອງ.
ຢ່າເຜີ chat ຈົນລືມກິນລືມນອນເດີ້ ໃຫ້ຫ້ອງ chat ມີຄົນຕະຫລອດຈາກທົ່ວທຸກມູມໂລກ ເບິ່ງຄືວ່າບໍ່ຮູ້ຫລັບຮູ້ນອນ

search images: ການຊອກຫາຮູບພາບໃນອິນເຕີເນັດ


ການຊອກຫາພາບຖ່າຍສຳລັບການຂຽນບົດໃດຫນຶ່ງທີ່ທາງອາຈານໃຫ້ວຽກບ້ານມາ ເຊັ່ນຫາ ຮູບຖ່າຍສະຖານທີ່ທ່ອງທ່ຽວ ຂອງແຂວງຂອງຕົນ ຫາຮູບຖ່າຍຂອງຜູ້ນຳ ແລະ ອື່ນໆ
ວິທີການ ກໍ່ເປັນແບບດຽວກັນ ກັບການຊອກຫາເວັບໄຊ ພຽງແຕ່ລະບຸລົງໄປໃນ search engine ວ່າໃຫ້ຊອກຫາ image ດ້ວຍການກົດ ປຸ່ມ image ກ່ອນແລ້ວຈຶ່ງກົດ search
ລອງຫາຮູບຂອງແຂວງຕົນເອງດ້ວຍການພິມຊື່ແຂວງ ແລະ search ຫລື ພິມຊື່ບຸກຄົນທີ່ຕ້ອງການຄົ້ນຫາ ລອງເບິ່ງ
ໃນຕົວຢ່າງນີ້ ຂ້ອຍຄົ້ນຫາຮູບຂອງ David Backham


ການໃຊ້ search engine ຊອກຫາເວັບໄຊ

ວິທີທີ່ກຳລັງຈະກ່າວເຖິງ ເປັນວິທີທີ່ດີທີ່ສຸດໃນການໃຊ້ອິນເຕີເນັດ ເພື່ອຊອກຫາຂໍ້ມູນ
ມັນສາມາດຊ່ວຍເຮົາຫາເວັບໄຊທີ່ເຮົາຕ້ອງການໄດ້ຢ່າງວ່ອງໄວ ເປີດຫນ້າເວັບໄຊໃຫ້ພ້ອມ ໂດຍທີ່ເຮົາບໍ່ຈຳເປັນຕ້ອງຮູ້ຈັກຊື່ເວັບໄຊ
ພຽງແຕ່ເຮົາພິມຄຳສັບທີ່ເຮົາຄິດວ່າ ເວັບໄຊທີ່ເຮົາກຳລັງຄົ້ນຫາຈະຕ້ອງມີ ເຮົາເອີ້ນຄຳປະເພດນີ້ວ່າ key word ເຊິ່ງເປັນດັ່ງກຸນແຈໄຂໄປສູ່ຫນ້າເວັບໄຊທີ່ເຮົາຕ້ອງການ
ມາເບິ່ງຕົວຢ່າງການຄົ້ນຫາຂໍ້ມູນນຳກັນ
ກ່ອນອື່ນ ທ່ານຕ້ອງເປີດຫນ້າເວັບໄຊທີ່ເຮັດຫນ້າທີ່ຄົ້ນຫາຂໍ້ມູນໃຫ້ເຮົາ ເຮົາເອີ້ນພວກມັນວ່າ search engine ເຊິ່ງມີຫລາຍຕົວ ເປັນຕົ້ນແມ່ນ http://search.msn.com/, http://search.yahoo.com/, http://www.google.la ແລະ ອື່ນໆ
ສັງເກດ ເຮົາຈະເຫັນປ່ອງສຳລັບປ້ອນຄຳສັບເຂົ້າໄປ ຖ້າເຮົາກຳລັງຊອກຫາຂໍ້ມູນກ່ຽວກັບວຽງຈັນ ເຮົາກໍ່ສາມາດ ພິມຄຳວ່າ”ວຽງຈັນ”ເຂົ້າໄປ ແລະ ກົດ search
search engine ຈະເຮັດຫນ້າທີ່ຄົ້ນຫາທຸກເວັບໄຊທີ່ມີຄຳວ່າ ວຽງຈັນ ແລະ ສະແດງລາຍຊື່ເວັບໄຊອອກມາ ໃຫ້ເຮົາເລືອກເອົາ ເວັບໄຊໃດທີ່ມີຂໍ້ມູນທີ່ເຮົາຕ້ອງການ
ຖ້າວ່າຈຳນວນຫນ້າເວັບທີ່ສະແດງອອກມາ ມີຈຳນວນຫລາຍ ເກີນໄປ ກໍ່ໃຫ້ລອງປ່ຽນຄຳສັບໃຫມ່ ທີ່ຈຳກັດສະເພາະຫນ້າເວັບໄຊກວ່າເກົ່າ
ທ່ານສາມາດໃຊ້ຄຳສັບ ເປັນພາສາລາວຫລືພາສາໃດກໍ່ໄດ້
ຕົວຢ່າງ ທ່ານຊອກຫາເວັບໄຊ ທີ່ມີຄຳວ່າ ”ໄຟຟ້າ” ທ່ານຈະພົບວ່າ 500 ກວ່າລາຍການ ເຊິ່ງອາດຫລາຍເກີນໄປ
ຖ້າທ່ານຊອກຄຳວ່າ ”ໄຟຟ້າລາວ” ທ່ານຈະພົບພຽງແຕ່ 60 ກວ່າລາຍການ

Wednesday, May 2, 2007

ການຮັບສົ່ງ e-mail

ການຮັບສົ່ງ e-mail
ການສົ່ງອີເມລ ແມ່ນເຮັດຕາມຂັ້ນຕອນຄື:
ໄປທີ່ເວັບໄຊ ທີ່ໃຫ້ບໍລິການ ຕົວຢ່າງ ຖ້າທ່ານໃຊ້ yahoo ກໍ່ເປີດໄປເວັບ www.yahoo.com ກົດປຸ່ມ yahoo mail
ໃສ່ທີ່ຢູ່ແລະລະຫັດຜ່ານ ຈາກນັ້ນ ກໍ່ກົດປຸ່ມ sign in ເຂົ້າໄປ
ເມື່ອເຂົ້າໄປແລ້ວເຮົາສາມາດ ອ່ານຈົດຫມາຍທີ່ເຂົາສົ່ງມາໃຫ້ ໃນກ່ອງຮັບ ຫລື inbox ໄຂເຂົ້າໄປເບິ່ງ ຖ້າເຫັນວ່າມີຈົດຫມາຍໃຫມ່ ກໍ່ສາມາດເປີດອ່ານໄດ້ ດ້ວຍການ double click.
ຖ້າຈະສົ່ງຈົດຫມາຍ ກໍ່ສາມາດສ້າງຂໍ້ຄວາມໃຫມ່ ຂຶ້ນມາ new message, ໃສ່ທີ່ຢູ່ເຂົ້າໄປ ໃສ່ຫົວເລື້ອງເຂົ້າໄປ ໃສ່ເນື້ອໃນຈົດຫມາຍ ຄົບແລ້ວກໍ່ກົດສົ່ງ send
ຖ້າຕ້ອງການແນບໄຟລ໌ໄປພ້ອມເຊັ່ນຮູບຖ່າຍ ຫລື ໄຟລ໌ຂໍ້ມູນ ໄປພ້ອມກັບຈົດຫມາຍ ກ່ອນຈະກົດສົ່ງ ໃຫ້ເລືອກ attach ແລະ ເລືອກໄຟລ໌ທີ່ຈະສົ່ງໄປ ທຳການແນບໄຟລ໌ ສຳເລັດແລ້ວ ຈຶ່ງກົດປຸ່ມສົ່ງ



Tuesday, May 1, 2007

ການສະຫມັກຂໍທີ່ຢູ່ e-mail

ການສະຫມັກຂໍທີ່ຢູ່ e-mail
ເມື່ອທ່ານຕ້ອງການ ມີທີ່ຢູ່ e-mail ເປັນຂອງຕົວເອງ ຫລື ຂອງສຳນັກງານ ແບບບໍ່ຕ້ອງເສຍເງິນ ກ່ອນອື່ນຕ້ອງເລືອກວ່າ ຈະເອົາບໍລິການຂອງໃຜ.
ທີ່ນິຍົມກັນ ແມ່ນ hotmail, yahoo mail, gmail ຖ້າແມ່ນຂອງລາວກໍ່ແມ່ນ etllao.
hotmail ແລະ yahoo mail ແມ່ນສາມາດສະຫມັກໄດ້ທັນທີ ໂດຍທ່ານຕ້ອງໃສ່ລາຍລະອຽດຂໍ້ມູນສ່ວນຕົວເຂົ້າໄປ, ຕອບຄົບແລ້ວ ກໍ່ສາມາດໃຊ້ໄດ້ເລີຍ.
ສຳລັບ gmail ແມ່ນທ່ານບໍ່ສາມາດສະຫມັກເອງໄດ້ ແຕ່ສາມາດຂໍການເຊື້ອເຊີນຈາກຜູ້ທີ່ໃຊ້ມາກ່ອນ. ຜູ້ທີ່ໃຊ້ gmail ສາມາດສົ່ງການເຊື້ອເຊີນ ໄປໃຫ້ຜູ້ຕ້ອງການໄດ້ຫລາຍຄົນ.
etllao ເມື່ອກ່ອນກໍ່ສາມາດສະຫມັກໄດ້ທັນທີ ດຽວນີ້ ເພິ່ນໃຫ້ສະຫມັກທາງໂທລະສັບ 021260022.

Saturday, April 28, 2007

what's e-mail ? ອີແມວແມ່ນຫຍັງ ?

ອີແມວແມ່ນຫຍັງ
ອີເມລ ຫຍໍ້ມາຈາກ electronic mail ຫລື ຈົດຫມາຍແບບເອເລັກໂຕຣນິກ ຂຽນຫຍໍ້ແມ່ນ e-mail.
ຖ້າເປັນຈົດຫມາຍແບບທຳມະດາ ແມ່ນຕ້ອງຝາກທາງລົດ, ເຮືອ ຫລື ເຮືອບິນ ໃຊ້ເວລາໃນການຂ້າມນ້ຳຂ້າມທະເລ ຈຶ່ງໄປຮອດຈຸດຫມາຍ ແລະ ຍັງສ່ຽງຕໍ່ການເສຍຫາຍ.
ຖ້າຝາກແບບທຳມະດາກໍ່ຕ້ອງເສຍຄ່າສະແຕມ ຖ້າຝາກດ່ວນ ກໍ່ຕ້ອງຈ່າຍເພີ້ມ.
ຖ້າເປັນ ອີເມລ ແມ່ນວ່ອງໄວກວ່າ ຝາກປຸບຮອດປັບ ແບບດຽວກັບ FAX ແຕ່ວ່າ fax ມັກເຮັດໃຫ້ຕົວຫນັງສື ອ່ານຍາກ ແລະ ສະແດງສີໄດ້ບໍ່ງາມ ມີແຕ່ສີຂາວກັບສີດຳ.
ຖ້າຕ້ອງການສົ່ງ ອີເມລ ໃຫ້ໃຜກໍ່ຕາມ ເຮົາຕ້ອງມີທີ່ຢູ່ຂອງທັງຜູ້ສົ່ງ ແລະ ຜູ້ທີ່ຈະຮັບ ທີ່ເອີ້ນກັນວ່າ e-mail address. ເຮົາສາມາດຂໍ e-mail address ຈາກເຂົາ ຫລື ເຂົາມັກຈະມີໄວ້ໃນນາມບັດ ບໍ່ຕ່າງຫຍັງກັບເບີໂທລະສັບ. ຖ້າເຮົາບໍ່ມີ e-mail address ຂອງຕົວເອງ ເຮົາສາມາດສະຫມັກຈາກເວັບຕ່າງໆ ເຊິ່ງໃຫ້ການບໍລິການດ້ານນີ້, ມີທັງແບບຈ່າຍເງິນ ແລະ ແບບບໍ່ເສຍເງິນ.
ຜູ້ໃຫ້ການບໍລິການ e-mail address ແບບບໍ່ຈ່າຍເງິນໃນສປປລາວແມ່ນ www.etllao.com. e-mail address ແບບບໍ່ເສຍຄ່າທີ່ນິຍົມໃຊ້ຫລາຍ ອາດຈະແມ່ນ hotmail ຈາກ www.msn.com, yahoo mail ຈາກ www.yahoo.com, gmail ຂອງ www.google.com
ເພິ່ນໃຊ້ e-mail ເພື່ອຂຽນຈົດຫມາຍ ສົ່ງ file ຮູບພາບ ແລະ file ຂໍ້ມູນ ໃຫ້ກັນ.
ຂ້າພະເຈົ້າໄດ້ລອງໃຊ້ຫລາຍອັນ ແຕ່ມັກກວ່າຫມູ່ແມ່ນ hotmail ມັນສາມາດສົ່ງຂໍ້ຄວາມທາງ e-mail ແລະ chat ໃນ msn messenger ເປັນພາສາລາວ ດ້ວຍ lao unicode font

ຕິດຕັ້ງ lswin603 ແລ້ວ ຍັງຂຽນລາວບໍ່ໄດ້

ເມື່ອຕິດຕັ້ງແລ້ວ ຈະມີຕົວ “ລ” ຂຶ້ນໃນ taskbar
ເມື່ອໄປຄລິກໃສ່ມັນ ສີມັນຈະເຂັ້ມຂຶ້ນ ແລະ ສາມາດພິມລາວໄດ້
ຖ້າ ຕົວ ”ລ” ເປັນສີດຳ ແມ່ນ font code = LSwin ແບບນີ່ໃຊ້ບໍ່ໄດ້
ໃຫ້ right click ໃສ່ຕົວ ລ
ເລືອກ font codes > ເລືອກ unicode
ເມື່ອໄປຄລິກໃສ່ມັນ ສີມັນຈະເຂັ້ມຂຶ້ນ ຖ້າ ຕົວ ”ລ” ເປັນສີແດງ ແມ່ນ font code = unicode ແບບນີ່ໃຊ້ໄດ້
ສະຫລຸບ: ເມື່ອຕິດຕັ້ງແລ້ວ ໃຫ້ປ່ຽນຄ່າ font code ໃຫ້ເປັນ unicode



Friday, April 27, 2007

ຢາກຂຽນພາສາລາວໃນເວັບບອດ

webboard ແມ່ນບ່ອນທີ່ມີຜູ້ໃດຜູ້ຫນຶ່ງເຂົ້າມາຕັ້ງກະທູ້ (topic) ຫລື ຕັ້ງຄຳຖາມໃຫ້ຜູ້ອ່ານຜູ້ອື່ນໆ ທີ່ເຂົ້າມາອ່ານ ສາມາດຕອບ ແລະ ປະກອບຄຳເຫັນ ກ່ຽວກັບກະທູ້ທີ່ຕັ້ງຂຶ້ນ.
ເວັບບອດໄດ້ຮັບຄວາມນິຍົມຫລາຍ ເຮັດໃຫ້ຜູ້ຄົນໄດ້ສົນທະນາແລກປ່ຽນຄວາມຄິດນຳກັນຜ່ານອິນເຕີເນັດ ຫລາຍໆເວັບຂອງລາວທີ່ໄດ້ຮັບຄວາມນິຍົມ ລ້ວນແຕ່ຕ້ອງມີເວັບບອດ.
ເວັບໄຊ ພະນົມສິນກໍ່ມີເວັບບອດຄືກັນ ເອົາໄວ້ໃຫ້ຜູ້ທີ່ມີບັນຫາໃນການໃຊ້ຄອມພິວເຕີໃນຊີວິດປະຈຳວັນ ຫລື ບັນຫາກ່ຽວກັບໄຟຟ້າ ສາມາດຕັ້ງຄຳຖາມ ເພື່ອປຶກສາບັນຫາ ລະຫວ່າງສະມາຊິກພາຍໃນເວັບບອດດ້ວຍກັນ. ໃນເວັບບອດພະນົມສິນ ຮອງຮັບຫລາຍພາສາ ທ່ານສາມາດພິມ(key)ຄຳເຫັນຂອງທ່ານ ເປັນພາສາອັງກິດ, ລັດເຊຍ, ໄທ ຫລື ລາວ.
ຄົນລາວກໍ່ຕ້ອງນິຍົມໃຊ້ພາສາລາວ ແຕ່ການຂຽນພາສາລາວລົງເວັບບອດ ຕ້ອງມີຂັ້ນຕອນຂອງມັນ. ຕ້ອງມີຊອບແວ ທີ່ຊ່ວຍທ່ານຂຽນຕົວຫນັງສື lao unicode. ມີທາງເລືອກຢູ່ຄື:
ໃຊ້ laoscript for windows version 6 ຫລືສູງກວ່າ ເຊິ່ງສາມາດຊື້ ແລະ download ຈາກ http://www.laoscript.net/downloads/ . ອ່ານຕໍ່
ໃຊ້ Lao unicode keyboard ເຊິ່ງທ່ານສາມາດ download ໂດຍບໍ່ເສຍຄ່າ ຈາກ http://www.laohub.com/static_html/lang/keyboard/lao_key.exe . ອ່ານຕໍ່
ຖ້າທ່ານຍັງມີອັນໃດສົນໃຈ ທ່ານກໍ່ສາມາດເຂົ້າໄປຕັ້ງກະທູ້ໃນເວັບບອດພະນົມສິນ ໄດ້ຕະຫລອດ

Tuesday, April 24, 2007

ວິທີຈັດການກັບເວັບໄຊ ທີ່ຕ້ອງການກັບເຂົ້າໄປອ່ານອີກ

ຖ້າເຮົາຊອກຫາເວັບໄຊທີ່ຕ້ອງການແລ້ວ ແຕ່ບໍ່ມີເວລາອ່ານລະອຽດ ແຕ່ຕ້ອງການອ່ານອີກ ເມື່ອຕອນມີເວລາ. ມີທາງເລືອກຢູ່ຫລາຍທາງ:

  1. ສັ່ງ print ອອກມາເປັນເຈ້ຍ ເພາະສາມາດນຳກັບໄປອ່ານຢູ່ເຮືອນ ຫລື ບ່ອນທີ່ບໍ່ມີຄອມພິວເຕີ ແລະ ອິນເຕີເນັດ.
  2. save ເປັນ file ເມຶອ ເພື່ອສາມາດອ່ານໄດ້ອີກ ຢູ່ຫ້ອງການຫລືຢູ່ບ້ານ ບໍ່ຕ້ອງກັບໄປຮ້ານເນັດອີກ. ໄປທິ່ file > save as ເລືອກ format ໃດກໍ່ໄດ້ (ຖ້າບໍ່ແນ່ໃຈກໍ່ ເລືອກເອົາເທື່ອລະຢ່າງຈົນຫມົດ) ຖ້າຕ້ອງການ save ຫລາຍຫນ້າ ແມ່ນຕ້ອງເປີດຫນ້າໃດ save ຫນ້ານັ້ນ save ເທື່ອດຽວບໍ່ໄດ້ທຸກຫນ້າດອກ
  3. ແຕ່ຖ້າທ່ານໃຊ້ອິນເຕີເນັດຈາກຫນ່ວຍຄອມພິວເຕີທີ່ຢູ່ໃນການຄຸ້ມຄອງຂອງທ່ານເອງ ອັນນີ້ກະງ່າຍແດ່ ເພາະທ່ານສາມາດໃຫ້ ໂປແກມ internet explorer ທີ່ມາກັບ windows ຊ່ວຍເກັບໄວ້ໃຫ້ ໂດຍການເພີ້ມເຂົ້າໃນລາຍຊື່ເວັບໄຊທີ່ຕ້ອງເຂົ້າປະຈຳ ເຮັດໄດ້ໂດຍ ໄປທີ່ favourite > add to favourite. ສາມາດກັບມາອ່ານໄດ້ອີກ ເມື່ອຕ້ອງການ ໂດຍກົດທີ່ favourite ຫລືຕັ້ງໃຫ້ເປັນແບບ available offline ກໍ່ສາມາດເປີດອ່ານໄດ້ໂດຍບໍ່ຕ້ອງເຊື່ອມຕໍ່ອິນເຕີເນັດ

ພິມພາສາລາວລົງໃນເວັບແບບສຸກເສີນ

ຖ້າໄປຮ້ານອິນເຕີເນັດແລ້ວ ເຂົາບໍ່ຕິດຕັ້ງ Laoscript for windows version 6 ຂຶ້ນໄປ.
ອັນນີ້ກະຍອມ ຢາກຂຽນບລັອກ ກະບໍ່ໄດ້.
ພາສາໃດເພິ່ນກະໃສ່ໄວ້ຫມົດ ມີຮອດພາສາເກົາຫລີ ຍີ່ປຸ່ນ.
ບາດພາສາລາວໂຕເອງພັດບໍ່ມີໃສ່ ໄຄແດ່ແຕ່ຕິດຕັ້ງ saysettha OT ໄວ້, ພໍໄດ້ອ່ານຂ່າວລາວ.
ບາງຮ້ານກະຍັງບໍ່ມີຊ້ຳ ສົງໄສວ່າບໍ່ເຄີຍມີຄົນລາວເຂົ້າຮ້ານເພິ່ນ. ຖ້າເປັນແບບນີ້ ກໍ່ ຈຳເປັນລະ ຄົງຕ້ອງໄປຮ້ານອື່ນ

ແຕ່ຖ້າເພິ່ນຕິດຕັ້ງ saysettha OT ໄວ້ ກໍ່ພໍມີທາງອອກໃຫ້ຕົວເອງຢູ່, ຢູ່ຕ່າງແຂວງ ມັນບໍ່ມີຮ້ານໃຫ້ເລືອກຫລາຍ ຄືຢູ່ວຽງຈັນ
ກະໃຊ້ວິທີນີ້ ໄປທີ່ເວັບພະນົມສິນ ແລະ ກົດທີ່ຫນ້າ ພິມພາສາລາວ, ຂຽນທຸກຢ່າງທີ່ຕ້ອງການລົງຫັ້ນ ແລະ ກໍ່ copy and paste ໃສ່ບ່ອນທີ່ຕ້ອງການ 
ຈົບ

Monday, April 23, 2007

ทำไมเว็บลาวตัวหนังสือเป็นสี่เหลี่ยม

ถ้าหากว่าคุณเห็นสี่เหลี่ยมเต็มไปหมดในหน้าเว็บภาษาลาว ให้ดาวโหลด Lao Unicode font ในที่นี้ขอแนะนำ Saysettha OT จากเว็บไซต์นี้ www.laoscript.net/downloads

ทำการ เซฟ เก็บไว้ในที่ที่เราจะหาเจอง่ายในเครื่องคอมพิวเตอร์ของเรา อาจจะเป็น d:\ ก็ได้

จากนั้นก็ทำการติดตั้ง โดยกดที่ Start>control panel>font

File>install new font

เลือกโฟลเดอร์ที่เราเก็บ Saysettha OT เอาไว้

เลือก select all หรือเลือกชื่อ Saysettha OT กด OK

ก็เป็นอันเรียบร้อย จากนี้ก็กลับไปลองอ่านเว็บลาวกันอีกที ปรกติก็จะใช้ได้ทันที ไม่มีปัญหา

Can not read Lao texts from Lao websites

If you see Lao texts appear as all small squares. You will need Lao unicode font and I recommend Saysettha OT. Download it from the following website www.laoscript.net/downloads. Save it in easy to find place on your hard drive such as d:\.
Install it from Start>control panel>font
File>install new font
select location where you saved Saysettha OT
Press select all or select the font
Press OK. All done. Try reading Lao texts again. In most cases it works.

Saturday, April 21, 2007

ໃຊ້ສາລະບານເວັບໄຊແບບອອນລາຍ ແທນການຊື້ປຶ້ມ

ທ່ານຮູ້ບໍ່ວ່າ ຕອນທຳອິດທຳອໍ່ ເວັບໄຊພະນົມສິນ ບໍ່ໄດ້ມີຫລາຍຫນ້າຄືດຽວນີ້ ມີພຽງແຕ່ຫນ້າດຽວ ແລະ ໃນຫນ້າດັ່ງກ່າວ ມີ link ໄປຫາເວັບໄຊອື່ນໆທີ່ຈຳເປັນຕ້ອງໃຊ້ປະຈຳ
ເຮັດແນວນັ້ນກໍ່ຍ້ອນວ່າ

  1. ເວັບທີ່ຕ້ອງເຂົ້າປະຈຳມີຈຳນວນຫລາຍ ບໍ່ວ່າສິເປັນ ຫນັງສືພິມ ວິທະຍຸ ໂທລະພາບ ເວັບລາວ ເວັບຕ່າງປະເທດ ຂີ້ຄ້ານຈື່ຊື່ເວັບ ຈຶ່ງເກັບໄປໄວ້ຫນ້ານັ້ນ
  2. ຕາງແບ່ງປັນປະສົບການໃຫ້ຫມູ່ຄູ່ ໃຫ້ໄດ້ເຂົ້າເບິ່ງເວັບທີ່ເຮົາໄດ້ເລືອກໄວ້ແລ້ວ ແລະ ຈັດເປັນຫມວດຫມູ່ໃຫ້ພ້ອມ
ສາລະບານເວັບໄຊທີ່ເກັບໄວ້ຫນ້າເວັບໄຊ ກໍ່ບໍ່ຕ່າງຫຍັງກັບປຶ້ມທີ່ມີວາງຂາຍ ແຕ່ວ່າ ງ່າຍແກ່ການໃຊ້ງານກວ່າປຶ້ມ
ບໍ່ຕ້ອງຖືໄປຖືມາໃຫ້ຫນັກ ບໍ່ຕ້ອງຊຶ້ ແລະ ມີຄວາມຖືກຕ້ອງທັນກັບສະພາບກວ່າປຶ້ມ
ສາລະບານເວັບໄຊ ຫລືລວມເວັບໄຊ ມີຫລາຍຊື່ເອີ້ນ ເປັນຕົ້ນແມ່ນ : website portal, web index, web directories...
ການໃຊ້ງານກໍ່ງ່າຍ ພຽງແຕ່ໄປທີ່ ຫມວດທີ່ຕ້ອງການ ແລະ ກໍ່ຄລິກ ໃສ່ link ທີ່ຕ້ອງການ ແລ້ວຫນ້າເວັບໄຊກໍ່ຈະເປີດອອກມາ
ຕໍ່ໄປນີ້ແມ່ນຫນ້າເວັບໄຊທີ່ເກັບລາຍຊື່ເວັບຕ່າງໄວ້ ເລືອກມາໃຫ້ແລ້ວ ລວມລິ້ງຈາກເວັບພະນົມສິນ

Thursday, April 19, 2007

ເປີດເວັບລາວແລ້ວອ່ານບໍ່ອອກ


ມັນເປັນໄປໄດ້ໃນສອງກໍລະນີ

  • ຕົວອັກສອນລາວ ອ່ານໄດ້ ແຕ່ວ່າວັນນະຍຸດ ແລະ ສະຫລະ ທີ່ເພິ່ນໃຊ້ມັນບໍ່ຢູ່ຖືກທີ່ຖືກທາງ ຕົວຢ່າງ ຄຳວ່າ ກິນ ຈະເຫັນເປັນ ກ ິ ນ. ມັນມັກເປັນກັບສິ່ງທີ່ເຮົາຂຽນໄວ້ເທິງ ຫລື ໄວ້ລຸ່ມ ພະຍັນຊະນະ. ອັນນີ້ບາງຄົນເອີ້ນວ່າ ພາສາລາວມັນແຕກ
  • ເຫັນອັກສອນລາວເປັນ ສີ່ລ່ຽມ ໄປຫມົດ �����

ທັງສອງແບບ ເປັນຍ້ອນວ່າ ໃນເຄື່ອງພິວເຕີຂອງທ່ານ ບໍ່ມີ font ທີ່ໃຊ້ກັບພາສາລາວທາງອິນເຕີເນັດ ທີ່ເພິ່ນເອີ້ນວ່າ Lao unicode font
ເວັບໄຊລາວທັງຫລາຍ ອາດໃຊ້ font ຕ່າງກັນ ສຳລັບເວັບໄຊພະນົມສິນ ແລະເວັບອື່ນໆ ສ່ວນຫລາຍແມ່ນໃຊ້ saysettha OT.
saysettha OT ສາມາດເອົາມາຕິດຕັ້ງໄດ້ໂດຍບໍ່ເສຍຄ່າໃຊ້ຈ່າຍ ໂດຍໄປທີ່ເວັບໄຊ www.laoscript.net/downloads/ ແລະ ທຳການ save saysettha OT ລົງເຄື່ອງຄອມພິວເຕີຂອງເຮົາ ເຊັ່ນ ລົງຊ່ອງ D ແລ້ວກໍ່ຕິດຕັ້ງ
ການຕິດຕັ້ງແມ່ນ ໄປທີ່ control panel>font>install new font ໄປຫາບ່ອນທີ່ເຮົາ save font ໄວ້ກ່ອນ, ເລືອກມັນ ແລະ ກໍ່ຕິດຕັ້ງເລີຍ ກໍ່ເປັນອັນວ່າຮຽບຮ້ອຍ
ກວດກາເບິ່ງຫນ້າເວັບ ວ່າອ່ານໄດ້ຫລືຍັງ ປົກກະຕິບໍ່ມີບັນຫາຫຍັງ
ຂະບວນການ save ຂໍ້ມູນຈາກອິນເຕີເນັດລົງເຄື່ອງຄອມພິວເຕີຂອງເຮົາ ເອີ້ນວ່າ download ແລະ ໃນທາງປີ້ນກັບ ເອົາຂໍ້ມູນຈາກຄອມພິວເຕີ ຂຶ້ນສູ່ອິນເຕີເນັດ ເອີ້ນວ່າ upload

Tuesday, April 17, 2007

ຊື້ປຶ້ມສາລະບານລາຍຊື່ເວັບໄຊດີບໍ່?

ດຽວນີ້ເພິ່ນມີປຶ້ມສາລະບານເວັບໄຊວາງຂາຍແລ້ວ ເປັນພາສາໄທ ລາຄາຫນ້າຈະບໍ່ເກີນ 300 ບາດ ຖ້າເກີນກໍ່ເລັກນ້ອຍ ປະມານນີ້ຫນີ້ລະ, ອັນທີ່ເປັນພາສາລາວ ນັ້ນຂ້າພະເຈົ້າບໍ່ເຫັນຜ່ານຕາ
ເປັນຫຍັງຈຶ່ງຄິດຢາກຊື້ ຄຳຕອບກໍ່ຄື ປຶ້ມມັນດີຫລາຍຢ່າງ 1. ບໍ່ຕ້ອງຈື່ຊື່ເວັບໄຊ ຈະເອົາອັນໃດ ເປີດປຶ້ມໃສ່ໂລດ 2. ມັນມີຄົບທຸກຫມວດ ແລະ ຈັດເປັນຫມວດໃຫ້ແລ້ວ ຖ້າສົນໃຈຫມວດໃດກໍ່ແມ່ນເປີດຫາໂລດ 3. ມັນມີຈຳນວນ ຫລວງຫລາຍຄົບຖ້ວນ ບໍ່ຕ້ອງມາເສຍເວລາຊອກໄປເທື່ອລະເວັບ 4. ຍັງມີດີອື່ນໆອີກ
ແຕ່ວ່າ, ທຸກສິ່ງໃນໂລກກະບໍ່ສົມບູນແບບໄປໄດ້ທັງຫມົດ ມີຈຸດດີກະຕ້ອງມີຈຸດອ່ອນ ເມື່ອພິຈາລະນາຈຸດດີແລ້ວ ຍັງເຫັນຈຸດອ່ອນຕ່າງໆຄື: 1. ມີເວັບໄຊໃຫມ່ເກີດຂຶ້ນຕະຫລອດເວລາ ແລະ ປຶ້ມທີ່ພິມອອກ ບໍ່ອາດ ຈະເກັບເຂົ້າໄວ້ໃນປຶ້ມທັນ ໂດຍສະເພາະ ຫລັງຈາກປຶ້ມຖືກພິມອອກ ດັ່ງນັ້ນປຶ້ມຈຶ່ງບໍ່ທັນກັບສະພາບພໍປານໃດ ໂດຍສະເພາະປຶ້ມທີ່ພິມອອກມາດົນແລ້ວ 2. ປຶ້ມກະມີລາຄາແພງພໍສົມຄວນ ແລະ ກໍ່ຫາຊື້ຍາກ 3. ຍັງບໍ່ຮູ້ວ່າມີຫຍັງອີກແດ່ ແຫະ ແຫະ...
ແລ້ວສິເຮັດແນວໃດ? ອັນນີ້ ກະພິຈາລະນາກັນເອງ ໂດຍສົມທຽບຈຸດດີແລະຈຸດອ່ອນ ຖ້າປຶ້ມມີວາງຂາຍ, ທ່ານສາມາດຊື້ໄດ້ ແລະ ມັນສາມາດເຮັດໃຫ້ທ່ານພໍໃຈ ກະດີແລ້ວ ຊື້ໂລດ.
ແຕ່ຖ້າວ່າ ມັນເປັນໄປໃນທາງກົງກັນຂ້າມ ກະບໍ່ເປັນຫຍັງ ຍັງມີທາງເລືອກອື່ນອີກຢູ່ ລໍຖ້າອ່ານຕໍ່ໃນບົດຕໍ່ໄປ.

Saturday, April 14, 2007

ເມື່ອເຂົ້າໄປຫນ້າເວັບໄຊແລ້ວ ເຮັດແນວໃດຕໍ່

ຫນ້າເວັບໄຊກໍ່ຄືກັນກັບຫນ້າວາລະສານ ມີຫນ້າຫນື່ງ ມີຫນ້າອື່ນໆ ມີສາລະບານ. ປົກກະຕິໃນເວັບໄຊ ຈະມີຫນ້າທຳອິດ ທີ່ເອີ້ນວ່າ home, about us or contact us ນີ້ແມ່ນໃຊ້ອະທິບາຍກ່ຽວກັບເຈົ້າຂອງເວັບ ແລະ ວິທີຕິດຕໍ່ເພິ່ນ ນອກນັ້ນກະມີຫນ້າອື່ນໆ ແລ້ວແຕ່ການອອກແບບຂອງແຕ່ລະເວັບ.
ໃນກໍລະນີຂອງເວັບພະນົມສິນ ມີຫລາຍຫນ້າ ສົມຄວນ. ເຊັ່ນ: ຫນ້າທຳອິດ, ກ່ຽວກັບເຮົາ, ບົດຄວາມ, ລວມລິ້ງ, ພິມພາສາລາວ ແລະ ແລກປ່ຽນຄຳເຫັນ ເຊິ່ງໄດ້ເຮັດເປັນປຸ່ມໄວ້ ໃຫ້ສາມາດເລືອກກົດເອົາ ວ່າຈະອ່ານຫນ້າໃດ. ເພິ່ນເອີ້ນປຸ່ມພວກນີ້ວ່າ navigation bar. ນອກຈາກການໃຊ້ປຸ່ມພວກນີ້ ເພື່ອເປີດອ່ານຫນ້າຕ່າງໆໃນເວັບໄຊແລ້ວ ຍັງມີສິ່ງທີ່ເອີ້ນວ່າ link ອັນນີ້ເຮັດຫນ້າທີ່ນຳເຮົາໄປສູ່ ວັກໃດຫນຶ່ງໃນຫນ້າທີ່ເປີດຢູ່ ຫລື ຫນ້າອື່ນໃນເວບໄຊດຽວກັນ ແມ້ແຕ່ຫນ້າໃນເວັບໄຊອື່ນ. link ມັກຈະເປັນຂໍ້ຄວາມສີຟ້າມີຂີດກ້ອງ ຫລື ບໍ່ມີກະໄດ້ ສີກໍ່ອາດຈະບໍ່ເປັນສີຟ້າ ແຕ່ສັງເກດວ່າ ເວລາເຮົາເອົາ mouse ໄປຊີ້ໃສ່, mouse ຈະປ່ຽນຮູບຈາກຮູບລູກສອນ ກາຍເປັນຮູບ ມື. ຈື່ໄວ້ວ່າ ເມື່ອໃດທີ່ mouse ເປັນຮູບມືແມ່ນສາມາດ click ໃສ່ໄດ້ຫມົດ. ສົມທຽບໃສ່ເຮົາໄດ້ເລາະໄປ ຕາມບ່ອນຕ່າງໆ ລິ້ງໄປຫນ້າເລີຍໆ ແລະ ເຮົາກໍ່ພົບວ່າເຮົາຫລົງທາງ ຫາທາງເມືອບໍ່ໄດ້. ຖ້າຍັງຢູ່ໃນເວັບໄຊດຽວກັນ ແມ່ນກົດປຸ່ມຫນ້າທຳອິດ ແລ້ວທ່ານກໍ່ຈະກັບມາ, ປຸ່ມຫນ້າທຳອິດ ມີຫລາຍຊື່ ເຊັ່ນ: ຫນ້າຫລັກ, ຫນ້າແຣກ, home, ຫນ້າທີ1, ຫນ້າທຳອິດ ແລ້ວແຕ່ຜູ້ອອກແບບຂອງແຕ່ລະເວັບໄຊ. ຂໍສົ່ງທ້າຍວ່າ ເມື່ອໃດທີ່ mouse ປ່ຽນເປັນຮູບມືແມ່ນສາມາດ click ໃສ່ໄດ້ຫມົດ.

Friday, April 13, 2007

www ແມ່ນຫຍັງ?

www ແມ່ນຫຍັງ?
ມັກມີຫລາຍຄົນຖາມບັນຫານີ້ກັບຂ້າພະເຈົ້າ ວ່າ www ຫລື W ສາມໂຕນີ້ ມັນແມ່ນຫຍັງ? ເປັນຫຍັງຊື່ເວັບ ຫລື domain name ມັນຈຶ່ງມັກຂຶ້ນຕົ້ນດ້ວຍສາມໂຕນີ້.
ຂໍລອງອະທິບາຍເບິ່ງ ຖ້າຜິດພາດຂາດເຂີນໄປກະຂໍໃຫ້ເພີ້ມໃສ່ໃຫ້ແດ່ ໃນບ່ອນ comment.
www ຫຍໍ້ມາຈາກ world wide web. ແປໄປເທື່ອລະຕົວນຳກັນເນາະ, web ແປວ່າໄຍແມງມຸມ ຫລື ແມ່ນການເຊື່ອມໂຍງກັນເປັນໂຍງໄຍປານໄຍແມງມຸມ ລະບົບເຄືອຂ່າຍຄອມພິວເຕີໃນປະຈຸບັນມັນເປັນແບບນີ້ລະ, world wide ກໍ່ແມ່ນທົ່ວໂລກ ດັ່ງນັ້ນ ແປລວມແມ່ນ ການໂຍງໄຍກັນໄປທົ່ວໂລກ. ຊື່ເວັບໃນໂລກນີ້ ສ່ວນໃຫຍ່ແມ່ນ ຂຶ້ນຕົ້ນດ້ວຍສາມຕົວນີ້
ຍົກເວັ້ນເວັບພະນົມສິນ ກະສະແດງວ່າເວັບພວກນັ້ນ ເປັນເວັບລະດັບໂລກຫວາ? ຄົງບໍ່ແມ່ນແບບນັ້ນດອກ, www.hollosite.com ເປັນ domain, ສ່ວນ pnomsin.hollosite.com ເປັນ subdomain.
ສ່ວນໃຫຍ່ແລ້ວ subdomain ບໍ່ຂຶ້ນຕົ້ນດ້ວຍ www
ອ່ານຕໍ່ທີ່ http://th.wikipedia.org/wiki/โดเมนเนม

ໃຊ້ໂປແກມໃດເປີດຫນ້າເວັບໄຊ

ສົມມຸດວ່າ ທ່ານນັ່ງຢູ່ໃນຮ້ານອິນເຕີເນັດ ຫລື ສົມມຸດວ່າຄອມພິວເຕີທ່ານ ໄດ້ເຊື່ອມຕໍ່ກັບອິນເຕີເນັດແລ້ວ ແລະ ກຳລັງນັ່ງຢູ່ຫນ້າຈໍຄອມພິວເຕີ ທີ່ວ່າງ (ບໍ່ທັນໄດ້ເຂົ້າເວັບໄຊໃດໆ).
ຂໍອະທີບາຍວ່າເວັບໄຊ (website) ແມ່ນຫນ້າເອກະສານຊະນິດຫນຶ່ງ ທີ່ເຮົາສາມາດເປີດອ່ານ ແບບດຽວກັບຫນ້າວາລະສານ ຫລື ຫນ້າຫນັງສືພິມ (ຈະອະທິບາຍຕື່ມໃນຕອນຕໍ່ໄປ) ຖ້າທ່ານຕ້ອງການເຂົ້າສູ່ຫນ້າເວັບໄຊ ແມ່ນໃຫ້ແນມຫາສັນຍາລັກ ຕົວ e ດັ່ງເຫັນໃນຮູບ ເຊິ່ງເປັນ icon ຂອງ ໂປແກມ internet explorer ທີ່ເພິ່ນໃຊ້ໄວ້ເປີດຫນ້າເວັບໄຊ.

ໂປແກມດັ່ງກ່າວຈະມີຢູ່ຄອມພິວເຕີທຸກຫນ່ວຍທີ່ໃຊ້ໂປແກມ windows. ທ່ານສາມາດຊອກເຫັນ icon ຂອງ ໂປແກມ internet explorer ໄດ້ຈາກຫລາຍບ່ອນ ແຕ່ເຮົາມາເລີ້ມຈາກ ການຄລິກປຸ່ມ start > all program > internet explorer ຕາມລຳດັບ
ເມື່ອເປີດອອກມາແລ້ວສ່ວນໃຫຍ່ ຈະເຫັນມີຫນ້າເວັບໄຊອັນໃດອັນຫນຶ່ງເປີດອອກມາ (ບາງເທື່ອເປີດອອກມາກະພົບຫນ້າວ່າງເປົ່າ) ຫນ້າເວັບທີ່ເປີດອອກມາພ້ອມກັບໂປແກມ internet explorer ເພິ່ນເອີ້ນຫນ້າເວັບແບບນີ້ວ່າ home page ມັກຈະເປັນເວັບໄຊຂອງບໍລິສັດດຽວກັນກັບ windows ນັ້ນກະຄື www.msn.com
ທຸກເວັບຈະມີຊື່ຂອງມັນ ແບບດຽວກັບຫນັງສືພິມ ກໍ່ຈະມີ ວຽງຈັນໃຫມ່, ປະເທດລາວ, ປະຊາຊົນ ແລະ ອື່ນໆ, ສ່ວນຫນ້າເວັບໄຊ ກໍ່ມີຊື່ຂອງມັນ ເຊັ່ນ: www.vientianemai.net, www.kplnet.net, www.pasaxon.org.la ຊື່ຂອງເວັບໄຊຈະເອີ້ນວ່າ domain name
ເມື່ອເຮົາຕ້ອງການໄປຫນ້າເວັບໄຊອື່ນ ຕ້ອງພິມຊື່ domain name ຂອງຫນ້າເວັບນັ້ນໃສ່ເຂົ້າໄປໃນ address bar ທີ່ເປັນປ່ອງສຳລັບຮັບຂໍ້ຄວາມໄດ້ ເຊັ່ນຈະເຂົ້າເວັບພະນົມສິນ ຕ້ອງພິມ pnomsin.hollosite.com ກົດ enter ແລ້ວລໍຖ້າ, ໂປແກມ internet explorer ຈະເຮັດຫນ້າທີ່ ເປີດຫນ້າເວັບພະນົມສິນອອກມາ.

ໂປແກມທີ່ເຮັດຫນ້າທີ່ເປີດຫນ້າເວັບ ເພິ່ນເອີ້ນວ່າ browser ມີນຳກັນຕັ້ງຫລາຍໂປແກມ ເຊັ່ນ internet explorer, Mozilla fire fox, opera ສອງອັນຫລັງສຸດມັກຈະບໍ່ມີມາກັບຄອມພິວເຕີ ຕ້ອງຊື້ຫລື download ມາຕິດຕັ້ງຕ່າງຫາກ

Wednesday, April 11, 2007

ສະບາຍດີ

ຢາກຊ່ວຍເຫລືອເພື່ອນໆຊາວລາວ ທີ່ບໍ່ຄ່ອຍມີໂອກາດເຂົ້າຫາອິນເຕີເນັດ. ເມື່ອໄດ້ເຂົ້າແລ້ວ ກໍ່ບໍ່ຮູ້ຈັກວ່າຈະເລີ້ມຈາກໃສໄປໃສ. ຂ້າພະເຈົ້າໄດ້ພົບກັບຜູ້ປະສົບບັນຫາທີ່ກ່າວມານີ້ ຫລາຍຄົນ ແລະ ພວກເຂົາມີຈຳນວນເພີ້ມຂຶ້ນທຸກມື້ ເພາະບ້ານເມືອງຈະເລີນຂຶ້ນ ແລະ ອິນເຕີເນັດກໍ່ເຂົ້າຫາໄດ້ງ່າຍຂຶ້ນ. ຫວັງວ່າສິ່ງທີ່ຂ້າພະເຈົ້າຈະນຳສະເຫນີ ຄົງເປັນການປະກອບສ່ວນ ບໍ່ຫລາຍກໍ່ນ້ອຍ ເພື່ອຊ່ວຍເຂົາເຈົ້າເຂົ້າສູ່ໂລກcyber ໄດ້ຢ່າງງ່າຍດາຍກວ່າເກົ່າ ແລະ ສາມາດຊອກເຫັນໃນສິ່ງທີ່ຕ້ອງການ.

ຖ້າທ່ານມີເພື່ອນທີ່ປະສົບບັນຫານີ້ ແລະ ທ່ານບໍ່ມີເວລາອະທິບາຍໃຫ້ເຂົາເຂົ້າໃຈ ກະລຸນາພິມບົດຄວາມໃນຫນ້າເວັບນີ້ ສົ່ງໃຫ້ເຂົາເຈົ້າ ຫລື ແນະນຳເຂົາເຈົ້າເຂົ້າມາອ່ານ ໃນເວັບນີ້ດ້ວຍ.
ຂອບໃຈລ່ວງຫນ້າ
ຈາກ ພະນົມສິນ

ກະທູ້ມາໃຫມ່ຈາກເວັບບອດພະນົມສິນ

Twitter / laozaa