link ທີ່ຫນ້າສົນໃຈ ຈາກຜູ້ອຸປະຖຳ

ບົດຄວາມຫລ້າສຸດ ຈາກ www.pnomsin.com

Wednesday, May 21, 2008

ໃຊ້ອິນເຕີເນັດ check spelling

ມື້ນີ້ ມີຄົນໂທຫາແຕ່ເຊົ້າ ຖາມເລື້ອງການ ສະກົດຄຳພາສາອັງກິດ.
ຜູ້ກ່ຽວຕ້ອງການບໍລິຈາກເງິນໃຫ້ກັບຜູ້ປະສົບໄພ ຈາກພາຍຸຢູ່ປະເທດທີ່ມຽນມ້າ.
ບັນຫາ ຂອງຜູ້ກ່ຽວແມ່ນ ການຂຽນຂໍ້ຄວາມພາສາອັງກິດ ໃສ່ຊອງເງິນ.
ເພິ່ນຢາກຂຽນວ່າ ບໍລິຈາກໃຫ້ກັບຜູ້ປະສົບໄພຈາກພາຍຸໄຊໂຄລນ ນາກິສ ທີ່ມຽນມ້າ

ຂ້າພະເຈົ້າ ໄດ້ບອກໄປທາງໂທລະສັບ ວ່າມີໂຕຫຍັງແດ່ ເພາະຄຳທີ່ເພິ່ນບໍ່ຮູ້ ມີຫລາຍຄຳ
ແລະ ເພິ່ນໃຊ້ dictionary ຊ່ວຍບໍ່ໄດ້ ເຊັ່ນຄຳວ່າ ນາກິສ (ຊື່ພາຍຸ), ໄຊໂຄລນ (ຊະນິດຂອງພາຍຸ) ແມ້ແຕ່ ມຽນມ້າ ມັນຂຽນແບບໃດ

ເພື່ອຄວາມແຈບໃຈ ເພິ່ນຂຽນແລ້ວ ເອົາມາໃຫ້ອ່ານອີກ ຊ່ວຍກວດໃຫ້ເພິ່ນແດ່
ໂອຍ ຂຽນຜິດເກືອບຫມົດ

ແຕ່ຂ້າພະເຈົ້າ ເຄີຍເຫັນ ໂຄສະນາ ການບໍລິຈາກ ໃນເວັບຂອງຕົວເອງ ເລີຍບອກໃຫ້ໄປກວດເບິ່ງ
ແຕ່ບໍ່ເຫັນ ມັນໄປໂຄສະນາໃຫ້ບໍລິຈາກຢູ່ຈີນແລ້ວ (ads by google ມັນບໍ່ຄົງທີ່ ມັນປ່ຽນໄປເລື້ອຍໆ)

ບໍ່ເຫັນກໍ່ບໍ່ເປັນຫຍັງ search ເອົາໃນອິນເຕີເນັດ. ຂ້າພະເຈົ້າ ພິມຄຳວ່າ Myanmar victim ລົງໄປ. ຜົນທີ່ໄດ້ ແມ່ນ ທຸກຄຳສັບທີ່ກ່ຽວຂ້ອງກັບ Myanmar ແມ່ນອອກມາຫມົດ ດັ່ງນັ້ນ, ຈຶ່ງໄດ້ເຫັນວ່າເຂົາຂຽນຄຳພາສາອັງກິດກັນແນວໃດ

ນາກິສ (ຊື່ພາຍຸ), ພາສາອັງກິດ ເຂົາຂຽນ Nargis
ໄຊໂຄລນ (ຊະນິດຂອງພາຍຸ) ເຂົາຂຽນ Cyclone
ມຽນມ້າ ເຂົາຂຽນ Myanmar (ຕ້ອງມີຕົວ r ລົງທ້າຍ)

ສະຫລຸບວ່າ: ການໃຊ້ dictionary ກວດການສະກົດ ຕ້ອງກວດໄປເທື່ອລະສັບ ແຕ່ການໃຊ້ອິນເຕີເນັດຊອກ ມັນຈະເຫັນຫມົດທຸກຄຳສັບກ່ຽວຂ້ອງ

Tuesday, May 13, 2008

ເວັບ social network ຍອດນິຍົມ ຂອງໂລກ

ດັ່ງທີ່ໄດ້ຂຽນກ່ຽວກັບ ເວັບທີ່ໃຫ້ບໍລິການແບບ social network ໄປແລ້ວ ໃນບົດກ່ອນ
ມື້ນີ້ຂໍສືບຕໍ່ຂຽນ ເລື້ອງນີ້ອີກ ໂດຍຈະນຳເອົາ ເວັບປະເພດນີ້ ທີ່ຄົນໃນໂລກນິຍົມໃຊ້ບໍລິການ ຫລາຍກ່ອນຫມູ່ ມານຳສະເຫນີ ນັ້ນກໍ່ຄື:

1. MySpace.com
2. FaceBook.com
3. Orkut.com
4. Hi5.com
5. Vkontakte.ru
6. Friendster.com
7. SkyRock.com
8. PerfSpot.com
9. Bebo.com
10. Studivz.net

ແຕ່ລະປະເທດກໍ່ມັກບໍ່ຄືກັນ ຄົນລາວ ມັກພົບເຫັນຢູ່ hi5 ຫລາຍທີ່ສຸດ. ສ່ວນ ເວັບຂອງລາວເຮົາເອງ ຄື punlao.com ກໍ່ມີຄົນລາວຫລາຍເປັນອັນດັບ1 ພຸ້ນລະ ຮອງລົງມາຈຶ່ງແມ່ນຄົນໄທ ແລະ ຄົນອື່ນໆ.
ດັ່ງນັ້ນ, ໃຜທີ່ຕ້ອງການມີຫມູ່ອອນລາຍ ທີ່ເປັນຄົນລາວ ກໍ່ຄົງຕ້ອງແນະນຳໃຫ້ໄປທີ່  punlao.com ເດີ້ ເພື່ອນໆ (ເປັນຫຸ້ນສ່ວນກັບເຈົ້າຂອງເວັບເພິ່ນ ຈຶ່ງຊ່ວຍເພິ່ນໂຄສະນາ ແຮະແຮະ)

ຂຽນຈາກໄອເດຍໃນເວັບ keng.com

Thursday, May 8, 2008

ອິນເຕີເນັດ ຊ່ວຍແຈ້ງເຕືອນ ວັນເກີດຂອງເພື່ອນ

ມື້ນີ້ ໄດ້ໂທໄປອວຍພອນວັນເກີດຫມູ່ຜູ້ຫນຶ່ງຢູ່ແຂວງບໍ່ແກ້ວ. ເພິ່ນກໍ່ງົງ ວ່າຮູ້ໄດ້ແນວໃດ ວ່າເປັນວັນເກີດ. ເລື້ອງມັນມີຢູ່ວ່າ ເພິ່ນໄດ້ໄປສະຫມັກເປັນສະມາຊິກ ໃນເວັບໄຊຫນຶ່ງ ທີ່ໃຫ້ບໍລິການ ແບບ social network. ໃນເວລາສະຫມັກ ມັນຈະໃຫ້ກອກລາຍລະອຽດ ເຊັ່ນ ຊື່, ທີ່ຢູ່, ອີເມລ,.. ນັບທັງວັນເດືອນປີເກີດ.

ເມື່ອສະຫມັກແລ້ວ ເຮົາກໍ່ສາມາດ ສ້າງຫນ້າເວັບສ່ວນຕົວຂອງເຮົາເອງຂຶ້ນມາ ເຊັ່ນ : ອັບໂຫລດຮູບຖ່າຍ ຂຽນກ່ຽວກັບຕົວເອງ ບໍ່ວ່າຈະເປັນນິໄສໃຈຄໍ ເພງທີ່ມັກ ອາຫານທີ່ມັກ ຕ້ອງການຮູ້ຈັກກັບຄົນແບບໃດ ...

ຫລັງຈາກສ້າງຫນ້າເວັບສ່ວນຕົວ ຄົບຖ້ວນແລ້ວ ກໍ່ປະກາດໃຫ້ເພືອນໆຮັບຮູ້ ແລ້ວເພື່ອນໆ ຈະໄດ້ເຂົ້າໄປອ່ານ ໄປຂຽນຄຳຄິດເຫັນ ຫລືຂໍເປັນເພື່ອນນຳກັນ...ແລ້ວເວັບໄຊຈະບັນທຶກ ລາຍຊື່ຜູ້ທີ່ເປັນຫມູ່ໄວ້ໃຫ້

ຖ້າໄດ້ໃຫ້ວັນເດືອນປີເກີດ ໄປແລ້ວ ເມື່ອຮອດມື້ຮອດວັນ ມັນກໍ່ຈະສົ່ງອີເມລມາ ແຈ້ງເຕືອນຫມູ່ເພື່ອນໃຫ້ຮູ້ ວ່າໃກ້ຈະຮອດວັນເກີດແລ້ວ ກຽມສົ່ງຄຳອວຍພອນໄດ້. ທ່ານສາມາດ ອວຍພອນລົງໃນເວັບຂອງລາວເອງ ຫລື ກໍລະນີຂອງຂ້າພະເຈົ້າ ແມ່ນໂທເອົາ ເພາະຮູ້ວ່າ ລາວຄົງບໍ່ມີເວລາເຂົ້າໄປເວັບ

ເວັ້າເລື້ອງເວັບສ່ວນຕົວ ຂ້າພະເຈົ້າເຄີຍແນະນຳ ເວັບພັນລາວ punlao.com ເພາະເປັນຂອງຄົນລາວ ສຳລັບຄົນລາວ
forum.pnomsin.com/index.php?topic=968.0

ກະທູ້ມາໃຫມ່ຈາກເວັບບອດພະນົມສິນ

Twitter / laozaa