link ທີ່ຫນ້າສົນໃຈ ຈາກຜູ້ອຸປະຖຳ

ບົດຄວາມຫລ້າສຸດ ຈາກ www.pnomsin.com

Tuesday, April 12, 2011

6 ວິທີໃຊ້ປະໂຫຍດ ຈາກທວິດເຕີ

6 ວິທີໃຊ້ປະໂຫຍດ ຈາກທວິດເຕີ

ຮຽບ​ຮຽງ​ໂດຍ: ອ.ອິນ​ເຕີ

ຫາກ​ທ່ານ​ເຄີຍ​ໄດ້​ຍິນ​ຄຳນີ້ ແລະຍັງ​ສົງໄສ​ເຖິງ​ປະໂຫຍດຂອງ​ທວິດ​ເຕີ (Twitter)? ເຊິ່ງຄວາມ​ຈິງ​ແລ້ວ​ມັນ​ມີ​ຫລາຍ​ກວ່າການ​ໃຊ້​ເບິ່ງ​ຄົນ​ແປກ​ຫນ້າ​ກິນ​ເຂົ້າກັບ​ຫຍັງ​ໃນ​ຕອນ​ສວຍເພາະ​ ທ່ານສາ­ມາດ​ຕິດ­ຕາມ​ຂ່າວ​ດ່ວນ​ໃຊ້ເປັນ​ຊ່ອງ​ທາງ​ຮຽກ­ຮ້ອງ​ໄປ​ເຖິງບໍ­ລິ­ສັດ​ຜູ້​ຜະ­ລິດ ຫລື ແມ່ນ​ແຕ່ແຊັດ​ກັບ​ຄົນ​ທີ່​ມີ​ຊື່​ສຽງ.

ທວິດ​ເຕີ​ມີ​ແຕ່​ເລື່ອງ​ບໍ່​ມີ​ສາ­ລະທວິດ​ເຕີ​ເປັນ​ບ່ອນ​ທີ່​ໃຫ້​ຄົນ​ໃຊ້ຍົກ­ຍໍ​ຕົວ​ເອງ ແລະ ອື່ນໆ​ອີກ​ນານາ­ສາ​ລະ​ທີ່​ທ່ານ​ອາດ​ເຄີຍ​ໄດ້​ຍິນກ່ຽວ​ກັບ​ສັງ­ຄົມ​ເຄືອ​ຂ່າຍ​ແຫ່ງນີ້ ແຕ່​ຄວາມ​ຈິງ​ແລ້ວ ທວິດ​ເຕີ ຈະ​ເປັນ​ປະ­ໂຫຍດ​ແບບ​ບໍ່​ຫນ້າ​ເຊື່ອຖ້າ​ທ່ານ​ໃຊ້​ເປັນ ແລະ ມອງ​ຂ້າມເລື່ອງ​ທີ່​ຫລາຍ​ຄົນ​ເວົ້າ​ໄປ ເພາະວ່າ​ໂດຍ​ທຳ​ມະ​ຊາດ​ຂອງ​ບໍ​ລິການ​ແຫ່ງ​ນີ້ ຈະ​ເອື້ອ­ເຟື້ອ​ຕໍ່​ການຝາກ​ຂໍ້­ຄວາມ​ສັ້ນໆ​ໄດ້​ຢ່າງ​ວ່ອງໄວ ເຮັດ​ໃຫ້​ເຫມາະ​ສຳ­ລັບ​ໃຊ້​ເປັນຊ່ອງ​ທາງ​ຮັບ​ເລື່ອງ​ຮຽກ­ຮ້ອງຕຳ​ຫນິ​ຈາກ​ລູກ​ຄ້າ ຫລື ໃຊ້ຕິດ­ຕາມ​ເຫດ­ການ​ທີ່​ທ່ານ​ສົນ­ໃຈຈາກ​ຄົນ​ທີ່­ຢູ່​ໃນ​ຈຸດ​ເກີດ​ເຫດລວມ​ໄປ​ເຖິງໃຊ້​ຕິດ­ຕາມ​ເບິ່ງຊີ­ວິດ​ຂອງ​ບຸກ­ຄົນ​ທີ່​ທ່ານ​ສົນ­ໃຈເປັນ​ພິ­ເສດ ແລະ ນີ້​ຄື 6 ວິ­ທີງ່າຍໆ​ທີ່​ຈະ​ຊ່ວຍ​ໃຫ້​ທວິດ​ເຕີ​ມີ​ປະໂຫຍດ​ສຳ­ລັບ​ທ່ານ.

ຕິດ­ຕາມ​ຂ່າວ: ເວັບ​ໄຊ​ສ່ວນໃຫຍ່​ຍັງ​ເປັນ​ແຫລ່ງ​ຂໍ້​ມູນ ແລະ ແຫລ່ງ​ຂ່າວ​ທີ່​ສົມ­ບູນ​ກວ່າ ແຕ່ຖ້າ​ທ່ານ​ຕ້ອງ­ການ​ຕິດ­ຕາມ​ຂ່າວສະ­ເພາະ​ເລື່ອງ​ນັ້ນ​ໃນ​ແບບ​ນາ­ທີຕໍ່​ນາ­ທີ ແລະ ສົນ­ໃຈ​ລາຍ​ລະ­ອຽດປີກ​ຍ່ອຍ ທວິດ​ເຕີ​ຈະ​ເປັນ​ທາງເລືອກ​ທີ່​ດີເພາະ​ທ່ານ​ສາ­ມາດ​ອ່ານລາຍ​ງານ​ສົດໆ​ຈາກ​ຜູ້​ໃຊ້ (User) ຂອງ​ທະ​ວິດ​ເຕີ​ຄົນ​ອື່ນໆ​ທີ່­ຢູ່ໃນ​ເຫດ­ການ ຫລື ສະ­ຖານ­ທີ່​ເກີດເຫດ​ເຊັ່ນ​ກໍ­ລະ­ນີ​ເຮືອ­ບິນ​ຕົກ​ທີ່​ແມ່ນ້ຳ​ຫັດ​ສັນ ຜູ້​ຄົນ​ທີ່­ຢູ່​ໃນ​ບໍ­ລິ­ເວນນັ້ນ​ກໍ່​ຈະ​ໂພດສ໌​ເລື່ອງ​ທີ່​ພົບ​ເຫັນໄວ​ໃນ​ທວິດ​ເຕີ​ຂອງ​ພວກ​ເຂົາ (ແນວ​ຄວາມ​ຄິດ​ຂອງ​ທວິດ​ເຕີກໍ່ຄື​ການ​ເລົ່າ​ເລື່ອງ​ໃນ​ຊີ­ວິດ​ປະ­ຈຳວັນ ດ້ວຍ​ຂໍ້­ ຄວາມ​ສັ້ນໆ​ບໍ່​ເກີນ 140ຕົວ​ອັກ­ສອນ​ຕໍ່​ຫນຶ່ງ​ອັບເດດ).

ນອກ­ຈາກ​ປະ­ຊາ­ຊົນ​ຄົນ​ທຳມະ​ດາ​ແລ້ວ ທ່ານ​ຍັງ​ສາ­ມາດ​ຕິດຕາມ​ທວິດ​ເຕີ​ຂອງ​ເວັບ​ໄຊ​ຂ່າວ​ຄືຊີ​ເອັນ​ເອັນ (www.twitter.com/cnn ຫລື ຮຽກ​ຫຍໍ້ໆ​ວ່າ @CNN) ເຊິ່ງ​ຈະ​ໂພດສ໌​ຫົວ­ຂໍ້ ຂ່າວ​ພ້ອມ​ກັບ​ລິ້ງ​ໄປ​ຍັງ​ເນື້ອ​ໃນລາຍ​ລະ­ອຽດ ແຕ່​ມີ​ບາງ​ຄົນ​ຜັດ​ມັກ @cnnbrk ຫລາຍ​ກວ່າ ເຖິງວ່າ​ຈະ​ບໍ່​ໄດ້​ເປັນ​ທວິດ​ເຕີ​ຢ່າງເປັນ​ທາງ​ການ​ຂອງ​ສະ­ຖາ­ນີ​ຂ່າວແຫ່ງ​ນີ້ ແຕ່​ກໍ່​ດີ​ຢູ່​ບ່ອນ​ວ່າ​ຈະ​ສະຫລຸບ​ຂ່າວ​ໃຫ້​ອ່ານ​ແລ້ວ​ເຂົ້າ­ໃຈງ່າຍ​ໃນ​ປະ­ໂຫຍດ​ດຽວ​ບໍ່​ຕ້ອງ​ນຳລິ້ງ​ໄປ​ອ່ານ​ອີກ (ຍົກ­ເວັ້ນ​ແຕ່​ວ່າ ທ່ານ​ສົນ­ໃຈ​ລາຍ​ລະ­ອຽດ).

@NYTimes ກໍ່​ເປັນ​ອີກ ຈດ​ທີ່​ທ່ານ​ຈະ​ພົບ​ຫົວ­ຂໍ້​ຂ່າວ​ດາວໂຫລດ​ທຸກໆ​ຊົ່ວ­ໂມງ ແຖມ​ທວິດເຕີ​ຂອງ​ນັກ­ຮຽນ ແລະ ຂອງ​ຄໍ​ລຳປະ­ຈຳ​ໃນ​ຫນ້າ​ຫນັງ­ສື­ພິມ​ມີ​ອິດ​ທິພົນ​ສະ­ບັບ​ນີ້ ​ທີ່​ຫນ້າ​ສົນ­ ໃຈ​ອື່ນໆ, ສຳ­ລັບ​ເລື່ອງ​ຂອງ​ຂ່າວ​ກໍ່​ຈະ​ມີ​ຄື @BreakingNewsOn, @nprnews, @weirdnews, @macrumors, @MarsPhoenix, @Astronautics ແລະ ແນ່­ນອນ​ວ່າ​ວາ ລະ​ສານ​ພີ​ຊີ (@PC Magazine) ເອງ​ກໍ່​ມີ​ທວິດ​ເຕີ​ລາຍ​ງານຂ່າວ​ໃນ​ດ້ານ​ເຕັກ​ໂນ​ໂລ​ຊີ​ອີກ​ເຊັ່ນກັນ.

ຊ່ອງ​ທາງ​ຕິດ­ຕໍ່​ກັບ​ບໍ­ລິ­ສັດ​ຜູ້ຜະ­ລິດ:

ການ​ໃຊ້​ທວິດ​ເຕີ​ເປັນ​ຊ່ອງທາງ​ໃຫ້​ບໍ­ລິ­ການ​ຫລັງ​ການ​ຂາຍຢ່າງ​ເຕັມ​ຮູບ​ແບບ ອາດ​ຍັງ​ຟັງ​ເບິ່ງ ບໍ່​ຄ່ອຍ​ເຂົ້າ­ທ່າ​ປານ­ໃດ​ສຳ­ລັບບໍ­ລິ­ສັດ​ສ່ວນ​ໃຫຍ່ ຢ່າງ​ຫນ້ອຍ​ກໍ່ຈົນ​ກວ່າ​ບໍ­ລິ­ການ​ແຫ່ງ​ນີ້​ຈະ​ມີສະ­ມາ­ຊິກ​ເພີ່ມ​ອີກ 10 ລ້ານ​ລາຍ ຢ່າງ­ໃດ​ກໍ່​ດີ ໃນ​ປະ­ຈຸ​ບັນ​ທ່ານ​ສາມາດ​ໃຊ້​ທວິດ​ເຕີ​ເປັນ​ຊ່ອງ​ທາງໃນ​ການ​ຮຽກ­ຮ້ອງ​ໄດ້ ແລະສຽງຂອງ​ທ່ານ​ກໍ່​ຈະ​ດັງ​ໄປ​ເຖິງ​ເຈົ້າຂອງ​ສິນ­ຄ້າເພາະ​ບໍ­ລິ­ສັດ ​ລາຍໃຫຍ່​ຫລາຍ​ແຫ່ງ​ບໍ່​ວ່າ​ຈະ​ເປັນ Zappos, Starbucks, WholeFoods, JetBlue ແລະ ອື່ນໆ​ອີກ ລ້ວນ​ແລ້ວ­ແຕ່​ມີ​ແອັກ​ເຄົ້າ​ໃຫ້ ທ່ານ​ໃຊ້​ໃນ​ການ​ຕິດ­ຕໍ່.

ດັ່ງ­ນັ້ນ ​ຕໍ່​ຈາກ​ນີ້​ໄປ ຖ້າ​ທ່ານ​ມີເລື່ອງ​ຢາກ​ຮຽກ­ຮ້ອງ​ກ່ຽວ​ກັບ​ສິນຄ້າ ຫລື ບໍ­ລິ­ການ​ລອງ​ໃຫ້​ກູ​ເກິ​ລຄົ້ນ​ຫາ​ຊື່​ຂອງ​ບໍ­ລິ­ສັດ​ເຈົ້າ​ຂອງ ສິນ­ຄ້າ​ແລ້ວ ຕາມ​ດ້ວຍ​ຄຳ​ວ່າ Twitter ຖ້າ​ບໍ­ລິ­ສັດ​ດັ່ງ­ ກ່າວ​ມີ ແອັກ​ເຄົ້າ​ໃນ​ທວິດ​ເຕີ​ທ່ານ​ກໍ່​ຈະພົບ​ໃນ​ຜົນ​ການ​ຄົ້ນ​ຫາ​ລຳ­ດັບຕົ້ນໆ ​ທີ່​ສຳ­ຄັນ​ຄື​ພະ­ຍາ­ຍາມ​ຮຽບຮຽງ​ເລື່ອງ​ຮຽກ­ຮ້ອງ​ຂອງ​ທ່ານໃຫ້​ກະ­ທັດ​ຮັດ​ ໄດ້​ໃຈ­ຄວາມ​ເພາະທ່ານ​ຕ້ອງ​ບໍ່​ລືມ​ວ່າ​ຂໍ້­ ຄວາມ​ຈະຖືກ​ຈຳ​ກັນ​ໄວ້​ພຽງ​ແຕ່ 140 ຕົວອັກ­ສອນ.

ຂໍ​ຄວາມ​ຊ່ວຍ­ເຫລືອ:

ເຊັ່ນ​ດຽວ​ກັບ​ບລ໋ອກ ແລະ ຟໍຣັມ ທວິດ​ເຕີ​ຄື​ສະ­ຖານ­ທີ່​ທີ່​ເຫມາະສົມ​ເປັນ​ຢ່າງ​ຍິ່ງ​ສຳ­ລັບ​ການ​ຖາມຄຳ​ຖາມ​ທີ່​ຖ່ານ​ຂີ້­ຄ້ານ​ຄົ້ນ​ຫາ​ຄຳຕອບ​ດ້ວຍ​ຕົວ​ເອງລວມ​ໄປ​ເຖິງ ການ​ຂໍ​ຄວາມ​ຊ່ວຍ­ ເຫລືອ​ຂໍ​ຄວາມຄິດ​ເຫັນ ຫລື ຂໍ​ຄຳ​ແນະ­ນຳ​ເປັນຕົ້ນ.

ໂອ​ເວັນ ຣິງ​ເຄິ​ລ ຜູ້​ພັດ­ທະ­ນາທວິດ​ເຕີ​ບອກ​ວ່າ​ບັນ­ຫາ​ທີ່​ທ່ານເຄີຍ​ໃຫ້​ເວ­ລາ​ຄິດ 5 ນາ­ທີ ອາດ​ໄດ້ ຄຳ​ຕອບ​ອອກ​ມາ​ພາຍ​ໃນ​ເວ­ລາ 10 ວິ­ນາ­ທີ​ໃນ​ທວິດ​ເຕີ ແຕ່​ນີ້ຫມາຍ​ເຖິງ​ຢ່າງ​ຫນ້ອຍ​ທ່ານ​ຕ້ອງມີ​ຫມູ່​ໃນ​ຊີ­ວິດ​ຈິງ​ຕິດ­ຕາມ​ເບິ່ງ (follow) ທວິດ​ເຕີ​ຂອງ​ທ່ານ​ຢູ່ ແລະ ແນ່­ນອນ​ວ່າ​ຖ້າ​ຈະ​ໃຫ້​ເກີດປະ­ໂຫຍດ​ສູງ​ສຸດ​ທ່ານ​ກໍ່​ຄວາມຕິດ­ຕາມ​ເບິ່ງ​ທວິດ​ເຕີ​ຂອງ​ຫມູ່ນຳ ເພື່ອ​ເປັນ​ການ​ຊ່ວຍ­ເຫລືອ ເຊິ່ງ​ກັນ ແລະ ກັນ.

ໂປຣ​ໂມດ​ຜົນ­ງານ ຫລື ບໍ​ລິ ສັດ​ຂອງ​ທ່ານ:

ທວິດ​ເຕີ​ບໍ່​ແມ່ນ​ບໍລິການ​ທຳ ອິດ​ທີ່​ໃຫ້​ໃຊ້​ປະໂຫຍດ​ໃນ​ລັກ​ສະນະ​ນີ້ ແຕ່​ດ້ວຍ​ທຳ​ມະ​ຊາດ​ຂອງຕົວ​ມັນ​ເອງ​ເຮັດ​ໃຫ້​ບໍ­ລິ­ການ​ນີ້ ​ເປັນທາງ​ເລືອກ​ທີ່​ເຫມາະ​ສົມ​ຫລາຍສຳ­ລັບ​ການ​ໂປຣ​ໂຫມດຜົນ­ງານ ຫລື ປະ­ຊາ­ສຳ­ພັນ​ບໍ­ລິ­ສັດ​ຂອງທ່ານ​ຂໍ​ພຽງ​ແຕ່​ທ່ານ​ເຮັດ​ເປັນເລື່ອງ​ເປັນ​ລາວ​ມີ​ລິ້ງ​ໄປ​ຍັງ​ແອບພລິ​ເຄ​ເຊິນ​ທີ່​ທ່ານ​ຫາ­ກໍ່​ຂຽນ​ແລ້ວ ຫລື ສິນ­ຄ້າ​ຕົວ​ໃຫມ່​ຂອງ​ບໍ­ລິ­ສັດແດ່​ໃນ​ບາງ​ໂອ­ກາດ​ປະ­ສົມ​ປະສານ​ໄປ​ກັບ​ເລື່ອງ​ລາວ​ອື່ນໆ​ຂອງທ່ານ ຖ້າ​ເປັນ​ໄປ​ໄດ້​ພະຍາຍາມໃຫ້​ລິ້ງ​ໂປຣ​ໂຫມດ​ງານ​ມີ​ເກີນກວ່າ 3 ລິ້ງ​ຕໍ່​ອາ­ທິດ ເພາະ​ນັ້ນ​ຈະ ເປັນ​ການ​ຢັດ​ຢຽດ ແລະເຮັດ​ໃຫ້ຄົນ​ທີ່​ຕິດ­ຕາມ ​ເບິ່ງ​ທ່ານ​ຮູ້­ສຶກ​ບໍ່​ດີ ຫລື ຫນັກ​ໄປ​ກວ່າ​ນັ້ນ​ເຂົາ​ກໍ່​ອາດ​ບໍ່​ສົນ­ໃຈ​ທີ່​ຈະ​ຕິດ­ຕາມ​ທ່ານ​ອີກ.

ບໍ່​ຂາດ​ການ​ຕິດ­ຕໍ່​ກັບ​ຫມູ່ເພື່ອນ:

ນອກ­ຈາກ​ການ​ຕິດ­ຕາມ​ເບິ່ງເລື່ອງ​ລາຍ­ການ​ໃຊ້​ຊີ­ວິດ​ປະ­ຈຳວັນ​ຂອງ​ຄົນ​ແປກ​ຫນ້າ ເພື່ອ​ຄວາມບັນ­ເທີງ​ແລ້ວ ທວິດ​ເຕີ​ຍັງ​ເປັນ ຊ່ອງ​ທາງ​ທີ່​ເຮົາ​ມັກ​ໃຊ້ ເພື່ອ​ບໍ່​ໃຫ້ຂາດ​ການ​ຕິດ­ຕໍ່​ຈາກ​ຫມູ່​ເພື່ອນພຽງ​ແຕ່​ຂຽນ​ຂໍ້­ຄວາມ​ບອກ​ເລື່ອງຕ່າງໆ​ແບບ​ສັ້ນໆ​ໃນ​ແຕ່​ລະ​ວັນ ຫມູ່​ເພື່ອນ​ເຫລົ່າ­ນັ້ນ​ກໍ່​ຈະ​ຮູ້​ຄວາມເປັນ​ໄປ​ຂອງ​ທ່ານ​ວ່າ​ກຳລັງ​ທຸກຍາກ ຫລື ມີ​ຄວາມສຸກ​ພຽງ​ໃດໃນ​ທາງ​ກົງ­ກັນ­ຂ້າມ​ທ່ານ​ກໍ່​ສາມາດ​ຮູ້​ໄດ້​ວ່າ​ມີ​ຫມູ່​ເພື່ອນ​ຄົນ​ໃດເຈັບ­ເປັນ​ເອັນ​ອຸ່ນ​ຢູ່​ຫລື​ບໍ່ ຫລື ຜູ້​ໃດກຳ­ລັງ​ຢູ່​ໃນ​ອາລົມ​ໂສກເສົ້າ ແລະ ຕ້ອງ­ການ​ກຳ­ລັງ​ໃຈ​ຕ້ອງ­ການ​ໃຫ້ທ່ານ​ໄປ​ຫາ​ນີ້​ຍັງ​ບໍ່​ນັບ ລວມ​ເຖິງການ​ໃຊ້​ຊວນ​ກັນ​ໄປ​ກິນ​ເຂົ້າ ຫລື ຊວຍ​ກັນ​ເຮັດ​ກິດ­ຈະ­ກຳ​ອື່ນໆ.

ພົບ​ປະ​ໂອ້​ລົມ​ກັບ​ຄົນ​ທີ່​ມີ​ຊື່ສຽງ:

ຢຸດ​ເຊີ​ຊື່​ດັງ​ຂອງ​ທວິດ​ເຕີ​ທີ່​ມີຄນ​ຕິດ­ຕາມ​ເບິ່ງ​ເປັນ​ຈຳ­ນວນຫລາຍ​ບາງ​ຄົນ​ອາດ​ບໍ່​ສົນ­ໃຈ​ຂໍ້ຄວາມ​ທີ່​ທ່ານ​ສົ່ງ​ໄປ​ເຖິງ ແຕ່​ບໍ່ແມ່ນ​ກັບ ເບຣນທ໌ ສ​ປິນ​ເນີ (ດາລາ​ຈາກ​ສະ​ຕາ​ເທຣັກ) ເຊິ່ງ​ຂ້ອນຂ້າງ​ເປັນ​ມິດ​ກັບ​ຜູ້​ອື່ນໆ​ເຊັ່ນ​ດຽວກັນ​ກັບ​ດາລາ​ຕະຫລົກ​ສະຕີ​ເຟນຟຣາຍ ຫລື ຖ້າ​ທ່ານ​ມີ​ບຸກ­ຄົນ​ໃນດວງ​ໃດ​ລອງ​ຄົ້ນ​ຫາ​ທວິດ​ເຕີ​ຂອງເຂົາ​ເຫລົ່າ­ນັ້ນ ແລ້ວ​ຕິດ­ຕາມ​ເບິ່ງວ່າ​ພວກ​ເຂົາ​ໃຊ້​ຊີວິດ​ແນວໃດ​ຈິ່ງປະສົບ​ຄວາມ​ສຳເລັດ

http://www.ecom.org.la/teen/khao/11/1504

Saturday, February 28, 2009

Ymail ແລະ Rocketmail ບໍລິການໃຫມ່ ຈາກ Yahoo Mail

yahoo ແມ່ນຜູ້ບໍລິການອີເມລແບບບໍ່ເສຍຄ່າ ລາຍໃຫຍ່ຂອງໂລກ. Yahoo Mail ມີຜູ້ໃຊ້ 264 ລ້ານຄົນ Hotmail ມີ 262 ລ້ານ ແລະ Gmail ມີ 102 ລ້ານຄົນ, ສະຖິຕິ ເດືອນເມສາ ປີກາຍ.

Free Webmail ຂອງ Yahoo ຂະຫຍາຍຕົວປີລະປະມານ 7% ມີຜູ້ໃຊ້ Yahoo Mail ໄປແລ້ວ 260 ລ້ານຄົນ ພາໃຫ້ການລົງທະບຽນໃຫມ່ ມີບັນຫາການເລືອກຊື່ ເພາະຊື່ທີ່ທ່ານຕ້ອງການ ອາດມີຄົນອື່ນເອົາໄປກ່ອນແລ້ວ ສິ່ງທີ່ເຮັດໄດ້ກໍ່ແມ່ນ ຕໍ່ເຕີມຕົວເລກໂຕຫນັງສື ໃຫ້ຊື່ອີເມລ ຍາວອອກ ແລະ ັນ້ມັນກໍ່ເຮັດໃຫ້ຈື່ຍາກ ອີກນຳ

ິ້yahoo ຫາທາງອອກດ້ວຍການ ປ່ຽນຕົວລົງທ້າຍຂອງອີເມລ ແທນທີ່ຈະໃຊ້ @yahoo.com ໂດຍທຳການເປີດໂຕ Ymail ແລະ Rocketmail ອອກມາ ໃນກາງປີ 2008. ເມື່ອເປີດໂຕຕົວລົງທ້າຍໃຫມ່ ຄົນໃຊ້ຍັງບໍ່ທັນຫລາຍ ທ່ານກໍ່ສາມາດເລືອກຊື່ອີເມລ ທີ່ທ່ານຕ້ອງການໄດ້ງ່າຍຂຶ້ນ
ທັງ Ymail ແລະ Rocketmail ຈະມີບໍລິການທຸກໆຢ່າງ ຄືກັນກັບ Yahoo Mail ເຊັ່ນ ໃຊ້ພື່້ນທີ່ບໍ່ຈຳກັດ ສາມາດໃຊ້ Yahoo Messenger ແລະ Windows Live Messenger ພ້ອມທັງ spam filter ແລະ virus checker

ຖ້າຢາກໄດ້ Email Address ທີ່ຖືກໃຈ ທ່ານກໍ່ສາມາດສະຫມັກ ໄດ້ທີ່ Website ຂອງ Yahoo ໄດ້.

Sunday, February 15, 2009

ໃຊ້ hi5 ຢູ່ບໍ? ຂ້ຽວ save ຂໍ້ມູນໄວ້ເດີ້

ທາງການໄທ ສັ່ງໃຫ້ບລັອກ hi5.com


Hi5.com ກໍເປັນເວັບສັງຄົມອອນໄລນ໌ ຫລືວ່າ Social Network ອີກເວັບຫນຶ່ງທີ່ມີຄົນໃຫ້ຄວາມສົນໃຈຫລິ້ນກັນຫລາຍພໍສົມຄວນ ໂດຍອາດຈະເວົ້າໄດ້ວ່າ ໄວລຸ້ນ ຫລືວ່າ ຄົນໄວເຮັດວຽກ ທີ່ຢູ່ທົ່ວໂລກກໍອາດຈະມີ hi5 profile ເປັນຂອງໂຕເອງແລ້ວກໍວ່າໄດ້ ຫລືບາງຄົນກໍອາດຈະຫາກໍຮູ້ຈັກ ແລະ ຫນຶ່ງໃນນັ້ນຂ້າພະເຈົ້າກໍມີເຊັ່ນກັນ ແລະ ມາຮອດປະຈຸບັນນີ້ໄດ້ມີຂ່າວອອກມາວ່າທາງການໄທ ຫລື ກະຊວງວັດທະນະທຳຂອງໄທນັ້ນ ໄດ້ສັ່ງໃຫ້ບລັອກເວັບ Hi5 ໄວ້ ເພື່ອກັນບໍ່ໃຫ້ຄົນເຂົ້າມາຫລິ້ນໄດ້ ເຊິ່ງຂ່າວນີ້ອາດຈະກະທົບເຖິງຫນຸ່ມໆສາວໆ ນັກທ່ອງ Hi5 ທີ່ຢູ່ທາງປະເທດລາວເຮົາ ເຊິ່ງຜົນກະທົບນັ້ນກໍຄື ຄົນໃນບ້ານເຮົາກໍອາດຈະເຂົ້າໄປຫລິ້ນໃນ Hi5 ບໍ່ໄດ້ເຊັ່ນກັນ ເພາະວ່າ ISP ບ້ານເຮົານັ້ນໄດ້ໃຊ້ Gateway ດຽວກັບຂອງໄທ ໂດຍສາເຫດຂອງການບລັອກໃນຄັ້ງນີ້ ທາງກະຊວງວັດທະນະທຳຂອງໄທ(ໂດຍຜ່ານກຸ່ມ "ເຝົ້າລະວັງທາງວັດທະນະທຳ")ໄດ້ອອກມາກ່າວວ່າ ເວັບ hi5 ເປັນສູນລວມຂອງພາບອານາຈານ ເຊິ່ງບັນດາໄວລຸ້ນໄທໂດຍສະເພາະແມ່ນ ຜູ້ຍິງກຳລັງນິຍົມຖ່າຍຮູບລໍ້ແຫລມທີ່ນຸ່ງຫນ້ອຍຫົ່ມຫນ້ອຍລົງໃນໂປຣໄຟລ໌ຂອງໂຕເອງ ເພື່ອເປັນຊ່ອງທາງໃນການຂາຍ ແລະ ຕິດຕໍ່ບໍລິການທາງເພດ ແລະ ນອກຈາກເລື້ອງນີ້ແລ້ວ ທາງກຸ່ມຂອງພວກເຂົາເຈົ້າ ກໍໄດ້ສະເຫນີອີກວ່າ hi5 ຕອນນີ້ໄດ້ມີພາບທີ່ບໍ່ເໜາະສົມທີ່ມີເນື້ອຫາກ່ຽວກັບການເສບກັນຊາອອກມາກັນຢ່າງແຜ່ຫລາຍ ເຊິ່ງເລື້ອງນີ້ແມ່ນໄດ້ຜ່ານການຢືນຢັນແລ້ວວ່າເປັນເລື້ອງຈິງ ແລະ ກະຊວງວັດທະນະທຳຂອງໄທກໍກຳລັງກຽມຂໍ້ມູນສະເຫນີໃຫ້ກະຊວງໄອຊີທີຂອງໄທໃຫ້ສັ່ງປິດ

ຂໍ້ມູນຈາກ: blognone ແລະ Mthai

______________________

ຂຽນໂດຍ birdflu2007.exe

http://www.laozaa.com/viewthread.php?tid=6775

Wednesday, December 31, 2008

ຍັງໃຊ້ internet explorer ຢູ່ອີກຫວາ

ຕາມການສັງເກດຂອງຂ້າພະເຈົ້າ ເຫັນວ່າ ຫລາຍຄົນຍັງໃຊ້ internet explorer ເປັນສ່ວນໃຫຍ່ ໃນການເປັີດເວັບໄຊຕ່າງໆ ໂດຍສະເພາະ internet explorer 6 ເຫັນຫລາຍກວ່າຫມູ່, ຕໍ່ມາກໍ່ແມ່ນ internet explorer 7

internet explorer 6 ແມ່ນມາກັບ windows XP ແລະ ຖ້າທ່ານໃ ຊ້  windows ປອມ ທ່ານກໍ່ບໍ່ສາມາດ update browser ຂອງທ່ານ ເ ປັນ  internet explorer 7 ຜ່ານ windows update

ຍັງມີ browser ອື່ນໆ ອີກຫລາຍໂຕ ທີ່ໄດ້ຮັບຄວາມນິຍົມຫລາຍກວ່າ  internet explorer ການສຳຫລວດນຳກັນ ວ່າຊຸມຊົນພັນລາວ ມັກໃຊ້ຕົວໃດຫລາຍທີ່ສຸດ 
ກົດເບິ່ງທີ່ http://punlao.com/pnomsin/polls/451/

ຈາກຜົນການສຳຫລວດ ເຫັນວ່າ Mozilla Firefox ໄດ້ຮັບຄວາມນິຍົມສູງສຸດ ໃນບັນດານັກທ່ອງເວັບ ຍ້ອນວ່າ ເປີດເວັບໄດ້ໄວກວ່າ ແລະ ຂໍ້ດີອີກຫລາຍໆ ຢ່າງ

ທ່ານເດ ຍັງໃຊ້ internet explorer ຢູ່ຫວາ? ຢາກລອງອັນໃຫມ່ບໍ່
ນີ້ແມ່ນລາຍຊື່ web browser ທີ່ມີໃຫ້ດາວໂຫລດໄດ້ໂດຍບໍ່ເສຍຄ່າ
  1. Mozilla Firefox
  2. Google Chrome
  3. Opera
  4. Safari

Wednesday, December 17, 2008

Windows Live Messenger Essential Beta

Sure, you use Messenger to send instant messages, but did you know you can play games and exchange pictures too? You can even send IMs to your friends’ phones.*

ສອງສາມມື້ກ່ອນຂ້ານ້ອຍໄດ້ລອງໂຫລດເອົາWindows Live Messenger ໂຕໃໝ່ມາໃຊ້ຊຶ່ງເພິ່ນເອີ້ນວ່າ Essential Beta ທີ່ຈະນໍາເອົາອອກມາໃຫ້ຄົນທົ່ວໄປໃຊ້ໃນກາງປີ2009. Messenger ໂຕໃໝ່ນີ້ມີໂສມໜ້າໃໝ່ທີສົດໃສແລະງາມກ່ວາໂຕເກົ່າ, ມີອຸບປະກອນໃໝ່ໃຫ້ຫລິ້ນຫລາຍແນວ, ປອດໄພແລະຕໍ່ເຂົ້າໄວກ່ວາເກົ່າ. ພິເສດແມ່ນທ່ານສາມາດເລືອກເອົາລຸ້ນທີ່ເປັນພາສາຕ່າງໆທີ່ທ່ານໃຊ້ໄດ້ຄ່ອງແຄ້ວເຊັ່ນພາສາໄທ ວຽດນາມແລະພາສາອື່ນໆອີກຫລາຍພາສາ.Messenger Bata 2009 ນີ້ແມ່່ນເອົາເຂົ້າໄດ້ກັບWindows XP sp2 32bit(ແຕ່ໃຊ້windows live movie makerບໍ່ໄດ້) ຫລືກັບWindows Vista(32ຫລື64bit). Processor ຕ້ອງມີຄວາມໄວ 1GHz ຂຶ້ນໄປ(ສໍາລັບວິດຊະຕາ), 800MHz(ສໍາລັບແອັກຊະພີ). ຕ້ອງມີ RAM ຢ່າງນ້ອຍ 128M ແຕ່ຈະໃຫ້ຄັກແທ້ຕ້ອງແມ່ນ 512
download.live.com/messenger


ຂຽນ : ທ້າວສີຊົມເຊີຍ

ຈາກ : ບ້ານດອນ໓໕

ເມື່ອວັນທີ່ : 15/12/08 12:39 PM



ກະທູ້ມາໃຫມ່ຈາກເວັບບອດພະນົມສິນ

Twitter / laozaa