link ທີ່ຫນ້າສົນໃຈ ຈາກຜູ້ອຸປະຖຳ

ບົດຄວາມຫລ້າສຸດ ຈາກ www.pnomsin.com

Friday, November 28, 2008

ບາງສະຖິຕິຜູ້ໃຊ້ອິນເຕີເນັດ ໃນຂົງເຂດອາຊີ-ປາຊິຟິກ

ປະເທດມາເລເຊຍ, ນິວຊີແລນ, ຍີ່ປຸ່ນ, ເກົາຫລີໃຕ້ ແລະ ສິງກະໂປ ແມ່ນປະເທດ ທີ່ເຊື່ອມຕໍ່ອິນເຕີເນັັດຫລາຍທີ່ສຸດ ໃນຂົງເຂດອາຊີ ປາຊີຟິກ,​ ມາຮອດປີ 2007​ ຈຳນວນປະຊາກອນ ທີ່ເຂົ້າເຖິງອິນເຕີເນັດ ມີເຖິງ 55 ຫາ 80 %



ກົງກັນຂ້າມ, 5 ປະເທດທີ່ເຊື່ອມຕໍ່ອິນເຕີເນັດຫນ້ອຍທີ່ສຸດ ໄດ້ແກ່ ມຽນມາ, ຕີມໍ ເລສເຕ,​ ຕັດຊິກກິສະຖານ,​ບັງກະລາເດດ ແລະ ກຳປູເຈຍ,​ ມີປະຊາກອນທີ່ໃຊ້ອິນເຕີເນັດ ບໍ່ເຖິງ 1% ໃນຂະນະທີ່ ຈຳນວນສະເລ່ຍໃນຂົງເຂດ ແມ່ນ 20%


ຂໍ້ມູນໄດ້ມາຈາກ Bernama ຜ່ານ http://enews.mcot.net/view.php?id=7329
ຮູບມາຈາກ www.neowave.com

ຫມາຍເຫດ: ບໍ່ຮູ້ວ່າ ປະເທດລາວ ມີສະຖິຕິ ການໃຊ້ອິນເຕີເນັດ ຈັກ%ຂອງຈຳນວນປະຊາກອນລາວ

Tuesday, November 11, 2008

ໂອບາມາ ໄດ້ໄຊຊະນະ ຍ້ອນອິນເຕີເນັດຫລືບໍ່

ເມື່ອວັນທີ 4 ພະຈິກ ທີ່ຜ່ານ ທ່ານ ບາລັກ ໂອບາມາ ຊະນະການເລືອກຕັ້ງ ຢ່າງຖະຫລົ່ມທະລາຍ, ສາຍເຫດແມ່ນມາຈາກ ເພິ່ນໄດ້ໄປປະກົດຕົວທາງອິນເຕີເນັດ (Online Presence)ເລື້ອຍກວ່າຄູ່ແຂ່ງຂອງເພິ່ນ ຄື ຈອນ ແມກແຄນ ຕັ້ງຫລາຍທົບ

ຕົວຢ່າງ:
ໂອບາມາ ມີເວັບໄຊສ່ວນຕົວ ທີ່ທາງ Google ເກັບຂໍ້ມູນໄວ້ແລ້ວ ກວ່າ 1 ລ້ານຫນ້າ ສ່ວນ ແມກແຄນ ມີພຽງແຕ່ 30,700 ຫນ້າ ໄລ່ເປັນເປີເຊັນແລ້ວ ໂອບາມາຫລາຍກວ່າ 5,828%


ໂອບາມາມີຮູບຖ່າຍ ຢູ່ທີ່ Google Image ໃຫ້ຄົນເຫັນ 24 ລ້ານຮູບ ແມກແຄນມີພຽງແຕ່ 8.6 ລ້ານຮູບ ໂອບາມາຫລາຍກວ່າ ປະມານ 181%

ໂອບາມາມີ Twitter Followers ຫລືມີຄົນຖ້າຕິດຕາມຂ່າວຈາກ Twitter ຫລາຍກວ່າແມກແຄນ 2,254% (115,623 ຕໍ່ 4,911)

ໂອບາມາ Update ຂໍ້ຄວາມໃນน Twitter ຫລາຍກວ່າແມກແຄນ 948%

ໂອບາມາມີເພື່ອນ MySpace ປະມານ 844,781 ແລ້ວ ຂະນະທີ່ແມກແຄນ ມີເພຶ່ອນພຽງ 219,643 ຄົນເທົ່ານັ້ນ

ນອກຈາກນີ້ແລ້ວ Social Media ທັງຫລາຍເຊັ່ນ FaceBook, Flickr, YouTube ໂອບາມາກໍ່ຈະເຫນືອກວ່າຫລາຍທົບ
Pete Quily
http://clicks.aweber.com/y/ct/?l=NFGHl&m=1eHzhVbxMFiJ4L&b=N9wavy8ajJaE_ki9I1WOog

ເອົາມາຈາກອີເມລຂອງ ຕຣາວຸດ

Tuesday, November 4, 2008

ໃຊ້ອິນເຕີເນັດປະຈຳ ຖືເປັນການຝຶກສະຫມອງ

ການທີ່ເຮົາຄົ້ນຫາຂໍ້ມູນໃນອິນເຕີເນັດເປັນປະຈຳ ຈະເຮັດໃຫ້ສະຫລາດ ເພາະວ່າສະຫມອງໄດ້ຮັບການຝຶກຝົນ ໂດຍສະເພາະແມ່ນຄົນໄວກາງຄົນ ແລະ ຜູ້ສູງອາຍຸ

ອີງຕາມຂໍ້ມູນ ໃນເວັບໄຊ http://news.yahoo.com/s/livescience/20081014/sc_livescience/internetsearchingmayboostbrain

ຢູ່ສະຫະລັດ ເພິ່ນໄດ້ມີການນຳເລື້ອງນີ້ ໄປສຶກສາ ແລະ ພົບວ່າ ການຄົ້ນຫາຂໍ້ມູນໃນອິນເຕີເນັດ ເຮັດໃຫ້ເລືອດເຂົ້າໄປຫມູນວຽນໃນສະຫມອງ ບໍລິເວນທີ່ຄວບຄຸມດ້ານ ພາສາ ການອ່ານ ການເບິ່ງ ແລະ ຄວາມຈື່ຈຳ, ນັບເປັນການຝຶກສະຫມອງ ທີ່ໃຊ້ໄດ້ຜົນດີ ບໍ່ຕ່າງຫຍັງກັບການຫລິ້ນຫມາກດາມ ຫລື ເກມທີ່ໃຊ້ສະຫມອງອື່ນໆ


"A simple, everyday task like searching the Web appears to enhance brain circuitry in older adults, demonstrating that our brains are sensitive and can continue to learn as we grow older,"

ກະທູ້ມາໃຫມ່ຈາກເວັບບອດພະນົມສິນ

Twitter / laozaa