link ທີ່ຫນ້າສົນໃຈ ຈາກຜູ້ອຸປະຖຳ

ບົດຄວາມຫລ້າສຸດ ຈາກ www.pnomsin.com

Tuesday, August 21, 2007

ການໃຊ້ internet ໃນມືຖື ດ້ວຍເຄືອຂ່າຍຂອງ ETL

1./ ມືຖືຈະຕ້ອງສາມາດຮອງຮັບບໍລິການລະບົບ GPRS ບໍ່ຈຳເປັນຕ້ອງແມ່ນ Nokia ກໍ່ໄດ້, imobile, ຫລືຍີ່ຫໍ້ອື່ນກໍ່ໄດ້ ຫລື ຂອງໂຫລໆ (ຂອງຮຽນແບບ) ກໍ່ຍັງສາມາດໃຊ້ໄດ້ ໂດຍເຮົາຕ້ອງສອບຖາມກ່ອນວ່າ ມັນຮອງຮັບ ລະບົບ GPRS ຫລື ເວົ້າງ່າຍກວ່ານັ້ນແມ່ນ ໃຊ້ຫລິ້ນ internet ໄດ້ບໍ່

2./ ເບີໂທ ຫລື ຊິມກາດ ຂອງ ETL ຈະຕ້ອງຂໍເປີດໃຊ້ບໍລິການ GPRS ໂດຍໄປຂໍແຈ້ງຄວາມຕ້ອງການທີ່ສູນບໍລິການຂອງ ETL. ເບີທີ່ຊື້ຈາກຜູ້ຂາຍຍ່ອຍ ກໍ່ຄົງຕ້ອງໄປແຈ້ງຢູ່ສູນ ຄືເກົ່າ. ຫນ້າຈະບໍ່ຕ້ອງເສຍຄ່າເປີດ.

3./ ຕິດຕັ້ງພາສາລາວລົງໃນມືຖື, ຖ້າໄປເປີດບໍລິການ GPRS ທີ່ສູນ ETL ເຂົາເຈົ້າຈະລົງ EZ-Lao ໃຫ້ເລີຍ ແລະ ຕັ້ງ home page ເປັນ wap.etllao.com ໃຫ້ເລີຍ ແປວ່າອ່ານເວັບໄຊ ຂອງ etl ທີ່ເປັນພາສາລາວໄດ້ເລີຍ (ແຕ່ຕ້ອງຖືຫນ່ວຍມືຖືໄປພ້ອມ). EZ-Lao ສາມາດອ່ານເວັບພາສາອັງກິດ, ໄທ ແລະ ລາວ. ຖ້າມີບັນຫາກັບພາສາໄທ ໃຫ້ ລົບລ້າງການຕິດຕັ້ງ Easy thai ອອກກ່ອນ ແລ້ວຈຶ່ງຕິດຕັ້ງ EZ-Lao. ຖ້າຕ້ອງການຕິດຕັ້ງເອງ ກໍ່ໄປ download ມາຕິດຕັ້ງເອງກໍ່ໄດ້ ຈາກເວັບໄຊຂອງ etl.

4./ ຖ້າທຸກຢ່າງກຽມພ້ອມແລ້ວ ກະສາມາດລຸຍເລີຍ, ມືຖືແຕ່ລະຫນ່ວຍຈະບໍ່ຄືກັນ ກົດໄປຫາ www ຫລື wap ຫລື internet.. ຂອງຂ້າພະເຈົ້າແມ່ນເປີດ Opera ກ່ອນ (browser ລຸ້ນ ສຳລັບມືຖື)
ແລ້ວກໍ່ໃສ່ ຊື່ເວັບໄຊຕາມຕ້ອງການ ເຊັ່ນ www.yahoo.com ຫລື www.pnomsin.com

ຄ່າບໍລິການ ແມ່ນ 1kb / 1 kip ຂຶ້ນຕາມຂະຫນາດຂອງເວັບ ແລະ ຈຳນວນຮູບໃນເວັບ
ຖ້າເຮົາເລືອກ ທີ່ຈະບໍ່ໂຊຮູບຈາກເວັບໄຊ ແຮ່ງປະຢັດເງິນ
ຖ້າເຂົ້າອິນເຕີເນັດໃນມືຖື ແມ່ນຖືກຫລາຍ ຫລິ້ນຕັ້ງຫລາຍຊົ່ວໂມງ ເສຍຄ່າບໍລິການບໍ່ຮອດ 2000 ກີບ
ສະດວກຫລາຍ ເພາະສາມາດເຊື່ອມຕໍ່ອິນເຕີເນັດໄດ້ ຈາກໃສກໍ່ໄດ້ ທີ່ມີສັນຍານ

1 comment:

bounthanh said...

ຂ້ອຍໃຊ້internetໃນມືຖືດ້ວຍເຄືອຂ່າຍETLມາດົນພໍສົມຄວນຄືເລີ່ມແຕ່ມີບໍລິການມາ.ແຕ່ມາເຖິງປັດຈຸບັນມືຖືຂອງຂ້ອຍບໍ່ສາມາດຂຽນພາສາລາວໄດ໊,ສຳລັບອ່ານພາສາລາວຍັງໄດ້ຢູ່ ບໍ່ຮູ້ວ່າຈະແກ້ໄຂແນວໃດ,ຊ່ວຍແນະນຳແດ່.ືຖືຂ້ອຍແມ່ນ NOKIA N72

ກະທູ້ມາໃຫມ່ຈາກເວັບບອດພະນົມສິນ

Twitter / laozaa