link ທີ່ຫນ້າສົນໃຈ ຈາກຜູ້ອຸປະຖຳ

ບົດຄວາມຫລ້າສຸດ ຈາກ www.pnomsin.com

Monday, July 7, 2008

ເມື່ອໃຊ້ບໍລິການຮ້ານເນັດ ຕ້ອງ log out ທຸກຄັ້ງ



ເຄີຍໄປໄປຮ່ວມສຳມະນາໃນງານວັນເກີດລາວຊ້າຄົບຮອບ1ປີ. ໄດ້ມີການນຳສະເຫນີຫົວຂໍ້ຕ່າງໆໃນງານ, ໃນນັ້ນ ມີຄົນລາວຜູ້ຫນຶ່ງທີ່ຊະນະການເຈາະລະບົບ ທີ່ປະເທດໄທ ກໍ່ໄດ້ມາສາທິດວິທີການປ້ອງກັນຕົວເອງຈາກການhack.
ເພິ່ນໃຫ້ຂໍ້ມູນວ່າ ເມື່ອກ່ອນ hacker ມັກຈະໂຈມຕີບໍລິສັດໃຫຍ່ໆ, ດຽວນີ້ເຂົາຫັນມາ hack user ກັນແລ້ວ.

ການ hack user ແມ່ນການໃຊ້ລະຫັດຂອງເຮົາໄປໂພສ. ມັນເຮັດໄດ້ງ່າຍກວ່າ ການເຈາະລະບົບຂອງບໍລິສັດໃຫຍ່ໆ ເມື່ອເຂົາໄດ້ username and password ຂອງເຮົາແລ້ວ, ເຂົາສາມາດໃຊ້ຊື່ເຮົາໄປໂພສໄດ້ ເຮັດທຸກຢ່າງທີ່ເຮົາເຮັດໄດ້, ແລະ ທີ່ສຳຄັນເພິ່ນເຕືອນວ່າ click ດຽວອາດເຮັດໃຫ້ເຮົາເຂົ້າຄຸກໄດ້.

ດັ່ງນັ້ນ, ເຮົາຄວນລະວັງໃນການ login logout ໃນເວລາ ເຂົ້າໄປໃຊ້ບໍລິການໃນຮ້ານອິນເຕີເນັດ, ໂດຍສະເພາະ ອີເມລ ເພາະເຂົາສາມາດຮູ້ຊື່ຂອງເພື່ອນໆເຮົາທັງຫມົດ, ແລ້ວອາດຈະຂຽນໄປຂໍຢືມເງິນ ແລະ ໃຫ້ສົ່ງເງິນໄປໃຫ້ ເພື່ອນຂອງທ່ານອາດຫລົງເຊື່ອ ແລະ ເສຍເງິນໃຫ້ກັບພວກນີ້.

ທີ່ເລົ່າມານັ້ນ ແມ່ນທິດສະດີ, ສ່ວນຕົວຈິງ ທີ່ເຄີຍໄດ້ປະສົບມາແມ່ນ ເຫັນເວັບ hi5 ຂອງເພື່ອນຍິງຄົນຫນຶ່ງ ມີວີດີໂອຂອງພວກເກ ຜູ້ຊາຍກຳລັງກອດຈູບກັນຢ່າງມີຄວາມສຸກ. ຖາມລາວວ່າເອົາໃສ່ເຮັດຫຍັງ ເຈົ້າຂອງເພິ່ນບໍ່ຮູ້ເລື້ອງ. ອີກຕົວຢ່າງຫນຶ່ງ ຢູ່ໃນເວັບ multiply.com ເຈົ້າຂອງກໍ່ເປັນຜູ້ຍິງ ປະກົດມີວິດິໂອ ລາມົກ. ຕ້ອງໄດ້ຂ້ຽວລຶບອອກເປັນການດ່ວນ.

ກະທູ້ມາໃຫມ່ຈາກເວັບບອດພະນົມສິນ

Twitter / laozaa