link ທີ່ຫນ້າສົນໃຈ ຈາກຜູ້ອຸປະຖຳ

ບົດຄວາມຫລ້າສຸດ ຈາກ www.pnomsin.com

Sunday, October 26, 2008

MSN Groups ຈະຍຸບ ໄປເຂົ້າກັບ multiply.com

Mailing Groups ເປັນອີກບໍລິການຫນຶ່ງ ທີ່ທາງຜູ້ບໍລິການ email ມີໃຫ້ຜູ້ໃຊ້. ມັນເປັນບໍລິການ ທີ່ໃຫ້ຜູ້ໃຊ້ອີເມລ ສາມາດລວມກຸ່ມກັນ ແລະ ແລກປ່ຽນ ຂໍ້ມູນກັນຕາມແຕ່ລະກຸ່ມ ເຊິ່ງອາດຈະມີກຸ່ມ ຫາເງິນ ກຸ່ມນັກສຶກສາ ກຸ່ມອື່ນໆ 

ຂ້າພະເຈົ້າ ເຂົ້າກຸ່ມ mahasan 2004 ເປັນກຸ່ມຂອງຜູ້ໃຊ້ hotmail ອີກກຸ່ມຫນຶ່ງ ຫລືເອີ້ນວ່າ MSN Groups

ມື້ນີ້ໄດ້ຮັບຂ່າວວ່າ MSN Groups ເພິ່ນຈະປິດການບໍລິການໃນວັນທີ 21/2/2009 ແລະ ຈະໄປລວມຕົວກັບ multiply.com ເຊິ່ງກໍ່ມີຄົນລາວຫລາຍຄົນ ເປັນສະມາຊິກຢູ່ໃນນັ້ນ ເພາະວ່າ multiply.com ເປັນເວັບສຳລັບຫາເພື່ອນທາງອິນເຕີເນັດ ແບບດຽວກັບ hi5.com, punlao.com...

Dear MSN Groups Customer,


As a valued MSN Groups or MSN Communities Web Folders customer, we want to notify you that the MSN Groups service will close on February 21, 2009 and you will have the opportunity to move your group to our new partner service, Multiply. We understand the importance of keeping your group together, so we partnered with Multiply to create a migration process that moves your group to their service to preserve your online community and its history. Read on to find out about how to kick off the automatic migration of your group to Multiply.

Saturday, October 11, 2008

ຍິນດີ ກັບການກັບມາຂອງ ເວັບບອດຊື່ດັງ

ເວັບບອດມະຫາສານ ເຊິ່ງປິດຕົວໄປຊົ່ວຄາວ ກໍ່ໄດ້ກັບມາໃຫມ່ແລ້ວ ພ້ອມກັບລະບົບເວັບບອດໃຫມ່ ທີ່ງ່າຍຕໍການໃຊ້ງານ, ເພື່ອນໆທີ່ເປັນສະມາຊິກ ເວັບບອດຂອງດໍກຣຸບ ຂອງລາວຊ້າ ຫລື ຊຸມຊົນຄົນໃນວົງການໄຟຟ້າ ກໍ່ຈະບໍ່ມີບັນຫາໃນການໃຊ້ງານເລີຍ ເພາະໃຊ້ລະບົບທີ່ ເພື່ອນໆ ຄຸ້ນເຄີຍດີຢູ່ແລ້ວ ເພາະໃຊ້ຊອບແວໂຕດຽວກັນນັ້ນເອງ

ດັ່ງນັ້ນ ຖ້າເພື່ອນໆ ໄປລອງໃຊ້ເບິ່ງ ຈະຮູ້ໄດ້ເລີຍວ່າ ມັນໃຊ້ງ່າຍ ແຕ່ຕ້ອງສະຫມັກສະມາຊິກເສຍກ່ອນ ເພາະເພິ່ນບໍ່ໄດ້ອະນຸຍາດໃຫ້ ຂາສັນຈອນ ມີສິດໂພສ 

ໄປລອງເວັບບອດໃຫມ່ຂອງເພິ່ນທີ່ http://mahasan.com/forum/index.php ຂ້າພະເຈົ້າກໍ່ໄປສະຫມັກ, ສ້າງ profile ສຳເລັດ ແລະ ໄປໂພສມາແລ້ວ 

ສຳລັບອີກເວັບບອດຫນຶ່ງ ທີ່ມີຄົນນິຍົມຫລາຍ ກໍ່ຄື inlao.net ນັ້ນເອງ ທີ່ເພິ່ນກໍ່ປິດເພື່ອປັບປຸງມາໄດ້ຫລາຍເດືອນແລ້ວ. ຫລ້າສຸດ ທາງເວັບມາສເຕີ ກໍ່ອອກມາປະກາດວ່າ ເວບໄຊທ໌ ອີນລາວ ຈະເປີດໃຊ້ເປັນປົກກະຕິ ພາຍໃນວັນທີ່ 15 ຕຸລານີ້ 

ກະທູ້ມາໃຫມ່ຈາກເວັບບອດພະນົມສິນ

Twitter / laozaa