link ທີ່ຫນ້າສົນໃຈ ຈາກຜູ້ອຸປະຖຳ

ບົດຄວາມຫລ້າສຸດ ຈາກ www.pnomsin.com

Thursday, May 31, 2007

internet is only for chatting?


ໄດ້ໂອ້ລົມກັບຫລາຍຄົນ ກ່ຽວກັບອິນເຕີເນັດ ຫລາຍຄົນຍັງບໍ່ຮູ້ວ່າໃຊ້ internet ໄປເຮັດຫຍັງ, ມີຄົນຜູ້ຫນຶ່ງ ບອກວ່າ ຮູ້ຈັກ internet ດີ, ຮູ້ວ່າເຂົາໃຊ້ເຮັດຫຍັງກັນ, ບໍ່ຫຍັງຫລາຍດອກ, ພວກໄວລຸ້ນໃຊ້ໄວ້ແຊັດກັນຫລິ້ນຊື່ໆ
ທ່ານທັງຫລາຍຄົງບໍ່ຄິດແບບນັ້ນຕີ, ແຕ່ວ່າມັນມີປະໂຫຍດຫຍັງແດ່ລະ
ສົມມຸດເຮົາເຂົ້າໄປໃນຮ້ານເນັດເຮົາຈະເຫັນຫຍັງແດ່ :
1 ເຫັນຄົນເຂົ້າໄປອ່ານຂ່າວ (ຂ່າວໃນ internet ສົດກວ່າໃຫມ່ກວ່າໃນຫນັງສືພິມ)
2 ເຫັນຄົນສົ່ງ e-mail ຫາຄົນທີ່ຢູ່ຫ່າງໄກກັນ ວ່ອງໄວທັນໃຈ ສົ່ງປຸບໄດ້ຮັບປັບ
3 ເຫັນຄົນໂທລະສັບຜ່ານທາງ internet ລາຄາຖືກກວ່າໂທດ້ວຍໂທລະສັບ
4 ເຫັນເຂົາຫລຶ້ນເກມອອນລາຍ
5 ເຫັນໄວລຸ້ນແຊັດກັນ
ອີກຕົວຢ່າງຫນຶ່ງທີ່ພົບ ນັ້ນກໍ່ຄືໂຄສະນາ ທາງLaostar channel ທີ່ມີນາງນ້ອຍຄົນຊົນນະບົດແຕ່ສາມາດເຮັດ pizza ໄດ້ ຍ້ອນວ່າຕິດຕັ້ງລະບົບອິນຕີເນັດໄວ້ເຮືອນ ເລີຍເຫັນສູດອາຫານຕ່າງປະເທດໄດ້
ຜູ້ໃຫຍ່ ກໍ່ໃຊ້ຜ່ອນຄາຍຄວາມຕຶງຄຽດ
ນັກທຸລະກິດ ກໍ່ສາມາດໂຄສະນາ ຜ່ານເວັບໄຊ ໂອນເງິນ ຮັບເງິນ
ສາມາດຊື້ຂາຍສິນຄ້າ
ດາວໂຫລດໂປແກມ
ເບິ່ງຫນັງ, ຟັງເພງ, ຫາຄູ່ຫາແຟນ, ..
....ຍັງມີຫລາຍບໍ່ອາດພັນລະນາ
ຊີວິດພວກເຮົາກຳລັງຈະຂາດ internet ບໍ່ໄດ້ ບໍ່ຕ່າງຫຍັງກັບໂທລະສັບມືຖື ທີ່ທຸກຄົນມີໃຊ້
ນັ່ງກິນເບຍຢູ່ຮ້ານ ຍັງເຫັນ www ໃນຜະລິດຕະພັນເບຍລາວ ເລີຍທ່ານ



Friday, May 25, 2007

The new Yahoo! Messenger for the Web



ເພື່ອນຂອງຂ້າພະເຈົ້າ ທ່ານ ຊະນະພອນ ເພິ່ນເອີ້ນໄປຫາ ຫລັງຈາກເລີກການ ເພື່ອຊ່ວຍກວດກາລະບົບຄອມພິວເຕີຂອງເພິ່ນ ແລະ ຂໍໃຫ້ຕັ້ງ yahoo messenger ໃຫ້ນຳ. ຂ້າພະເຈົ້າບອກເພິ່ນວ່າ ກ່ອນອື່ນໄປທີ່ ເວັບໄຊພະນົມສິນ ຈາກນັ້ນ ໄປທີ່ຫນ້າ ລວມເວັບໄຊ ແນມຫາ ຫມວດ download ແລະ clickໃສ່ yahoo messenger
ຫນ້າເວັບທີ່ເປີດອອກມານັ້ນ http://messenger.yahoo.com/webmessengerpromo.php ຂ້າພະເຈົ້າເອງກໍ່ງົງ ແລະ ຕະລຶງໄປ ເພາະບໍ່ທັນເຄີຍເຫັນ. ໃນນັ້ນຂຽນວ່າ Introducing the new Yahoo! Messenger for the Web, TRY IT NOW Or Download Yahoo! Messenger (8.1)

ຖ້າເຮົາເລືອກ Yahoo! Messenger for the Web ແປວ່າບໍ່ຈຳເປັນຕ້ອງຕິດຕັ້ງໂປແກມລົງຄອມ ແຕ່ກໍ່ສາມາດໃຊ້ໄດ້ຄືກັນ ເຄີຍລອງໃຊ້ເບິ່ງ ແປກໆຢູ່ ບໍ່ທັນລຶ້ງ
ແຕ່ຖ້າຕ້ອງການຄຕິດຕັ້ງໂປແກມລົງທີ່ຄອມ ຕາມທີ່ເຄີຍໃຊ້ມາ ກໍ່ໃຫ້ Download Yahoo! Messenger (8.1)

Wednesday, May 23, 2007

ວິທີຕັ້ງເວັບໃດຫນຶ່ງ ເປັນຫນ້າທຳອິດຂອງ browser

ປົກກະຕິທາງ microsoft ຈະຕັ້ງຫນ້າເວັບ www.msn.com ໃຫ້ເປັນຫນ້າທຳອິດ, ທຸກເທື່ອທີ່ເປີດໂປແກມ internet explorer ມັນຈະເປີດຫນ້າເວັບ ທີ່ເປັນ home page ຂຶ້ນມາພ້ອມ. ຫລັງຈາກນັ້ນເຮົາກໍ່ ປ້ອນຊື່ເວັບອື່ນທີ່ຕ້ອງການ ເຂົ້າໄປ ເຊັ່ນເວັບພະນົມສິນ ແບບນີ້ເປັນຕົ້ນ, ເຮັດແບບນີ້ທຸກຄັ້ງ ທີ່ເປີດໂປແກມ ມື້ນີ້ ຂໍສະເຫນີວິທີທີ່ງ່າຍ ກວ່ານັ້ນ ຄືເຮົາເປີດໂປແກມ browser ແລ້ວ ມັນເປີດຫນ້າເວັບທີ່ເຮົາໃຊ້ປະຈຳໃຫ້ເລີຍ ບໍ່ຕ້ອງເສຍເວລາມາຄີຊື່ເວັບເຂົ້າໄປ ເລີ້ມກັນເລີຍ ກ່ອນອື່ນໄປທີ່ເມນູ tool ຈາກນັ້ນໄປທີ່ internet option


ສັງເກດ ດຸມສາມໂຕ ນັ້ນ
current ຖ້າເຮົາກົດ ຈະມີຊື່ເວັບທີ່ພວມເປີດຢູ່ ເຂົ້າໄປຢູ່ໃສ່ປ່ອງ ຫລື ສາມາດໃສ່ ຊື່ເວັບທີ່ຕ້ອງການເຂົ້າໄປ ຕ້ອງມີ http:// ນຳຫນ້າ
default ແມ່ນຕັ້ງມາກັບໂປແກມແລ້ວ
blank ແມ່ນເປີດຫນ້າເປົ່າວ່າງ
ຈາກນັ້ນ ກົດ apply
ລອງຄລິກໃສ່ icon ຮູບເຮືອນ (ບອກມັນກັບບ້ານ) ມັນຈະກັບໄປຫນ້າທີ່ເຮົາຕັ້ງໄວ້ ທັນທີ..

Saturday, May 19, 2007

ການນຳໃຊ້ history ເປີດເວັບຄືນ


ເມື່ອທ່ານເປີດຫນ້າເວັບໃດ ກໍ່ຕາມ ຄອມພິວເຕີຈະທຳການບັນທຶກຊື່ຫນ້າເວັບເອົາໄວ້
ຕົວຢ່າງມື້ນີ້ທ່ານເປີດເວັບໄປ 10 ເວັບ ແຕ່ບໍ່ຈື່ວ່າ ເວັບໃດແດ່ ແຕ່ມີເວັບຫນຶ່ງທີ່ສົນໃຈແລະຢາກຈະກັບໄປຫາມັນອີກ
ສຳລັບຜູ້ໃຊ້ internet explorer 6 ສາມາດເຮັດແບບນີ້ ໄປທີ່ເມນູ view>explorer bar> history ຫລື ກົດໃສ່ icon
ຈະມີວິນໂດວອອກມາ ຊື່ວ່າ history ເຮົາສາມາດໃຊ້ມັນຫລືປິດມັນໄປກໍ່ໄດ້
ຖ້າຈະເບິ່ງວ່າມື້ນີ້ ເປີດຫນ້າເວັບຫຍັງແດ່ ໃຫ້ກົດໃສ່ today ມັນຈະໂຊລາຍຊື່ຫນ້າເວັບທີ່ເຮົາເປີດໃນມື້ນີ້ອອກມາ
ແລະ ເຮົາສາມາດກົດໃສ່ລາຍຊື່ໃດຫນຶ່ງໃນນັ້ນ ຫນ້າເວັບກໍ່ຈະເປີດອອກມາ
ບໍ່ພຽງແຕ່ສາມາດຄົ້ນຫາຂໍ້ມູນຂອງມື້ນີ້ ເຮົາສາມາດຄົ້ນຄືນຫລັງໄດ້ຫລາຍເດືອນອີກດ້ວຍ

Tuesday, May 15, 2007

Using WinPhone as a modem for internet connection

ການຕິດຕັ້ງ internet ຜ່ານ winphone

winphone


















ກະກຽມ


ທ່ານຕ້ອງມີ ຫນ່ວຍໂທລະສັບຕັ້ງໂຕະແບບບໍ່ມີສາຍ "winphone" ຂອງບໍລິສັດລາວໂທລະຄົມ ແບບໃດກໍ່ໄດ້ ໃນສີ່ແບບ ພ້ອມເບີ
ຕ້ອງມີສາຍເຂື່ອມຕໍ່ກັບຄອມພິວເຕີ້ ຕ້ອງຊື້ຕ່າງຫາກ ໃນລາຄາ 17 ໂດລາ ຈະໄດ້ແຜ່ນຊີດີ ສຳລັບຕິດຕັ້ງ wireless modem ມາພ້ອມ

ຕິດຕັ້ງ
ໃສ່ແຜ່ນຊີດີ ແລະ ເລືອກຄຳສັ່ງ setup
ຈະຖາມຫາສາຍສຽບ (ຖ້າຍັງບໍ່ຕໍ່ເຂົ້າ ໂປແກມຈະບໍ່ແລ່ນໄປຕໍ່) ໃຫ້ສຽບສາຍໃສ່ໂທລະສັບແລ້ວຕໍ່ເຂົ້າຄອມພິວເຕີ້ ຈາກນັ້ນກົດໄປຕໍ່
ເມື່ອຕິດຕັ້ງ modem ສຳເລັດແລ້ວ ໃຫ້ຕັ້ງ new connection. start>setting>Network connection>create new connection
ເມື່ອມີ ບອັກອອກມາ ກົດnext , ເລືອກ connect to internet, next, setup my connection manually, next, connect using dailup modem, next
ເລືອກ modem ໃນທີ່ນີ້ເລືອກ huawei
isp name : ໃສ່ຕາມສະບາຍ ຫລື internet via winphone
phone number (dial) : #777
user name: win@ltc.com
password: win

ຕື່ມເງິນ ແລ້ວ ທຳການເຊື່ອມຕໍ່ດັ່ງນີ້:
ໄປທີ network connection ເລືອກຊື່ທີ່ຕັ້ງໄວ້ ເຊັ່ນ internet via winphone
ລໍຖ້າ ການກວດສອບ ເມື່ອກວດບໍ່ຜ່ານກໍ່ເຂົ້າບໍ່ໄດ້ ໃຫ້ລອງອີກຫລາຍໆເທື່ອ
ເມື່ອເຂົ້າໄປໄດ້ແລ້ວ ຈະມີການແຈ້ງບອກ ມີຮູບໄອຄອນຂຶ້ນທີ່ task bar ໂຊເປັນຄອໃພິວເຕີຊ້ອນກັນ
ເມື່ອຕ້ອງການເຊົາໃຊ້ right click ທີ່ໄອຄອນ ເລືອກ disconnect
ເພື່ອບໍ່ຢາກເປືອງເງິນ ໃຫ້ save webpage ໄວ້ເພື່ອພິມອອກ ຫລືໄວ້ອ່ານພາຍຫລັງ
ລອງເບິ່ງ ຖ້າບໍ່ໄດ້ຜົນ ໂທ 101
ອ່ານຕໍ່

ຕາມການໄດ້ລອງໃຊ້ ເຫັນວ່າ :
1 ຄວາມໄວສູງ ໄດ້ໃຈ
2 ຄ່າບໍລິການ 1 ນາທີ ປະມານ 240 ​ກີບ
3 ໃຊ້ບັດ M phone ຕື່ມເງິນກໍ່ໄດ້
4 ມັນອາດໃຊ້ບໍ່ໄດ້ກັບຄອມພິວເຕີບາງລຸ້ນ ໂດຍສະເພາະຄອມລຸ້ນໃຫມ່

Saturday, May 12, 2007

Internet Training in Bokeo


ຂ້າພະເຈົ້າໄດ້ໄປເຮັດວຽກກັບລັດວິສາຫະກິດໄຟຟ້າລາວ ສາຂາແຂວງບໍ່ແກ້ວ, ຫົວຫນ້າສາຂາໄດ້ຂໍໃຫ້ຈັດຝຶກອົບຮົມການນຳໃຊ້ internet ໃຫ້ກັບພະນັກງານຂອງເພິ່ນ. ຂ້າພະເຈົ້າຍາດເອົາເວລາເລີກວຽກງານໃນວັນເສົາ ເວລາ 12 ໂມງທ່ຽງເພື່ອແນະນຳການນຳໃຊ້ internet ໃນນັັ້ນ ໄດ້ອະທິບາຍຕາມແຕ່ລະລາຍການຄື:

  1. ການປະກອບສ້າງຂອງເວັບໄຊພະນົມສິນ
  2. ການນຳໃຊ້ webboard,  
  3. ການພິມພາສາລາວໃນ webboard,
  4.  ການ search website, search images, 
  5. ການສະຫມັກທີ່ຢູ່ e-mail, ການສົ່ງແລະຮັບe-mail,
  6. ການ download ແລະ ຕິດຕັ້ງ messenger, ການສົ່ງ file ຜ່ານ messenger..
ທັງຫມົດ ໃຊ້ເວລາແນະນຳໄປ 1 ຊົ່ວໂມງເທົ່ານັ້ນ
ເບິ່ງສີຫນ້າພວກເຂົາແມ ພວກເຂົາຕື່ນເຕັ້ນກັບຄວາມຮູ້ໃຫມ່ ແລະ ກະຕືລືລົ້ນທີ່ຈະລອງນຳໃຊ້
ຫລັງຈາກການສຳມະນາ ພວກເຂົາໄປກິນເຂົ້າ ແລະ ຟ້າວກັບມາລອງໃຊ້ ໃນມື້ນັ້ນເລີຍ
ວັນເສົາແທ້ໆ ບໍ່ຍອມພັກ

Wednesday, May 9, 2007

messenger ແມ່ນຫຍັງ


ທ່ານຄົງໄດ້ຮູ້ຈັກກັບchat ໄປແລ້ວໃນບົດກ່ອນຫນ້ານີ້ ເມື່ອຂ້າພະເຈົ້າເຂົ້າໄປໃນ chat room ຂອງ ກະໄດ້ເພື່ອນຈາກນັ້ນຫລາຍຄົນຢູ່ ນັບທັງos555 ທີ່ຊ່ວຍຂ້າພະເຈົ້າສ້າງເວັບໄຊ, ແຕ່ບາງຄັ້ງ ຂ້າພະເຈົ້າບໍ່ຄ່ອຍຮູ້ສຶກດີປານໃດ ເພາະວ່າມີຫລາຍຄົນໃນຫ້ອງ ບໍ່ຮູ້ວ່າໃຜລົມກັບໃຜ ເປັນອຶກກະທຶກຢູ່ ບໍ່ຮູ້ຈະລົມໃຜ ແລະ ຄືວ່າບໍ່ມີໃຜຢາກລົມກັບເຮົາ
ຂ້າພະເຈົ້າມັກລົມກັນແບບສອງຕໍ່ສອງໃນຫ້ອງສະເພາະທີ່ບໍ່ມີໃຜລົບກວນ. ແລະ messenger ກໍ່ສາມາດຕອບສະຫນອງທາງແກ້ບັນຫາໃຫ້ຂ້າພະເຈົ້າໄດ້. ແລ້ວ messenger ມັນແມ່ນຫຍັງ. ມັນກໍ່ຄືກັນກັບຫ້ອງ chat room ເຮົາສາມາດ IM (instant message) ຫາຜູ້ທີ່ຕ້ອງການ ລົມນຳ ແລະ ຖ້າເຂົາຢາກລົມເຮົາ ເຂົາກໍ່ຕອບມາ. ແຕ່ມັນມີຂໍ້ສະດວກຫລາຍຢ່າງ ເຊັ່ນ: ເຮົາສາມາດເຮັດວຽກໄປນຳ chat ໄປນຳ ເມື່ອມີໃຜສົ່ງ IM ມາ ກໍ່ຈະມີສຽງເຕືອນ ແລະ ມີການກະພິບໃນຫນ້າຈໍ ເຊິ່ງເຮົາສາມາດເລືອກວ່າຈະຕອບຫລືບໍ່ຕອບກະໄດ້. ສາມາດເລືອກໃຫ້ຕົວເອງ online ຫລື offline ກໍ່ໄດ້(ໂດຍສະເພາະເວລາບໍ່ຕ້ອງການໃຫ້ໃຜລົບກວນ ຕອນກຳລັງຫຍຸ້ງວຽກ) ຫລືໃຫ້ຕົວເອງ online ແຕ່ບໍ່ໃຫ້ໃຜເຫັນວ່າເຮົາ online ຢູ່ ກໍ່ໄດ້. ເຮົາສາມາດເລືອກວ່າ ຈະໃຫ້ໃຜເຂົ້າມາຢູ່ໃນລາຍຊື່ການສົນທະນາ ເພື່ອໃຫ້ເຂົາເຫັນເຮົາ ເວລາເຮົາ online ຫລື ລຶບຊື່ຜູ້ທີ່ເຮົາບໍ່ຕ້ອງການລົມນຳອີກ ອອກຈາກລາຍຊື່.

ນອກຈາກສົ່ງ IM ຫາກັນແລ້ວ messenger ຍັງສາມາດໃຫ້ຄູ່ສົນທະນາແລກປ່ຽນ file ພາບຖ່າຍ, ສຽງ, ວີດີໂອ ແລະ ເອກະສານ ສົ່ງໃຫ້ກັນໄດ້ທັນທີ ອັນນີ້ກໍ່ສະດວກ ສະດວກກວ່າສົ່ງທາງ e-mail ເພາະເຮົາຮູ້ໄດ້ທັນທີວ່າຜູ້ທີ່ເຮົາສົ່ງໃຫ້ ໄດ້ຮັບສິ່ງທີ່ເຮົາສົ່ງໃຫ້ແລ້ວ ບໍ່ຕ້ອງລຸ້ນວ່າຜູ້ກ່ຽວອ່ານ e-mail ຫລືຍັງບໍ່ທັນອ່ານ

ຍັງສາມາດໂທຫາກັນຜ່ານຫນ່ວຍຄອມພິວເຕີ ໄດ້ຍິນສຽງກັນ ແລະ ເຫັນຫນ້າກັນກໍ່ຍັງໄດ້ ເຖິງວ່າຈະຢູ່ກັນຄົນລະຟາກຟ້າ ກໍ່ຕາມ. ແຕ່ວ່າຕ້ອງໄດ້ຕິດຕັ້ງອຸປະກອນເສີມເຂົ້າໄປ ໄດ້ແກ່ microphone, ear phone or speaker and webcam. webcam ຄືກ້ອງໂທລະທັດ ສຳລັບຕິດຕັ້ງກັບຄອມພິວເຕີ ເພື່ອຖ່າຍພາບເຮົາສົ່ງໄປໃຫ້ຜູ້ທີ່ເຮົາລົມນຳໄດ້ເຫັນ.

ສາມາດລົມກັນໄດ້ຫລາຍກວ່າສອງຄົນ ໂດຍເຊື້ອເຊີນຜູ້ທີ3 ເຊິ່ງກໍ່ຕ້ອງ online ຢູ່ເຊັ່ນກັນ ມາຮ່ວມປະຊຸມປຶກສາຫາລືນຳກັນໄດ້ ແບບທີ່ເອີ້ນວ່າປະຊຸມກັນທາງໄກ ເພາະແຕ່ລະຄົນອາດຈະຢູ່ກັນຄົນລະບ່ອນ

ໃນຮ້ານອິນເນັດທົ່ວໄປມັກຈະມີໂປແກມພວກນີ້ໄວ້ໃຫ້ແລ້ວ ໄດ້ແກ່ໂປແກມ yahoo messenger ສຳລັບຜູ້ໃຊ້ yahoo mail, MSN ຫລື windows (live) messenger ສຳລັບຜູ້ໃຊ້ hotmail. ເມື່ອກ່ອນຜູ້ໃຊ້ yahoo mail ຕ້ອງໃຊ້ໂປແກມຂອງ yahoo messenger ເທົ່ານັ້ນ, ແຕ່ດຽວນີ້ບໍ່ຈຳກັດແລ້ວ ໃຊ້ນຳກັນໄດ້
ຖ້າຄອມພິວເຕີທີ່ທ່ານໃຊ້ຢູ່ ບໍ່ມີໂປແກມພວກນີ້ ທ່ານກໍ່ສາມາດ download ໄດ້ຈາກ website ທີ່ກ່ຽວຂ້ອງ ຫລືໄປ download ທີ່ເວັບໄຊພະນົມສິນ ກໍ່ໄດ້

Sunday, May 6, 2007

ການ chat: ວິທີລົມບ່າວລົມສາວ ຍຸກໄຮເທັກ

ເຄີຍໄດ້ຍິນເພງຮັກສາວອອນລາຍກັນບໍ່ ເນື້ອໃນຂອງເພງເພິ່ນພັນລະນາເຖິງຄວາມງາມຂອງສາວອອນລາຍ ຫລື online ແລະ ເມື່ອໄດ້ລົມກັນທາງ computer ຜ່ານ internet ຈົນວ່າລືມຮອດກິນເຂົ້າແລງ ແລະ ແຕ່ລະມື້ຜູ້ບ່າວຈະຄອຍຖ້າໃຫ້ຜູ້ສາວ ທຳການ online ເພຶ່ອທີ່ຈະໄດ້ລົມກັນອີກ
ມາຮູ້ຈັກຄຳວ່າ online ກັນກ່ອນ
online ອາດຈະແປວ່າກຳລັງຢູ່ໃນສາຍ ຖ້າກົງກັນຂ້າມກັບ online ຈະເອີ້ນວ່າ offline. ເມື່ອເຮົາກຳລັງ online ຢູ່ເຮົາສາມາດໂຕ້ຕອບກັບຜູ້ທີ່ເຮົາຕ້ອງການລົມນຳ ເຊິ່ງກໍ່ຕ້ອງ online ຄືກັນຈຶ່ງລົມກັນໄດ້ ແບບດຽວກັນກັບການລົມໂທລະສັບ. ການ chat ແມ່ນການຂຽນຂໍ້ຄວາມໂຕ້ຕອບກັນໄປມາລະຫວ່າງຜູ້ສົນທະນາ ໃນຫ້ອງສົນທະນາໃດຫນຶ່ງ, ລອງກຳນົດນາມແຝງໃຫ້ກັບຕົວເອງ ແລ້ວ log in ຫລື sign inເຂົ້າສູ່ເວັບໄຊທີ່ໃຫ້ການບໍລິການດ້ານການ chat ເຊັ່ນ www.inlao.net ຫລື www.mahasan.com. ແລ້ວກໍ່ຈະເຂົ້າໃຈເອງ.
ຢ່າເຜີ chat ຈົນລືມກິນລືມນອນເດີ້ ໃຫ້ຫ້ອງ chat ມີຄົນຕະຫລອດຈາກທົ່ວທຸກມູມໂລກ ເບິ່ງຄືວ່າບໍ່ຮູ້ຫລັບຮູ້ນອນ

search images: ການຊອກຫາຮູບພາບໃນອິນເຕີເນັດ


ການຊອກຫາພາບຖ່າຍສຳລັບການຂຽນບົດໃດຫນຶ່ງທີ່ທາງອາຈານໃຫ້ວຽກບ້ານມາ ເຊັ່ນຫາ ຮູບຖ່າຍສະຖານທີ່ທ່ອງທ່ຽວ ຂອງແຂວງຂອງຕົນ ຫາຮູບຖ່າຍຂອງຜູ້ນຳ ແລະ ອື່ນໆ
ວິທີການ ກໍ່ເປັນແບບດຽວກັນ ກັບການຊອກຫາເວັບໄຊ ພຽງແຕ່ລະບຸລົງໄປໃນ search engine ວ່າໃຫ້ຊອກຫາ image ດ້ວຍການກົດ ປຸ່ມ image ກ່ອນແລ້ວຈຶ່ງກົດ search
ລອງຫາຮູບຂອງແຂວງຕົນເອງດ້ວຍການພິມຊື່ແຂວງ ແລະ search ຫລື ພິມຊື່ບຸກຄົນທີ່ຕ້ອງການຄົ້ນຫາ ລອງເບິ່ງ
ໃນຕົວຢ່າງນີ້ ຂ້ອຍຄົ້ນຫາຮູບຂອງ David Backham


ການໃຊ້ search engine ຊອກຫາເວັບໄຊ

ວິທີທີ່ກຳລັງຈະກ່າວເຖິງ ເປັນວິທີທີ່ດີທີ່ສຸດໃນການໃຊ້ອິນເຕີເນັດ ເພື່ອຊອກຫາຂໍ້ມູນ
ມັນສາມາດຊ່ວຍເຮົາຫາເວັບໄຊທີ່ເຮົາຕ້ອງການໄດ້ຢ່າງວ່ອງໄວ ເປີດຫນ້າເວັບໄຊໃຫ້ພ້ອມ ໂດຍທີ່ເຮົາບໍ່ຈຳເປັນຕ້ອງຮູ້ຈັກຊື່ເວັບໄຊ
ພຽງແຕ່ເຮົາພິມຄຳສັບທີ່ເຮົາຄິດວ່າ ເວັບໄຊທີ່ເຮົາກຳລັງຄົ້ນຫາຈະຕ້ອງມີ ເຮົາເອີ້ນຄຳປະເພດນີ້ວ່າ key word ເຊິ່ງເປັນດັ່ງກຸນແຈໄຂໄປສູ່ຫນ້າເວັບໄຊທີ່ເຮົາຕ້ອງການ
ມາເບິ່ງຕົວຢ່າງການຄົ້ນຫາຂໍ້ມູນນຳກັນ
ກ່ອນອື່ນ ທ່ານຕ້ອງເປີດຫນ້າເວັບໄຊທີ່ເຮັດຫນ້າທີ່ຄົ້ນຫາຂໍ້ມູນໃຫ້ເຮົາ ເຮົາເອີ້ນພວກມັນວ່າ search engine ເຊິ່ງມີຫລາຍຕົວ ເປັນຕົ້ນແມ່ນ http://search.msn.com/, http://search.yahoo.com/, http://www.google.la ແລະ ອື່ນໆ
ສັງເກດ ເຮົາຈະເຫັນປ່ອງສຳລັບປ້ອນຄຳສັບເຂົ້າໄປ ຖ້າເຮົາກຳລັງຊອກຫາຂໍ້ມູນກ່ຽວກັບວຽງຈັນ ເຮົາກໍ່ສາມາດ ພິມຄຳວ່າ”ວຽງຈັນ”ເຂົ້າໄປ ແລະ ກົດ search
search engine ຈະເຮັດຫນ້າທີ່ຄົ້ນຫາທຸກເວັບໄຊທີ່ມີຄຳວ່າ ວຽງຈັນ ແລະ ສະແດງລາຍຊື່ເວັບໄຊອອກມາ ໃຫ້ເຮົາເລືອກເອົາ ເວັບໄຊໃດທີ່ມີຂໍ້ມູນທີ່ເຮົາຕ້ອງການ
ຖ້າວ່າຈຳນວນຫນ້າເວັບທີ່ສະແດງອອກມາ ມີຈຳນວນຫລາຍ ເກີນໄປ ກໍ່ໃຫ້ລອງປ່ຽນຄຳສັບໃຫມ່ ທີ່ຈຳກັດສະເພາະຫນ້າເວັບໄຊກວ່າເກົ່າ
ທ່ານສາມາດໃຊ້ຄຳສັບ ເປັນພາສາລາວຫລືພາສາໃດກໍ່ໄດ້
ຕົວຢ່າງ ທ່ານຊອກຫາເວັບໄຊ ທີ່ມີຄຳວ່າ ”ໄຟຟ້າ” ທ່ານຈະພົບວ່າ 500 ກວ່າລາຍການ ເຊິ່ງອາດຫລາຍເກີນໄປ
ຖ້າທ່ານຊອກຄຳວ່າ ”ໄຟຟ້າລາວ” ທ່ານຈະພົບພຽງແຕ່ 60 ກວ່າລາຍການ

Wednesday, May 2, 2007

ການຮັບສົ່ງ e-mail

ການຮັບສົ່ງ e-mail
ການສົ່ງອີເມລ ແມ່ນເຮັດຕາມຂັ້ນຕອນຄື:
ໄປທີ່ເວັບໄຊ ທີ່ໃຫ້ບໍລິການ ຕົວຢ່າງ ຖ້າທ່ານໃຊ້ yahoo ກໍ່ເປີດໄປເວັບ www.yahoo.com ກົດປຸ່ມ yahoo mail
ໃສ່ທີ່ຢູ່ແລະລະຫັດຜ່ານ ຈາກນັ້ນ ກໍ່ກົດປຸ່ມ sign in ເຂົ້າໄປ
ເມື່ອເຂົ້າໄປແລ້ວເຮົາສາມາດ ອ່ານຈົດຫມາຍທີ່ເຂົາສົ່ງມາໃຫ້ ໃນກ່ອງຮັບ ຫລື inbox ໄຂເຂົ້າໄປເບິ່ງ ຖ້າເຫັນວ່າມີຈົດຫມາຍໃຫມ່ ກໍ່ສາມາດເປີດອ່ານໄດ້ ດ້ວຍການ double click.
ຖ້າຈະສົ່ງຈົດຫມາຍ ກໍ່ສາມາດສ້າງຂໍ້ຄວາມໃຫມ່ ຂຶ້ນມາ new message, ໃສ່ທີ່ຢູ່ເຂົ້າໄປ ໃສ່ຫົວເລື້ອງເຂົ້າໄປ ໃສ່ເນື້ອໃນຈົດຫມາຍ ຄົບແລ້ວກໍ່ກົດສົ່ງ send
ຖ້າຕ້ອງການແນບໄຟລ໌ໄປພ້ອມເຊັ່ນຮູບຖ່າຍ ຫລື ໄຟລ໌ຂໍ້ມູນ ໄປພ້ອມກັບຈົດຫມາຍ ກ່ອນຈະກົດສົ່ງ ໃຫ້ເລືອກ attach ແລະ ເລືອກໄຟລ໌ທີ່ຈະສົ່ງໄປ ທຳການແນບໄຟລ໌ ສຳເລັດແລ້ວ ຈຶ່ງກົດປຸ່ມສົ່ງ



Tuesday, May 1, 2007

ການສະຫມັກຂໍທີ່ຢູ່ e-mail

ການສະຫມັກຂໍທີ່ຢູ່ e-mail
ເມື່ອທ່ານຕ້ອງການ ມີທີ່ຢູ່ e-mail ເປັນຂອງຕົວເອງ ຫລື ຂອງສຳນັກງານ ແບບບໍ່ຕ້ອງເສຍເງິນ ກ່ອນອື່ນຕ້ອງເລືອກວ່າ ຈະເອົາບໍລິການຂອງໃຜ.
ທີ່ນິຍົມກັນ ແມ່ນ hotmail, yahoo mail, gmail ຖ້າແມ່ນຂອງລາວກໍ່ແມ່ນ etllao.
hotmail ແລະ yahoo mail ແມ່ນສາມາດສະຫມັກໄດ້ທັນທີ ໂດຍທ່ານຕ້ອງໃສ່ລາຍລະອຽດຂໍ້ມູນສ່ວນຕົວເຂົ້າໄປ, ຕອບຄົບແລ້ວ ກໍ່ສາມາດໃຊ້ໄດ້ເລີຍ.
ສຳລັບ gmail ແມ່ນທ່ານບໍ່ສາມາດສະຫມັກເອງໄດ້ ແຕ່ສາມາດຂໍການເຊື້ອເຊີນຈາກຜູ້ທີ່ໃຊ້ມາກ່ອນ. ຜູ້ທີ່ໃຊ້ gmail ສາມາດສົ່ງການເຊື້ອເຊີນ ໄປໃຫ້ຜູ້ຕ້ອງການໄດ້ຫລາຍຄົນ.
etllao ເມື່ອກ່ອນກໍ່ສາມາດສະຫມັກໄດ້ທັນທີ ດຽວນີ້ ເພິ່ນໃຫ້ສະຫມັກທາງໂທລະສັບ 021260022.

ກະທູ້ມາໃຫມ່ຈາກເວັບບອດພະນົມສິນ

Twitter / laozaa