link ທີ່ຫນ້າສົນໃຈ ຈາກຜູ້ອຸປະຖຳ

ບົດຄວາມຫລ້າສຸດ ຈາກ www.pnomsin.com

Saturday, May 19, 2007

ການນຳໃຊ້ history ເປີດເວັບຄືນ


ເມື່ອທ່ານເປີດຫນ້າເວັບໃດ ກໍ່ຕາມ ຄອມພິວເຕີຈະທຳການບັນທຶກຊື່ຫນ້າເວັບເອົາໄວ້
ຕົວຢ່າງມື້ນີ້ທ່ານເປີດເວັບໄປ 10 ເວັບ ແຕ່ບໍ່ຈື່ວ່າ ເວັບໃດແດ່ ແຕ່ມີເວັບຫນຶ່ງທີ່ສົນໃຈແລະຢາກຈະກັບໄປຫາມັນອີກ
ສຳລັບຜູ້ໃຊ້ internet explorer 6 ສາມາດເຮັດແບບນີ້ ໄປທີ່ເມນູ view>explorer bar> history ຫລື ກົດໃສ່ icon
ຈະມີວິນໂດວອອກມາ ຊື່ວ່າ history ເຮົາສາມາດໃຊ້ມັນຫລືປິດມັນໄປກໍ່ໄດ້
ຖ້າຈະເບິ່ງວ່າມື້ນີ້ ເປີດຫນ້າເວັບຫຍັງແດ່ ໃຫ້ກົດໃສ່ today ມັນຈະໂຊລາຍຊື່ຫນ້າເວັບທີ່ເຮົາເປີດໃນມື້ນີ້ອອກມາ
ແລະ ເຮົາສາມາດກົດໃສ່ລາຍຊື່ໃດຫນຶ່ງໃນນັ້ນ ຫນ້າເວັບກໍ່ຈະເປີດອອກມາ
ບໍ່ພຽງແຕ່ສາມາດຄົ້ນຫາຂໍ້ມູນຂອງມື້ນີ້ ເຮົາສາມາດຄົ້ນຄືນຫລັງໄດ້ຫລາຍເດືອນອີກດ້ວຍ

3 comments:

Anonymous said...

tolo:

ປົກກະຕິທາງລະບົບຈະຕັ້ງຄ່າມື້ຂອງ history ໃຫ້ເປັນຄ່າ 20 ຫຼືປະມານ ສາມອາທິດ. ແຕ່ທ່ານກໍ່ສາມາດປັບຄ່າມັນໄດ້ໂດຍກົດ:

Tools -> Internet Options...

ແລະໃນພື້ນ 'History' ຂອງແຖບ 'General' ກໍ່ຈະເຫັນມີບ່ອນ ໃຫ້ປັບ.
ສຳລັບການຕັ້ງຄ່ານີ້ຖ້າທ່ານປັບຂຶ້ນຫຼາຍຊ່ຳໃດມັນກໍ່ຈະກິນພື້ນທີ່
ຄວາມຈຸໃນຄອມພິວເຕີ້ຫຼາຍຊ່ຳນັ້ນ,ຄ່າທີ່ສົມເຫດສົມຜົນກໍ່ຄືບໍ່ໃຫ້ເກີນປີໜຶ່ງ.

Laobeginner said...

ທ່ານ tolo ຈັ່ງແມ່ນເກ່ງແທ້ແທ້

Anonymous said...

tolo:
ໂອ ຂອບໃຈຫຼາຍໆ, ທີຈິງກໍ່ງູໆປາໆໄປ.
ແຕ່ວ່າບໍ່ໃຫ້ຮ້ອງວ່າທ່ານເດີເພາະຍັງເປັນບ່າວ ນ້ອງເອງຫາກໍ່ມີຜູ້ສາວ

ກະທູ້ມາໃຫມ່ຈາກເວັບບອດພະນົມສິນ

Twitter / laozaa