link ທີ່ຫນ້າສົນໃຈ ຈາກຜູ້ອຸປະຖຳ

ບົດຄວາມຫລ້າສຸດ ຈາກ www.pnomsin.com

Tuesday, April 12, 2011

6 ວິທີໃຊ້ປະໂຫຍດ ຈາກທວິດເຕີ

6 ວິທີໃຊ້ປະໂຫຍດ ຈາກທວິດເຕີ

ຮຽບ​ຮຽງ​ໂດຍ: ອ.ອິນ​ເຕີ

ຫາກ​ທ່ານ​ເຄີຍ​ໄດ້​ຍິນ​ຄຳນີ້ ແລະຍັງ​ສົງໄສ​ເຖິງ​ປະໂຫຍດຂອງ​ທວິດ​ເຕີ (Twitter)? ເຊິ່ງຄວາມ​ຈິງ​ແລ້ວ​ມັນ​ມີ​ຫລາຍ​ກວ່າການ​ໃຊ້​ເບິ່ງ​ຄົນ​ແປກ​ຫນ້າ​ກິນ​ເຂົ້າກັບ​ຫຍັງ​ໃນ​ຕອນ​ສວຍເພາະ​ ທ່ານສາ­ມາດ​ຕິດ­ຕາມ​ຂ່າວ​ດ່ວນ​ໃຊ້ເປັນ​ຊ່ອງ​ທາງ​ຮຽກ­ຮ້ອງ​ໄປ​ເຖິງບໍ­ລິ­ສັດ​ຜູ້​ຜະ­ລິດ ຫລື ແມ່ນ​ແຕ່ແຊັດ​ກັບ​ຄົນ​ທີ່​ມີ​ຊື່​ສຽງ.

ທວິດ​ເຕີ​ມີ​ແຕ່​ເລື່ອງ​ບໍ່​ມີ​ສາ­ລະທວິດ​ເຕີ​ເປັນ​ບ່ອນ​ທີ່​ໃຫ້​ຄົນ​ໃຊ້ຍົກ­ຍໍ​ຕົວ​ເອງ ແລະ ອື່ນໆ​ອີກ​ນານາ­ສາ​ລະ​ທີ່​ທ່ານ​ອາດ​ເຄີຍ​ໄດ້​ຍິນກ່ຽວ​ກັບ​ສັງ­ຄົມ​ເຄືອ​ຂ່າຍ​ແຫ່ງນີ້ ແຕ່​ຄວາມ​ຈິງ​ແລ້ວ ທວິດ​ເຕີ ຈະ​ເປັນ​ປະ­ໂຫຍດ​ແບບ​ບໍ່​ຫນ້າ​ເຊື່ອຖ້າ​ທ່ານ​ໃຊ້​ເປັນ ແລະ ມອງ​ຂ້າມເລື່ອງ​ທີ່​ຫລາຍ​ຄົນ​ເວົ້າ​ໄປ ເພາະວ່າ​ໂດຍ​ທຳ​ມະ​ຊາດ​ຂອງ​ບໍ​ລິການ​ແຫ່ງ​ນີ້ ຈະ​ເອື້ອ­ເຟື້ອ​ຕໍ່​ການຝາກ​ຂໍ້­ຄວາມ​ສັ້ນໆ​ໄດ້​ຢ່າງ​ວ່ອງໄວ ເຮັດ​ໃຫ້​ເຫມາະ​ສຳ­ລັບ​ໃຊ້​ເປັນຊ່ອງ​ທາງ​ຮັບ​ເລື່ອງ​ຮຽກ­ຮ້ອງຕຳ​ຫນິ​ຈາກ​ລູກ​ຄ້າ ຫລື ໃຊ້ຕິດ­ຕາມ​ເຫດ­ການ​ທີ່​ທ່ານ​ສົນ­ໃຈຈາກ​ຄົນ​ທີ່­ຢູ່​ໃນ​ຈຸດ​ເກີດ​ເຫດລວມ​ໄປ​ເຖິງໃຊ້​ຕິດ­ຕາມ​ເບິ່ງຊີ­ວິດ​ຂອງ​ບຸກ­ຄົນ​ທີ່​ທ່ານ​ສົນ­ໃຈເປັນ​ພິ­ເສດ ແລະ ນີ້​ຄື 6 ວິ­ທີງ່າຍໆ​ທີ່​ຈະ​ຊ່ວຍ​ໃຫ້​ທວິດ​ເຕີ​ມີ​ປະໂຫຍດ​ສຳ­ລັບ​ທ່ານ.

ຕິດ­ຕາມ​ຂ່າວ: ເວັບ​ໄຊ​ສ່ວນໃຫຍ່​ຍັງ​ເປັນ​ແຫລ່ງ​ຂໍ້​ມູນ ແລະ ແຫລ່ງ​ຂ່າວ​ທີ່​ສົມ­ບູນ​ກວ່າ ແຕ່ຖ້າ​ທ່ານ​ຕ້ອງ­ການ​ຕິດ­ຕາມ​ຂ່າວສະ­ເພາະ​ເລື່ອງ​ນັ້ນ​ໃນ​ແບບ​ນາ­ທີຕໍ່​ນາ­ທີ ແລະ ສົນ­ໃຈ​ລາຍ​ລະ­ອຽດປີກ​ຍ່ອຍ ທວິດ​ເຕີ​ຈະ​ເປັນ​ທາງເລືອກ​ທີ່​ດີເພາະ​ທ່ານ​ສາ­ມາດ​ອ່ານລາຍ​ງານ​ສົດໆ​ຈາກ​ຜູ້​ໃຊ້ (User) ຂອງ​ທະ​ວິດ​ເຕີ​ຄົນ​ອື່ນໆ​ທີ່­ຢູ່ໃນ​ເຫດ­ການ ຫລື ສະ­ຖານ­ທີ່​ເກີດເຫດ​ເຊັ່ນ​ກໍ­ລະ­ນີ​ເຮືອ­ບິນ​ຕົກ​ທີ່​ແມ່ນ້ຳ​ຫັດ​ສັນ ຜູ້​ຄົນ​ທີ່­ຢູ່​ໃນ​ບໍ­ລິ­ເວນນັ້ນ​ກໍ່​ຈະ​ໂພດສ໌​ເລື່ອງ​ທີ່​ພົບ​ເຫັນໄວ​ໃນ​ທວິດ​ເຕີ​ຂອງ​ພວກ​ເຂົາ (ແນວ​ຄວາມ​ຄິດ​ຂອງ​ທວິດ​ເຕີກໍ່ຄື​ການ​ເລົ່າ​ເລື່ອງ​ໃນ​ຊີ­ວິດ​ປະ­ຈຳວັນ ດ້ວຍ​ຂໍ້­ ຄວາມ​ສັ້ນໆ​ບໍ່​ເກີນ 140ຕົວ​ອັກ­ສອນ​ຕໍ່​ຫນຶ່ງ​ອັບເດດ).

ນອກ­ຈາກ​ປະ­ຊາ­ຊົນ​ຄົນ​ທຳມະ​ດາ​ແລ້ວ ທ່ານ​ຍັງ​ສາ­ມາດ​ຕິດຕາມ​ທວິດ​ເຕີ​ຂອງ​ເວັບ​ໄຊ​ຂ່າວ​ຄືຊີ​ເອັນ​ເອັນ (www.twitter.com/cnn ຫລື ຮຽກ​ຫຍໍ້ໆ​ວ່າ @CNN) ເຊິ່ງ​ຈະ​ໂພດສ໌​ຫົວ­ຂໍ້ ຂ່າວ​ພ້ອມ​ກັບ​ລິ້ງ​ໄປ​ຍັງ​ເນື້ອ​ໃນລາຍ​ລະ­ອຽດ ແຕ່​ມີ​ບາງ​ຄົນ​ຜັດ​ມັກ @cnnbrk ຫລາຍ​ກວ່າ ເຖິງວ່າ​ຈະ​ບໍ່​ໄດ້​ເປັນ​ທວິດ​ເຕີ​ຢ່າງເປັນ​ທາງ​ການ​ຂອງ​ສະ­ຖາ­ນີ​ຂ່າວແຫ່ງ​ນີ້ ແຕ່​ກໍ່​ດີ​ຢູ່​ບ່ອນ​ວ່າ​ຈະ​ສະຫລຸບ​ຂ່າວ​ໃຫ້​ອ່ານ​ແລ້ວ​ເຂົ້າ­ໃຈງ່າຍ​ໃນ​ປະ­ໂຫຍດ​ດຽວ​ບໍ່​ຕ້ອງ​ນຳລິ້ງ​ໄປ​ອ່ານ​ອີກ (ຍົກ­ເວັ້ນ​ແຕ່​ວ່າ ທ່ານ​ສົນ­ໃຈ​ລາຍ​ລະ­ອຽດ).

@NYTimes ກໍ່​ເປັນ​ອີກ ຈດ​ທີ່​ທ່ານ​ຈະ​ພົບ​ຫົວ­ຂໍ້​ຂ່າວ​ດາວໂຫລດ​ທຸກໆ​ຊົ່ວ­ໂມງ ແຖມ​ທວິດເຕີ​ຂອງ​ນັກ­ຮຽນ ແລະ ຂອງ​ຄໍ​ລຳປະ­ຈຳ​ໃນ​ຫນ້າ​ຫນັງ­ສື­ພິມ​ມີ​ອິດ​ທິພົນ​ສະ­ບັບ​ນີ້ ​ທີ່​ຫນ້າ​ສົນ­ ໃຈ​ອື່ນໆ, ສຳ­ລັບ​ເລື່ອງ​ຂອງ​ຂ່າວ​ກໍ່​ຈະ​ມີ​ຄື @BreakingNewsOn, @nprnews, @weirdnews, @macrumors, @MarsPhoenix, @Astronautics ແລະ ແນ່­ນອນ​ວ່າ​ວາ ລະ​ສານ​ພີ​ຊີ (@PC Magazine) ເອງ​ກໍ່​ມີ​ທວິດ​ເຕີ​ລາຍ​ງານຂ່າວ​ໃນ​ດ້ານ​ເຕັກ​ໂນ​ໂລ​ຊີ​ອີກ​ເຊັ່ນກັນ.

ຊ່ອງ​ທາງ​ຕິດ­ຕໍ່​ກັບ​ບໍ­ລິ­ສັດ​ຜູ້ຜະ­ລິດ:

ການ​ໃຊ້​ທວິດ​ເຕີ​ເປັນ​ຊ່ອງທາງ​ໃຫ້​ບໍ­ລິ­ການ​ຫລັງ​ການ​ຂາຍຢ່າງ​ເຕັມ​ຮູບ​ແບບ ອາດ​ຍັງ​ຟັງ​ເບິ່ງ ບໍ່​ຄ່ອຍ​ເຂົ້າ­ທ່າ​ປານ­ໃດ​ສຳ­ລັບບໍ­ລິ­ສັດ​ສ່ວນ​ໃຫຍ່ ຢ່າງ​ຫນ້ອຍ​ກໍ່ຈົນ​ກວ່າ​ບໍ­ລິ­ການ​ແຫ່ງ​ນີ້​ຈະ​ມີສະ­ມາ­ຊິກ​ເພີ່ມ​ອີກ 10 ລ້ານ​ລາຍ ຢ່າງ­ໃດ​ກໍ່​ດີ ໃນ​ປະ­ຈຸ​ບັນ​ທ່ານ​ສາມາດ​ໃຊ້​ທວິດ​ເຕີ​ເປັນ​ຊ່ອງ​ທາງໃນ​ການ​ຮຽກ­ຮ້ອງ​ໄດ້ ແລະສຽງຂອງ​ທ່ານ​ກໍ່​ຈະ​ດັງ​ໄປ​ເຖິງ​ເຈົ້າຂອງ​ສິນ­ຄ້າເພາະ​ບໍ­ລິ­ສັດ ​ລາຍໃຫຍ່​ຫລາຍ​ແຫ່ງ​ບໍ່​ວ່າ​ຈະ​ເປັນ Zappos, Starbucks, WholeFoods, JetBlue ແລະ ອື່ນໆ​ອີກ ລ້ວນ​ແລ້ວ­ແຕ່​ມີ​ແອັກ​ເຄົ້າ​ໃຫ້ ທ່ານ​ໃຊ້​ໃນ​ການ​ຕິດ­ຕໍ່.

ດັ່ງ­ນັ້ນ ​ຕໍ່​ຈາກ​ນີ້​ໄປ ຖ້າ​ທ່ານ​ມີເລື່ອງ​ຢາກ​ຮຽກ­ຮ້ອງ​ກ່ຽວ​ກັບ​ສິນຄ້າ ຫລື ບໍ­ລິ­ການ​ລອງ​ໃຫ້​ກູ​ເກິ​ລຄົ້ນ​ຫາ​ຊື່​ຂອງ​ບໍ­ລິ­ສັດ​ເຈົ້າ​ຂອງ ສິນ­ຄ້າ​ແລ້ວ ຕາມ​ດ້ວຍ​ຄຳ​ວ່າ Twitter ຖ້າ​ບໍ­ລິ­ສັດ​ດັ່ງ­ ກ່າວ​ມີ ແອັກ​ເຄົ້າ​ໃນ​ທວິດ​ເຕີ​ທ່ານ​ກໍ່​ຈະພົບ​ໃນ​ຜົນ​ການ​ຄົ້ນ​ຫາ​ລຳ­ດັບຕົ້ນໆ ​ທີ່​ສຳ­ຄັນ​ຄື​ພະ­ຍາ­ຍາມ​ຮຽບຮຽງ​ເລື່ອງ​ຮຽກ­ຮ້ອງ​ຂອງ​ທ່ານໃຫ້​ກະ­ທັດ​ຮັດ​ ໄດ້​ໃຈ­ຄວາມ​ເພາະທ່ານ​ຕ້ອງ​ບໍ່​ລືມ​ວ່າ​ຂໍ້­ ຄວາມ​ຈະຖືກ​ຈຳ​ກັນ​ໄວ້​ພຽງ​ແຕ່ 140 ຕົວອັກ­ສອນ.

ຂໍ​ຄວາມ​ຊ່ວຍ­ເຫລືອ:

ເຊັ່ນ​ດຽວ​ກັບ​ບລ໋ອກ ແລະ ຟໍຣັມ ທວິດ​ເຕີ​ຄື​ສະ­ຖານ­ທີ່​ທີ່​ເຫມາະສົມ​ເປັນ​ຢ່າງ​ຍິ່ງ​ສຳ­ລັບ​ການ​ຖາມຄຳ​ຖາມ​ທີ່​ຖ່ານ​ຂີ້­ຄ້ານ​ຄົ້ນ​ຫາ​ຄຳຕອບ​ດ້ວຍ​ຕົວ​ເອງລວມ​ໄປ​ເຖິງ ການ​ຂໍ​ຄວາມ​ຊ່ວຍ­ ເຫລືອ​ຂໍ​ຄວາມຄິດ​ເຫັນ ຫລື ຂໍ​ຄຳ​ແນະ­ນຳ​ເປັນຕົ້ນ.

ໂອ​ເວັນ ຣິງ​ເຄິ​ລ ຜູ້​ພັດ­ທະ­ນາທວິດ​ເຕີ​ບອກ​ວ່າ​ບັນ­ຫາ​ທີ່​ທ່ານເຄີຍ​ໃຫ້​ເວ­ລາ​ຄິດ 5 ນາ­ທີ ອາດ​ໄດ້ ຄຳ​ຕອບ​ອອກ​ມາ​ພາຍ​ໃນ​ເວ­ລາ 10 ວິ­ນາ­ທີ​ໃນ​ທວິດ​ເຕີ ແຕ່​ນີ້ຫມາຍ​ເຖິງ​ຢ່າງ​ຫນ້ອຍ​ທ່ານ​ຕ້ອງມີ​ຫມູ່​ໃນ​ຊີ­ວິດ​ຈິງ​ຕິດ­ຕາມ​ເບິ່ງ (follow) ທວິດ​ເຕີ​ຂອງ​ທ່ານ​ຢູ່ ແລະ ແນ່­ນອນ​ວ່າ​ຖ້າ​ຈະ​ໃຫ້​ເກີດປະ­ໂຫຍດ​ສູງ​ສຸດ​ທ່ານ​ກໍ່​ຄວາມຕິດ­ຕາມ​ເບິ່ງ​ທວິດ​ເຕີ​ຂອງ​ຫມູ່ນຳ ເພື່ອ​ເປັນ​ການ​ຊ່ວຍ­ເຫລືອ ເຊິ່ງ​ກັນ ແລະ ກັນ.

ໂປຣ​ໂມດ​ຜົນ­ງານ ຫລື ບໍ​ລິ ສັດ​ຂອງ​ທ່ານ:

ທວິດ​ເຕີ​ບໍ່​ແມ່ນ​ບໍລິການ​ທຳ ອິດ​ທີ່​ໃຫ້​ໃຊ້​ປະໂຫຍດ​ໃນ​ລັກ​ສະນະ​ນີ້ ແຕ່​ດ້ວຍ​ທຳ​ມະ​ຊາດ​ຂອງຕົວ​ມັນ​ເອງ​ເຮັດ​ໃຫ້​ບໍ­ລິ­ການ​ນີ້ ​ເປັນທາງ​ເລືອກ​ທີ່​ເຫມາະ​ສົມ​ຫລາຍສຳ­ລັບ​ການ​ໂປຣ​ໂຫມດຜົນ­ງານ ຫລື ປະ­ຊາ­ສຳ­ພັນ​ບໍ­ລິ­ສັດ​ຂອງທ່ານ​ຂໍ​ພຽງ​ແຕ່​ທ່ານ​ເຮັດ​ເປັນເລື່ອງ​ເປັນ​ລາວ​ມີ​ລິ້ງ​ໄປ​ຍັງ​ແອບພລິ​ເຄ​ເຊິນ​ທີ່​ທ່ານ​ຫາ­ກໍ່​ຂຽນ​ແລ້ວ ຫລື ສິນ­ຄ້າ​ຕົວ​ໃຫມ່​ຂອງ​ບໍ­ລິ­ສັດແດ່​ໃນ​ບາງ​ໂອ­ກາດ​ປະ­ສົມ​ປະສານ​ໄປ​ກັບ​ເລື່ອງ​ລາວ​ອື່ນໆ​ຂອງທ່ານ ຖ້າ​ເປັນ​ໄປ​ໄດ້​ພະຍາຍາມໃຫ້​ລິ້ງ​ໂປຣ​ໂຫມດ​ງານ​ມີ​ເກີນກວ່າ 3 ລິ້ງ​ຕໍ່​ອາ­ທິດ ເພາະ​ນັ້ນ​ຈະ ເປັນ​ການ​ຢັດ​ຢຽດ ແລະເຮັດ​ໃຫ້ຄົນ​ທີ່​ຕິດ­ຕາມ ​ເບິ່ງ​ທ່ານ​ຮູ້­ສຶກ​ບໍ່​ດີ ຫລື ຫນັກ​ໄປ​ກວ່າ​ນັ້ນ​ເຂົາ​ກໍ່​ອາດ​ບໍ່​ສົນ­ໃຈ​ທີ່​ຈະ​ຕິດ­ຕາມ​ທ່ານ​ອີກ.

ບໍ່​ຂາດ​ການ​ຕິດ­ຕໍ່​ກັບ​ຫມູ່ເພື່ອນ:

ນອກ­ຈາກ​ການ​ຕິດ­ຕາມ​ເບິ່ງເລື່ອງ​ລາຍ­ການ​ໃຊ້​ຊີ­ວິດ​ປະ­ຈຳວັນ​ຂອງ​ຄົນ​ແປກ​ຫນ້າ ເພື່ອ​ຄວາມບັນ­ເທີງ​ແລ້ວ ທວິດ​ເຕີ​ຍັງ​ເປັນ ຊ່ອງ​ທາງ​ທີ່​ເຮົາ​ມັກ​ໃຊ້ ເພື່ອ​ບໍ່​ໃຫ້ຂາດ​ການ​ຕິດ­ຕໍ່​ຈາກ​ຫມູ່​ເພື່ອນພຽງ​ແຕ່​ຂຽນ​ຂໍ້­ຄວາມ​ບອກ​ເລື່ອງຕ່າງໆ​ແບບ​ສັ້ນໆ​ໃນ​ແຕ່​ລະ​ວັນ ຫມູ່​ເພື່ອນ​ເຫລົ່າ­ນັ້ນ​ກໍ່​ຈະ​ຮູ້​ຄວາມເປັນ​ໄປ​ຂອງ​ທ່ານ​ວ່າ​ກຳລັງ​ທຸກຍາກ ຫລື ມີ​ຄວາມສຸກ​ພຽງ​ໃດໃນ​ທາງ​ກົງ­ກັນ­ຂ້າມ​ທ່ານ​ກໍ່​ສາມາດ​ຮູ້​ໄດ້​ວ່າ​ມີ​ຫມູ່​ເພື່ອນ​ຄົນ​ໃດເຈັບ­ເປັນ​ເອັນ​ອຸ່ນ​ຢູ່​ຫລື​ບໍ່ ຫລື ຜູ້​ໃດກຳ­ລັງ​ຢູ່​ໃນ​ອາລົມ​ໂສກເສົ້າ ແລະ ຕ້ອງ­ການ​ກຳ­ລັງ​ໃຈ​ຕ້ອງ­ການ​ໃຫ້ທ່ານ​ໄປ​ຫາ​ນີ້​ຍັງ​ບໍ່​ນັບ ລວມ​ເຖິງການ​ໃຊ້​ຊວນ​ກັນ​ໄປ​ກິນ​ເຂົ້າ ຫລື ຊວຍ​ກັນ​ເຮັດ​ກິດ­ຈະ­ກຳ​ອື່ນໆ.

ພົບ​ປະ​ໂອ້​ລົມ​ກັບ​ຄົນ​ທີ່​ມີ​ຊື່ສຽງ:

ຢຸດ​ເຊີ​ຊື່​ດັງ​ຂອງ​ທວິດ​ເຕີ​ທີ່​ມີຄນ​ຕິດ­ຕາມ​ເບິ່ງ​ເປັນ​ຈຳ­ນວນຫລາຍ​ບາງ​ຄົນ​ອາດ​ບໍ່​ສົນ­ໃຈ​ຂໍ້ຄວາມ​ທີ່​ທ່ານ​ສົ່ງ​ໄປ​ເຖິງ ແຕ່​ບໍ່ແມ່ນ​ກັບ ເບຣນທ໌ ສ​ປິນ​ເນີ (ດາລາ​ຈາກ​ສະ​ຕາ​ເທຣັກ) ເຊິ່ງ​ຂ້ອນຂ້າງ​ເປັນ​ມິດ​ກັບ​ຜູ້​ອື່ນໆ​ເຊັ່ນ​ດຽວກັນ​ກັບ​ດາລາ​ຕະຫລົກ​ສະຕີ​ເຟນຟຣາຍ ຫລື ຖ້າ​ທ່ານ​ມີ​ບຸກ­ຄົນ​ໃນດວງ​ໃດ​ລອງ​ຄົ້ນ​ຫາ​ທວິດ​ເຕີ​ຂອງເຂົາ​ເຫລົ່າ­ນັ້ນ ແລ້ວ​ຕິດ­ຕາມ​ເບິ່ງວ່າ​ພວກ​ເຂົາ​ໃຊ້​ຊີວິດ​ແນວໃດ​ຈິ່ງປະສົບ​ຄວາມ​ສຳເລັດ

http://www.ecom.org.la/teen/khao/11/1504

No comments:

ກະທູ້ມາໃຫມ່ຈາກເວັບບອດພະນົມສິນ

Twitter / laozaa