link ທີ່ຫນ້າສົນໃຈ ຈາກຜູ້ອຸປະຖຳ

ບົດຄວາມຫລ້າສຸດ ຈາກ www.pnomsin.com

Saturday, April 21, 2007

ໃຊ້ສາລະບານເວັບໄຊແບບອອນລາຍ ແທນການຊື້ປຶ້ມ

ທ່ານຮູ້ບໍ່ວ່າ ຕອນທຳອິດທຳອໍ່ ເວັບໄຊພະນົມສິນ ບໍ່ໄດ້ມີຫລາຍຫນ້າຄືດຽວນີ້ ມີພຽງແຕ່ຫນ້າດຽວ ແລະ ໃນຫນ້າດັ່ງກ່າວ ມີ link ໄປຫາເວັບໄຊອື່ນໆທີ່ຈຳເປັນຕ້ອງໃຊ້ປະຈຳ
ເຮັດແນວນັ້ນກໍ່ຍ້ອນວ່າ

  1. ເວັບທີ່ຕ້ອງເຂົ້າປະຈຳມີຈຳນວນຫລາຍ ບໍ່ວ່າສິເປັນ ຫນັງສືພິມ ວິທະຍຸ ໂທລະພາບ ເວັບລາວ ເວັບຕ່າງປະເທດ ຂີ້ຄ້ານຈື່ຊື່ເວັບ ຈຶ່ງເກັບໄປໄວ້ຫນ້ານັ້ນ
  2. ຕາງແບ່ງປັນປະສົບການໃຫ້ຫມູ່ຄູ່ ໃຫ້ໄດ້ເຂົ້າເບິ່ງເວັບທີ່ເຮົາໄດ້ເລືອກໄວ້ແລ້ວ ແລະ ຈັດເປັນຫມວດຫມູ່ໃຫ້ພ້ອມ
ສາລະບານເວັບໄຊທີ່ເກັບໄວ້ຫນ້າເວັບໄຊ ກໍ່ບໍ່ຕ່າງຫຍັງກັບປຶ້ມທີ່ມີວາງຂາຍ ແຕ່ວ່າ ງ່າຍແກ່ການໃຊ້ງານກວ່າປຶ້ມ
ບໍ່ຕ້ອງຖືໄປຖືມາໃຫ້ຫນັກ ບໍ່ຕ້ອງຊຶ້ ແລະ ມີຄວາມຖືກຕ້ອງທັນກັບສະພາບກວ່າປຶ້ມ
ສາລະບານເວັບໄຊ ຫລືລວມເວັບໄຊ ມີຫລາຍຊື່ເອີ້ນ ເປັນຕົ້ນແມ່ນ : website portal, web index, web directories...
ການໃຊ້ງານກໍ່ງ່າຍ ພຽງແຕ່ໄປທີ່ ຫມວດທີ່ຕ້ອງການ ແລະ ກໍ່ຄລິກ ໃສ່ link ທີ່ຕ້ອງການ ແລ້ວຫນ້າເວັບໄຊກໍ່ຈະເປີດອອກມາ
ຕໍ່ໄປນີ້ແມ່ນຫນ້າເວັບໄຊທີ່ເກັບລາຍຊື່ເວັບຕ່າງໄວ້ ເລືອກມາໃຫ້ແລ້ວ ລວມລິ້ງຈາກເວັບພະນົມສິນ

3 comments:

Laobeginner said...

ມື້ນີ້ໄດ້ຮັບໂທລະສັບຈາກແຂວງບໍ່ແກ້ວ ມີເພື່ອນຮ່ວມງານຜູ້ຫນຶ່ງ ສົນໃຈກ່ຽວກັບຂໍ້ມູນໂຮງຮຽນອະນຸບານ ຢູ່ວຽງຈັນ ວ່າມີຢູ່ໃສແດ່ ເບີໂທຫຍັງ
ທຳອິດຂ້າພະເຈົ້າກະຮູ້ສຶກລຳບາກໃຈແດ່ ບໍ່ຮູ້ວ່າສິຕອບເພິ່ນແນວໃດ ແນວວ່າບໍ່ຮູ້ປານໃດ, ຕໍ່ມາເພິ່ນຖາມວ່າ ມີເວັບໄຊໃດຊ່ວຍເພິ່ນໄດ້,
ມາຮອດນີ້ ກໍ່ຕາສະຫວ່າງທັນທີ ຕອບເພິ່ນໄປວ່າ ໄປທີ່ເວັບພະນົມສິນເດີ້ ເພິ່ນກໍ່ເປີດອອກມາ ໄປທີ່ຫນ້າລວມເວັບໄຊ ໄປທີ່ຫມວດບໍລິການ ຊອກເບີໂທຈາກຫນ້າຄຳ ແລະ ເພິ່ນກໍ່ໄດ້ລາຍຊື່ຮຮອະນຸບານທັງຫມົດພ້ອມເບີໂທ http://www.laoyp.com/search/?start=1&q=+kindergarten&area=Vientiane+Cap.

au8ust said...

ຄວາມຄິດເຂົ້າທ່າ ^_^

Laobeginner said...

ເອື້ອຍຂອງຂ້ອຍລາວ ລາວກໍ່ຂີ້ຄ້ານຈື່ຊື່ເວັບໄຊ
ລາວບອກວ່າ ລວມລິ້ງໃນເວັບພະນົມສິນ ມີເກືອບຄົບແລ້ວ ອັນທີ່ລາວຢາກໃຫ້ມີ ລາວກໍ່ບອກໃຫ້ຂ້ອຍເພີ້ມເຂົ້າ
ລາວວ່າມັນສະດວກຫລາຍ

ກະທູ້ມາໃຫມ່ຈາກເວັບບອດພະນົມສິນ

Twitter / laozaa