link ທີ່ຫນ້າສົນໃຈ ຈາກຜູ້ອຸປະຖຳ

ບົດຄວາມຫລ້າສຸດ ຈາກ www.pnomsin.com

Thursday, February 28, 2008

ຕິດຕາມສະພາບອາກາດດ້ວຍ Yahoo! Messenger 8

Yahoo! Messenger ມີບໍລິການລາຍງານສະພາບອາກາດໃນທົ່ວໂລກ, ເພື່ອເປີດໃຊ້ບໍລິການດັ່ງກ່າວແມ່ນ

ໃຫ້ເຮົາຄິກທີ່ Add Plug-ins ແລະເລືອກ tab Featured Plug-ins ດັ່ງນີ້:



ຈາກນັ້ນໃຫ້ເລືອກ Yahoo!Weather ແລ້ວເລືອກ Try it now

ປິດຫ້ອງດັ່ງກ່າວ ແລ້ວເຮົາຈະເຫັນວ່າທີ່ໜ້າຕ່າງ Yahoo! Messenger 8 ໄດ້ມີຫ້ອງໜື່ງຕື່ມຂື້ນອີກ



ທ່ານຈະເຫັນວ່າມັນສະແດງສະພາບອາກາດຂອງ Hong Kong ເຊີ່ງເຮົາສາມາດປ່ຽນເປັນ Laos ໄດ້ດັ່ງນີ້

ໃຫ້ເລືອກທີ່ Options







ຂໍໃຫ້ໂຊກດີ Smiley Smiley
ຂຽນໂດຍ: duong

Monday, February 18, 2008

ວິທີການຕັ້ງ font ໃຫ້ສາມາດອ່ານພາສາໄທ ໃນ firefox

ໄປທີ່ tools > options
ຈາກນັ້ນ ເຮັດຕາມຮູບ

skype

skype ເປັນໂປແກມຄ້າຍກັບ messenger ທົ່ວໄປ
ໃຊ້ໄດ້ກັບອີເມລທຸກແບບ
ສາມາດໂທຫາກັນ ລະຫວ່າງ ຄອມພິວເຕີ ຫາ ຄອມພິວເຕີ ຟຣີ ສຽງຊັດເຈນດີ
ສາມາດໂທ ຈາກ ຄອມພິວເຕີ ຫາ ໂທລະສັບ ບ້ານ ຫລື ມືຖື ແຕ່ຕ້ອງເສຍເງິນ
ສາມາດແຊັດກັນໄດ້ທົ່ວໂລກ
ແຕ່ພາສາລາວ ຍັງມີບັນຫາຢູ່





ແຕ່ບ່ອນທີ່ພິເສດກ່ອນໝູ່ຄືເຮົາສາມາດຮັບເງິນ-ສົ່ງເງິນ, ສັ່ງຊື້ເຄື່ອງສິນຄ້າທາງອິນເນີເນັດໄດ້ ໂດຍຜ່ານລະບົບການເງິນ ຂອງPaypal ຊຶ່ງແມ່ນລະບົບສັ່ງຈ່າຍທີ່ປອດໄພທີ່ສຸດ ເພາະທາງປາຍທາງບໍ່ສາມາດຮູ້ເບີບັນຊີທະນາຄານຂອງເຮົາໄດ້. ຖ້າຢາກອ່ານພາສາລາວ ກໍ່ຕ້ອງປ່ຽນໂຕໜັງສືລາວມາເປັນຄອບຄົວຂອງ2000 ເຊັ່ນSaysettha2000, Xiengthong2000 ແລະຖ້າຢາກຂຽນພາສາລາວກໍ່ຕ້ອງປ່ຽນFont codesມາເປັນLao2000

Wednesday, February 13, 2008

image038 0r image038.zip is virus


image038 0r image038.zip is virus
ມັນລະບາດ ທາງ windows Live messenger
ມັນຈະສົ່ງຂໍ້ຄວາມພາສາອັງກິດ ມາກ່ອນ
ເຊັ່ນ ຂ້ອຍມັກຮູບເຈົ້າ, ຂໍຮູບໄປລົງສະເປສໄດ້ບໍ່...
ແລ້ວກໍ່ສົ່ງ folder ຮູບ ທີ່ມີຊື່ image038.zip ມາໃຫ້
ເມື່ອທ່ານພົບວ່າໃຜສົ່ງຫຍັງມາໃຫ້ກໍ່ຕາມ ໃຫ້ຖາມຄືນເສຍກ່ອນ
ຖ້າເພື່ອນທ່ານບອກວ່າບໍ່ໄດ້ສົ່ງຫຍັງມາໃຫ້
ກໍ່ເຕືອນເພື່ອນທ່ານໄດ້ເລີຍວ່າ ລາວຕິດໄວຣັສແລ້ວ
ຫ້າມກົດ accept ຖ້າບໍ່ແມ່ນສິ່ງທີ່ເພື່ອນທ່ານສົ່ງມາ ໃຫ້ກົດ decline

ຖ້າທ່ານບັງເອີນໄປກົດຮັບເອົາແລ້ວ. ວິທີແກ້ ເບິ່ງຈາກເວັບນີ້
http://www.e4share.com/clean-virus-msn-send-photos-zip-auto/

Monday, February 4, 2008

http://nhatquanglan.xlphp.net/ is virus (ໄວຣັສພາສາວຽດພາກ2)



ມັນມາອີກແລ້ວ ມາກັບ yahoo messenger
ມັນສົ່ງມາຈາກຄົນທີ່ທ່ານຮູ້ຈັກ ຂຽນເປັນພາສາວຽດນາມ ແລະ ມີ link ໄປຍັງເວັບໄຊອັນຫນຶ່ງ
ຢ່າກົດອ່ານເປັນເດັດຂາດ ບໍ່ດັ່ງນັ້ນ ທ່ານຈະກາຍເປັນຜູ້ແພ່ເຊື້ອ 

http://www.pnomsin.com/?p=114

Wednesday, January 30, 2008

Yahoo Massanger 9.0 ທັງ chat ທັງຟັງເພງພີ່ນ້ອງ

ยาฮูเอาใจนักแชตด้วยการเพิ่มความสามารถในการเล่นไฟล์มัลติมีเดียให้กับ โปรแกรมสนทนาเวอร์ชันล่าสุด Yahoo Messenger 9.0 นอกจากนี้ยังปรับปรุงให้นักแชตสามารถส่งไฟล์ขนาดใหญ่ แถมพัฒนาให้โปรแกรมสามารถรองรับภาษาอื่นๆได้มากขึ้นเพื่อบุกตลาดเอเชียอีก 6 ประเทศ โดยไทยเป็นหนึ่งในหกประเทศนั้นด้วย
การเปิดตัวยาฮูแมสเสนเจอร์ 9.0 นั้นชนกับข่าวส่วนแบ่งตลาดบริการโปรแกรมสนทนาหรือ instant messaging ของเอโอแอล (AOL) ที่เพิ่มขึ้น ถือเป็นสัญญาณอันตรายที่ชี้ว่าเอโอแอลซึ่งเป็นเว็บไซต์สังคมออนไลน์เช่น เดียวกับมายสเปซ (MySpace) คือคู่แข่งรายใหม่เพิ่มขึ้นอีกหนึ่งรายของยาฮู
Yahoo Messenger 9.0 เปิดให้สาธารณชนทดลองใช้งานแล้วในขณะนี้ จุดเด่นคือการเพิ่มคุณสมบัติการแชร์ไฟล์ซึ่งมีในเว็บไซต์สังคมออนไลน์ส่วน ใหญ่มี รวมถึงห้องสำหรับโพสต์ภาพและวีดีโอเพื่อให้คู่สนทนารายอื่นสามารถชมวิดีโอ หรือภาพพร้อมข้อความประกอบได้
บริการนี้ยาฮูประกาศเพิ่มภาษาอีก 6 ภาษาเพื่อบุกตลาดแถบเอเชียให้มากขึ้น เช่นประเทศฟิลิปปินส์ อินโดนีเซีย มาเลเซีย อินเดีย เวียดนาม และประเทศไทย
นอกจากนี้ ผู้ใช้ยาฮูแมสเสนเจอร์ 9.0 สามารถส่งข้อความจากคอมพิวเตอร์เข้าสู่โทรศัพท์มือถือได้ จุดนี้รองประธานยาฮูแมสเสนเจอร์ ซาบรินา อิลลิส ให้ความเห็นว่าความสามารถนี้ช่วยให้ผู้คนติดต่อสื่อสารกันได้ง่ายดายกว่า เดิม
"เราเพิ่มคุณสมบัติส่วนตัวอื่นๆอีกมากมายใน ยาฮูแมสเสนเจอร์ 9.0 เชื่อว่าคุณสมบัติการแชร์ไฟล์จะโดนใจผู้ใช้ส่วนใหญ่"
ยาฮูนั้นเป็นหนึ่งในผู้ให้บริการโปรแกรมสนทนารายใหญ่ของโลก สถิติผู้ใช้บริการในเดือนกันยายนคือ 27.7 ล้านคน เพิ่มขึ้น 19 เปอร์เซ็นต์เมื่อเทียบกับปีที่แล้ว โดย AOL มีสถิติผู้ใช้ทั้งสิ้น 30.2 ล้านคน
http://202.62.111.155/index.php?topic=416

Saturday, January 19, 2008

Google translate ແປພາສາຫຍັງໄດ້ແດ່

ດັ່ງທີ່ໄດ້ຂຽນໄວ້ໃນບົດກ່ອນ ວ່າ Google translate ສາມາດແປສັບ ແປປະໂຫຍກ ແລະ ແມ້ແຕ່ແປຫມົດຫນ້າເວັບໄຊ 
ແນ່ນອນມັນບໍ່ມີພາສາລາວ ຫລື ພາສາໄທ ດອກ, ມີແຕ່ພາສາລະດັບໂລກ ດັ່ງລາຍລະອຽດ ລຸ່ມນີ້:

Friday, January 18, 2008

ແປສັບ ແປປະໂຫຍກ ແປເວັບ ດ້ວຍ Google translate

ໄດ້ໄປຫ້ອງການຂອງຜູ້ຫລັກຜູ້ໃຫຍ່ທ່ານຫນຶ່ງ. ຢູ່ຂ້າງ notebook ຂອງເພິ່ນ ມີປຶ້ມແປສັບ ອັງກິດ-ລັດເຊຍ ຫົວຫນຶ່ງ, ເປັນປຶ້ມນ້ອຍ ແລະ ບາງ ບໍ່ຫນ້າຈະມີຄຳສັບຫລາຍພໍປານໃດ. ຂ້າພະເຈົ້າຂໍອະນຸຍາດແນະນຳເວັບໄຊ ທີ່ສາມາດແປພາສາອັງກິດເປັນລັດເຊຍໃຫ້ເພິ່ນ ແລະ ເພິ່ນກໍ່ຕົກລົງ.

ເລີ້ມຕົ້ນພິມຄຳວ່າ translate ເຂົ້າໄປໃນ search engine ກົດ enter. ເລືອກ ຄຳວ່າ google translate ຫລື ເວັບນີ້ http://www.google.com/translate_t

ຈາກນັ້ນ ພິມສັບພາສາອັງກິດ ຫລື ແມ້ກະທັ້ງ ປະໂຫຍກ ພາສາອັງກິດ ລົງໄປ ແລ້ວ ມັນກໍ່ຈະແປໃຫ້ທັງປະໂຫຍກເລີຍ

ຂັ້ນຕອນມີດັ່ງນີ້:
1 ຂຽນສັບຫລືປະໂຫຍກພາສາອັງກິດ
2 ເລືອກແປເປັນພາສາໃດ ໃນນີ້ມີ ຈີນ, ລັດເຊຍ, ຝຣັ່ງ, ເຍຍລະມັນ, ... ໃນ 13 ພາສາ
3 ກົດ translate
4 ປະໂຫຍກໃນພາສາທີ່ທ່ານຕ້ອງການ

ເຮົາສາມາດ ໃຊ້ເວັບນີ້ ແປພາສາອື່ນກັບມາເປັນພາສາອັງກິດໄດ້
ແລະ ມັນສາມາດແປໄດ້ ຫມົດທັງເວັບ

ຕອນນີ້ຂ້າພະເຈົ້າ ບໍ່ຢ້ານເວັບພາສາຈີນອີກແລ້ວ

ລອງແປຄຳວ່າ I love you ເປັນພາສາຕ່າງໆ ເບິ່ງແລ້ວ ກໍ່ເຫັນວ່າ ມັນກໍ່ບໍ່ທັນສົມບູນປານໃດ ສຳລັບບາງພາສາ
(ທ່ານຜູ້ນັ້ນເພິ່ນກໍ່ດີໃຈທີ່ໄດ້ຂອງຫລິ້ນໃຫມ່)

Monday, January 7, 2008

I can't read Lao websites. There are only squares


If you use internet explorer 6 or lower then you need saysettha OT. click here to download. read here for installation guide.


If you use internet explorer 7 then you already have it installed. No need to download. But you need to do some small steps to make your browser to be able to read Lao website. Click here to read about setting Lao language font.

Friday, December 7, 2007

ເປີດ internet explorer 7 ຂຶ້ນມາ ແລ້ວໃຫ້ມັນໂຊຫລາຍກວ່າ 1ເວັບ.

ໃນບົດກ່ອນໆ ເຮົາເຄີຍເວົ້າເຖິງວິທີການທີ່ເຮັດໃຫ້ ເວລາເປີດ internet explorer ຂຶ້ນມາ ແລ້ວໃຫ້ມັນໂຊຫລາຍກວ່າ 1ເວັບ.
ໃນນັ້ນ ເຮົາໄດ້ບອກວ່າ internet explorer ບໍ່ສາມາດເຮັດໄດ້ ແລະ ໄດ້ແນະນຳໃຫ້ ໃຊ້ Opera ຫລື Firefox ແທນ.

ຕໍ່ມາ ໄດ້ມີ internet explorer 7 ອອກມາ ແລະ ມັນກໍ່ສາມາດເຮັດໄດ້
ໄປທີ່ tool > internet option ໃສ່ຊື່ເວັບເຂົ້າໄປຕາມຕ້ອງການ ຂັ້ນດ້ວຍ Enter

Thursday, November 22, 2007

Yahoo messenger 9 now can read Saysettha OT

ການໃຊ້ພາສາລາວໃນ yahoo messenger ໂດຍໃຊ້ lao unicode font ດຽວນີ້ສາມາດເຮັດໄດ້ແລ້ວ. ກ່ອນຫນ້ານີ້ ມີພຽງແຕ່ MSN messenger ເທົ່ານັ້ນ ທີ່ສາມາດໃຫ້ທ່ານ chat ກັບຫມູ່ເພື່ອນເປັນພາສາລາວ ດ້ວຍ font saysettha OT.

ຕອນນີ້yahoo ອອກ yahoo messenger version 9 beta(ຍັງຢູ່ໃນຂັ້ນທົດລອງ) ອອກມາແລ້ວ ແລະ ທ່ານສາມາດ ດາວໂຫລດມາລອງໃຊ້ ຈາກເວັບນີ້ :http://messenger.yahoo.com/webmessengerpromo.php

ໄດ້ລອງ chat ກັບເພື່ອນໆແລ້ວ ສາມາດຂຽນແລະອ່ານພາສາລາວ ໄດ້

Sunday, November 11, 2007

ບໍລິການເສີມບາງຢ່າງ ສຳລັບຜູ້ໃຊ້ Gmail

Gmail ແມ່ນການບໍລິການ free email ຂອງ www.google.com
ຜູ້ທີ່ຕ້ອງການ ມີອີເມລຟຣີ ເພື່ອໃຊ້ອັບແລະສົ່ງ ຈົດຫມາຍທາງອິນເຕີເນັດ
ນອກຈາກນັ້ນ ຍັງສາມາດນຳໃຊ້ ໃນການສະຫມັກເປັນສະມາຊິກຕາມເວັບຕ່າງໆ ເຊັ່ນ ເວັບບອດ ຕ້ອງໄດ້ຂໍຈາກເພື່ອນ ເພາະບໍ່ສາມາດສະຫມັກລົງທະບຽນໄດ້ ຄືກັບເມລອື່ນໆ. ຖ້າທ່ານໃດຕ້ອງການໃຊ້ gmail ທ່ານສາມາດຂໍຈາກຂ້າພະເຈົ້າໄດ້.

ສາມາດໃຊ້ໃນການ chat ໄດ້ ໂດຍ sign in ໃນຫນ້າເວັບນີ້ mail.google.com ໂດຍບໍ່ຕ້ອງຕິດຕັ້ງ ໂປແກມ messenger ແລະ ຍັງສາມາດລັອກອິນ ໄດ້ທຸກບ່ອນ

google ມີບໍລິການ photo ທີ່ອະນຸຍາດໃຫ້ເຮົາ ອັບໂຫລດຮູບຖ່າຍ ຂອງເຮົາໄປອວດເພື່ອນໆ ທາງອິນເຕີເນັດ ທີ່ picasaweb.google.com

ຜູ້ໃຊ້ Gmail ຍັງສາມາດ ມີເວັບບລັອກຂອງຕົວເອງໄດ້ ເຊັ່ນກັນ ໂດຍ ສະຫມັກທີ່ www.blogger.com ເບິ່ງເວັບບລັອກນີ້ເປັນຕົວຢ່າງ laobeginner.blogspot.com ຂອງເຮົານີ້ເອງ ຮວມທັງ laotraveller.blogspot.com
ແລະນີ້ ເປັນ web album ຂອງຂ້າພະເຈົ້າ ທີ່ໃຊ້ບໍລິການຂອງ picasa

Wednesday, October 31, 2007

ບໍລິການເສີມບາງຢ່າງ ສຳລັບຜູ້ໃຊ້ Yahoo Mail

 

Yahoo Mail ແມ່ນການບໍລິການ free email ຂອງ www.yahoo.com
ຜູ້ທີ່ຕ້ອງການ ມີອີເມລຟຣີ ສາມາດສະຫມັກຂໍໃຊ້ໄດ້ ຈາກເວັບຂ້າງເທິງ ເພື່ອໃຊ້ອັບແລະສົ່ງ ຈົດຫມາຍທາງອິນເຕີເນັດ
ນອກຈາກນັ້ນ ຍັງສາມາດນຳໃຊ້ ໃນການສະຫມັກເປັນສະມາຊິກຕາມເວັບຕ່າງໆ ເຊັ່ນ ເວັບບອດ
ສາມາດໃຊ້ໃນການ chat ໂດຍດາວໂຫລດໂປແກມ yahoo messenger ຈາກເວັບຂ້າງເທິງ ມາຕິດຕັ້ງລົງໃສ່ຄອມພິວເຕີຂອງທ່ານ ຫລື ທ່ານສາມາດອອນລາຍໃນເວັບໄຊຂອງ yahoo ໄດ້ ໂດຍ sign in ໃນຫນ້າເວັບນີ້ webmessenger.yahoo.com ໂດຍບໍ່ຕ້ອງຕິດຕັ້ງ yahoo messenger ແລະ ຍັງສາມາດລັອກອິນ ໄດ້ທຸກບ່ອນ ຈາກຄອມພິວເຕີທີ່ບໍ່ມີໂປແກມ yahoo messenger ກໍ່ໄດ້

ເມື່ອກ່ອນ Yahoo ມີບໍລິການ yahoo photo ທີ່ອະນຸຍາດໃຫ້ເຮົາ ອັບໂຫລດຮູບຖ່າຍ ຂອງເຮົາໄປອວດເພື່ອນໆ ທາງອິນເຕີເນັດ, ຕອນນີ້ເພິ່ນຢຸດການບໍລິການແລ້ວ ແຕ່ທ່ານສາມາດ ໂອນຮູບຈາກ Yahoo photo ໄປໄວ້ທີ່ www.flickr.com ເຊິ່ງ Yahoo ໄດ້ເປັນເຈົ້າຂອງແລ້ວ

 ຜູ້ໃຊ້ Yahoo Mail ຍັງສາມາດ ມີເວັບໄຊເປັນຂອງຕົວເອງໄດ້ ໂດຍທີ່ທາງ yahoo ຈະສະຫນອງ ພື້ນທີ່ໃນເຊີບເວີໃຫ້ ສອນການສ້າງ webpage ແນະນຳວິທີ upload ຫນ້າເວັບ ສົນໃຈອ່ານລາຍລະອຽດທີ່ geocities.yahoo.com
ນອກຈາກນັ້ນ ຜູ້ໃຊ້ Yahoo Mail ຍັງສາມາດ ມີເວັບບລັອກຂອງຕົວເອງໄດ້ ເຊັ່ນກັນ ໂດຍ ສະຫມັກທີ່ Yahoo! 360°  ເບິ່ງເວັບບລັອກນີ້ເປັນຕົວຢ່າງ 360.yahoo.com/pnomsin_eci

ຕິດຕາມອ່ານບໍລິການໃຫມ່ຈາກ yahoo ໄດ້ທີ່ http://blog.messenger.yahoo.com/

Thursday, October 25, 2007

ບໍລິການເສີມບາງຢ່າງ ສຳລັບຜູ້ໃຊ້ hotmail

hotmail ແມ່ນການບໍລິການ free email ຂອງ www.msn.com
ຜູ້ທີ່ຕ້ອງການ ມີອີເມລຟຣີ ສາມາດສະຫມັກຂໍໃຊ້ໄດ້ ຈາກເວັບຂ້າງເທິງ ເພື່ອໃຊ້ອັບແລະສົ່ງ ຈົດຫມາຍທາງອິນເຕີເນັດ
ນອກຈາກນັ້ນ ຍັງສາມາດນຳໃຊ້ ໃນການສະຫມັກເປັນສະມາຊິກຕາມເວັບຕ່າງໆ ເຊັ່ນ ເວັບບອດ
ສາມາດໃຊ້ໃນການ chat ໂດຍດາວໂຫລດໂປແກມ windows live messenger ຈາກເວັບຂ້າງເທິງ ມາຕິດຕັ້ງລົງໃສ່ຄອມພິວເຕີຂອງທ່ານ
ນອກຈາກນັ້ນ ຜູ້ໃຊ້ hotmail ຍັງສາມາດ ມີເວັບບລັອກຂອງຕົວເອງໄດ້ ເຊັ່ນ http://pnomsin.spaces.live.com
ໃນນັ້ນ ເຮົາສາມາດອັບໂຫລດເອົາອາລະບ້ຳຮູບຖ່າຍ ທີ່ເຮົາໄດ້ໄປທ່ຽວ ມາວາງໂຊໃຫ້ຫມູ່ໄດ້ເບິ່ງ
ຂຽນເລົ່າເລື້ອງລາວ ທີ່ໄດ້ໄປເຫັນມາ ລົງໃສ່ບລັອກ
ສ້າງ guest book ໃຫ້ຜູ້ທີ່ໄດ້ພົບເຫັນ ຂຽນຄຳເຫັນໃສ່ ...

ໂອກາດຫນ້າຈະເອົາ ບໍລິການເສີມບາງຢ່າງ ສຳລັບຜູ້ໃຊ້ yahoo mail ມາໃຫ້ໄດ້ອ່ານນຳກັນ
ເພາະວ່າຜູ້ຂຽນ ໄດ້ໃຊ້ທັງສອງຢ່າງ

Saturday, October 20, 2007

ສົ່ງໂຟລເດີຂໍ້ມູນ ໄປທາງອີເມລ

ໃນການຮັບ-ສົ່ງອີເມລ ເຮົາສາມາດແນບ file ໄປນຳໄດ້ ແຕ່ຕ້ອງແນບໄປເທື່ອລະfile. ແຕ່ຖ້າເຮົາຕ້ອງການສົ່ງໄປທັງ folder ແມ່ນສົ່ງບໍ່ໄດ້, ເຮົາຕ້ອງໃຊ້ໂປແກມ winzip ເຂົ້າຊ່ວຍ.
Winzip ແມ່ນເຮັດຫນ້າທີ່ ຫຍໍ້ຂະຫນາດ file ໃຫ້ນ້ອຍລົງ ແຕ່ເຮົາສາມາດນຳມາຫຍໍ້ folder ໃຫ້ ກາຍເປັນ file ໄດ້ ເຊັ່ນ myfolder.zip
ເມື່ອ folder ໃຫ້ ກາຍເປັນ file ແລ້ວ ເຮົາກໍ່ສາມາດນຳໄປເປັນ attachment ຫລື ແນບກັບອີເມລໄດ້

Sunday, August 26, 2007

ເຊື່ອມຕໍ່ internet ໃສ່ computer ຜ່ານມືຖື Nokia ດ້ວຍເຄືອຂ່າຍ etl

ໃນບົດກ່ອນ ໄດ້ແນະນຳການໃຊ້ມືຖື ອ່ານເວັບໄຊຕ່າງໆ ເຊິ່ງເຮັດໃຫ້ທ່ານ ສາມາດຕິດຕາມຂ່າວ ຕ່າງໆ ໄດ້ຢ່າງວ່ອງໄວ ບໍ່ວ່າຈະເປັນ ຜົນການເຕະບານນັດມື້ຄືນຜ່ານມາ, ຂ່າວສຳຄັນທາງຫນ້າຫນັງສືພິມ, chat, check mails .. ເຊິ່ງທ່ານສາມາດ ເປີດອ່ານໄດ້ໃນທຸກບ່ອນທຸກທີ່ ບໍ່ງໍ້ຄອມພິວເຕີ, ບໍ່ງໍ້ລະບົບຕ່າງໆ ເປັນອິດສະຫລະດີ

ແຕ່ມັນກະຍັງມີຂໍ້ຈຳກັດຫລາຍ ທຽບໃສ່ການໃຊ້ຢູ່ຄອມພິວເຕີ ເປັນຕົ້ນແມ່ນ ການຂຽນຂໍ້ຄວາມ ແມ່ນບໍ່ສະດວກ ເພາະບໍ່ມີແປ້ນພິມ.
ການທີ່ຈະຕໍ່ອິນເຕີເນັດຈາກໂທລະສັບມືຖື ໃສ່ຄອມພິວເຕີ ມັນກະມີຂໍ້ແມ້ຫລາຍຢູ່

ຫນ່ວຍໂທລະສັບ ຕ້ອງສາມາດເປັນ modem ໄດ້, ໃນບັນດາມືຖື ຍີ່ຫໍ້ຕ່າງໆ ນອກຈາກ ຮອງຮັບລະບົບ GPRS ແລ້ວ ຍັງຕ້ອງສາມາດເປັນ modem ເພື່ອເຊື່ອມຕໍ່ກັບ ຄອມພິວເຕີໄດ້, ພວກ imobile ຫມົດສິດ, nokia 3315 ກໍ່ຫົມດສິດ (ບໍ່ມີ GPRS ), ແຕ່ພວກ nokia ທີ່ມີກ້ອງຖ່າຍຮູບ ຫລືລຸ້ນອອກໃຫມ່ ແມ່ນໃຊ້ໄດ້ຫມົດ, ຂອງຮຽນແບບຫນ້າຕາດຽວກັບ nokia ກໍ່ຫມົດສິດ.

ການເຊື່ອມຕໍ່ຕ້ອງເປັນແບບດຽວກັນ ເຊັ່ນ ໂທລະສັບ ໃຊ້ infrared ໃນການເຊື່ອມຕໍ່ computer ກໍ່ຕ້ອງມີບ່ອນ ຮັບສັນຍານ infrared, ພວກ note book ແມ່ນມັກມີ ບ່ອນຮັບສົ່ງ ສັນຍານ blue tooth. ຖ້າບໍ່ມີ ກໍ່ຕ້ອງໃຊ້ສາຍ USB cable ທີ່ມາກັບຫນ່ວຍມືຖື. 

modem ກັບ computer ຈະສາມາດເຮັດວຽກນຳກັນໄດ້ ກໍ່ຕ້ອງມີ driver, CD driver + Nokia PC suite ຈະມາກັບຫນ່ວຍໂທລະສັບ ແຕລະລຸ້ນຢູ່ແລ້ວ ແຕ່ກໍ່ເຄີຍພົບ ວ່າມັນໃຊ້ບໍ່ໄດ້ 

ຖ້າຫາແຜ່ນຊີດີ ບໍ່ເຫັນ ກໍ່ຕ້ອງຫາ download ເອົາຈາກເວັບໄຊ Nokia, Nokia PC suite ທີ່ໄດ້ມາຈາກ internet ແມ່ນດີກວ່າຊີດີ ເພາະ ມັນເປັນໂປແກມຫລ້າສຸດ ແລະ ໃຊ້ໄດ້ກັບ nokia ທຸກລຸ້ນ


ເມື່ອໄດ້ມາແລ້ວ ກໍ່ທຳການຕິດຕັ້ງ ຈົນສາມາດ ໃຊ້ງານໄດ້ : ໂຫລດເພງໄດ້, ໂອນຮູບໄດ້ . ຖ້າທຸກຢ່າງພ້ອມແລ້ວ ກໍ່ລົງມືເຊື່ອມຕໍ່ໂດຍລອງເຂົ້າ internet ໃນມືຖືກ່ອນ ເພື່ອທົດສອບ ສັນຍານມືຖື ຂອງ etl ແລະ ທົດສອບວ່າມືຖືໃຊ້ໄດ້

1) ເປີດ Nokia PC suite ອອກມາ ແລະ clik icon ເຊື່ອມຕໍ່ ອິນເຕີເນັດ (ຕາມຮູບ)



2 ) ຖ້າມັນບອກວ່າ ການເຊື່ອມຕໍ່ຫລົ້ມເຫລວ ກໍ່ບໍ່ຕ້ອງຫ່ວງ ເພາະວ່າເຮົາບໍ່ທັນຕັ້ງຄ່າ, ກົດຕາມຮູບເພື່ອຕັ້ງຄ່າ


3) ມັນຈະໃຫ້ເລືອກ modem ເລືອກຕາມທີ່ໄດ້ຕັ້ງໄວ້ກ່ອນ ໃນຮູບແມ່ນຕັ້ງຕາມການຕໍ່ດ້ວຍສາຍ usb, 


4) ເລືອກຜູ້ໃຫ້ບໍລິການ ໃນທີ່ນີ້ ແມ່ນ etl ເຊິ່ງບໍມີໃນລາຍການ ເລີຍຕ້ອງກຳນົດເອງ ຕາມຮູບ


5) ປ້ອນ etlnet ເຂົ້າໄປ


ທຳການເຊື່ອມຕໍ່


ຖ້າເຊື່ອມຕໍ່ສຳເລັດ ຈະເປັນແບບນີ້

 

Tuesday, August 21, 2007

ການໃຊ້ internet ໃນມືຖື ດ້ວຍເຄືອຂ່າຍຂອງ ETL

1./ ມືຖືຈະຕ້ອງສາມາດຮອງຮັບບໍລິການລະບົບ GPRS ບໍ່ຈຳເປັນຕ້ອງແມ່ນ Nokia ກໍ່ໄດ້, imobile, ຫລືຍີ່ຫໍ້ອື່ນກໍ່ໄດ້ ຫລື ຂອງໂຫລໆ (ຂອງຮຽນແບບ) ກໍ່ຍັງສາມາດໃຊ້ໄດ້ ໂດຍເຮົາຕ້ອງສອບຖາມກ່ອນວ່າ ມັນຮອງຮັບ ລະບົບ GPRS ຫລື ເວົ້າງ່າຍກວ່ານັ້ນແມ່ນ ໃຊ້ຫລິ້ນ internet ໄດ້ບໍ່

2./ ເບີໂທ ຫລື ຊິມກາດ ຂອງ ETL ຈະຕ້ອງຂໍເປີດໃຊ້ບໍລິການ GPRS ໂດຍໄປຂໍແຈ້ງຄວາມຕ້ອງການທີ່ສູນບໍລິການຂອງ ETL. ເບີທີ່ຊື້ຈາກຜູ້ຂາຍຍ່ອຍ ກໍ່ຄົງຕ້ອງໄປແຈ້ງຢູ່ສູນ ຄືເກົ່າ. ຫນ້າຈະບໍ່ຕ້ອງເສຍຄ່າເປີດ.

3./ ຕິດຕັ້ງພາສາລາວລົງໃນມືຖື, ຖ້າໄປເປີດບໍລິການ GPRS ທີ່ສູນ ETL ເຂົາເຈົ້າຈະລົງ EZ-Lao ໃຫ້ເລີຍ ແລະ ຕັ້ງ home page ເປັນ wap.etllao.com ໃຫ້ເລີຍ ແປວ່າອ່ານເວັບໄຊ ຂອງ etl ທີ່ເປັນພາສາລາວໄດ້ເລີຍ (ແຕ່ຕ້ອງຖືຫນ່ວຍມືຖືໄປພ້ອມ). EZ-Lao ສາມາດອ່ານເວັບພາສາອັງກິດ, ໄທ ແລະ ລາວ. ຖ້າມີບັນຫາກັບພາສາໄທ ໃຫ້ ລົບລ້າງການຕິດຕັ້ງ Easy thai ອອກກ່ອນ ແລ້ວຈຶ່ງຕິດຕັ້ງ EZ-Lao. ຖ້າຕ້ອງການຕິດຕັ້ງເອງ ກໍ່ໄປ download ມາຕິດຕັ້ງເອງກໍ່ໄດ້ ຈາກເວັບໄຊຂອງ etl.

4./ ຖ້າທຸກຢ່າງກຽມພ້ອມແລ້ວ ກະສາມາດລຸຍເລີຍ, ມືຖືແຕ່ລະຫນ່ວຍຈະບໍ່ຄືກັນ ກົດໄປຫາ www ຫລື wap ຫລື internet.. ຂອງຂ້າພະເຈົ້າແມ່ນເປີດ Opera ກ່ອນ (browser ລຸ້ນ ສຳລັບມືຖື)
ແລ້ວກໍ່ໃສ່ ຊື່ເວັບໄຊຕາມຕ້ອງການ ເຊັ່ນ www.yahoo.com ຫລື www.pnomsin.com

ຄ່າບໍລິການ ແມ່ນ 1kb / 1 kip ຂຶ້ນຕາມຂະຫນາດຂອງເວັບ ແລະ ຈຳນວນຮູບໃນເວັບ
ຖ້າເຮົາເລືອກ ທີ່ຈະບໍ່ໂຊຮູບຈາກເວັບໄຊ ແຮ່ງປະຢັດເງິນ
ຖ້າເຂົ້າອິນເຕີເນັດໃນມືຖື ແມ່ນຖືກຫລາຍ ຫລິ້ນຕັ້ງຫລາຍຊົ່ວໂມງ ເສຍຄ່າບໍລິການບໍ່ຮອດ 2000 ກີບ
ສະດວກຫລາຍ ເພາະສາມາດເຊື່ອມຕໍ່ອິນເຕີເນັດໄດ້ ຈາກໃສກໍ່ໄດ້ ທີ່ມີສັນຍານ

Thursday, August 16, 2007

ເຕືອນຜູ້ໃຊ້ messenger

ເນື່ອງຈາກຕອນນີ້ ມີການແຜ່ລະບາດ ຂອງໄວຣັສ ມີຊື່ເອີ້ນວ່າແນວໃດກະບໍ່ຮູ້
ພຽງແຕ່ເຮົາຢ່າຮັບ zip file ທີ່ຫມູ່ເຮົາເອງ ສົ່ງມາໃຫ້
ຖ້າບໍ່ແນ່ໃຈໃຫ້ຖາມກັນຄືນ ວ່າສົ່ງຫຍັງມາ
ຖ້າເຂົາສົ່ງມາແທ້ ຈຶ່ງຮັບ

ອ່ານລາຍລະອຽດ>>>

Sunday, August 12, 2007

ຢາກຂຽນພາສາລາວໃນເວັບບອດ 2

ເລື້ອງນີ້ຖາມກັນເຂົ້າມາຢ່າງຕໍ່ເນື່ອງໃນເວັບບອດມະຫາສານ
ເຮົາຈຶ່ງເອົາເລື້ອງນີ້ກັບມາຂຽນອີກຮອບຫນຶ່ງ

1.) font
ໃນການຂຽນພາສາລາວລົງໃນອິນເຕີເນັດ ເພິ່ນບໍ່ໃຊ້ saysettha Lao, ແຕ່ໃຊ້ lao unicode font ແທນ
ມີຫລາຍfont ແຕ່ ຂ້າພະເຈົ້າເອງນິຍົມໃຊ້ saysettha OT

2.) Lao script for windows version 6 ຂຶ້ນໄປ
ຖ້າວ່າໃຜໄດ້ຕິດຕັ້ງ Lao script for windows version 6 ຂຶ້ນໄປ ແມ່ນສາມາດໃຊ້ຂຽນພາສາລາວດ້ວຍ lao unicode font, ແຕ່ຕ້ອງປ່ຽນ font code ໄປທີ່ unicode, ວິທີປ່ຽນ ແມ່ນຄິກຂວາໃສ່ ຕົວ ”ລ” ຈະມີເມນູອອກມາ
ເລືອກ font codes>unicode
double click ໃສ່ຕົວ ”ລ” ເພື່ອປ່ຽນພາສາ ຕົວ ”ລ” ຈະຮຸ່ງຂຶ້ນ ສັງເກດ ຖ້າວ່າຕົວ ”ລ” ເປັນສີແດງ ແມ່ນຖືວ່າຖືກຕ້ອງແລ້ວ (ຖ້າໃຊ້ font code=Lswin ຕົວ ”ລ” ຈະເປັນສີດຳ)

3.) Lao script for windows version 5 ລົງມາ
ອັນນີ້ແມ່ນໃຊ້ຂຽນພາສາລາວດ້ວຍ lao unicode font ບໍ່ໄດ້ ຫມາຍຄວາມວ່າ ຂຽນຂໍ້ຄວາມພາສາລາວລົງອິນເຕີເນັດບໍ່ໄດ້

4.) ຢາກໄດ້ Lao script for windows version 6 ຂຶ້ນໄປ
ໃຫ້ remove Lao script for windows ອອກຈາກຄອມພິວເຕີ ແລະ ໄປ download Lao script for windows ອັນໃຫມ່ ທີ່ http://www.laoscript.net/downloads/ ແລະ ນຳມາຕິດຕັ້ງ
ຖ້າໃນເວລາຕິດຕັ້ງ ມີການຖາມຫາລະຫັດ ກໍ່ໃຫ້ຕອບ trial ໄປກ່ອນ ເຊິ່ງທາງເລືອກນີ້ ເຮັດໃຫ້ເຮົາສາມາດລອງໃຊ້ຟຣີ ໄດ້ ສາມສິບວັນ ຄົບກຳນົດແລ້ວ function ຕ່າງໆ ຈະໃຊ້ບໍ່ໄດ້
ແຕ່ຈະຍັງສາມາດ ຂຽນພາສາລາວດ້ວຍ lao unicode font ໄປໄດ້ອີກ
(ຂ້າພະເຈົ້າ ກໍ່ຍັງໃຊ້ຢູ່ ຫລັງຈາກກາຍສາມສິບວັນ ແລ້ວ)
ແຕ່ຖ້າທ່ານຕົກລົງຊື້ ທ່ານຈະໄດ້ລະຫັດມາ ແລະໃຊ້ໄປຕະຫລອດ (ຍັງບໍ່ທັນລອງ)
http://www.laoscript.net/purchase.php

5.) Add ພາສາລາວ ເຂົ້າໃນ language bar ດ້ວຍ Lao unicode keyboard 2005
ຖ້າທ່ານບໍ່ຕ້ອງການປ່ຽນ Lao script for windows, ກໍ່ຍັງມີທາງເລືອກ ອີກທາງຫນຶ່ງ
ເຊິ່ງທາງນີ້ ແມ່ນຕັດຄວາມກັງວົນ ກ່ຽວກັບການຫມົດອາຍຸຂອງໂປແກມໄປໄດ້ເລີຍ (ມັນບໍ່ຫມົດອາຍຸ)
ນັ້ນ ກໍ່ຄືການ download Lao unicode keyboard 2005 ມາຕິດຕັ້ງໃສ່ໃນ language bar
ດາວໂຫລດໄດ້ທີ່ http://www.laohub.com/static_html/lang/keyboard/lao_key.exe
ວີທີການຕິດຕັ້ງ ທ່ານ sian ໄດ້ອະທິບາຍ ໄວ້ໃນເວັບບອດພະນົມສິນ
http://forum.pnomsin.com/index.php?topic=279.0

6.) ຖ້າວ່າທ່ານບໍ່ໄດ້ໃຊ້ ຄອມພິວເຕີຂອງຕົວເອງ ຫລື ທ່ານບໍ່ມີສິດຕິດຕັ້ງໂປແກມລົງໃນຄອມພິວເຕີ
ແຕ່ຕ້ອງການຂຽນພາສາລາວລົງໃນອິນເຕີເນັດ ເພື່ອ search ຫລື ຖາມບັນຫາໃນເວັບບອດອື່ນໆ
(ສຳລັບ inlao.net ແມ່ນເພິ່ນມີຕົວຊ່ວຍໃຫ້)
ລອງໃຊ້ ອັນນີ້ http://pnomsin.hollosite.com/ITBlog.htm

Friday, August 3, 2007

Read Lao websites using Opera 9.21

if Lao texts appear as small squares, do the following


1) tool. 2) preference.



3) advanced. 4) international.


5) choose Lao. 6) select the correct font, the Lao characters should appear instead of squares

ກະທູ້ມາໃຫມ່ຈາກເວັບບອດພະນົມສິນ

Twitter / laozaa