link ທີ່ຫນ້າສົນໃຈ ຈາກຜູ້ອຸປະຖຳ

ບົດຄວາມຫລ້າສຸດ ຈາກ www.pnomsin.com

Friday, January 18, 2008

ແປສັບ ແປປະໂຫຍກ ແປເວັບ ດ້ວຍ Google translate

ໄດ້ໄປຫ້ອງການຂອງຜູ້ຫລັກຜູ້ໃຫຍ່ທ່ານຫນຶ່ງ. ຢູ່ຂ້າງ notebook ຂອງເພິ່ນ ມີປຶ້ມແປສັບ ອັງກິດ-ລັດເຊຍ ຫົວຫນຶ່ງ, ເປັນປຶ້ມນ້ອຍ ແລະ ບາງ ບໍ່ຫນ້າຈະມີຄຳສັບຫລາຍພໍປານໃດ. ຂ້າພະເຈົ້າຂໍອະນຸຍາດແນະນຳເວັບໄຊ ທີ່ສາມາດແປພາສາອັງກິດເປັນລັດເຊຍໃຫ້ເພິ່ນ ແລະ ເພິ່ນກໍ່ຕົກລົງ.

ເລີ້ມຕົ້ນພິມຄຳວ່າ translate ເຂົ້າໄປໃນ search engine ກົດ enter. ເລືອກ ຄຳວ່າ google translate ຫລື ເວັບນີ້ http://www.google.com/translate_t

ຈາກນັ້ນ ພິມສັບພາສາອັງກິດ ຫລື ແມ້ກະທັ້ງ ປະໂຫຍກ ພາສາອັງກິດ ລົງໄປ ແລ້ວ ມັນກໍ່ຈະແປໃຫ້ທັງປະໂຫຍກເລີຍ

ຂັ້ນຕອນມີດັ່ງນີ້:
1 ຂຽນສັບຫລືປະໂຫຍກພາສາອັງກິດ
2 ເລືອກແປເປັນພາສາໃດ ໃນນີ້ມີ ຈີນ, ລັດເຊຍ, ຝຣັ່ງ, ເຍຍລະມັນ, ... ໃນ 13 ພາສາ
3 ກົດ translate
4 ປະໂຫຍກໃນພາສາທີ່ທ່ານຕ້ອງການ

ເຮົາສາມາດ ໃຊ້ເວັບນີ້ ແປພາສາອື່ນກັບມາເປັນພາສາອັງກິດໄດ້
ແລະ ມັນສາມາດແປໄດ້ ຫມົດທັງເວັບ

ຕອນນີ້ຂ້າພະເຈົ້າ ບໍ່ຢ້ານເວັບພາສາຈີນອີກແລ້ວ

ລອງແປຄຳວ່າ I love you ເປັນພາສາຕ່າງໆ ເບິ່ງແລ້ວ ກໍ່ເຫັນວ່າ ມັນກໍ່ບໍ່ທັນສົມບູນປານໃດ ສຳລັບບາງພາສາ
(ທ່ານຜູ້ນັ້ນເພິ່ນກໍ່ດີໃຈທີ່ໄດ້ຂອງຫລິ້ນໃຫມ່)

No comments:

ກະທູ້ມາໃຫມ່ຈາກເວັບບອດພະນົມສິນ

Twitter / laozaa