link ທີ່ຫນ້າສົນໃຈ ຈາກຜູ້ອຸປະຖຳ

ບົດຄວາມຫລ້າສຸດ ຈາກ www.pnomsin.com

Sunday, May 6, 2007

ການໃຊ້ search engine ຊອກຫາເວັບໄຊ

ວິທີທີ່ກຳລັງຈະກ່າວເຖິງ ເປັນວິທີທີ່ດີທີ່ສຸດໃນການໃຊ້ອິນເຕີເນັດ ເພື່ອຊອກຫາຂໍ້ມູນ
ມັນສາມາດຊ່ວຍເຮົາຫາເວັບໄຊທີ່ເຮົາຕ້ອງການໄດ້ຢ່າງວ່ອງໄວ ເປີດຫນ້າເວັບໄຊໃຫ້ພ້ອມ ໂດຍທີ່ເຮົາບໍ່ຈຳເປັນຕ້ອງຮູ້ຈັກຊື່ເວັບໄຊ
ພຽງແຕ່ເຮົາພິມຄຳສັບທີ່ເຮົາຄິດວ່າ ເວັບໄຊທີ່ເຮົາກຳລັງຄົ້ນຫາຈະຕ້ອງມີ ເຮົາເອີ້ນຄຳປະເພດນີ້ວ່າ key word ເຊິ່ງເປັນດັ່ງກຸນແຈໄຂໄປສູ່ຫນ້າເວັບໄຊທີ່ເຮົາຕ້ອງການ
ມາເບິ່ງຕົວຢ່າງການຄົ້ນຫາຂໍ້ມູນນຳກັນ
ກ່ອນອື່ນ ທ່ານຕ້ອງເປີດຫນ້າເວັບໄຊທີ່ເຮັດຫນ້າທີ່ຄົ້ນຫາຂໍ້ມູນໃຫ້ເຮົາ ເຮົາເອີ້ນພວກມັນວ່າ search engine ເຊິ່ງມີຫລາຍຕົວ ເປັນຕົ້ນແມ່ນ http://search.msn.com/, http://search.yahoo.com/, http://www.google.la ແລະ ອື່ນໆ
ສັງເກດ ເຮົາຈະເຫັນປ່ອງສຳລັບປ້ອນຄຳສັບເຂົ້າໄປ ຖ້າເຮົາກຳລັງຊອກຫາຂໍ້ມູນກ່ຽວກັບວຽງຈັນ ເຮົາກໍ່ສາມາດ ພິມຄຳວ່າ”ວຽງຈັນ”ເຂົ້າໄປ ແລະ ກົດ search
search engine ຈະເຮັດຫນ້າທີ່ຄົ້ນຫາທຸກເວັບໄຊທີ່ມີຄຳວ່າ ວຽງຈັນ ແລະ ສະແດງລາຍຊື່ເວັບໄຊອອກມາ ໃຫ້ເຮົາເລືອກເອົາ ເວັບໄຊໃດທີ່ມີຂໍ້ມູນທີ່ເຮົາຕ້ອງການ
ຖ້າວ່າຈຳນວນຫນ້າເວັບທີ່ສະແດງອອກມາ ມີຈຳນວນຫລາຍ ເກີນໄປ ກໍ່ໃຫ້ລອງປ່ຽນຄຳສັບໃຫມ່ ທີ່ຈຳກັດສະເພາະຫນ້າເວັບໄຊກວ່າເກົ່າ
ທ່ານສາມາດໃຊ້ຄຳສັບ ເປັນພາສາລາວຫລືພາສາໃດກໍ່ໄດ້
ຕົວຢ່າງ ທ່ານຊອກຫາເວັບໄຊ ທີ່ມີຄຳວ່າ ”ໄຟຟ້າ” ທ່ານຈະພົບວ່າ 500 ກວ່າລາຍການ ເຊິ່ງອາດຫລາຍເກີນໄປ
ຖ້າທ່ານຊອກຄຳວ່າ ”ໄຟຟ້າລາວ” ທ່ານຈະພົບພຽງແຕ່ 60 ກວ່າລາຍການ

1 comment:

Laobeginner said...

ມື້ເຊົ້ານີ້ ມີຄົນໂທມາແຕ່ສາລະວັນ
ຢາກໄດ້ໂນດບຸກມືສອງ
ບໍ່ຮູ້ຄືກັນ ບໍ່ເຫັນວາງຂາຍ ເຫັນວາງຂາຍມີແຕ່ມືຫນຶ່ງ
ກະເລີຍ ບອກວ່າມືຫນຶ່ງແຕ່ລາຄາຖືກເອົາບໍ່
ເຫັນຢູ່ຮ້ານລາວຄອມຢູ່ປາກເຊ ເປັນໂນດບຸກລຸ້ນກ່ອນ ລາຄາປະມານ ບໍ່ຮອດສອງຫມື່ນບາດ
ລາວບອກວ່າສົນໃຈ ຂໍເບີໂທຮ້ານແດ່
ຂ້ອຍເລີຍບອກວ່າ ບຶດດຽວ ຈະຊອກທາງອິນເຕີເນັດໃຫ້
ໄດ້ພິມຄຳວ່າ laocom ລົງໄປ ກົດ search ກໍ່ພົບເວັບໄຊເພິ່ນ www.laocom.com
ໄປທີ່ບ່ອນບ່ອນຕິດຕໍ່ contact us ກໍ່ໄດ້ທັງເບີໂທ ເບີ fax e-mail ພຽບເລີຍ

ກະທູ້ມາໃຫມ່ຈາກເວັບບອດພະນົມສິນ

Twitter / laozaa