link ທີ່ຫນ້າສົນໃຈ ຈາກຜູ້ອຸປະຖຳ

ບົດຄວາມຫລ້າສຸດ ຈາກ www.pnomsin.com

Tuesday, May 1, 2007

ການສະຫມັກຂໍທີ່ຢູ່ e-mail

ການສະຫມັກຂໍທີ່ຢູ່ e-mail
ເມື່ອທ່ານຕ້ອງການ ມີທີ່ຢູ່ e-mail ເປັນຂອງຕົວເອງ ຫລື ຂອງສຳນັກງານ ແບບບໍ່ຕ້ອງເສຍເງິນ ກ່ອນອື່ນຕ້ອງເລືອກວ່າ ຈະເອົາບໍລິການຂອງໃຜ.
ທີ່ນິຍົມກັນ ແມ່ນ hotmail, yahoo mail, gmail ຖ້າແມ່ນຂອງລາວກໍ່ແມ່ນ etllao.
hotmail ແລະ yahoo mail ແມ່ນສາມາດສະຫມັກໄດ້ທັນທີ ໂດຍທ່ານຕ້ອງໃສ່ລາຍລະອຽດຂໍ້ມູນສ່ວນຕົວເຂົ້າໄປ, ຕອບຄົບແລ້ວ ກໍ່ສາມາດໃຊ້ໄດ້ເລີຍ.
ສຳລັບ gmail ແມ່ນທ່ານບໍ່ສາມາດສະຫມັກເອງໄດ້ ແຕ່ສາມາດຂໍການເຊື້ອເຊີນຈາກຜູ້ທີ່ໃຊ້ມາກ່ອນ. ຜູ້ທີ່ໃຊ້ gmail ສາມາດສົ່ງການເຊື້ອເຊີນ ໄປໃຫ້ຜູ້ຕ້ອງການໄດ້ຫລາຍຄົນ.
etllao ເມື່ອກ່ອນກໍ່ສາມາດສະຫມັກໄດ້ທັນທີ ດຽວນີ້ ເພິ່ນໃຫ້ສະຫມັກທາງໂທລະສັບ 021260022.

1 comment:

Laobeginner said...

ເຄີຍຊ່ວຍຫລາຍຄົນສ້າງທີ່ຢູ່ອີເມລ
ແຕ່ແລ້ວ ກໍ່ບໍ່ໄດ້ຮັບຈົດຫມາຍຈາກພວກເຂົາ
ເມື່ອພໍ້ຫນ້າກັນ ເຂົາບອກວ່າ ລືມອີເມລຂອງຕົວເອງແລ້ວ
ເຮັດໃຫມ່ໃຫ້ແດ່
ໂອນໍ ສັ່ງມາເປັນແບບນີ້

ກະທູ້ມາໃຫມ່ຈາກເວັບບອດພະນົມສິນ

Twitter / laozaa