link ທີ່ຫນ້າສົນໃຈ ຈາກຜູ້ອຸປະຖຳ

ບົດຄວາມຫລ້າສຸດ ຈາກ www.pnomsin.com

Thursday, April 19, 2007

ເປີດເວັບລາວແລ້ວອ່ານບໍ່ອອກ


ມັນເປັນໄປໄດ້ໃນສອງກໍລະນີ

  • ຕົວອັກສອນລາວ ອ່ານໄດ້ ແຕ່ວ່າວັນນະຍຸດ ແລະ ສະຫລະ ທີ່ເພິ່ນໃຊ້ມັນບໍ່ຢູ່ຖືກທີ່ຖືກທາງ ຕົວຢ່າງ ຄຳວ່າ ກິນ ຈະເຫັນເປັນ ກ ິ ນ. ມັນມັກເປັນກັບສິ່ງທີ່ເຮົາຂຽນໄວ້ເທິງ ຫລື ໄວ້ລຸ່ມ ພະຍັນຊະນະ. ອັນນີ້ບາງຄົນເອີ້ນວ່າ ພາສາລາວມັນແຕກ
  • ເຫັນອັກສອນລາວເປັນ ສີ່ລ່ຽມ ໄປຫມົດ �����

ທັງສອງແບບ ເປັນຍ້ອນວ່າ ໃນເຄື່ອງພິວເຕີຂອງທ່ານ ບໍ່ມີ font ທີ່ໃຊ້ກັບພາສາລາວທາງອິນເຕີເນັດ ທີ່ເພິ່ນເອີ້ນວ່າ Lao unicode font
ເວັບໄຊລາວທັງຫລາຍ ອາດໃຊ້ font ຕ່າງກັນ ສຳລັບເວັບໄຊພະນົມສິນ ແລະເວັບອື່ນໆ ສ່ວນຫລາຍແມ່ນໃຊ້ saysettha OT.
saysettha OT ສາມາດເອົາມາຕິດຕັ້ງໄດ້ໂດຍບໍ່ເສຍຄ່າໃຊ້ຈ່າຍ ໂດຍໄປທີ່ເວັບໄຊ www.laoscript.net/downloads/ ແລະ ທຳການ save saysettha OT ລົງເຄື່ອງຄອມພິວເຕີຂອງເຮົາ ເຊັ່ນ ລົງຊ່ອງ D ແລ້ວກໍ່ຕິດຕັ້ງ
ການຕິດຕັ້ງແມ່ນ ໄປທີ່ control panel>font>install new font ໄປຫາບ່ອນທີ່ເຮົາ save font ໄວ້ກ່ອນ, ເລືອກມັນ ແລະ ກໍ່ຕິດຕັ້ງເລີຍ ກໍ່ເປັນອັນວ່າຮຽບຮ້ອຍ
ກວດກາເບິ່ງຫນ້າເວັບ ວ່າອ່ານໄດ້ຫລືຍັງ ປົກກະຕິບໍ່ມີບັນຫາຫຍັງ
ຂະບວນການ save ຂໍ້ມູນຈາກອິນເຕີເນັດລົງເຄື່ອງຄອມພິວເຕີຂອງເຮົາ ເອີ້ນວ່າ download ແລະ ໃນທາງປີ້ນກັບ ເອົາຂໍ້ມູນຈາກຄອມພິວເຕີ ຂຶ້ນສູ່ອິນເຕີເນັດ ເອີ້ນວ່າ upload

3 comments:

Laobeginner said...

ເພື່ອນທາງ messenger ຄົນໄທ ທ່ານ magic dragon ມີບັນຫາໃນການອ່ານພາສາລາວ ໂດຍສະເພາະ ຫລັງຈາກເພິ່ນເອົາຄອມພິວເຕີໄປແປງກັບມາ ເລີຍອ່ານພາສາລາວບໍ່ໄດ້
ຫລັງຈາກແນະນຳ ເພິ່ນເປັນພາສາໄທໄປໃຫ້ເພິ່ນແລ້ວ ຈຶ່ງສາມາດອ່ານລາວໄດ້ຄືນຄືເກົ່າ
ແລ້ວຈຶ່ງສົ່ງບົດຄວາມນີ້ໄປໃຫ້ອ່ານຕື່ມ
ເພິ່ນແນະນຳວ່າ ສົ່ງໄປໃຫ້ອ່ານຕອນທຳອິດກໍ່ອ່ານບໍ່ໄດ້ດອກ ເພາະຂຽນເປັນພາສາລາວ ອ່ານບໍ່ອອກຢູ່ແລ້ວ
ສົງໄສຄົງຈະຕ້ອງແປບົດນີ້ເປັນຫລາຍພາສາ ເຊັ່ນ ອັງກິດ ຫລື ໄທ

au8ust said...

ຟອນຕ໌ມັນອາດຈະ conflict ກັນເອງ ເຄີຍເປັນຢູ່ຄືກັນ

Laobeginner said...

ວານນີ້ ກໍ່ຊ່ວຍສອງຄົນທີ່ໃຊ້ອິນເຕີເນັດເປັນ ແຕ່ບໍ່ເຄີຍເປີດເວັບລາວ ແນະນຳໄປ ກໍ່ອ່ານບໍ່ໄດ້
ລາຍທີ່1 ຢູ່ກະຊວງພະລັງງານແລະບໍ່ແຮ່ ອະທິບາຍໃຫ້ລາວທາງ MSN messenger
ລາຍທີ2 ຢູ່ປາກເຊ ອະທິບາຍທາງໂທສະສັບ
ດຽວນີ້ທັງສອງຄົນສາມາດຄົນສາມາດເປີດອ່ານ ເວັບໄຊພາສາລາວໄດ້ແລ້ວ

ກະທູ້ມາໃຫມ່ຈາກເວັບບອດພະນົມສິນ

Twitter / laozaa