link ທີ່ຫນ້າສົນໃຈ ຈາກຜູ້ອຸປະຖຳ

ບົດຄວາມຫລ້າສຸດ ຈາກ www.pnomsin.com

Tuesday, April 17, 2007

ຊື້ປຶ້ມສາລະບານລາຍຊື່ເວັບໄຊດີບໍ່?

ດຽວນີ້ເພິ່ນມີປຶ້ມສາລະບານເວັບໄຊວາງຂາຍແລ້ວ ເປັນພາສາໄທ ລາຄາຫນ້າຈະບໍ່ເກີນ 300 ບາດ ຖ້າເກີນກໍ່ເລັກນ້ອຍ ປະມານນີ້ຫນີ້ລະ, ອັນທີ່ເປັນພາສາລາວ ນັ້ນຂ້າພະເຈົ້າບໍ່ເຫັນຜ່ານຕາ
ເປັນຫຍັງຈຶ່ງຄິດຢາກຊື້ ຄຳຕອບກໍ່ຄື ປຶ້ມມັນດີຫລາຍຢ່າງ 1. ບໍ່ຕ້ອງຈື່ຊື່ເວັບໄຊ ຈະເອົາອັນໃດ ເປີດປຶ້ມໃສ່ໂລດ 2. ມັນມີຄົບທຸກຫມວດ ແລະ ຈັດເປັນຫມວດໃຫ້ແລ້ວ ຖ້າສົນໃຈຫມວດໃດກໍ່ແມ່ນເປີດຫາໂລດ 3. ມັນມີຈຳນວນ ຫລວງຫລາຍຄົບຖ້ວນ ບໍ່ຕ້ອງມາເສຍເວລາຊອກໄປເທື່ອລະເວັບ 4. ຍັງມີດີອື່ນໆອີກ
ແຕ່ວ່າ, ທຸກສິ່ງໃນໂລກກະບໍ່ສົມບູນແບບໄປໄດ້ທັງຫມົດ ມີຈຸດດີກະຕ້ອງມີຈຸດອ່ອນ ເມື່ອພິຈາລະນາຈຸດດີແລ້ວ ຍັງເຫັນຈຸດອ່ອນຕ່າງໆຄື: 1. ມີເວັບໄຊໃຫມ່ເກີດຂຶ້ນຕະຫລອດເວລາ ແລະ ປຶ້ມທີ່ພິມອອກ ບໍ່ອາດ ຈະເກັບເຂົ້າໄວ້ໃນປຶ້ມທັນ ໂດຍສະເພາະ ຫລັງຈາກປຶ້ມຖືກພິມອອກ ດັ່ງນັ້ນປຶ້ມຈຶ່ງບໍ່ທັນກັບສະພາບພໍປານໃດ ໂດຍສະເພາະປຶ້ມທີ່ພິມອອກມາດົນແລ້ວ 2. ປຶ້ມກະມີລາຄາແພງພໍສົມຄວນ ແລະ ກໍ່ຫາຊື້ຍາກ 3. ຍັງບໍ່ຮູ້ວ່າມີຫຍັງອີກແດ່ ແຫະ ແຫະ...
ແລ້ວສິເຮັດແນວໃດ? ອັນນີ້ ກະພິຈາລະນາກັນເອງ ໂດຍສົມທຽບຈຸດດີແລະຈຸດອ່ອນ ຖ້າປຶ້ມມີວາງຂາຍ, ທ່ານສາມາດຊື້ໄດ້ ແລະ ມັນສາມາດເຮັດໃຫ້ທ່ານພໍໃຈ ກະດີແລ້ວ ຊື້ໂລດ.
ແຕ່ຖ້າວ່າ ມັນເປັນໄປໃນທາງກົງກັນຂ້າມ ກະບໍ່ເປັນຫຍັງ ຍັງມີທາງເລືອກອື່ນອີກຢູ່ ລໍຖ້າອ່ານຕໍ່ໃນບົດຕໍ່ໄປ.

3 comments:

au8ust said...

ເຄີຍຊື້ມາດອງໄວ້ຢູ່ຄືກັນ ຈັກໄປໃສແລ້ວບໍ່ຮູ້ຕອນນີ້ 55+

Phanomsinh said...

ດອງໄວ້ດົນລະຫວາ
ທຳມະດາຂອງດອງ ຍິ່ງດົນ ຍິ່ງດີ
ຕົວຢ່າງ ເຫລົ້າແວັງ ຫລື ປາແດກ
ແຫະ ແຫະ

Laobeginner said...

ທ່ານບຸນໂຮມ ເພື່ອນຮ່ວມງານຈາກໄຟຟ້າລາວແຂວງວຽງຈັນ ເພິ່ນກໍ່ຊື້ມາຫົວຫນຶ່ງ ຊື້ມາກ່ອນຫນ້າທີ່ຫ້ອງການເພິ່ນຈະມີອິນເຕີເນັດອີກ ເພິ່ນເລີຍບໍ່ໄດ້ໃຊ້ ຂ້ອຍເອົາມາອ່ານຈົນວ່າມັນເກົ່າຫມົດແລ້ວ

ກະທູ້ມາໃຫມ່ຈາກເວັບບອດພະນົມສິນ

Twitter / laozaa