link ທີ່ຫນ້າສົນໃຈ ຈາກຜູ້ອຸປະຖຳ

ບົດຄວາມຫລ້າສຸດ ຈາກ www.pnomsin.com

Saturday, April 28, 2007

what's e-mail ? ອີແມວແມ່ນຫຍັງ ?

ອີແມວແມ່ນຫຍັງ
ອີເມລ ຫຍໍ້ມາຈາກ electronic mail ຫລື ຈົດຫມາຍແບບເອເລັກໂຕຣນິກ ຂຽນຫຍໍ້ແມ່ນ e-mail.
ຖ້າເປັນຈົດຫມາຍແບບທຳມະດາ ແມ່ນຕ້ອງຝາກທາງລົດ, ເຮືອ ຫລື ເຮືອບິນ ໃຊ້ເວລາໃນການຂ້າມນ້ຳຂ້າມທະເລ ຈຶ່ງໄປຮອດຈຸດຫມາຍ ແລະ ຍັງສ່ຽງຕໍ່ການເສຍຫາຍ.
ຖ້າຝາກແບບທຳມະດາກໍ່ຕ້ອງເສຍຄ່າສະແຕມ ຖ້າຝາກດ່ວນ ກໍ່ຕ້ອງຈ່າຍເພີ້ມ.
ຖ້າເປັນ ອີເມລ ແມ່ນວ່ອງໄວກວ່າ ຝາກປຸບຮອດປັບ ແບບດຽວກັບ FAX ແຕ່ວ່າ fax ມັກເຮັດໃຫ້ຕົວຫນັງສື ອ່ານຍາກ ແລະ ສະແດງສີໄດ້ບໍ່ງາມ ມີແຕ່ສີຂາວກັບສີດຳ.
ຖ້າຕ້ອງການສົ່ງ ອີເມລ ໃຫ້ໃຜກໍ່ຕາມ ເຮົາຕ້ອງມີທີ່ຢູ່ຂອງທັງຜູ້ສົ່ງ ແລະ ຜູ້ທີ່ຈະຮັບ ທີ່ເອີ້ນກັນວ່າ e-mail address. ເຮົາສາມາດຂໍ e-mail address ຈາກເຂົາ ຫລື ເຂົາມັກຈະມີໄວ້ໃນນາມບັດ ບໍ່ຕ່າງຫຍັງກັບເບີໂທລະສັບ. ຖ້າເຮົາບໍ່ມີ e-mail address ຂອງຕົວເອງ ເຮົາສາມາດສະຫມັກຈາກເວັບຕ່າງໆ ເຊິ່ງໃຫ້ການບໍລິການດ້ານນີ້, ມີທັງແບບຈ່າຍເງິນ ແລະ ແບບບໍ່ເສຍເງິນ.
ຜູ້ໃຫ້ການບໍລິການ e-mail address ແບບບໍ່ຈ່າຍເງິນໃນສປປລາວແມ່ນ www.etllao.com. e-mail address ແບບບໍ່ເສຍຄ່າທີ່ນິຍົມໃຊ້ຫລາຍ ອາດຈະແມ່ນ hotmail ຈາກ www.msn.com, yahoo mail ຈາກ www.yahoo.com, gmail ຂອງ www.google.com
ເພິ່ນໃຊ້ e-mail ເພື່ອຂຽນຈົດຫມາຍ ສົ່ງ file ຮູບພາບ ແລະ file ຂໍ້ມູນ ໃຫ້ກັນ.
ຂ້າພະເຈົ້າໄດ້ລອງໃຊ້ຫລາຍອັນ ແຕ່ມັກກວ່າຫມູ່ແມ່ນ hotmail ມັນສາມາດສົ່ງຂໍ້ຄວາມທາງ e-mail ແລະ chat ໃນ msn messenger ເປັນພາສາລາວ ດ້ວຍ lao unicode font

ຕິດຕັ້ງ lswin603 ແລ້ວ ຍັງຂຽນລາວບໍ່ໄດ້

ເມື່ອຕິດຕັ້ງແລ້ວ ຈະມີຕົວ “ລ” ຂຶ້ນໃນ taskbar
ເມື່ອໄປຄລິກໃສ່ມັນ ສີມັນຈະເຂັ້ມຂຶ້ນ ແລະ ສາມາດພິມລາວໄດ້
ຖ້າ ຕົວ ”ລ” ເປັນສີດຳ ແມ່ນ font code = LSwin ແບບນີ່ໃຊ້ບໍ່ໄດ້
ໃຫ້ right click ໃສ່ຕົວ ລ
ເລືອກ font codes > ເລືອກ unicode
ເມື່ອໄປຄລິກໃສ່ມັນ ສີມັນຈະເຂັ້ມຂຶ້ນ ຖ້າ ຕົວ ”ລ” ເປັນສີແດງ ແມ່ນ font code = unicode ແບບນີ່ໃຊ້ໄດ້
ສະຫລຸບ: ເມື່ອຕິດຕັ້ງແລ້ວ ໃຫ້ປ່ຽນຄ່າ font code ໃຫ້ເປັນ unicode



Friday, April 27, 2007

ຢາກຂຽນພາສາລາວໃນເວັບບອດ

webboard ແມ່ນບ່ອນທີ່ມີຜູ້ໃດຜູ້ຫນຶ່ງເຂົ້າມາຕັ້ງກະທູ້ (topic) ຫລື ຕັ້ງຄຳຖາມໃຫ້ຜູ້ອ່ານຜູ້ອື່ນໆ ທີ່ເຂົ້າມາອ່ານ ສາມາດຕອບ ແລະ ປະກອບຄຳເຫັນ ກ່ຽວກັບກະທູ້ທີ່ຕັ້ງຂຶ້ນ.
ເວັບບອດໄດ້ຮັບຄວາມນິຍົມຫລາຍ ເຮັດໃຫ້ຜູ້ຄົນໄດ້ສົນທະນາແລກປ່ຽນຄວາມຄິດນຳກັນຜ່ານອິນເຕີເນັດ ຫລາຍໆເວັບຂອງລາວທີ່ໄດ້ຮັບຄວາມນິຍົມ ລ້ວນແຕ່ຕ້ອງມີເວັບບອດ.
ເວັບໄຊ ພະນົມສິນກໍ່ມີເວັບບອດຄືກັນ ເອົາໄວ້ໃຫ້ຜູ້ທີ່ມີບັນຫາໃນການໃຊ້ຄອມພິວເຕີໃນຊີວິດປະຈຳວັນ ຫລື ບັນຫາກ່ຽວກັບໄຟຟ້າ ສາມາດຕັ້ງຄຳຖາມ ເພື່ອປຶກສາບັນຫາ ລະຫວ່າງສະມາຊິກພາຍໃນເວັບບອດດ້ວຍກັນ. ໃນເວັບບອດພະນົມສິນ ຮອງຮັບຫລາຍພາສາ ທ່ານສາມາດພິມ(key)ຄຳເຫັນຂອງທ່ານ ເປັນພາສາອັງກິດ, ລັດເຊຍ, ໄທ ຫລື ລາວ.
ຄົນລາວກໍ່ຕ້ອງນິຍົມໃຊ້ພາສາລາວ ແຕ່ການຂຽນພາສາລາວລົງເວັບບອດ ຕ້ອງມີຂັ້ນຕອນຂອງມັນ. ຕ້ອງມີຊອບແວ ທີ່ຊ່ວຍທ່ານຂຽນຕົວຫນັງສື lao unicode. ມີທາງເລືອກຢູ່ຄື:
ໃຊ້ laoscript for windows version 6 ຫລືສູງກວ່າ ເຊິ່ງສາມາດຊື້ ແລະ download ຈາກ http://www.laoscript.net/downloads/ . ອ່ານຕໍ່
ໃຊ້ Lao unicode keyboard ເຊິ່ງທ່ານສາມາດ download ໂດຍບໍ່ເສຍຄ່າ ຈາກ http://www.laohub.com/static_html/lang/keyboard/lao_key.exe . ອ່ານຕໍ່
ຖ້າທ່ານຍັງມີອັນໃດສົນໃຈ ທ່ານກໍ່ສາມາດເຂົ້າໄປຕັ້ງກະທູ້ໃນເວັບບອດພະນົມສິນ ໄດ້ຕະຫລອດ

Tuesday, April 24, 2007

ວິທີຈັດການກັບເວັບໄຊ ທີ່ຕ້ອງການກັບເຂົ້າໄປອ່ານອີກ

ຖ້າເຮົາຊອກຫາເວັບໄຊທີ່ຕ້ອງການແລ້ວ ແຕ່ບໍ່ມີເວລາອ່ານລະອຽດ ແຕ່ຕ້ອງການອ່ານອີກ ເມື່ອຕອນມີເວລາ. ມີທາງເລືອກຢູ່ຫລາຍທາງ:

  1. ສັ່ງ print ອອກມາເປັນເຈ້ຍ ເພາະສາມາດນຳກັບໄປອ່ານຢູ່ເຮືອນ ຫລື ບ່ອນທີ່ບໍ່ມີຄອມພິວເຕີ ແລະ ອິນເຕີເນັດ.
  2. save ເປັນ file ເມຶອ ເພື່ອສາມາດອ່ານໄດ້ອີກ ຢູ່ຫ້ອງການຫລືຢູ່ບ້ານ ບໍ່ຕ້ອງກັບໄປຮ້ານເນັດອີກ. ໄປທິ່ file > save as ເລືອກ format ໃດກໍ່ໄດ້ (ຖ້າບໍ່ແນ່ໃຈກໍ່ ເລືອກເອົາເທື່ອລະຢ່າງຈົນຫມົດ) ຖ້າຕ້ອງການ save ຫລາຍຫນ້າ ແມ່ນຕ້ອງເປີດຫນ້າໃດ save ຫນ້ານັ້ນ save ເທື່ອດຽວບໍ່ໄດ້ທຸກຫນ້າດອກ
  3. ແຕ່ຖ້າທ່ານໃຊ້ອິນເຕີເນັດຈາກຫນ່ວຍຄອມພິວເຕີທີ່ຢູ່ໃນການຄຸ້ມຄອງຂອງທ່ານເອງ ອັນນີ້ກະງ່າຍແດ່ ເພາະທ່ານສາມາດໃຫ້ ໂປແກມ internet explorer ທີ່ມາກັບ windows ຊ່ວຍເກັບໄວ້ໃຫ້ ໂດຍການເພີ້ມເຂົ້າໃນລາຍຊື່ເວັບໄຊທີ່ຕ້ອງເຂົ້າປະຈຳ ເຮັດໄດ້ໂດຍ ໄປທີ່ favourite > add to favourite. ສາມາດກັບມາອ່ານໄດ້ອີກ ເມື່ອຕ້ອງການ ໂດຍກົດທີ່ favourite ຫລືຕັ້ງໃຫ້ເປັນແບບ available offline ກໍ່ສາມາດເປີດອ່ານໄດ້ໂດຍບໍ່ຕ້ອງເຊື່ອມຕໍ່ອິນເຕີເນັດ

ພິມພາສາລາວລົງໃນເວັບແບບສຸກເສີນ

ຖ້າໄປຮ້ານອິນເຕີເນັດແລ້ວ ເຂົາບໍ່ຕິດຕັ້ງ Laoscript for windows version 6 ຂຶ້ນໄປ.
ອັນນີ້ກະຍອມ ຢາກຂຽນບລັອກ ກະບໍ່ໄດ້.
ພາສາໃດເພິ່ນກະໃສ່ໄວ້ຫມົດ ມີຮອດພາສາເກົາຫລີ ຍີ່ປຸ່ນ.
ບາດພາສາລາວໂຕເອງພັດບໍ່ມີໃສ່ ໄຄແດ່ແຕ່ຕິດຕັ້ງ saysettha OT ໄວ້, ພໍໄດ້ອ່ານຂ່າວລາວ.
ບາງຮ້ານກະຍັງບໍ່ມີຊ້ຳ ສົງໄສວ່າບໍ່ເຄີຍມີຄົນລາວເຂົ້າຮ້ານເພິ່ນ. ຖ້າເປັນແບບນີ້ ກໍ່ ຈຳເປັນລະ ຄົງຕ້ອງໄປຮ້ານອື່ນ

ແຕ່ຖ້າເພິ່ນຕິດຕັ້ງ saysettha OT ໄວ້ ກໍ່ພໍມີທາງອອກໃຫ້ຕົວເອງຢູ່, ຢູ່ຕ່າງແຂວງ ມັນບໍ່ມີຮ້ານໃຫ້ເລືອກຫລາຍ ຄືຢູ່ວຽງຈັນ
ກະໃຊ້ວິທີນີ້ ໄປທີ່ເວັບພະນົມສິນ ແລະ ກົດທີ່ຫນ້າ ພິມພາສາລາວ, ຂຽນທຸກຢ່າງທີ່ຕ້ອງການລົງຫັ້ນ ແລະ ກໍ່ copy and paste ໃສ່ບ່ອນທີ່ຕ້ອງການ 
ຈົບ

Monday, April 23, 2007

ทำไมเว็บลาวตัวหนังสือเป็นสี่เหลี่ยม

ถ้าหากว่าคุณเห็นสี่เหลี่ยมเต็มไปหมดในหน้าเว็บภาษาลาว ให้ดาวโหลด Lao Unicode font ในที่นี้ขอแนะนำ Saysettha OT จากเว็บไซต์นี้ www.laoscript.net/downloads

ทำการ เซฟ เก็บไว้ในที่ที่เราจะหาเจอง่ายในเครื่องคอมพิวเตอร์ของเรา อาจจะเป็น d:\ ก็ได้

จากนั้นก็ทำการติดตั้ง โดยกดที่ Start>control panel>font

File>install new font

เลือกโฟลเดอร์ที่เราเก็บ Saysettha OT เอาไว้

เลือก select all หรือเลือกชื่อ Saysettha OT กด OK

ก็เป็นอันเรียบร้อย จากนี้ก็กลับไปลองอ่านเว็บลาวกันอีกที ปรกติก็จะใช้ได้ทันที ไม่มีปัญหา

Can not read Lao texts from Lao websites

If you see Lao texts appear as all small squares. You will need Lao unicode font and I recommend Saysettha OT. Download it from the following website www.laoscript.net/downloads. Save it in easy to find place on your hard drive such as d:\.
Install it from Start>control panel>font
File>install new font
select location where you saved Saysettha OT
Press select all or select the font
Press OK. All done. Try reading Lao texts again. In most cases it works.

Saturday, April 21, 2007

ໃຊ້ສາລະບານເວັບໄຊແບບອອນລາຍ ແທນການຊື້ປຶ້ມ

ທ່ານຮູ້ບໍ່ວ່າ ຕອນທຳອິດທຳອໍ່ ເວັບໄຊພະນົມສິນ ບໍ່ໄດ້ມີຫລາຍຫນ້າຄືດຽວນີ້ ມີພຽງແຕ່ຫນ້າດຽວ ແລະ ໃນຫນ້າດັ່ງກ່າວ ມີ link ໄປຫາເວັບໄຊອື່ນໆທີ່ຈຳເປັນຕ້ອງໃຊ້ປະຈຳ
ເຮັດແນວນັ້ນກໍ່ຍ້ອນວ່າ

  1. ເວັບທີ່ຕ້ອງເຂົ້າປະຈຳມີຈຳນວນຫລາຍ ບໍ່ວ່າສິເປັນ ຫນັງສືພິມ ວິທະຍຸ ໂທລະພາບ ເວັບລາວ ເວັບຕ່າງປະເທດ ຂີ້ຄ້ານຈື່ຊື່ເວັບ ຈຶ່ງເກັບໄປໄວ້ຫນ້ານັ້ນ
  2. ຕາງແບ່ງປັນປະສົບການໃຫ້ຫມູ່ຄູ່ ໃຫ້ໄດ້ເຂົ້າເບິ່ງເວັບທີ່ເຮົາໄດ້ເລືອກໄວ້ແລ້ວ ແລະ ຈັດເປັນຫມວດຫມູ່ໃຫ້ພ້ອມ
ສາລະບານເວັບໄຊທີ່ເກັບໄວ້ຫນ້າເວັບໄຊ ກໍ່ບໍ່ຕ່າງຫຍັງກັບປຶ້ມທີ່ມີວາງຂາຍ ແຕ່ວ່າ ງ່າຍແກ່ການໃຊ້ງານກວ່າປຶ້ມ
ບໍ່ຕ້ອງຖືໄປຖືມາໃຫ້ຫນັກ ບໍ່ຕ້ອງຊຶ້ ແລະ ມີຄວາມຖືກຕ້ອງທັນກັບສະພາບກວ່າປຶ້ມ
ສາລະບານເວັບໄຊ ຫລືລວມເວັບໄຊ ມີຫລາຍຊື່ເອີ້ນ ເປັນຕົ້ນແມ່ນ : website portal, web index, web directories...
ການໃຊ້ງານກໍ່ງ່າຍ ພຽງແຕ່ໄປທີ່ ຫມວດທີ່ຕ້ອງການ ແລະ ກໍ່ຄລິກ ໃສ່ link ທີ່ຕ້ອງການ ແລ້ວຫນ້າເວັບໄຊກໍ່ຈະເປີດອອກມາ
ຕໍ່ໄປນີ້ແມ່ນຫນ້າເວັບໄຊທີ່ເກັບລາຍຊື່ເວັບຕ່າງໄວ້ ເລືອກມາໃຫ້ແລ້ວ ລວມລິ້ງຈາກເວັບພະນົມສິນ

Thursday, April 19, 2007

ເປີດເວັບລາວແລ້ວອ່ານບໍ່ອອກ


ມັນເປັນໄປໄດ້ໃນສອງກໍລະນີ

  • ຕົວອັກສອນລາວ ອ່ານໄດ້ ແຕ່ວ່າວັນນະຍຸດ ແລະ ສະຫລະ ທີ່ເພິ່ນໃຊ້ມັນບໍ່ຢູ່ຖືກທີ່ຖືກທາງ ຕົວຢ່າງ ຄຳວ່າ ກິນ ຈະເຫັນເປັນ ກ ິ ນ. ມັນມັກເປັນກັບສິ່ງທີ່ເຮົາຂຽນໄວ້ເທິງ ຫລື ໄວ້ລຸ່ມ ພະຍັນຊະນະ. ອັນນີ້ບາງຄົນເອີ້ນວ່າ ພາສາລາວມັນແຕກ
  • ເຫັນອັກສອນລາວເປັນ ສີ່ລ່ຽມ ໄປຫມົດ �����

ທັງສອງແບບ ເປັນຍ້ອນວ່າ ໃນເຄື່ອງພິວເຕີຂອງທ່ານ ບໍ່ມີ font ທີ່ໃຊ້ກັບພາສາລາວທາງອິນເຕີເນັດ ທີ່ເພິ່ນເອີ້ນວ່າ Lao unicode font
ເວັບໄຊລາວທັງຫລາຍ ອາດໃຊ້ font ຕ່າງກັນ ສຳລັບເວັບໄຊພະນົມສິນ ແລະເວັບອື່ນໆ ສ່ວນຫລາຍແມ່ນໃຊ້ saysettha OT.
saysettha OT ສາມາດເອົາມາຕິດຕັ້ງໄດ້ໂດຍບໍ່ເສຍຄ່າໃຊ້ຈ່າຍ ໂດຍໄປທີ່ເວັບໄຊ www.laoscript.net/downloads/ ແລະ ທຳການ save saysettha OT ລົງເຄື່ອງຄອມພິວເຕີຂອງເຮົາ ເຊັ່ນ ລົງຊ່ອງ D ແລ້ວກໍ່ຕິດຕັ້ງ
ການຕິດຕັ້ງແມ່ນ ໄປທີ່ control panel>font>install new font ໄປຫາບ່ອນທີ່ເຮົາ save font ໄວ້ກ່ອນ, ເລືອກມັນ ແລະ ກໍ່ຕິດຕັ້ງເລີຍ ກໍ່ເປັນອັນວ່າຮຽບຮ້ອຍ
ກວດກາເບິ່ງຫນ້າເວັບ ວ່າອ່ານໄດ້ຫລືຍັງ ປົກກະຕິບໍ່ມີບັນຫາຫຍັງ
ຂະບວນການ save ຂໍ້ມູນຈາກອິນເຕີເນັດລົງເຄື່ອງຄອມພິວເຕີຂອງເຮົາ ເອີ້ນວ່າ download ແລະ ໃນທາງປີ້ນກັບ ເອົາຂໍ້ມູນຈາກຄອມພິວເຕີ ຂຶ້ນສູ່ອິນເຕີເນັດ ເອີ້ນວ່າ upload

Tuesday, April 17, 2007

ຊື້ປຶ້ມສາລະບານລາຍຊື່ເວັບໄຊດີບໍ່?

ດຽວນີ້ເພິ່ນມີປຶ້ມສາລະບານເວັບໄຊວາງຂາຍແລ້ວ ເປັນພາສາໄທ ລາຄາຫນ້າຈະບໍ່ເກີນ 300 ບາດ ຖ້າເກີນກໍ່ເລັກນ້ອຍ ປະມານນີ້ຫນີ້ລະ, ອັນທີ່ເປັນພາສາລາວ ນັ້ນຂ້າພະເຈົ້າບໍ່ເຫັນຜ່ານຕາ
ເປັນຫຍັງຈຶ່ງຄິດຢາກຊື້ ຄຳຕອບກໍ່ຄື ປຶ້ມມັນດີຫລາຍຢ່າງ 1. ບໍ່ຕ້ອງຈື່ຊື່ເວັບໄຊ ຈະເອົາອັນໃດ ເປີດປຶ້ມໃສ່ໂລດ 2. ມັນມີຄົບທຸກຫມວດ ແລະ ຈັດເປັນຫມວດໃຫ້ແລ້ວ ຖ້າສົນໃຈຫມວດໃດກໍ່ແມ່ນເປີດຫາໂລດ 3. ມັນມີຈຳນວນ ຫລວງຫລາຍຄົບຖ້ວນ ບໍ່ຕ້ອງມາເສຍເວລາຊອກໄປເທື່ອລະເວັບ 4. ຍັງມີດີອື່ນໆອີກ
ແຕ່ວ່າ, ທຸກສິ່ງໃນໂລກກະບໍ່ສົມບູນແບບໄປໄດ້ທັງຫມົດ ມີຈຸດດີກະຕ້ອງມີຈຸດອ່ອນ ເມື່ອພິຈາລະນາຈຸດດີແລ້ວ ຍັງເຫັນຈຸດອ່ອນຕ່າງໆຄື: 1. ມີເວັບໄຊໃຫມ່ເກີດຂຶ້ນຕະຫລອດເວລາ ແລະ ປຶ້ມທີ່ພິມອອກ ບໍ່ອາດ ຈະເກັບເຂົ້າໄວ້ໃນປຶ້ມທັນ ໂດຍສະເພາະ ຫລັງຈາກປຶ້ມຖືກພິມອອກ ດັ່ງນັ້ນປຶ້ມຈຶ່ງບໍ່ທັນກັບສະພາບພໍປານໃດ ໂດຍສະເພາະປຶ້ມທີ່ພິມອອກມາດົນແລ້ວ 2. ປຶ້ມກະມີລາຄາແພງພໍສົມຄວນ ແລະ ກໍ່ຫາຊື້ຍາກ 3. ຍັງບໍ່ຮູ້ວ່າມີຫຍັງອີກແດ່ ແຫະ ແຫະ...
ແລ້ວສິເຮັດແນວໃດ? ອັນນີ້ ກະພິຈາລະນາກັນເອງ ໂດຍສົມທຽບຈຸດດີແລະຈຸດອ່ອນ ຖ້າປຶ້ມມີວາງຂາຍ, ທ່ານສາມາດຊື້ໄດ້ ແລະ ມັນສາມາດເຮັດໃຫ້ທ່ານພໍໃຈ ກະດີແລ້ວ ຊື້ໂລດ.
ແຕ່ຖ້າວ່າ ມັນເປັນໄປໃນທາງກົງກັນຂ້າມ ກະບໍ່ເປັນຫຍັງ ຍັງມີທາງເລືອກອື່ນອີກຢູ່ ລໍຖ້າອ່ານຕໍ່ໃນບົດຕໍ່ໄປ.

Saturday, April 14, 2007

ເມື່ອເຂົ້າໄປຫນ້າເວັບໄຊແລ້ວ ເຮັດແນວໃດຕໍ່

ຫນ້າເວັບໄຊກໍ່ຄືກັນກັບຫນ້າວາລະສານ ມີຫນ້າຫນື່ງ ມີຫນ້າອື່ນໆ ມີສາລະບານ. ປົກກະຕິໃນເວັບໄຊ ຈະມີຫນ້າທຳອິດ ທີ່ເອີ້ນວ່າ home, about us or contact us ນີ້ແມ່ນໃຊ້ອະທິບາຍກ່ຽວກັບເຈົ້າຂອງເວັບ ແລະ ວິທີຕິດຕໍ່ເພິ່ນ ນອກນັ້ນກະມີຫນ້າອື່ນໆ ແລ້ວແຕ່ການອອກແບບຂອງແຕ່ລະເວັບ.
ໃນກໍລະນີຂອງເວັບພະນົມສິນ ມີຫລາຍຫນ້າ ສົມຄວນ. ເຊັ່ນ: ຫນ້າທຳອິດ, ກ່ຽວກັບເຮົາ, ບົດຄວາມ, ລວມລິ້ງ, ພິມພາສາລາວ ແລະ ແລກປ່ຽນຄຳເຫັນ ເຊິ່ງໄດ້ເຮັດເປັນປຸ່ມໄວ້ ໃຫ້ສາມາດເລືອກກົດເອົາ ວ່າຈະອ່ານຫນ້າໃດ. ເພິ່ນເອີ້ນປຸ່ມພວກນີ້ວ່າ navigation bar. ນອກຈາກການໃຊ້ປຸ່ມພວກນີ້ ເພື່ອເປີດອ່ານຫນ້າຕ່າງໆໃນເວັບໄຊແລ້ວ ຍັງມີສິ່ງທີ່ເອີ້ນວ່າ link ອັນນີ້ເຮັດຫນ້າທີ່ນຳເຮົາໄປສູ່ ວັກໃດຫນຶ່ງໃນຫນ້າທີ່ເປີດຢູ່ ຫລື ຫນ້າອື່ນໃນເວບໄຊດຽວກັນ ແມ້ແຕ່ຫນ້າໃນເວັບໄຊອື່ນ. link ມັກຈະເປັນຂໍ້ຄວາມສີຟ້າມີຂີດກ້ອງ ຫລື ບໍ່ມີກະໄດ້ ສີກໍ່ອາດຈະບໍ່ເປັນສີຟ້າ ແຕ່ສັງເກດວ່າ ເວລາເຮົາເອົາ mouse ໄປຊີ້ໃສ່, mouse ຈະປ່ຽນຮູບຈາກຮູບລູກສອນ ກາຍເປັນຮູບ ມື. ຈື່ໄວ້ວ່າ ເມື່ອໃດທີ່ mouse ເປັນຮູບມືແມ່ນສາມາດ click ໃສ່ໄດ້ຫມົດ. ສົມທຽບໃສ່ເຮົາໄດ້ເລາະໄປ ຕາມບ່ອນຕ່າງໆ ລິ້ງໄປຫນ້າເລີຍໆ ແລະ ເຮົາກໍ່ພົບວ່າເຮົາຫລົງທາງ ຫາທາງເມືອບໍ່ໄດ້. ຖ້າຍັງຢູ່ໃນເວັບໄຊດຽວກັນ ແມ່ນກົດປຸ່ມຫນ້າທຳອິດ ແລ້ວທ່ານກໍ່ຈະກັບມາ, ປຸ່ມຫນ້າທຳອິດ ມີຫລາຍຊື່ ເຊັ່ນ: ຫນ້າຫລັກ, ຫນ້າແຣກ, home, ຫນ້າທີ1, ຫນ້າທຳອິດ ແລ້ວແຕ່ຜູ້ອອກແບບຂອງແຕ່ລະເວັບໄຊ. ຂໍສົ່ງທ້າຍວ່າ ເມື່ອໃດທີ່ mouse ປ່ຽນເປັນຮູບມືແມ່ນສາມາດ click ໃສ່ໄດ້ຫມົດ.

Friday, April 13, 2007

www ແມ່ນຫຍັງ?

www ແມ່ນຫຍັງ?
ມັກມີຫລາຍຄົນຖາມບັນຫານີ້ກັບຂ້າພະເຈົ້າ ວ່າ www ຫລື W ສາມໂຕນີ້ ມັນແມ່ນຫຍັງ? ເປັນຫຍັງຊື່ເວັບ ຫລື domain name ມັນຈຶ່ງມັກຂຶ້ນຕົ້ນດ້ວຍສາມໂຕນີ້.
ຂໍລອງອະທິບາຍເບິ່ງ ຖ້າຜິດພາດຂາດເຂີນໄປກະຂໍໃຫ້ເພີ້ມໃສ່ໃຫ້ແດ່ ໃນບ່ອນ comment.
www ຫຍໍ້ມາຈາກ world wide web. ແປໄປເທື່ອລະຕົວນຳກັນເນາະ, web ແປວ່າໄຍແມງມຸມ ຫລື ແມ່ນການເຊື່ອມໂຍງກັນເປັນໂຍງໄຍປານໄຍແມງມຸມ ລະບົບເຄືອຂ່າຍຄອມພິວເຕີໃນປະຈຸບັນມັນເປັນແບບນີ້ລະ, world wide ກໍ່ແມ່ນທົ່ວໂລກ ດັ່ງນັ້ນ ແປລວມແມ່ນ ການໂຍງໄຍກັນໄປທົ່ວໂລກ. ຊື່ເວັບໃນໂລກນີ້ ສ່ວນໃຫຍ່ແມ່ນ ຂຶ້ນຕົ້ນດ້ວຍສາມຕົວນີ້
ຍົກເວັ້ນເວັບພະນົມສິນ ກະສະແດງວ່າເວັບພວກນັ້ນ ເປັນເວັບລະດັບໂລກຫວາ? ຄົງບໍ່ແມ່ນແບບນັ້ນດອກ, www.hollosite.com ເປັນ domain, ສ່ວນ pnomsin.hollosite.com ເປັນ subdomain.
ສ່ວນໃຫຍ່ແລ້ວ subdomain ບໍ່ຂຶ້ນຕົ້ນດ້ວຍ www
ອ່ານຕໍ່ທີ່ http://th.wikipedia.org/wiki/โดเมนเนม

ໃຊ້ໂປແກມໃດເປີດຫນ້າເວັບໄຊ

ສົມມຸດວ່າ ທ່ານນັ່ງຢູ່ໃນຮ້ານອິນເຕີເນັດ ຫລື ສົມມຸດວ່າຄອມພິວເຕີທ່ານ ໄດ້ເຊື່ອມຕໍ່ກັບອິນເຕີເນັດແລ້ວ ແລະ ກຳລັງນັ່ງຢູ່ຫນ້າຈໍຄອມພິວເຕີ ທີ່ວ່າງ (ບໍ່ທັນໄດ້ເຂົ້າເວັບໄຊໃດໆ).
ຂໍອະທີບາຍວ່າເວັບໄຊ (website) ແມ່ນຫນ້າເອກະສານຊະນິດຫນຶ່ງ ທີ່ເຮົາສາມາດເປີດອ່ານ ແບບດຽວກັບຫນ້າວາລະສານ ຫລື ຫນ້າຫນັງສືພິມ (ຈະອະທິບາຍຕື່ມໃນຕອນຕໍ່ໄປ) ຖ້າທ່ານຕ້ອງການເຂົ້າສູ່ຫນ້າເວັບໄຊ ແມ່ນໃຫ້ແນມຫາສັນຍາລັກ ຕົວ e ດັ່ງເຫັນໃນຮູບ ເຊິ່ງເປັນ icon ຂອງ ໂປແກມ internet explorer ທີ່ເພິ່ນໃຊ້ໄວ້ເປີດຫນ້າເວັບໄຊ.

ໂປແກມດັ່ງກ່າວຈະມີຢູ່ຄອມພິວເຕີທຸກຫນ່ວຍທີ່ໃຊ້ໂປແກມ windows. ທ່ານສາມາດຊອກເຫັນ icon ຂອງ ໂປແກມ internet explorer ໄດ້ຈາກຫລາຍບ່ອນ ແຕ່ເຮົາມາເລີ້ມຈາກ ການຄລິກປຸ່ມ start > all program > internet explorer ຕາມລຳດັບ
ເມື່ອເປີດອອກມາແລ້ວສ່ວນໃຫຍ່ ຈະເຫັນມີຫນ້າເວັບໄຊອັນໃດອັນຫນຶ່ງເປີດອອກມາ (ບາງເທື່ອເປີດອອກມາກະພົບຫນ້າວ່າງເປົ່າ) ຫນ້າເວັບທີ່ເປີດອອກມາພ້ອມກັບໂປແກມ internet explorer ເພິ່ນເອີ້ນຫນ້າເວັບແບບນີ້ວ່າ home page ມັກຈະເປັນເວັບໄຊຂອງບໍລິສັດດຽວກັນກັບ windows ນັ້ນກະຄື www.msn.com
ທຸກເວັບຈະມີຊື່ຂອງມັນ ແບບດຽວກັບຫນັງສືພິມ ກໍ່ຈະມີ ວຽງຈັນໃຫມ່, ປະເທດລາວ, ປະຊາຊົນ ແລະ ອື່ນໆ, ສ່ວນຫນ້າເວັບໄຊ ກໍ່ມີຊື່ຂອງມັນ ເຊັ່ນ: www.vientianemai.net, www.kplnet.net, www.pasaxon.org.la ຊື່ຂອງເວັບໄຊຈະເອີ້ນວ່າ domain name
ເມື່ອເຮົາຕ້ອງການໄປຫນ້າເວັບໄຊອື່ນ ຕ້ອງພິມຊື່ domain name ຂອງຫນ້າເວັບນັ້ນໃສ່ເຂົ້າໄປໃນ address bar ທີ່ເປັນປ່ອງສຳລັບຮັບຂໍ້ຄວາມໄດ້ ເຊັ່ນຈະເຂົ້າເວັບພະນົມສິນ ຕ້ອງພິມ pnomsin.hollosite.com ກົດ enter ແລ້ວລໍຖ້າ, ໂປແກມ internet explorer ຈະເຮັດຫນ້າທີ່ ເປີດຫນ້າເວັບພະນົມສິນອອກມາ.

ໂປແກມທີ່ເຮັດຫນ້າທີ່ເປີດຫນ້າເວັບ ເພິ່ນເອີ້ນວ່າ browser ມີນຳກັນຕັ້ງຫລາຍໂປແກມ ເຊັ່ນ internet explorer, Mozilla fire fox, opera ສອງອັນຫລັງສຸດມັກຈະບໍ່ມີມາກັບຄອມພິວເຕີ ຕ້ອງຊື້ຫລື download ມາຕິດຕັ້ງຕ່າງຫາກ

Wednesday, April 11, 2007

ສະບາຍດີ

ຢາກຊ່ວຍເຫລືອເພື່ອນໆຊາວລາວ ທີ່ບໍ່ຄ່ອຍມີໂອກາດເຂົ້າຫາອິນເຕີເນັດ. ເມື່ອໄດ້ເຂົ້າແລ້ວ ກໍ່ບໍ່ຮູ້ຈັກວ່າຈະເລີ້ມຈາກໃສໄປໃສ. ຂ້າພະເຈົ້າໄດ້ພົບກັບຜູ້ປະສົບບັນຫາທີ່ກ່າວມານີ້ ຫລາຍຄົນ ແລະ ພວກເຂົາມີຈຳນວນເພີ້ມຂຶ້ນທຸກມື້ ເພາະບ້ານເມືອງຈະເລີນຂຶ້ນ ແລະ ອິນເຕີເນັດກໍ່ເຂົ້າຫາໄດ້ງ່າຍຂຶ້ນ. ຫວັງວ່າສິ່ງທີ່ຂ້າພະເຈົ້າຈະນຳສະເຫນີ ຄົງເປັນການປະກອບສ່ວນ ບໍ່ຫລາຍກໍ່ນ້ອຍ ເພື່ອຊ່ວຍເຂົາເຈົ້າເຂົ້າສູ່ໂລກcyber ໄດ້ຢ່າງງ່າຍດາຍກວ່າເກົ່າ ແລະ ສາມາດຊອກເຫັນໃນສິ່ງທີ່ຕ້ອງການ.

ຖ້າທ່ານມີເພື່ອນທີ່ປະສົບບັນຫານີ້ ແລະ ທ່ານບໍ່ມີເວລາອະທິບາຍໃຫ້ເຂົາເຂົ້າໃຈ ກະລຸນາພິມບົດຄວາມໃນຫນ້າເວັບນີ້ ສົ່ງໃຫ້ເຂົາເຈົ້າ ຫລື ແນະນຳເຂົາເຈົ້າເຂົ້າມາອ່ານ ໃນເວັບນີ້ດ້ວຍ.
ຂອບໃຈລ່ວງຫນ້າ
ຈາກ ພະນົມສິນ

ກະທູ້ມາໃຫມ່ຈາກເວັບບອດພະນົມສິນ

Twitter / laozaa