link ທີ່ຫນ້າສົນໃຈ ຈາກຜູ້ອຸປະຖຳ

ບົດຄວາມຫລ້າສຸດ ຈາກ www.pnomsin.com

Tuesday, June 12, 2007

ຫົວຫນ້າຈຳເປັນຕ້ອງຮູ້ຈັກໃຊ້ INTERNET ຫລືບໍ່

ໃນບົດກ່ອນໄດ້ໄປເວົ້າຍ້ອງຫົວຫນ້າຂອງຂ້າພະເຈົ້າ ທຳໃຫ້ຫລາຍຄົນນ້ອຍໃຈ ທີ່ຫົວຫນ້າຕົວເອງ ບໍ່ເປັນແບບນັ້ນ, ຂ້າພະເຈົ້າບໍ່ໄດ້ເຈດຕະນາ ພາດພິງ ຫລື ເວົ້າໃສ່ ຫົວຫນ້າຂອງຜູ້ໃດ, 
ພຽງແຕ່ກ່າວວ່າຕົວເອງໄດ້ຄວາມຮູ້ຈາກໃຜ

ແລ້ວ ຈຳເປັນບໍ່ທີ່ຜູ້ເປັນຫົວຫນ້າ ຕ້ອງຮູ້ການນຳໃຊ້ internet ?  ຕໍ່ຄຳຖາມນີ້ ຂໍຕອບວ່າ ພວກເຮົາທຸກຄົນ ບໍ່ວ່າຫົວຫນ້າ ຫລື ລູກນ້ອງ ບໍ່ວ່າພໍ່ແມ່ ຫລື ລູກ, ບໍ່ວ່ານັກສຶກສາ ຫລື ຄູອາຈານ, ບໍ່ວ່າຕຳຫລວດ ຫລື ໂຈນ (ອີຫລີ ເບິ່ງໃນຮູບເງົາຕ່າງປະເທດເດີ້ ) ແລະ ອື່ນໆ ສະຫລຸບ ວ່າທຸກຄົນ ຈະຫນີການໃຊ້ internet ບໍ່ໄດ້, ບໍ່ຊ້າກໍ່ໄວ, ກໍ່ຈະໄດ້ໃຊ້

ແຕ່ຖ້າໃຜ ຫາກ ບໍ່ມີຜູ້ແນະນຳ ການນຳໃຊ້ ຫລື ມີບັນຫາອື່ນໆ ໃນການໃຊ້ internet ຢ່າລືມນຶກເຖິງ laobeginner.blogspot.com
ຍິນດີຕ້ອນຮັບສະເຫມີ

ແຕ່ວ່າຂໍອະນຸຍາດ ນຳຫົວຫນ້າຜູ້ອື່ນໆ ອີກເທື່ອຫນຶ່ງ ເພື່ອກ່າວເຖິງຫົວຫນ້າ ຕົວເອງອີກ, ພວກເພິ່ນ ໃຊ້ internet ກັນເປັນ (ແຕ່ບໍ່ທຸກຄົນ) ສ່ວນໃຫຍ່ແມ່ນໃຊ້ ຮັບ-ສົ່ງ e-mail.

2 comments:

Anonymous said...

ຈາກທີ່ເຮົາເຫັນໆມາແມ່ນຄົນສ່ວນໃຫບ່ມີຄວາມຄຶດວ່າອິນເທີເນັດແລະ
email ແຕກຕ່າງກັນ ຈຶ່ງບໍ່ຮູ້ວ່າອິນເທີເນັດໃຊ້ໄວ້ເຮັດຫຍັງ.
ແລະນັ້ນກໍ່ເປັນບັນຫາຕົ້ນຕໍທີ່ຈະຕ້ອງທຳຄວາມເຂົ້າໃຈ,
ຕອນທີ່ພວກເຮົາຮຽນໃຊ້ອິນເທີເນັດໃໝ່ໆກໍ່ຄິດແບບນັ້ນ.

ທ່ານ ດິ່ງ said...

internet ສຳຄັນຫລາຍຕໍ່ພວກເຮົາ ໃນສັງຄົມທຸກມື້ນີ້ມັນເປັນສິ່ງທີ່ຂາດບໍ່ໄດ້ ຄັນເວົ້າເຖິງຫົວຫນ້າ ມັນກໍ່ມີຫລາຍຫົວຫນ້າ ຫລາຍລະດັບ ຫລາຍສະໄຫມ ສ່ວນຫລາຍຫົວຫນ້າທີ່ບໍ່ຍອມຮັບຮູ້ ແລະ ບໍ່ຍອມຮຽນແມ່ນຫົວຫນ້າລຸ້ນເກົ່າອາວຸໂສ ແດ່ແລ້ວ ສ່ວນຫົວຫນ້າລຸ້ນໃຫມ່ແມ່ນລູກນ້ອງນຳບໍ່ທັນແລ້ວກໍ່ມີ. ຖ້າຫົວຫນ້າລຸ້ນເກົ່າກໍ່ຢາກຍາກແດ່ຖ້າເພິ່ນບໍ່ຍອມຮັບສິ່ງໃຫມ່ (ຄອງເດີມ). ເຖິງຢ່າງໃດກໍ່ຕາມບັນດາລູກນ້ອງຫົວສະໄຫມໃຫມ່ແດ່ ແຕ່ປະສົບການເຮັດວຽກໃນອົງກອນນັ້ນອາດຍັງຫນ້ອຍ(ພັນສາອອ່ນ) ກໍ່ຕ້ອງໄດ້ອະທິບາຍ ຍົກເຫດຍົກຜົນ ໃຫ້ເຫັນເຖິງຄວາມສຳຄັນ ເຮັດແນວໃດຫົວຫນ້າຈຶ່ງສິຍອມຮັບ ແລ້ວຊັກຊວນໃຫ້ຫົວຫນ້າ ຮຳ່ຮຽນ ສິ່ງໃຫມ່ແດ່ ແນວໃດກໍ່ໃຫ້ຖືວ່າແມ່ນຫນ້າທີ່ຂອງເຮົານັ້ນລະ ເພາະເພິ່ນເປັນຜູ້ຕັດສິນ , ສະຕາກຳຂອງລູກນ້ອງກໍ່ຕ້ອງຂຶ້ນກັບຫົວຫນ້າວ່າຈະຊີ້ເປັນຫລືຊື້ຕາຍ. ແມ່ນບໍ ທ່ານທັງຫລາຍ.

ກະທູ້ມາໃຫມ່ຈາກເວັບບອດພະນົມສິນ

Twitter / laozaa