link ທີ່ຫນ້າສົນໃຈ ຈາກຜູ້ອຸປະຖຳ

ບົດຄວາມຫລ້າສຸດ ຈາກ www.pnomsin.com

Monday, September 29, 2008

ມືຖືລາວທຸກລະບົບ ຈະສາມາດເຊື່ອມຕໍ່ກັບອິນເຕີເນັດ

ເຂົາໂທມາຖາມ ກ່ຽວກັບຜົນເຕະບານ

ອັນນີ້ກະບໍ່ໄດ້ສົ່ງເສີມ ການພະນັນບານດອກເດີ້, ເຂົາໂທມາຖາມ ວ່າຢູ່ເຮືອນບໍ່ ເຂົ້າອິນເຕີເນັດແດ່ດຸ ຢາກຮູ້ຜົນເຕະບານ. ເວລານັ້ນ ຂ້່າພະເຈົ້າ ພວມໃຊ້ເວລາກັບຄອບຄົວ ຢູ່ສວນປະຕູໄຊ. ເພິ່ນຍັງບອກຕື່ມວ່າ ປານໃດສິເມືອ ຢາກຮູ້ຜົນໄວໆ. ຂ້າພະເຈົ້າ ບອກວ່າ ບໍ່ຈຳເປັນເມືອຮອດເຮືອນດອກ ຈະກວດກາໃຫ້ ເບິ່ງຈາກມືຖືນີ້ລະ, ມີຖືໂທລະຄົມລາວ etl wap, live score. ເພິ່ນກໍ່ຂອບໃຈ ສະຫລຸບວ່າ ທິມຂອງເພິ່ນ ປະລາໄຊ ບໍ່ດັ່ງນັ້ນ ຂ້າພະເຈົ້າ ຄົງຈະໄດ້ທວງຄ່າບໍລິການ 555

ໃນເມື່ອກ່ອນ ມີແຕ່ສັນຍານມືຖື ຂອງ etl ທີ່ໃຫ້ບໍລິການ GPRS ທີ່ສາມາດເຊື່ອມຕໍ່ກັບອິນເຕີເນັດ, ດຽວນີ້ ກໍ່ມີຂອງ tigo ແລະ ໃນໄວໆນີ້ ລາວໂທລະຄົມ ກໍ່ກຳລັງຈະໃຫ້ບໍລິການ ການເຊື່ອມຕໍ່ອິນເຕີເນັດ ຜ່ານລະບົບ 3G

ສະແດງວ່າ ໃນອະນາຄົດອັນໃກ້ນີ້ ມືຖືລາວທຸກລະບົບ ກໍ່ຈະສາມາດເຊື່ອມຕໍ່ກັບອິນເຕີເນັດ

No comments:

ກະທູ້ມາໃຫມ່ຈາກເວັບບອດພະນົມສິນ

Twitter / laozaa