link ທີ່ຫນ້າສົນໃຈ ຈາກຜູ້ອຸປະຖຳ

ບົດຄວາມຫລ້າສຸດ ຈາກ www.pnomsin.com

Monday, September 1, 2008

ຄົ້ນຫາ ພາບເຫດການປະຫວັດສາດ ທີ່ແຕ່ລະທ່ານຖ່າຍໄວ້


ໄລຍະຫລັງໆ ນີ້ ກໍ່ມີຫລາຍເຫດການທີ່ສຳຄັນເກີດຂຶ້ນ ເປັນຕົ້ນແມ່ນ ຈີນເປີດກິລາໂອລິມປິກ ແລະ ຊາວນະຄອນຫລວງວຽງຈັນ ຕະລຸມບອນຕ້ານນ້ຳຖ້ວມ. ເຫດການທີ່ວ່າ ນັບເປັນເຫດການປະຫວັດສາດ ທີ່ນັກຖ່າຍພາບ ຫລາຍຄົນ ໄດ້ບັນທຶກພາບໄວ້ ແລະ ກໍ່ໄດ້ upload ໄວ້ທີ່ internet.

ຂ້າພະເຈົ້າ ກໍ່ມັກ search ຫາພາບທີ່ເປັນປະຫວັດສາດ ນີ້ມາເບິ່ງ ຫລື ເກັບມາປະກອບຂ່າວ ໂດຍໃຊ້ image search ຂອງ google.
ແຕ່ວ່າຫນ້າເສຍດາຍ ທີ່ບໍ່ຄ່ອຍໄດ້ພາບ ໂດຍສະເພາະ ແມ່ນ ພາບນ້ຳຖ້ວມນະຄອນວຽງຈັນ ແລະ ປະຊາຊົນຊາວວຽງຈັນ ສູ້ກັບນ້ຳຂອງແນວໃດ.

ແຕ່ ເນື່ອງຈາກວ່າ ຂ້າພະເຈົ້າ ກໍ່ໃຊ້ ບໍລິການຂອງ flickr ເປັນເວັບສຳລັບ ໃຫ້ນັກຖ່າຍພາບສະຫມັກຫລິ້ນ upload ຮູບຂອງຕົນໄວ້ອວດເພື່ອນໆ ເຊິ່ງເປັນຂອງ yahoo, ຂ້າພະເຈົ້າ ກໍ່ເລີຍ upload ຮູບໄປໄວ້ຫັ້ນ ແລະ ກໍ່ໂຊກດີ ທີ່ຂ້າພະເຈົ້າ ໄດ້ໄປພົບກັບຮູບພາບປະຫວັດສາດ ທີ່ມີຊາວນະຄອນຫລວງວຽງຈັນ ຕະລຸມບອນຕ້ານນ້ຳຖ້ວມ ຢູ່ຫັ້ນ ຈຳນວນຫລວງຫລາຍ ນັບທັງ ພາບທີ່ນັກຖ່າຍພາບ ໄດ້ຖ່າຍຮູບພິທີເປີດປິດ ກິລາໂອລິມປິກ ທີ່ປະເທດຈີນ ກໍ່ມີຫລາຍເຊັ່ນກັນ 

ພາບພະນັກງານກຕຟ ຕະລຸມບອນຕ້ານນ້ຳຖ້ວມ , ພາບພິທີເປີດກິລາໂອລິມປິກ

ພາບນ້ຳຖ້ວມວຽງຈັນ 

2 comments:

Anonymous said...
This comment has been removed by a blog administrator.
Anonymous said...
This comment has been removed by a blog administrator.

ກະທູ້ມາໃຫມ່ຈາກເວັບບອດພະນົມສິນ

Twitter / laozaa