link ທີ່ຫນ້າສົນໃຈ ຈາກຜູ້ອຸປະຖຳ

ບົດຄວາມຫລ້າສຸດ ຈາກ www.pnomsin.com

Thursday, April 24, 2008

ໃຊ້ google ຊ່ວຍແກ້ບັນຫາ ສັບເຕັກນິກ

ມື້ນີ້ ມີພະນັກງານຄົນຫນຶ່ງມາຖາມຄຳສັບພາສາອັງກິດ. ເພິ່ນຖາມກ່ຽວກັບຊື່ອຸປະກອນໄຟຟ້າ ໃນນີ້ເພິ່ນຖາມວ່າ ຄຳວ່າ guy grip ຫມາຍເຖິງອຸປະກອນຕົວໃດ ເພາະເອກະສານສັນຍາ ລະບຸວ່າຕ້ອງເປັນອຸປະກອນຕົວນັ້ນ ຖ້າບໍ່ຮູ້ຈັກອາດຈະຊື້ຜິດ. ທຳອິດຂ້າພະເຈົ້າກໍ່ໃຊ້ dictionnary ແປສັບດັ່ງກ່າວອອກມາ. ເນື່ອງຈາກເປັນສັບເຕັກນິກ ຈຶ່ງເຮັດໃຫ້ dictionary ທຳມະດາ ແປບໍ່ກົງກັບເປົ້າຫມາຍ.

ຂ້າພະເຈົ້າເລີຍ ເປີດເວັບໄຊ ຍອດນິຍົມ www.google.com ອອກມາ ແລ້ວພິມຄຳວ່າ  guy grip ເຂົ້າໄປ ກົດ enter. ມັນກໍ່ໂຊລາຍຊື່ເວັບ ທີ່ມີຄຳນີ້ອອກມາ. ເພື່ອໃຫ້ເຫັນແຈ້ງວ່າ ຫນ້າຕາອຸປະກອນນັ້ນເປັນແບບໃດ ກໍ່ກົດໃສ່ image ແລ້ວ ກໍ່ໄດ້ຫນ້າຕາຂອງອຸປະກອນນັ້ນ ອອກມາ ພາໃຫ້ພະນັກງານຄົນນັ້ນຫມົດຄຳຖາມ ແລະ ໄດ້ຄຳຕອບທີ່ພໍໃຈ.

ສະຫລຸບວ່າ ຖ້າເຮົາຮູ້ຊື່ອຸປະກອນໃດຫນຶ່ງ ແມ່ນສາມາດ ຄົ້ນຫາ ຮູບອຸປະກອນນັ້ນໄດ້ ດ້ວຍ internet search. ແຕ່ຖ້າຮູ້ຈັກແຕ່ຫນ້າ ບໍ່ຮູ້ຊື່ມັນເລີຍ ອັນນີ້ກໍ່ຍາກແດ່.

ການຄົ້ນຫາຮູບໃນອິນເຕີເນັດ ໄດ້ເຄີຍຂຽນໄວ້ແລ້ວ ໃນເດືອນ 5 ປີ 2007
http://laobeginner.blogspot.com/2007/05/blog-post.html

Wednesday, April 2, 2008

Moziila ສົ່ງ firefox 3.0 beta 4ໃຫ້ທົດລອງໃຊ້ແລ້ວ


Moziila ສົ່ງ firefox 3.0 beta 4ໃຫ້ທົດລອງໃຊ້ແລ້ວ ຫລັງຈາກທີ່ປ່ອຍໃຫ້ Microsoft ປ່ອຍ IE 8 beta 1 ອອກມາໄດ້ປະມານອາທິດປາຍ Moziila ກໍ່ປ່ອຍ Firefox 3.0 beta 4 ອອກມາແລ້ວຄືກັນ

ທ່ານສາມາດດາວໂຫລດມາລອງໃຊ້ໄດ້ຈາກລິ້ງນີ້   http://www.mozilla.com/en-US/firefox/all-beta.html

 

ກະທູ້ມາໃຫມ່ຈາກເວັບບອດພະນົມສິນ

Twitter / laozaa