link ທີ່ຫນ້າສົນໃຈ ຈາກຜູ້ອຸປະຖຳ

ບົດຄວາມຫລ້າສຸດ ຈາກ www.pnomsin.com

Tuesday, November 11, 2008

ໂອບາມາ ໄດ້ໄຊຊະນະ ຍ້ອນອິນເຕີເນັດຫລືບໍ່

ເມື່ອວັນທີ 4 ພະຈິກ ທີ່ຜ່ານ ທ່ານ ບາລັກ ໂອບາມາ ຊະນະການເລືອກຕັ້ງ ຢ່າງຖະຫລົ່ມທະລາຍ, ສາຍເຫດແມ່ນມາຈາກ ເພິ່ນໄດ້ໄປປະກົດຕົວທາງອິນເຕີເນັດ (Online Presence)ເລື້ອຍກວ່າຄູ່ແຂ່ງຂອງເພິ່ນ ຄື ຈອນ ແມກແຄນ ຕັ້ງຫລາຍທົບ

ຕົວຢ່າງ:
ໂອບາມາ ມີເວັບໄຊສ່ວນຕົວ ທີ່ທາງ Google ເກັບຂໍ້ມູນໄວ້ແລ້ວ ກວ່າ 1 ລ້ານຫນ້າ ສ່ວນ ແມກແຄນ ມີພຽງແຕ່ 30,700 ຫນ້າ ໄລ່ເປັນເປີເຊັນແລ້ວ ໂອບາມາຫລາຍກວ່າ 5,828%


ໂອບາມາມີຮູບຖ່າຍ ຢູ່ທີ່ Google Image ໃຫ້ຄົນເຫັນ 24 ລ້ານຮູບ ແມກແຄນມີພຽງແຕ່ 8.6 ລ້ານຮູບ ໂອບາມາຫລາຍກວ່າ ປະມານ 181%

ໂອບາມາມີ Twitter Followers ຫລືມີຄົນຖ້າຕິດຕາມຂ່າວຈາກ Twitter ຫລາຍກວ່າແມກແຄນ 2,254% (115,623 ຕໍ່ 4,911)

ໂອບາມາ Update ຂໍ້ຄວາມໃນน Twitter ຫລາຍກວ່າແມກແຄນ 948%

ໂອບາມາມີເພື່ອນ MySpace ປະມານ 844,781 ແລ້ວ ຂະນະທີ່ແມກແຄນ ມີເພຶ່ອນພຽງ 219,643 ຄົນເທົ່ານັ້ນ

ນອກຈາກນີ້ແລ້ວ Social Media ທັງຫລາຍເຊັ່ນ FaceBook, Flickr, YouTube ໂອບາມາກໍ່ຈະເຫນືອກວ່າຫລາຍທົບ
Pete Quily
http://clicks.aweber.com/y/ct/?l=NFGHl&m=1eHzhVbxMFiJ4L&b=N9wavy8ajJaE_ki9I1WOog

ເອົາມາຈາກອີເມລຂອງ ຕຣາວຸດ

4 comments:

au8ust said...

ທີມການຕະຫຼາດຂອງໂອບາມາຖືກເຝິກມາດີແທ້ ໆ :D

Phanomsinh said...

ຢູ່ອາເມລິກາ ອາດຈະເປັນແນວນັ້ນ
ແຕ່ຖ້າເປັນຢູ່ລາວ ຫລື ປະເທດອື່ນ
ອິນເຕີເນັດຄົງບໍ່ມີອິດທິພົນປານໃດ

Anonymous said...

ອິນເຕີເນັດກະມີສ່ວນສຳຄັນອັນໜຶ່ງຊຶ່ງດຶງດູດຄົນໜຸ່ມອອກໄປໃຊ້ສຽງ, ຕາມທີ່ເພິ່ນສຳຫລວດ ການເລືອກຕັງປີ2008ນີ້ມີຄົນໜຸ່ມອອກໄປເລືອກຕັ້ງເພິ້ມຂຶ້ນເຖິງ 78% ຂອງຊາວໜຸ່ມທີ່ມີອາຍຸລະຫວ່າງ18ຫາ30. ຊາວໜຸ່ມຈຳນວນີ້ແມ່ນມາຈາກsocial network ເຊັ່ນ facebook, myspace, flickrແລະອື່ນ

Phanomsinh said...

ລອງນຳແບບໂອບາມາ
http://twitter.com/pnomsin
http://www.myspace.com/pnomsin
http://www.flickr.com/people/pnomsin_eci/
http://www.facebook.com/people/Phanomsinh_Chanthaphasouk/583797443

ກະທູ້ມາໃຫມ່ຈາກເວັບບອດພະນົມສິນ

Twitter / laozaa