link ທີ່ຫນ້າສົນໃຈ ຈາກຜູ້ອຸປະຖຳ

ບົດຄວາມຫລ້າສຸດ ຈາກ www.pnomsin.com

Friday, August 1, 2008

ໃຊ້ອິນເຕີເນັດ ຊ່ວຍເລືອກຊື້ສິນຄ້າ

ສະບາຍດີ ທຸກທ່ານ ທີ່ຕິດຕາມບົດຂຽນຂອງຂ້າພະເຈົ້າ. ຮູ້ສຶກວ່າຕອນນີ້ ໄດ້ຂຽນບົດຄວາມລົງເດືອນລະເທື່ອ ເທົ່ານັ້ນ. ມື້ນີ້ ຈະຂຽນເລົ່າປະສົບການຂອງຕົວເອງ ໃນການເລືອກຊື້ໂທລະສັບມືຖື ແລະ ໂນດບຸກ ໂດຍອາໄສຂໍ້ມູນຈາກອິນເຕີເນັດ

ຕາມທຳມະດາແລ້ວ ເວລາຈະເລືອກຊື້ໂທລະສັບ ຂ້າພະເຈົ້າຈະໄປພົບຄົນທີ່ເຂົາຫາກໍ່ຊື້ ໃຫ້ເຂົາເລົ່າໃຫ້ຟັງ ວ່າລຸ້ນໃດເປັນແນວໃດ ລາຄາໃດ, ຈາກນັ້ນ ກໍ່ເລາະໄປແຕ່ລະຮ້ານ ວ່າຮ້ານໃດມີລຸ້ນໃດຂາຍ ລາຄາໃດ...

ສິ່ງທີ່ວ່າມາຂ້າງເທິງນັ້ນ ສາມາດ ເຮັດໄດ້ໃນອິນເຕີເນັດ ຖ້າເປັນຢູ່ຕ່າງປະເທດມັນສາມາດບອກໄດ້ວ່າແຕ່ລະລູ້ນມີຂາຍຢູ່ຮ້ານໃດ ລາຄາຕ່າງກັນຫລາຍປານໃດ...

ສົມມຸດຂ້າພະເຈົ້າ ຢາກໄດ້ ມືຖື ຍີ່ຫໍ້ Nokia ຂ້າພະເຈົ້າ ກໍ່ເຂົ້າໄປເວັບຂອງເຂົາ. ຈາກນັ້ນ ກໍ່ສຳຫລວດເບິ່ງວ່າມີລຸ້ນໃດແດ່, ມີຄຸນສົມບັດແນວໃດ, ເລື້ອງຄຸນສົມບັດນີ້ ໃນເວັບໄຊຜູ້ຜະລິດ ຈະຂຽນລະອຽດກວ່າ ໃນເວັບໄຊຜູ້ຈຳຫນ່າຍ 

ທ່ານ ສາມາດເລືອກແຕ່ລະລຸ້ນມາປຽບທຽບກັນ ເຊິ່ງທາງເວັບຈະມີຊອບແວຊ່ວຍ ເຮົາພຽງ click ໃສ່ລຸ້ນທີ່ເຮົາສົນໃຈ ຈັກ 2-3 ລຸ້ນ ແລ້ວກໍ່ກົດປຸ່ມ compare ມັນຈະເອົາຄຸນສົມບັດຂອງແຕ່ລະລຸ້ນ ພ້ອມທັງລາຄາ ມາທຽບກັນໃຫ້ເຫັນ ເພື່ອໃຫ້ທ່ານສາມາດຕັດສີນໃຈໄດ້ງ່າຍ 

ເມື່ອທ່ານເລືອກໄດ້ແລ້ວ ແຕ່ຍັງບໍ່ຮູ້ວ່າໃຊ້ໄປແລ້ວມັນຈະເປັນແນວໃດ ທ່ານສາມາດສອບຖາມຜູ້ທີ່ເຄີຍໃຊ້ລຸ້ນນີ້ ດ້ວຍການອ່ານ review ຂອງສິນຄ້າທີ່ທ່ານສົນໃຈ ໄດ້ທັນທີ ເພາະ review ຈະຂຽນໂດຍຜູ້ມີປະສົບການໃນການນຳໃຊ້ມາແລ້ວ ຫລືທ່ານຈະຂຽນຂໍຄວາມເຫັນລົງໃນເວັບບອດ ກໍ່ເປັນເລື້ອງທີ່ສາມາດເຮັດໄດ້

ຕາມຄວາມເຫັນຂອງຂ້າພະເຈົ້າ ແລ້ວ ອິນເຕີເນັດຈະ ຊ່ວຍປະຢັດເວລາ ໄດ້ຫລາຍ ຖ້າທຽບໃສ່ວິທີເດີມໆ ເຊັ່ນ ທ່ຽວໄປພົບຜູ້ທີ່ເຄີຍໃຊ້, ເລາະໄປຖາມຮ້ານຕ່າງໆ ເພື່ອຮູ້ລາຄາກາງ ລາຄາຕໍ່ລອງ ການຮັບປະກັນ ແລະ ອື່ນໆ 

ວິທີການທີ່ຂ້າພະເຈົ້າສະເຫນີໄປນັ້ນ ທ່ານສາມາດໃຊ້ໄດ້ກັບສິນຄ້າອື່ນໆອີກ ບໍ່ວ່າຈະເປັນ ສິນຄ້າໄອທີ ກ້ອງຖ່າຍຮູບ ອາໄຫລ່ລົດ ແລະ ອື່ນໆ

ກະທູ້ມາໃຫມ່ຈາກເວັບບອດພະນົມສິນ

Twitter / laozaa