link ທີ່ຫນ້າສົນໃຈ ຈາກຜູ້ອຸປະຖຳ

ບົດຄວາມຫລ້າສຸດ ຈາກ www.pnomsin.com

Tuesday, March 11, 2008

ໄມໂຄຣຊອຟທ໌ເຜີຍໂສມ Internet Explorer 8.0 ເວີລ໌ຊັນທົດລອງ




Written by birdflu2007.exe


ເມື່ອວັນພຸດທີ່ຜ່ານມາໃນງານ Mix Conference ໄມໂຄຣຊອຟທ໌ໄດ້ທຳການແນະນຳເວັບບລາວນ໌ເຊີລ໌ເວີລ໌ຊັນຫລ້າສຸດ Internet Explorer 8.0 ພ້ອມກັບທຳການສົ່ງລຸ້ນທົດລອງເວີລ໌ຊັນທຳອິດອອກມາໃຫ້ໄດ້ທົດລອງໃຊ້ກັນ ໂດຍເວັບບລາວນ໌ເຊີລ໌ Internet Explorer 8.0 ນີ້ ໄດ້ຖືກພັດທະນາມາຈາກເວີລ໌ຊັນກ່ອນໜ້າ ເຊິ່ງໄດ້ເພີ່ມການສະໜັບສະໜູນການເຮັດວຽກຕ່າງໆເຂົ້າມາ ເຊັ່ນ ສະໜັບສະໜູນ CCS 2.1 ແລະ HTML 5 ໂດຍສຳລັບການສະໜັບສະໜູນ HTML 5 ນັ້ນ ຈະອະນຸຍາດໃຫ້ຜູ້ພັດທະນາສາມາດສ້າງເວັບໄຊຕ໌ທີ່ຮູ້ວ່າຜູ້ໃຊ້ທຳການເຊື່ອມຕໍ່ອິນເຕີລ໌ເນັດຢູ່ຫລືບໍ່ໄດ້ ແລະສາມາດບັນທຶກ content ຕ່າງ ໆໄດ້ຈົນກະທັ້ງຜູ້ໃຊ້ອອກຈາກອິນເຕີລ໌ເນັດ ນອກຈາກນີ້ ຍັງຊ່ວຍໃຫ້ຜູ້ພັດທະນາສາມາດສ້າງ Ajax application ໂດຍສະແດງປຸ່ມ back ແທນການກັບໄປຍັງຫນ້າທີ່ແລ້ວ ເຊິ່ງໃນ IE8 ນີ້ ໄດ້ເພີ່ມຟັງຊັ້ນການເຮັດວຽກພິເສດຕ່າງ ໆທີ່ບໍ່ມີໃນ IE7 ຫລືເວີລ໌ຊັນກ່ອນໜ້າເຂົ້າມາ ເຊິ່ງລວມເຖິງ Activities, WebSlices ແລະ automatic crash recovery ໂດຍ Activities ຈະຊ່ວຍໃຫ້ຜູ້ໃຊ້ສາມາດຕິດຕໍ່ກັບ Web services ອື່ນ ໆພາຍໃນໜ້າເວັບນັ້ນ ໆໄດ້ ເຊິ່ງຜູ້ໃຊ້ສາມາດ copy ແລະ paste ຂໍ້ມູນຕ່າງ ໆຈາກໜ້າເວັບໜຶ່ງໄປຍັງອີກໜ້າໜຶ່ງໄດ້ ສ່ວນ WebSlices ຈະຊ່ວຍໃຫ້ຜູ້ໃຊ້ແລະຜູ້ພັດທະນາສາມາດສ້າງ custom content ຈາກ dynamic content ເທິງເວັບໄຊຕ໌ໄດ້ ຍົກຕົວຢ່າງເຊັ່ນ ເວັບຂອງກົມອຸຕຸນິຍົມວິທະຍາ ພາຍໃນໜ້າເວບນັ້ນກໍຈະປະກອບໄປດ້ວຍຂໍ້ມູນສະພາບດິນຟ້າອາກາດ ລວມເຖິງຂໍ້ມູນອື່ນ ໆດ້ວຍ ເຊິ່ງ WebSlices ກໍຈະຊ່ວຍຄັດເລືອກສະເພາະຂໍ້ມູນສະພາບດິນຟ້າອາກາດມາໃຫ້ກັບຜູ້ໃຊ້ທີ່ຕ້ອງການໄດ້ຮັບສະເພາະຂໍ້ມູນສະພາບດິນຟ້າອາກາດເທົ່ານັ້ນ ເຊິ່ງຈະຄ້າຍ ໆກັບ RSS feed ແລະ automatic crash recovery ເຊິ່ງເປັນຟັງຊັ້ນທີ່ພົບໃນ Firefox ແຕ່ໄດ້ຂະຫຍາຍຄວາມສາມາດໃນການເຮັດວຽກອອກໄປ ເຊິ່ງຈະຊ່ວຍກູ້ບລາວນ໌ເຊີລ໌ທີ່ມີບັນຫາໃຫ້ກັບມາໃຊ້ງານໄດ້ ເປັນຕົ້ນ

Source :TechWeb, http://www.laozaa.com/web/content/view/80/5/

ກະທູ້ມາໃຫມ່ຈາກເວັບບອດພະນົມສິນ

Twitter / laozaa