ຍັງໃຊ້ internet explorer ຢູ່ອີກຫວາ
ທ່ານເດ ຍັງໃຊ້ internet explorer ຢູ່ຫວາ? ຢາກລອງອັນໃຫມ່ບໍ່
ນີ້ແມ່ນລາຍຊື່ web browser ທີ່ມີໃຫ້ດາວໂຫລດໄດ້ໂດຍບໍ່ເສຍຄ່າ
ຍິນດີຕ້ອນຮັບທຸກທ່ານ ເວັບບລັອກນີ້ ຕັ້ງໃຈຂຽນກ່ຽວກັບ ການນຳໃຊ້ອິນເຕີເນັດ ໃນລະດັບຕົ້ນໆ ຫວັງວ່າເນື້ອໃນຂອງເວັບບລັອກນີ້ ຄົງເປັນປະໂຫຍດ ກັບທ່ານ ບໍ່ຫລາຍກໍ່ຫນ້ອຍ
Posted by
Laobeginner
at
9:56 AM
1 comments
Labels: Browser
Sure, you use Messenger to send instant messages, but did you know you can play games and exchange pictures too? You can even send IMs to your friends’ phones.*
Posted by
Laobeginner
at
1:34 PM
0
comments
Labels: messenger
ປະເທດມາເລເຊຍ, ນິວຊີແລນ, ຍີ່ປຸ່ນ, ເກົາຫລີໃຕ້ ແລະ ສິງກະໂປ ແມ່ນປະເທດ ທີ່ເຊື່ອມຕໍ່ອິນເຕີເນັັດຫລາຍທີ່ສຸດ ໃນຂົງເຂດອາຊີ ປາຊີຟິກ, ມາຮອດປີ 2007 ຈຳນວນປະຊາກອນ ທີ່ເຂົ້າເຖິງອິນເຕີເນັດ ມີເຖິງ 55 ຫາ 80 %
ກົງກັນຂ້າມ, 5 ປະເທດທີ່ເຊື່ອມຕໍ່ອິນເຕີເນັດຫນ້ອຍທີ່ສຸດ ໄດ້ແກ່ ມຽນມາ, ຕີມໍ ເລສເຕ, ຕັດຊິກກິສະຖານ,ບັງກະລາເດດ ແລະ ກຳປູເຈຍ, ມີປະຊາກອນທີ່ໃຊ້ອິນເຕີເນັດ ບໍ່ເຖິງ 1% ໃນຂະນະທີ່ ຈຳນວນສະເລ່ຍໃນຂົງເຂດ ແມ່ນ 20%
ຂໍ້ມູນໄດ້ມາຈາກ Bernama ຜ່ານ http://enews.mcot.net/view.php?id=7329
ຮູບມາຈາກ www.neowave.com
ຫມາຍເຫດ: ບໍ່ຮູ້ວ່າ ປະເທດລາວ ມີສະຖິຕິ ການໃຊ້ອິນເຕີເນັດ ຈັກ%ຂອງຈຳນວນປະຊາກອນລາວ
Posted by
Laobeginner
at
9:30 PM
0
comments
Labels: internet connection, internet user
ເມື່ອວັນທີ 4 ພະຈິກ ທີ່ຜ່ານ ທ່ານ ບາລັກ ໂອບາມາ ຊະນະການເລືອກຕັ້ງ ຢ່າງຖະຫລົ່ມທະລາຍ, ສາຍເຫດແມ່ນມາຈາກ ເພິ່ນໄດ້ໄປປະກົດຕົວທາງອິນເຕີເນັດ (Online Presence)ເລື້ອຍກວ່າຄູ່ແຂ່ງຂອງເພິ່ນ ຄື ຈອນ ແມກແຄນ ຕັ້ງຫລາຍທົບ
ຕົວຢ່າງ:
ໂອບາມາ ມີເວັບໄຊສ່ວນຕົວ ທີ່ທາງ Google ເກັບຂໍ້ມູນໄວ້ແລ້ວ ກວ່າ 1 ລ້ານຫນ້າ ສ່ວນ ແມກແຄນ ມີພຽງແຕ່ 30,700 ຫນ້າ ໄລ່ເປັນເປີເຊັນແລ້ວ ໂອບາມາຫລາຍກວ່າ 5,828%
ໂອບາມາມີຮູບຖ່າຍ ຢູ່ທີ່ Google Image ໃຫ້ຄົນເຫັນ 24 ລ້ານຮູບ ແມກແຄນມີພຽງແຕ່ 8.6 ລ້ານຮູບ ໂອບາມາຫລາຍກວ່າ ປະມານ 181%
ໂອບາມາມີ Twitter Followers ຫລືມີຄົນຖ້າຕິດຕາມຂ່າວຈາກ Twitter ຫລາຍກວ່າແມກແຄນ 2,254% (115,623 ຕໍ່ 4,911)
ໂອບາມາ Update ຂໍ້ຄວາມໃນน Twitter ຫລາຍກວ່າແມກແຄນ 948%
ໂອບາມາມີເພື່ອນ MySpace ປະມານ 844,781 ແລ້ວ ຂະນະທີ່ແມກແຄນ ມີເພຶ່ອນພຽງ 219,643 ຄົນເທົ່ານັ້ນ
ນອກຈາກນີ້ແລ້ວ Social Media ທັງຫລາຍເຊັ່ນ FaceBook, Flickr, YouTube ໂອບາມາກໍ່ຈະເຫນືອກວ່າຫລາຍທົບ
Pete Quily
http://clicks.aweber.com/y/ct/?l=NFGHl&m=1eHzhVbxMFiJ4L&b=N9wavy8ajJaE_ki9I1WOog
ເອົາມາຈາກອີເມລຂອງ ຕຣາວຸດ
Posted by
Laobeginner
at
11:27 AM
4
comments
Labels: internet user, search engine, search for image, web service
ການທີ່ເຮົາຄົ້ນຫາຂໍ້ມູນໃນອິນເຕີເນັດເປັນປະຈຳ ຈະເຮັດໃຫ້ສະຫລາດ ເພາະວ່າສະຫມອງໄດ້ຮັບການຝຶກຝົນ ໂດຍສະເພາະແມ່ນຄົນໄວກາງຄົນ ແລະ ຜູ້ສູງອາຍຸ
ອີງຕາມຂໍ້ມູນ ໃນເວັບໄຊ http://news.yahoo.com/s/livescience/20081014/sc_livescience/internetsearchingmayboostbrain
ຢູ່ສະຫະລັດ ເພິ່ນໄດ້ມີການນຳເລື້ອງນີ້ ໄປສຶກສາ ແລະ ພົບວ່າ ການຄົ້ນຫາຂໍ້ມູນໃນອິນເຕີເນັດ ເຮັດໃຫ້ເລືອດເຂົ້າໄປຫມູນວຽນໃນສະຫມອງ ບໍລິເວນທີ່ຄວບຄຸມດ້ານ ພາສາ ການອ່ານ ການເບິ່ງ ແລະ ຄວາມຈື່ຈຳ, ນັບເປັນການຝຶກສະຫມອງ ທີ່ໃຊ້ໄດ້ຜົນດີ ບໍ່ຕ່າງຫຍັງກັບການຫລິ້ນຫມາກດາມ ຫລື ເກມທີ່ໃຊ້ສະຫມອງອື່ນໆ
"A simple, everyday task like searching the Web appears to enhance brain circuitry in older adults, demonstrating that our brains are sensitive and can continue to learn as we grow older,"
Posted by
Laobeginner
at
4:14 PM
0
comments
Labels: internet user, search engine
Mailing Groups ເປັນອີກບໍລິການຫນຶ່ງ ທີ່ທາງຜູ້ບໍລິການ email ມີໃຫ້ຜູ້ໃຊ້. ມັນເປັນບໍລິການ ທີ່ໃຫ້ຜູ້ໃຊ້ອີເມລ ສາມາດລວມກຸ່ມກັນ ແລະ ແລກປ່ຽນ ຂໍ້ມູນກັນຕາມແຕ່ລະກຸ່ມ ເຊິ່ງອາດຈະມີກຸ່ມ ຫາເງິນ ກຸ່ມນັກສຶກສາ ກຸ່ມອື່ນໆ
ຂ້າພະເຈົ້າ ເຂົ້າກຸ່ມ mahasan 2004 ເປັນກຸ່ມຂອງຜູ້ໃຊ້ hotmail ອີກກຸ່ມຫນຶ່ງ ຫລືເອີ້ນວ່າ MSN Groups
ມື້ນີ້ໄດ້ຮັບຂ່າວວ່າ MSN Groups ເພິ່ນຈະປິດການບໍລິການໃນວັນທີ 21/2/2009 ແລະ ຈະໄປລວມຕົວກັບ multiply.com ເຊິ່ງກໍ່ມີຄົນລາວຫລາຍຄົນ ເປັນສະມາຊິກຢູ່ໃນນັ້ນ ເພາະວ່າ multiply.com ເປັນເວັບສຳລັບຫາເພື່ອນທາງອິນເຕີເນັດ ແບບດຽວກັບ hi5.com, punlao.com...
Dear MSN Groups Customer,
As a valued MSN Groups or MSN Communities Web Folders customer, we want to notify you that the MSN Groups service will close on February 21, 2009 and you will have the opportunity to move your group to our new partner service, Multiply. We understand the importance of keeping your group together, so we partnered with Multiply to create a migration process that moves your group to their service to preserve your online community and its history. Read on to find out about how to kick off the automatic migration of your group to Multiply.
Posted by
Laobeginner
at
9:26 AM
0
comments
Labels: web service
ເວັບບອດມະຫາສານ ເຊິ່ງປິດຕົວໄປຊົ່ວຄາວ ກໍ່ໄດ້ກັບມາໃຫມ່ແລ້ວ ພ້ອມກັບລະບົບເວັບບອດໃຫມ່ ທີ່ງ່າຍຕໍການໃຊ້ງານ, ເພື່ອນໆທີ່ເປັນສະມາຊິກ ເວັບບອດຂອງດໍກຣຸບ ຂອງລາວຊ້າ ຫລື ຊຸມຊົນຄົນໃນວົງການໄຟຟ້າ ກໍ່ຈະບໍ່ມີບັນຫາໃນການໃຊ້ງານເລີຍ ເພາະໃຊ້ລະບົບທີ່ ເພື່ອນໆ ຄຸ້ນເຄີຍດີຢູ່ແລ້ວ ເພາະໃຊ້ຊອບແວໂຕດຽວກັນນັ້ນເອງ
ດັ່ງນັ້ນ ຖ້າເພື່ອນໆ ໄປລອງໃຊ້ເບິ່ງ ຈະຮູ້ໄດ້ເລີຍວ່າ ມັນໃຊ້ງ່າຍ ແຕ່ຕ້ອງສະຫມັກສະມາຊິກເສຍກ່ອນ ເພາະເພິ່ນບໍ່ໄດ້ອະນຸຍາດໃຫ້ ຂາສັນຈອນ ມີສິດໂພສ
ໄປລອງເວັບບອດໃຫມ່ຂອງເພິ່ນທີ່ http://mahasan.com/forum/index.php ຂ້າພະເຈົ້າກໍ່ໄປສະຫມັກ, ສ້າງ profile ສຳເລັດ ແລະ ໄປໂພສມາແລ້ວ
ສຳລັບອີກເວັບບອດຫນຶ່ງ ທີ່ມີຄົນນິຍົມຫລາຍ ກໍ່ຄື inlao.net ນັ້ນເອງ ທີ່ເພິ່ນກໍ່ປິດເພື່ອປັບປຸງມາໄດ້ຫລາຍເດືອນແລ້ວ. ຫລ້າສຸດ ທາງເວັບມາສເຕີ ກໍ່ອອກມາປະກາດວ່າ ເວບໄຊທ໌ ອີນລາວ ຈະເປີດໃຊ້ເປັນປົກກະຕິ ພາຍໃນວັນທີ່ 15 ຕຸລານີ້
Posted by
Laobeginner
at
9:59 AM
1 comments
Labels: webboard
ເຂົາໂທມາຖາມ ກ່ຽວກັບຜົນເຕະບານ
ອັນນີ້ກະບໍ່ໄດ້ສົ່ງເສີມ ການພະນັນບານດອກເດີ້, ເຂົາໂທມາຖາມ ວ່າຢູ່ເຮືອນບໍ່ ເຂົ້າອິນເຕີເນັດແດ່ດຸ ຢາກຮູ້ຜົນເຕະບານ. ເວລານັ້ນ ຂ້່າພະເຈົ້າ ພວມໃຊ້ເວລາກັບຄອບຄົວ ຢູ່ສວນປະຕູໄຊ. ເພິ່ນຍັງບອກຕື່ມວ່າ ປານໃດສິເມືອ ຢາກຮູ້ຜົນໄວໆ. ຂ້າພະເຈົ້າ ບອກວ່າ ບໍ່ຈຳເປັນເມືອຮອດເຮືອນດອກ ຈະກວດກາໃຫ້ ເບິ່ງຈາກມືຖືນີ້ລະ, ມີຖືໂທລະຄົມລາວ etl wap, live score. ເພິ່ນກໍ່ຂອບໃຈ ສະຫລຸບວ່າ ທິມຂອງເພິ່ນ ປະລາໄຊ ບໍ່ດັ່ງນັ້ນ ຂ້າພະເຈົ້າ ຄົງຈະໄດ້ທວງຄ່າບໍລິການ 555
ໃນເມື່ອກ່ອນ ມີແຕ່ສັນຍານມືຖື ຂອງ etl ທີ່ໃຫ້ບໍລິການ GPRS ທີ່ສາມາດເຊື່ອມຕໍ່ກັບອິນເຕີເນັດ, ດຽວນີ້ ກໍ່ມີຂອງ tigo ແລະ ໃນໄວໆນີ້ ລາວໂທລະຄົມ ກໍ່ກຳລັງຈະໃຫ້ບໍລິການ ການເຊື່ອມຕໍ່ອິນເຕີເນັດ ຜ່ານລະບົບ 3G
ສະແດງວ່າ ໃນອະນາຄົດອັນໃກ້ນີ້ ມືຖືລາວທຸກລະບົບ ກໍ່ຈະສາມາດເຊື່ອມຕໍ່ກັບອິນເຕີເນັດ
Posted by
Laobeginner
at
12:04 PM
0
comments
Labels: internet connection, mobile phone
ໄລຍະຫລັງໆ ນີ້ ກໍ່ມີຫລາຍເຫດການທີ່ສຳຄັນເກີດຂຶ້ນ ເປັນຕົ້ນແມ່ນ ຈີນເປີດກິລາໂອລິມປິກ ແລະ ຊາວນະຄອນຫລວງວຽງຈັນ ຕະລຸມບອນຕ້ານນ້ຳຖ້ວມ. ເຫດການທີ່ວ່າ ນັບເປັນເຫດການປະຫວັດສາດ ທີ່ນັກຖ່າຍພາບ ຫລາຍຄົນ ໄດ້ບັນທຶກພາບໄວ້ ແລະ ກໍ່ໄດ້ upload ໄວ້ທີ່ internet.
ຂ້າພະເຈົ້າ ກໍ່ມັກ search ຫາພາບທີ່ເປັນປະຫວັດສາດ ນີ້ມາເບິ່ງ ຫລື ເກັບມາປະກອບຂ່າວ ໂດຍໃຊ້ image search ຂອງ google.
ແຕ່ວ່າຫນ້າເສຍດາຍ ທີ່ບໍ່ຄ່ອຍໄດ້ພາບ ໂດຍສະເພາະ ແມ່ນ ພາບນ້ຳຖ້ວມນະຄອນວຽງຈັນ ແລະ ປະຊາຊົນຊາວວຽງຈັນ ສູ້ກັບນ້ຳຂອງແນວໃດ.
ແຕ່ ເນື່ອງຈາກວ່າ ຂ້າພະເຈົ້າ ກໍ່ໃຊ້ ບໍລິການຂອງ flickr ເປັນເວັບສຳລັບ ໃຫ້ນັກຖ່າຍພາບສະຫມັກຫລິ້ນ upload ຮູບຂອງຕົນໄວ້ອວດເພື່ອນໆ ເຊິ່ງເປັນຂອງ yahoo, ຂ້າພະເຈົ້າ ກໍ່ເລີຍ upload ຮູບໄປໄວ້ຫັ້ນ ແລະ ກໍ່ໂຊກດີ ທີ່ຂ້າພະເຈົ້າ ໄດ້ໄປພົບກັບຮູບພາບປະຫວັດສາດ ທີ່ມີຊາວນະຄອນຫລວງວຽງຈັນ ຕະລຸມບອນຕ້ານນ້ຳຖ້ວມ ຢູ່ຫັ້ນ ຈຳນວນຫລວງຫລາຍ ນັບທັງ ພາບທີ່ນັກຖ່າຍພາບ ໄດ້ຖ່າຍຮູບພິທີເປີດປິດ ກິລາໂອລິມປິກ ທີ່ປະເທດຈີນ ກໍ່ມີຫລາຍເຊັ່ນກັນ
ພາບພະນັກງານກຕຟ ຕະລຸມບອນຕ້ານນ້ຳຖ້ວມ , ພາບພິທີເປີດກິລາໂອລິມປິກ
Posted by
Laobeginner
at
1:50 PM
2
comments
Labels: search engine, search for image
ສະບາຍດີ ທຸກທ່ານ ທີ່ຕິດຕາມບົດຂຽນຂອງຂ້າພະເຈົ້າ. ຮູ້ສຶກວ່າຕອນນີ້ ໄດ້ຂຽນບົດຄວາມລົງເດືອນລະເທື່ອ ເທົ່ານັ້ນ. ມື້ນີ້ ຈະຂຽນເລົ່າປະສົບການຂອງຕົວເອງ ໃນການເລືອກຊື້ໂທລະສັບມືຖື ແລະ ໂນດບຸກ ໂດຍອາໄສຂໍ້ມູນຈາກອິນເຕີເນັດ
ຕາມທຳມະດາແລ້ວ ເວລາຈະເລືອກຊື້ໂທລະສັບ ຂ້າພະເຈົ້າຈະໄປພົບຄົນທີ່ເຂົາຫາກໍ່ຊື້ ໃຫ້ເຂົາເລົ່າໃຫ້ຟັງ ວ່າລຸ້ນໃດເປັນແນວໃດ ລາຄາໃດ, ຈາກນັ້ນ ກໍ່ເລາະໄປແຕ່ລະຮ້ານ ວ່າຮ້ານໃດມີລຸ້ນໃດຂາຍ ລາຄາໃດ...
ສິ່ງທີ່ວ່າມາຂ້າງເທິງນັ້ນ ສາມາດ ເຮັດໄດ້ໃນອິນເຕີເນັດ ຖ້າເປັນຢູ່ຕ່າງປະເທດມັນສາມາດບອກໄດ້ວ່າແຕ່ລະລູ້ນມີຂາຍຢູ່ຮ້ານໃດ ລາຄາຕ່າງກັນຫລາຍປານໃດ...
ສົມມຸດຂ້າພະເຈົ້າ ຢາກໄດ້ ມືຖື ຍີ່ຫໍ້ Nokia ຂ້າພະເຈົ້າ ກໍ່ເຂົ້າໄປເວັບຂອງເຂົາ. ຈາກນັ້ນ ກໍ່ສຳຫລວດເບິ່ງວ່າມີລຸ້ນໃດແດ່, ມີຄຸນສົມບັດແນວໃດ, ເລື້ອງຄຸນສົມບັດນີ້ ໃນເວັບໄຊຜູ້ຜະລິດ ຈະຂຽນລະອຽດກວ່າ ໃນເວັບໄຊຜູ້ຈຳຫນ່າຍ
ທ່ານ ສາມາດເລືອກແຕ່ລະລຸ້ນມາປຽບທຽບກັນ ເຊິ່ງທາງເວັບຈະມີຊອບແວຊ່ວຍ ເຮົາພຽງ click ໃສ່ລຸ້ນທີ່ເຮົາສົນໃຈ ຈັກ 2-3 ລຸ້ນ ແລ້ວກໍ່ກົດປຸ່ມ compare ມັນຈະເອົາຄຸນສົມບັດຂອງແຕ່ລະລຸ້ນ ພ້ອມທັງລາຄາ ມາທຽບກັນໃຫ້ເຫັນ ເພື່ອໃຫ້ທ່ານສາມາດຕັດສີນໃຈໄດ້ງ່າຍ
ເມື່ອທ່ານເລືອກໄດ້ແລ້ວ ແຕ່ຍັງບໍ່ຮູ້ວ່າໃຊ້ໄປແລ້ວມັນຈະເປັນແນວໃດ ທ່ານສາມາດສອບຖາມຜູ້ທີ່ເຄີຍໃຊ້ລຸ້ນນີ້ ດ້ວຍການອ່ານ review ຂອງສິນຄ້າທີ່ທ່ານສົນໃຈ ໄດ້ທັນທີ ເພາະ review ຈະຂຽນໂດຍຜູ້ມີປະສົບການໃນການນຳໃຊ້ມາແລ້ວ ຫລືທ່ານຈະຂຽນຂໍຄວາມເຫັນລົງໃນເວັບບອດ ກໍ່ເປັນເລື້ອງທີ່ສາມາດເຮັດໄດ້
ຕາມຄວາມເຫັນຂອງຂ້າພະເຈົ້າ ແລ້ວ ອິນເຕີເນັດຈະ ຊ່ວຍປະຢັດເວລາ ໄດ້ຫລາຍ ຖ້າທຽບໃສ່ວິທີເດີມໆ ເຊັ່ນ ທ່ຽວໄປພົບຜູ້ທີ່ເຄີຍໃຊ້, ເລາະໄປຖາມຮ້ານຕ່າງໆ ເພື່ອຮູ້ລາຄາກາງ ລາຄາຕໍ່ລອງ ການຮັບປະກັນ ແລະ ອື່ນໆ
ວິທີການທີ່ຂ້າພະເຈົ້າສະເຫນີໄປນັ້ນ ທ່ານສາມາດໃຊ້ໄດ້ກັບສິນຄ້າອື່ນໆອີກ ບໍ່ວ່າຈະເປັນ ສິນຄ້າໄອທີ ກ້ອງຖ່າຍຮູບ ອາໄຫລ່ລົດ ແລະ ອື່ນໆ
Posted by
Laobeginner
at
8:25 AM
1 comments
Labels: mobile phone, offline/online, web service
ເຄີຍໄປໄປຮ່ວມສຳມະນາໃນງານວັນເກີດລາວຊ້າຄົບຮອບ1ປີ. ໄດ້ມີການນຳສະເຫນີຫົວຂໍ້ຕ່າງໆໃນງານ, ໃນນັ້ນ ມີຄົນລາວຜູ້ຫນຶ່ງທີ່ຊະນະການເຈາະລະບົບ ທີ່ປະເທດໄທ ກໍ່ໄດ້ມາສາທິດວິທີການປ້ອງກັນຕົວເອງຈາກການhack.
ເພິ່ນໃຫ້ຂໍ້ມູນວ່າ ເມື່ອກ່ອນ hacker ມັກຈະໂຈມຕີບໍລິສັດໃຫຍ່ໆ, ດຽວນີ້ເຂົາຫັນມາ hack user ກັນແລ້ວ.
ການ hack user ແມ່ນການໃຊ້ລະຫັດຂອງເຮົາໄປໂພສ. ມັນເຮັດໄດ້ງ່າຍກວ່າ ການເຈາະລະບົບຂອງບໍລິສັດໃຫຍ່ໆ ເມື່ອເຂົາໄດ້ username and password ຂອງເຮົາແລ້ວ, ເຂົາສາມາດໃຊ້ຊື່ເຮົາໄປໂພສໄດ້ ເຮັດທຸກຢ່າງທີ່ເຮົາເຮັດໄດ້, ແລະ ທີ່ສຳຄັນເພິ່ນເຕືອນວ່າ click ດຽວອາດເຮັດໃຫ້ເຮົາເຂົ້າຄຸກໄດ້.
ດັ່ງນັ້ນ, ເຮົາຄວນລະວັງໃນການ login logout ໃນເວລາ ເຂົ້າໄປໃຊ້ບໍລິການໃນຮ້ານອິນເຕີເນັດ, ໂດຍສະເພາະ ອີເມລ ເພາະເຂົາສາມາດຮູ້ຊື່ຂອງເພື່ອນໆເຮົາທັງຫມົດ, ແລ້ວອາດຈະຂຽນໄປຂໍຢືມເງິນ ແລະ ໃຫ້ສົ່ງເງິນໄປໃຫ້ ເພື່ອນຂອງທ່ານອາດຫລົງເຊື່ອ ແລະ ເສຍເງິນໃຫ້ກັບພວກນີ້.
ທີ່ເລົ່າມານັ້ນ ແມ່ນທິດສະດີ, ສ່ວນຕົວຈິງ ທີ່ເຄີຍໄດ້ປະສົບມາແມ່ນ ເຫັນເວັບ hi5 ຂອງເພື່ອນຍິງຄົນຫນຶ່ງ ມີວີດີໂອຂອງພວກເກ ຜູ້ຊາຍກຳລັງກອດຈູບກັນຢ່າງມີຄວາມສຸກ. ຖາມລາວວ່າເອົາໃສ່ເຮັດຫຍັງ ເຈົ້າຂອງເພິ່ນບໍ່ຮູ້ເລື້ອງ. ອີກຕົວຢ່າງຫນຶ່ງ ຢູ່ໃນເວັບ multiply.com ເຈົ້າຂອງກໍ່ເປັນຜູ້ຍິງ ປະກົດມີວິດິໂອ ລາມົກ. ຕ້ອງໄດ້ຂ້ຽວລຶບອອກເປັນການດ່ວນ.
Posted by
Laobeginner
at
11:18 AM
6
comments
Labels: internet user, web service
ຫລາຍຄັ້ງ ພວກເຮົາຢາກຈະເອົາເວັບໄຊໃດຫນຶ່ງໃຫ້ຫມູ່ໄດ້ເບິ່ງ ແຕ່ບໍ່ອາດຈື່ຊື່ເວັບໄຊໄດ້. ເປັນຕົ້ນແມ່ນເວັບໄຊຂອງພະນົມສິນ (ຕົວຢ່າງ). ຫລາຍຄັ້ງທີ່ເພື່ອນໆ ໂທມາຖາມຊື່ເວັບໄຊພະນົມສິນ, ອັນນີ້ກໍ່ເຕັມໃຈຕອບໃຫ້ຢູ່ແລ້ວ www.pnomsin.com. ແຕ່ສົມມຸດໄປລືມຊື່ເວັບໄຊ ທີ່ທ່ານບໍ່ຮູ້ຈະໂທໄປຖາມນຳໃຜເດ ທ່ານຈະເຮັດແນວໃດ?
ຖ້າລືມຊື່ເວັບໄຊຂອງພະນົມສິນ ທ່ານສາມາດໂທຖາມໄດ້
ຖ້າທ່ານບໍ່ມີເບີໂທຂອງພະນົມສິນ ທ່ານກໍ່ໂທຖາມເພື່ອນ ເຊັ່ນ ເວັບໄຊພະນົມສິນ ສະກົດແນວໃດ ຫລື ຮູ້ເບີໂທພະນົມສິນບໍ່ ຈະໂທໄປຖາມຊື່ເວັບໄຊ
ຖ້າເພື່ອນຂອງທ່ານບໍ່ມີໃຜຕອບໄດ້ ບໍ່ຮູ້ຊື່ເວັບໄຊ ແລະ ບໍ່ຮູ້ເບີໂທ ອັນນີ້ບໍ່ມີບັນຫາເດີ້ ຢ່າຟ້າວສິ້ນຫວັງ ຫລືຢ່າຢຸດຄວາມພະຍາຍາມ
ໃຫ້ທ່ານ ພິມຊື່ຂອງ ພະນົມສິນລົງໄປ ໃນຊ່ອງຄົ້ນຫາ ແລ້ວກົດ enter
ເພື່ອນຂອງຂ້າພະເຈົ້າ ໃຊ້ວິທີນີ້ມາຕະຫລອດ ແຕ່ໄລຍະຫລັງໆ ໂທມາຈົ່ມ
ເພິ່ນວ່າແຕ່ກ່ອນງ່າຍຫລາຍ ພິມຊື່ເຂົ້າໄປແລ້ວກົດ enter ກໍ່ພົບໂລດ
ດຽວນີ້ ພໍສັ່ງຄົ້ນຫາ ພະນົມສິນ ມັນລະອອກມາບັກຫລາຍໆເວັບ ແນວວ່າມີເວັບໄຊຢູ່ຫລາຍບ່ອນ
ແຕ່ກໍ່ຄົງບໍ່ເປັນບັນຫາ search ເອົາຄືເກົ່າຫັ້ນ ດີແລ້ວ.
ທ່ານເຂົ້າເວັບໄຊຂອງພະນົມສິນ ອັນໃດກໍ່ໄດ້ ມັນຈະມີລິ້ງມາຫາກັນ
ສະຫລຸບ ຖ້າທ່ານບໍ່ຈື່ຊື່ເວັບໄຊ ຫລືຈື່ບໍ່ຫມົດ ກໍ່ໃຫ້ໃຊ້ວິທີ search ເອົາ. ທ່ານ ອາດຈະຄົ້ນຫາ ຕາມຊື່ຜູ້ຂຽນ, ຕາມເນື້ອເລື້ອງ, ຕາມປະເພດ (ຂ່າວ, ຮູບພາບ..) ແລະ ບາງຄຳໃນຊື່ເວັບໄຊນັ້ນ
ລອງເບິ່ງເດີ້
Posted by
Laobeginner
at
5:59 PM
1 comments
ມື້ນີ້ ມີຄົນໂທຫາແຕ່ເຊົ້າ ຖາມເລື້ອງການ ສະກົດຄຳພາສາອັງກິດ.
ຜູ້ກ່ຽວຕ້ອງການບໍລິຈາກເງິນໃຫ້ກັບຜູ້ປະສົບໄພ ຈາກພາຍຸຢູ່ປະເທດທີ່ມຽນມ້າ.
ບັນຫາ ຂອງຜູ້ກ່ຽວແມ່ນ ການຂຽນຂໍ້ຄວາມພາສາອັງກິດ ໃສ່ຊອງເງິນ.
ເພິ່ນຢາກຂຽນວ່າ ບໍລິຈາກໃຫ້ກັບຜູ້ປະສົບໄພຈາກພາຍຸໄຊໂຄລນ ນາກິສ ທີ່ມຽນມ້າ
ຂ້າພະເຈົ້າ ໄດ້ບອກໄປທາງໂທລະສັບ ວ່າມີໂຕຫຍັງແດ່ ເພາະຄຳທີ່ເພິ່ນບໍ່ຮູ້ ມີຫລາຍຄຳ
ແລະ ເພິ່ນໃຊ້ dictionary ຊ່ວຍບໍ່ໄດ້ ເຊັ່ນຄຳວ່າ ນາກິສ (ຊື່ພາຍຸ), ໄຊໂຄລນ (ຊະນິດຂອງພາຍຸ) ແມ້ແຕ່ ມຽນມ້າ ມັນຂຽນແບບໃດ
ເພື່ອຄວາມແຈບໃຈ ເພິ່ນຂຽນແລ້ວ ເອົາມາໃຫ້ອ່ານອີກ ຊ່ວຍກວດໃຫ້ເພິ່ນແດ່
ໂອຍ ຂຽນຜິດເກືອບຫມົດ
ແຕ່ຂ້າພະເຈົ້າ ເຄີຍເຫັນ ໂຄສະນາ ການບໍລິຈາກ ໃນເວັບຂອງຕົວເອງ ເລີຍບອກໃຫ້ໄປກວດເບິ່ງ
ແຕ່ບໍ່ເຫັນ ມັນໄປໂຄສະນາໃຫ້ບໍລິຈາກຢູ່ຈີນແລ້ວ (ads by google ມັນບໍ່ຄົງທີ່ ມັນປ່ຽນໄປເລື້ອຍໆ)
ບໍ່ເຫັນກໍ່ບໍ່ເປັນຫຍັງ search ເອົາໃນອິນເຕີເນັດ. ຂ້າພະເຈົ້າ ພິມຄຳວ່າ Myanmar victim ລົງໄປ. ຜົນທີ່ໄດ້ ແມ່ນ ທຸກຄຳສັບທີ່ກ່ຽວຂ້ອງກັບ Myanmar ແມ່ນອອກມາຫມົດ ດັ່ງນັ້ນ, ຈຶ່ງໄດ້ເຫັນວ່າເຂົາຂຽນຄຳພາສາອັງກິດກັນແນວໃດ
ນາກິສ (ຊື່ພາຍຸ), ພາສາອັງກິດ ເຂົາຂຽນ Nargis
ໄຊໂຄລນ (ຊະນິດຂອງພາຍຸ) ເຂົາຂຽນ Cyclone
ມຽນມ້າ ເຂົາຂຽນ Myanmar (ຕ້ອງມີຕົວ r ລົງທ້າຍ)
ສະຫລຸບວ່າ: ການໃຊ້ dictionary ກວດການສະກົດ ຕ້ອງກວດໄປເທື່ອລະສັບ ແຕ່ການໃຊ້ອິນເຕີເນັດຊອກ ມັນຈະເຫັນຫມົດທຸກຄຳສັບກ່ຽວຂ້ອງ
Posted by
Laobeginner
at
4:31 PM
0
comments
Labels: search engine
ດັ່ງທີ່ໄດ້ຂຽນກ່ຽວກັບ ເວັບທີ່ໃຫ້ບໍລິການແບບ social network ໄປແລ້ວ ໃນບົດກ່ອນ
ມື້ນີ້ຂໍສືບຕໍ່ຂຽນ ເລື້ອງນີ້ອີກ ໂດຍຈະນຳເອົາ ເວັບປະເພດນີ້ ທີ່ຄົນໃນໂລກນິຍົມໃຊ້ບໍລິການ ຫລາຍກ່ອນຫມູ່ ມານຳສະເຫນີ ນັ້ນກໍ່ຄື:
1. MySpace.com
2. FaceBook.com
3. Orkut.com
4. Hi5.com
5. Vkontakte.ru
6. Friendster.com
7. SkyRock.com
8. PerfSpot.com
9. Bebo.com
10. Studivz.net
ແຕ່ລະປະເທດກໍ່ມັກບໍ່ຄືກັນ ຄົນລາວ ມັກພົບເຫັນຢູ່ hi5 ຫລາຍທີ່ສຸດ. ສ່ວນ ເວັບຂອງລາວເຮົາເອງ ຄື punlao.com ກໍ່ມີຄົນລາວຫລາຍເປັນອັນດັບ1 ພຸ້ນລະ ຮອງລົງມາຈຶ່ງແມ່ນຄົນໄທ ແລະ ຄົນອື່ນໆ.
ດັ່ງນັ້ນ, ໃຜທີ່ຕ້ອງການມີຫມູ່ອອນລາຍ ທີ່ເປັນຄົນລາວ ກໍ່ຄົງຕ້ອງແນະນຳໃຫ້ໄປທີ່ punlao.com ເດີ້ ເພື່ອນໆ (ເປັນຫຸ້ນສ່ວນກັບເຈົ້າຂອງເວັບເພິ່ນ ຈຶ່ງຊ່ວຍເພິ່ນໂຄສະນາ ແຮະແຮະ)
ຂຽນຈາກໄອເດຍໃນເວັບ keng.com
Posted by
Laobeginner
at
3:29 PM
1 comments
Labels: web service
ມື້ນີ້ ໄດ້ໂທໄປອວຍພອນວັນເກີດຫມູ່ຜູ້ຫນຶ່ງຢູ່ແຂວງບໍ່ແກ້ວ. ເພິ່ນກໍ່ງົງ ວ່າຮູ້ໄດ້ແນວໃດ ວ່າເປັນວັນເກີດ. ເລື້ອງມັນມີຢູ່ວ່າ ເພິ່ນໄດ້ໄປສະຫມັກເປັນສະມາຊິກ ໃນເວັບໄຊຫນຶ່ງ ທີ່ໃຫ້ບໍລິການ ແບບ social network. ໃນເວລາສະຫມັກ ມັນຈະໃຫ້ກອກລາຍລະອຽດ ເຊັ່ນ ຊື່, ທີ່ຢູ່, ອີເມລ,.. ນັບທັງວັນເດືອນປີເກີດ.
ເມື່ອສະຫມັກແລ້ວ ເຮົາກໍ່ສາມາດ ສ້າງຫນ້າເວັບສ່ວນຕົວຂອງເຮົາເອງຂຶ້ນມາ ເຊັ່ນ : ອັບໂຫລດຮູບຖ່າຍ ຂຽນກ່ຽວກັບຕົວເອງ ບໍ່ວ່າຈະເປັນນິໄສໃຈຄໍ ເພງທີ່ມັກ ອາຫານທີ່ມັກ ຕ້ອງການຮູ້ຈັກກັບຄົນແບບໃດ ...
ຫລັງຈາກສ້າງຫນ້າເວັບສ່ວນຕົວ ຄົບຖ້ວນແລ້ວ ກໍ່ປະກາດໃຫ້ເພືອນໆຮັບຮູ້ ແລ້ວເພື່ອນໆ ຈະໄດ້ເຂົ້າໄປອ່ານ ໄປຂຽນຄຳຄິດເຫັນ ຫລືຂໍເປັນເພື່ອນນຳກັນ...ແລ້ວເວັບໄຊຈະບັນທຶກ ລາຍຊື່ຜູ້ທີ່ເປັນຫມູ່ໄວ້ໃຫ້
ຖ້າໄດ້ໃຫ້ວັນເດືອນປີເກີດ ໄປແລ້ວ ເມື່ອຮອດມື້ຮອດວັນ ມັນກໍ່ຈະສົ່ງອີເມລມາ ແຈ້ງເຕືອນຫມູ່ເພື່ອນໃຫ້ຮູ້ ວ່າໃກ້ຈະຮອດວັນເກີດແລ້ວ ກຽມສົ່ງຄຳອວຍພອນໄດ້. ທ່ານສາມາດ ອວຍພອນລົງໃນເວັບຂອງລາວເອງ ຫລື ກໍລະນີຂອງຂ້າພະເຈົ້າ ແມ່ນໂທເອົາ ເພາະຮູ້ວ່າ ລາວຄົງບໍ່ມີເວລາເຂົ້າໄປເວັບ
ເວັ້າເລື້ອງເວັບສ່ວນຕົວ ຂ້າພະເຈົ້າເຄີຍແນະນຳ ເວັບພັນລາວ punlao.com ເພາະເປັນຂອງຄົນລາວ ສຳລັບຄົນລາວ
forum.pnomsin.com/index.php?topic=968.0
Posted by
Laobeginner
at
1:41 PM
0
comments
Labels: web service
ມື້ນີ້ ມີພະນັກງານຄົນຫນຶ່ງມາຖາມຄຳສັບພາສາອັງກິດ. ເພິ່ນຖາມກ່ຽວກັບຊື່ອຸປະກອນໄຟຟ້າ ໃນນີ້ເພິ່ນຖາມວ່າ ຄຳວ່າ guy grip ຫມາຍເຖິງອຸປະກອນຕົວໃດ ເພາະເອກະສານສັນຍາ ລະບຸວ່າຕ້ອງເປັນອຸປະກອນຕົວນັ້ນ ຖ້າບໍ່ຮູ້ຈັກອາດຈະຊື້ຜິດ. ທຳອິດຂ້າພະເຈົ້າກໍ່ໃຊ້ dictionnary ແປສັບດັ່ງກ່າວອອກມາ. ເນື່ອງຈາກເປັນສັບເຕັກນິກ ຈຶ່ງເຮັດໃຫ້ dictionary ທຳມະດາ ແປບໍ່ກົງກັບເປົ້າຫມາຍ.
ຂ້າພະເຈົ້າເລີຍ ເປີດເວັບໄຊ ຍອດນິຍົມ www.google.com ອອກມາ ແລ້ວພິມຄຳວ່າ guy grip ເຂົ້າໄປ ກົດ enter. ມັນກໍ່ໂຊລາຍຊື່ເວັບ ທີ່ມີຄຳນີ້ອອກມາ. ເພື່ອໃຫ້ເຫັນແຈ້ງວ່າ ຫນ້າຕາອຸປະກອນນັ້ນເປັນແບບໃດ ກໍ່ກົດໃສ່ image ແລ້ວ ກໍ່ໄດ້ຫນ້າຕາຂອງອຸປະກອນນັ້ນ ອອກມາ ພາໃຫ້ພະນັກງານຄົນນັ້ນຫມົດຄຳຖາມ ແລະ ໄດ້ຄຳຕອບທີ່ພໍໃຈ.
ສະຫລຸບວ່າ ຖ້າເຮົາຮູ້ຊື່ອຸປະກອນໃດຫນຶ່ງ ແມ່ນສາມາດ ຄົ້ນຫາ ຮູບອຸປະກອນນັ້ນໄດ້ ດ້ວຍ internet search. ແຕ່ຖ້າຮູ້ຈັກແຕ່ຫນ້າ ບໍ່ຮູ້ຊື່ມັນເລີຍ ອັນນີ້ກໍ່ຍາກແດ່.
ການຄົ້ນຫາຮູບໃນອິນເຕີເນັດ ໄດ້ເຄີຍຂຽນໄວ້ແລ້ວ ໃນເດືອນ 5 ປີ 2007
http://laobeginner.blogspot.com/2007/05/blog-post.html
Posted by
Laobeginner
at
11:20 AM
0
comments
Labels: search engine
Moziila ສົ່ງ firefox 3.0 beta 4ໃຫ້ທົດລອງໃຊ້ແລ້ວ ຫລັງຈາກທີ່ປ່ອຍໃຫ້ Microsoft ປ່ອຍ IE 8 beta 1 ອອກມາໄດ້ປະມານອາທິດປາຍ Moziila ກໍ່ປ່ອຍ Firefox 3.0 beta 4 ອອກມາແລ້ວຄືກັນ
ທ່ານສາມາດດາວໂຫລດມາລອງໃຊ້ໄດ້ຈາກລິ້ງນີ້ http://www.mozilla.com/en-US/firefox/all-beta.html
Posted by
Laobeginner
at
4:56 PM
3
comments
Labels: Browser
Written by birdflu2007.exe
ເມື່ອວັນພຸດທີ່ຜ່ານມາໃນງານ Mix Conference ໄມໂຄຣຊອຟທ໌ໄດ້ທຳການແນະນຳເວັບບລາວນ໌ເຊີລ໌ເວີລ໌ຊັນຫລ້າສຸດ Internet Explorer 8.0 ພ້ອມກັບທຳການສົ່ງລຸ້ນທົດລອງເວີລ໌ຊັນທຳອິດອອກມາໃຫ້ໄດ້ທົດລອງໃຊ້ກັນ ໂດຍເວັບບລາວນ໌ເຊີລ໌ Internet Explorer 8.0 ນີ້ ໄດ້ຖືກພັດທະນາມາຈາກເວີລ໌ຊັນກ່ອນໜ້າ ເຊິ່ງໄດ້ເພີ່ມການສະໜັບສະໜູນການເຮັດວຽກຕ່າງໆເຂົ້າມາ ເຊັ່ນ ສະໜັບສະໜູນ CCS 2.1 ແລະ HTML 5 ໂດຍສຳລັບການສະໜັບສະໜູນ HTML 5 ນັ້ນ ຈະອະນຸຍາດໃຫ້ຜູ້ພັດທະນາສາມາດສ້າງເວັບໄຊຕ໌ທີ່ຮູ້ວ່າຜູ້ໃຊ້ທຳການເຊື່ອມຕໍ່ອິນເຕີລ໌ເນັດຢູ່ຫລືບໍ່ໄດ້ ແລະສາມາດບັນທຶກ content ຕ່າງ ໆໄດ້ຈົນກະທັ້ງຜູ້ໃຊ້ອອກຈາກອິນເຕີລ໌ເນັດ ນອກຈາກນີ້ ຍັງຊ່ວຍໃຫ້ຜູ້ພັດທະນາສາມາດສ້າງ Ajax application ໂດຍສະແດງປຸ່ມ back ແທນການກັບໄປຍັງຫນ້າທີ່ແລ້ວ ເຊິ່ງໃນ IE8 ນີ້ ໄດ້ເພີ່ມຟັງຊັ້ນການເຮັດວຽກພິເສດຕ່າງ ໆທີ່ບໍ່ມີໃນ IE7 ຫລືເວີລ໌ຊັນກ່ອນໜ້າເຂົ້າມາ ເຊິ່ງລວມເຖິງ Activities, WebSlices ແລະ automatic crash recovery ໂດຍ Activities ຈະຊ່ວຍໃຫ້ຜູ້ໃຊ້ສາມາດຕິດຕໍ່ກັບ Web services ອື່ນ ໆພາຍໃນໜ້າເວັບນັ້ນ ໆໄດ້ ເຊິ່ງຜູ້ໃຊ້ສາມາດ copy ແລະ paste ຂໍ້ມູນຕ່າງ ໆຈາກໜ້າເວັບໜຶ່ງໄປຍັງອີກໜ້າໜຶ່ງໄດ້ ສ່ວນ WebSlices ຈະຊ່ວຍໃຫ້ຜູ້ໃຊ້ແລະຜູ້ພັດທະນາສາມາດສ້າງ custom content ຈາກ dynamic content ເທິງເວັບໄຊຕ໌ໄດ້ ຍົກຕົວຢ່າງເຊັ່ນ ເວັບຂອງກົມອຸຕຸນິຍົມວິທະຍາ ພາຍໃນໜ້າເວບນັ້ນກໍຈະປະກອບໄປດ້ວຍຂໍ້ມູນສະພາບດິນຟ້າອາກາດ ລວມເຖິງຂໍ້ມູນອື່ນ ໆດ້ວຍ ເຊິ່ງ WebSlices ກໍຈະຊ່ວຍຄັດເລືອກສະເພາະຂໍ້ມູນສະພາບດິນຟ້າອາກາດມາໃຫ້ກັບຜູ້ໃຊ້ທີ່ຕ້ອງການໄດ້ຮັບສະເພາະຂໍ້ມູນສະພາບດິນຟ້າອາກາດເທົ່ານັ້ນ ເຊິ່ງຈະຄ້າຍ ໆກັບ RSS feed ແລະ automatic crash recovery ເຊິ່ງເປັນຟັງຊັ້ນທີ່ພົບໃນ Firefox ແຕ່ໄດ້ຂະຫຍາຍຄວາມສາມາດໃນການເຮັດວຽກອອກໄປ ເຊິ່ງຈະຊ່ວຍກູ້ບລາວນ໌ເຊີລ໌ທີ່ມີບັນຫາໃຫ້ກັບມາໃຊ້ງານໄດ້ ເປັນຕົ້ນ
Source :TechWeb, http://www.laozaa.com/web/content/view/80/5/
Posted by
Laobeginner
at
1:51 PM
0
comments
Labels: Browser, internet explorer
Yahoo! Messenger ມີບໍລິການລາຍງານສະພາບອາກາດໃນທົ່ວໂລກ, ເພື່ອເປີດໃຊ້ບໍລິການດັ່ງກ່າວແມ່ນ
ໃຫ້ເຮົາຄິກທີ່ Add Plug-ins ແລະເລືອກ tab Featured Plug-ins ດັ່ງນີ້:
ຈາກນັ້ນໃຫ້ເລືອກ Yahoo!Weather ແລ້ວເລືອກ Try it now
ປິດຫ້ອງດັ່ງກ່າວ ແລ້ວເຮົາຈະເຫັນວ່າທີ່ໜ້າຕ່າງ Yahoo! Messenger 8 ໄດ້ມີຫ້ອງໜື່ງຕື່ມຂື້ນອີກ
ທ່ານຈະເຫັນວ່າມັນສະແດງສະພາບອາກາດຂອງ Hong Kong ເຊີ່ງເຮົາສາມາດປ່ຽນເປັນ Laos ໄດ້ດັ່ງນີ້
ໃຫ້ເລືອກທີ່ Options
ຂໍໃຫ້ໂຊກດີ
ຂຽນໂດຍ: duong
Posted by
Phanomsinh
at
1:06 PM
2
comments
Labels: web service, yahoo messenger
Posted by
Laobeginner
at
4:20 PM
3
comments
Labels: Browser
skype ເປັນໂປແກມຄ້າຍກັບ messenger ທົ່ວໄປ
ໃຊ້ໄດ້ກັບອີເມລທຸກແບບ
ສາມາດໂທຫາກັນ ລະຫວ່າງ ຄອມພິວເຕີ ຫາ ຄອມພິວເຕີ ຟຣີ ສຽງຊັດເຈນດີ
ສາມາດໂທ ຈາກ ຄອມພິວເຕີ ຫາ ໂທລະສັບ ບ້ານ ຫລື ມືຖື ແຕ່ຕ້ອງເສຍເງິນ
ສາມາດແຊັດກັນໄດ້ທົ່ວໂລກ
ແຕ່ພາສາລາວ ຍັງມີບັນຫາຢູ່
ແຕ່ບ່ອນທີ່ພິເສດກ່ອນໝູ່ຄືເຮົາສາມາດຮັບເງິນ-ສົ່ງເງິນ, ສັ່ງຊື້ເຄື່ອງສິນຄ້າທາງອິນເນີເນັດໄດ້ ໂດຍຜ່ານລະບົບການເງິນ ຂອງPaypal ຊຶ່ງແມ່ນລະບົບສັ່ງຈ່າຍທີ່ປອດໄພທີ່ສຸດ ເພາະທາງປາຍທາງບໍ່ສາມາດຮູ້ເບີບັນຊີທະນາຄານຂອງເຮົາໄດ້. ຖ້າຢາກອ່ານພາສາລາວ ກໍ່ຕ້ອງປ່ຽນໂຕໜັງສືລາວມາເປັນຄອບຄົວຂອງ2000 ເຊັ່ນSaysettha2000, Xiengthong2000 ແລະຖ້າຢາກຂຽນພາສາລາວກໍ່ຕ້ອງປ່ຽນFont codesມາເປັນLao2000
Posted by
Laobeginner
at
2:07 AM
0
comments
Labels: chat/chat room, messenger, web service
image038 0r image038.zip is virus
ມັນລະບາດ ທາງ windows Live messenger
ມັນຈະສົ່ງຂໍ້ຄວາມພາສາອັງກິດ ມາກ່ອນ
ເຊັ່ນ ຂ້ອຍມັກຮູບເຈົ້າ, ຂໍຮູບໄປລົງສະເປສໄດ້ບໍ່...
ແລ້ວກໍ່ສົ່ງ folder ຮູບ ທີ່ມີຊື່ image038.zip ມາໃຫ້
ເມື່ອທ່ານພົບວ່າໃຜສົ່ງຫຍັງມາໃຫ້ກໍ່ຕາມ ໃຫ້ຖາມຄືນເສຍກ່ອນ
ຖ້າເພື່ອນທ່ານບອກວ່າບໍ່ໄດ້ສົ່ງຫຍັງມາໃຫ້
ກໍ່ເຕືອນເພື່ອນທ່ານໄດ້ເລີຍວ່າ ລາວຕິດໄວຣັສແລ້ວ
ຫ້າມກົດ accept ຖ້າບໍ່ແມ່ນສິ່ງທີ່ເພື່ອນທ່ານສົ່ງມາ ໃຫ້ກົດ decline
ຖ້າທ່ານບັງເອີນໄປກົດຮັບເອົາແລ້ວ. ວິທີແກ້ ເບິ່ງຈາກເວັບນີ້
http://www.e4share.com/clean-virus-msn-send-photos-zip-auto/
Posted by
Laobeginner
at
5:29 PM
0
comments
Labels: messenger
ມັນມາອີກແລ້ວ ມາກັບ yahoo messenger
ມັນສົ່ງມາຈາກຄົນທີ່ທ່ານຮູ້ຈັກ ຂຽນເປັນພາສາວຽດນາມ ແລະ ມີ link ໄປຍັງເວັບໄຊອັນຫນຶ່ງ
ຢ່າກົດອ່ານເປັນເດັດຂາດ ບໍ່ດັ່ງນັ້ນ ທ່ານຈະກາຍເປັນຜູ້ແພ່ເຊື້ອ
http://www.pnomsin.com/?p=114
Posted by
Laobeginner
at
11:58 AM
0
comments
Labels: virus, yahoo messenger
ยาฮูเอาใจนักแชตด้วยการเพิ่มความสามารถในการเล่นไฟล์มัลติมีเดียให้กับ โปรแกรมสนทนาเวอร์ชันล่าสุด Yahoo Messenger 9.0 นอกจากนี้ยังปรับปรุงให้นักแชตสามารถส่งไฟล์ขนาดใหญ่ แถมพัฒนาให้โปรแกรมสามารถรองรับภาษาอื่นๆได้มากขึ้นเพื่อบุกตลาดเอเชียอีก 6 ประเทศ โดยไทยเป็นหนึ่งในหกประเทศนั้นด้วย
การเปิดตัวยาฮูแมสเสนเจอร์ 9.0 นั้นชนกับข่าวส่วนแบ่งตลาดบริการโปรแกรมสนทนาหรือ instant messaging ของเอโอแอล (AOL) ที่เพิ่มขึ้น ถือเป็นสัญญาณอันตรายที่ชี้ว่าเอโอแอลซึ่งเป็นเว็บไซต์สังคมออนไลน์เช่น เดียวกับมายสเปซ (MySpace) คือคู่แข่งรายใหม่เพิ่มขึ้นอีกหนึ่งรายของยาฮู
Yahoo Messenger 9.0 เปิดให้สาธารณชนทดลองใช้งานแล้วในขณะนี้ จุดเด่นคือการเพิ่มคุณสมบัติการแชร์ไฟล์ซึ่งมีในเว็บไซต์สังคมออนไลน์ส่วน ใหญ่มี รวมถึงห้องสำหรับโพสต์ภาพและวีดีโอเพื่อให้คู่สนทนารายอื่นสามารถชมวิดีโอ หรือภาพพร้อมข้อความประกอบได้
บริการนี้ยาฮูประกาศเพิ่มภาษาอีก 6 ภาษาเพื่อบุกตลาดแถบเอเชียให้มากขึ้น เช่นประเทศฟิลิปปินส์ อินโดนีเซีย มาเลเซีย อินเดีย เวียดนาม และประเทศไทย
นอกจากนี้ ผู้ใช้ยาฮูแมสเสนเจอร์ 9.0 สามารถส่งข้อความจากคอมพิวเตอร์เข้าสู่โทรศัพท์มือถือได้ จุดนี้รองประธานยาฮูแมสเสนเจอร์ ซาบรินา อิลลิส ให้ความเห็นว่าความสามารถนี้ช่วยให้ผู้คนติดต่อสื่อสารกันได้ง่ายดายกว่า เดิม
"เราเพิ่มคุณสมบัติส่วนตัวอื่นๆอีกมากมายใน ยาฮูแมสเสนเจอร์ 9.0 เชื่อว่าคุณสมบัติการแชร์ไฟล์จะโดนใจผู้ใช้ส่วนใหญ่"
ยาฮูนั้นเป็นหนึ่งในผู้ให้บริการโปรแกรมสนทนารายใหญ่ของโลก สถิติผู้ใช้บริการในเดือนกันยายนคือ 27.7 ล้านคน เพิ่มขึ้น 19 เปอร์เซ็นต์เมื่อเทียบกับปีที่แล้ว โดย AOL มีสถิติผู้ใช้ทั้งสิ้น 30.2 ล้านคน
http://202.62.111.155/index.php?topic=416
Posted by
Laobeginner
at
6:07 PM
0
comments
Labels: yahoo messenger
ດັ່ງທີ່ໄດ້ຂຽນໄວ້ໃນບົດກ່ອນ ວ່າ Google translate ສາມາດແປສັບ ແປປະໂຫຍກ ແລະ ແມ້ແຕ່ແປຫມົດຫນ້າເວັບໄຊ
ແນ່ນອນມັນບໍ່ມີພາສາລາວ ຫລື ພາສາໄທ ດອກ, ມີແຕ່ພາສາລະດັບໂລກ ດັ່ງລາຍລະອຽດ ລຸ່ມນີ້:
Posted by
Laobeginner
at
4:00 PM
0
comments
ໄດ້ໄປຫ້ອງການຂອງຜູ້ຫລັກຜູ້ໃຫຍ່ທ່ານຫນຶ່ງ. ຢູ່ຂ້າງ notebook ຂອງເພິ່ນ ມີປຶ້ມແປສັບ ອັງກິດ-ລັດເຊຍ ຫົວຫນຶ່ງ, ເປັນປຶ້ມນ້ອຍ ແລະ ບາງ ບໍ່ຫນ້າຈະມີຄຳສັບຫລາຍພໍປານໃດ. ຂ້າພະເຈົ້າຂໍອະນຸຍາດແນະນຳເວັບໄຊ ທີ່ສາມາດແປພາສາອັງກິດເປັນລັດເຊຍໃຫ້ເພິ່ນ ແລະ ເພິ່ນກໍ່ຕົກລົງ.
ເລີ້ມຕົ້ນພິມຄຳວ່າ translate ເຂົ້າໄປໃນ search engine ກົດ enter. ເລືອກ ຄຳວ່າ google translate ຫລື ເວັບນີ້ http://www.google.com/translate_t
ຈາກນັ້ນ ພິມສັບພາສາອັງກິດ ຫລື ແມ້ກະທັ້ງ ປະໂຫຍກ ພາສາອັງກິດ ລົງໄປ ແລ້ວ ມັນກໍ່ຈະແປໃຫ້ທັງປະໂຫຍກເລີຍ
ຂັ້ນຕອນມີດັ່ງນີ້:
1 ຂຽນສັບຫລືປະໂຫຍກພາສາອັງກິດ
2 ເລືອກແປເປັນພາສາໃດ ໃນນີ້ມີ ຈີນ, ລັດເຊຍ, ຝຣັ່ງ, ເຍຍລະມັນ, ... ໃນ 13 ພາສາ
3 ກົດ translate
4 ປະໂຫຍກໃນພາສາທີ່ທ່ານຕ້ອງການ
ເຮົາສາມາດ ໃຊ້ເວັບນີ້ ແປພາສາອື່ນກັບມາເປັນພາສາອັງກິດໄດ້
ແລະ ມັນສາມາດແປໄດ້ ຫມົດທັງເວັບ
ຕອນນີ້ຂ້າພະເຈົ້າ ບໍ່ຢ້ານເວັບພາສາຈີນອີກແລ້ວ
ລອງແປຄຳວ່າ I love you ເປັນພາສາຕ່າງໆ ເບິ່ງແລ້ວ ກໍ່ເຫັນວ່າ ມັນກໍ່ບໍ່ທັນສົມບູນປານໃດ ສຳລັບບາງພາສາ
(ທ່ານຜູ້ນັ້ນເພິ່ນກໍ່ດີໃຈທີ່ໄດ້ຂອງຫລິ້ນໃຫມ່)
Posted by
Laobeginner
at
5:35 PM
0
comments
Labels: web service
If you use internet explorer 6 or lower then you need saysettha OT. click here to download. read here for installation guide.
If you use internet explorer 7 then you already have it installed. No need to download. But you need to do some small steps to make your browser to be able to read Lao website. Click here to read about setting Lao language font.
Posted by
Laobeginner
at
4:30 PM
0
comments
Labels: internet explorer, Lao texts, Lao Unicode Font, saysettha OT