link ທີ່ຫນ້າສົນໃຈ ຈາກຜູ້ອຸປະຖຳ

Saturday, October 11, 2008

ຍິນດີ ກັບການກັບມາຂອງ ເວັບບອດຊື່ດັງ

ເວັບບອດມະຫາສານ ເຊິ່ງປິດຕົວໄປຊົ່ວຄາວ ກໍ່ໄດ້ກັບມາໃຫມ່ແລ້ວ ພ້ອມກັບລະບົບເວັບບອດໃຫມ່ ທີ່ງ່າຍຕໍການໃຊ້ງານ, ເພື່ອນໆທີ່ເປັນສະມາຊິກ ເວັບບອດຂອງດໍກຣຸບ ຂອງລາວຊ້າ ຫລື ຊຸມຊົນຄົນໃນວົງການໄຟຟ້າ ກໍ່ຈະບໍ່ມີບັນຫາໃນການໃຊ້ງານເລີຍ ເພາະໃຊ້ລະບົບທີ່ ເພື່ອນໆ ຄຸ້ນເຄີຍດີຢູ່ແລ້ວ ເພາະໃຊ້ຊອບແວໂຕດຽວກັນນັ້ນເອງ

ດັ່ງນັ້ນ ຖ້າເພື່ອນໆ ໄປລອງໃຊ້ເບິ່ງ ຈະຮູ້ໄດ້ເລີຍວ່າ ມັນໃຊ້ງ່າຍ ແຕ່ຕ້ອງສະຫມັກສະມາຊິກເສຍກ່ອນ ເພາະເພິ່ນບໍ່ໄດ້ອະນຸຍາດໃຫ້ ຂາສັນຈອນ ມີສິດໂພສ 

ໄປລອງເວັບບອດໃຫມ່ຂອງເພິ່ນທີ່ http://mahasan.com/forum/index.php ຂ້າພະເຈົ້າກໍ່ໄປສະຫມັກ, ສ້າງ profile ສຳເລັດ ແລະ ໄປໂພສມາແລ້ວ 

ສຳລັບອີກເວັບບອດຫນຶ່ງ ທີ່ມີຄົນນິຍົມຫລາຍ ກໍ່ຄື inlao.net ນັ້ນເອງ ທີ່ເພິ່ນກໍ່ປິດເພື່ອປັບປຸງມາໄດ້ຫລາຍເດືອນແລ້ວ. ຫລ້າສຸດ ທາງເວັບມາສເຕີ ກໍ່ອອກມາປະກາດວ່າ ເວບໄຊທ໌ ອີນລາວ ຈະເປີດໃຊ້ເປັນປົກກະຕິ ພາຍໃນວັນທີ່ 15 ຕຸລານີ້ 

1 comment:

au8ust said...

ຂອງດີແທ້ ໆ

ກະທູ້ມາໃຫມ່ຈາກເວັບບອດພະນົມສິນ

Error loading feed.

Twitter / laozaa

Error loading feed.