ໃນບົດກ່ອນ ໄດ້ແນະນຳການໃຊ້ມືຖື ອ່ານເວັບໄຊຕ່າງໆ ເຊິ່ງເຮັດໃຫ້ທ່ານ ສາມາດຕິດຕາມຂ່າວ ຕ່າງໆ ໄດ້ຢ່າງວ່ອງໄວ ບໍ່ວ່າຈະເປັນ ຜົນການເຕະບານນັດມື້ຄືນຜ່ານມາ, ຂ່າວສຳຄັນທາງຫນ້າຫນັງສືພິມ, chat, check mails .. ເຊິ່ງທ່ານສາມາດ ເປີດອ່ານໄດ້ໃນທຸກບ່ອນທຸກທີ່ ບໍ່ງໍ້ຄອມພິວເຕີ, ບໍ່ງໍ້ລະບົບຕ່າງໆ ເປັນອິດສະຫລະດີ
ແຕ່ມັນກະຍັງມີຂໍ້ຈຳກັດຫລາຍ ທຽບໃສ່ການໃຊ້ຢູ່ຄອມພິວເຕີ ເປັນຕົ້ນແມ່ນ ການຂຽນຂໍ້ຄວາມ ແມ່ນບໍ່ສະດວກ ເພາະບໍ່ມີແປ້ນພິມ.
ການທີ່ຈະຕໍ່ອິນເຕີເນັດຈາກໂທລະສັບມືຖື ໃສ່ຄອມພິວເຕີ ມັນກະມີຂໍ້ແມ້ຫລາຍຢູ່
ຫນ່ວຍໂທລະສັບ ຕ້ອງສາມາດເປັນ modem ໄດ້, ໃນບັນດາມືຖື ຍີ່ຫໍ້ຕ່າງໆ ນອກຈາກ ຮອງຮັບລະບົບ GPRS ແລ້ວ ຍັງຕ້ອງສາມາດເປັນ modem ເພື່ອເຊື່ອມຕໍ່ກັບ ຄອມພິວເຕີໄດ້, ພວກ imobile ຫມົດສິດ, nokia 3315 ກໍ່ຫົມດສິດ (ບໍ່ມີ GPRS ), ແຕ່ພວກ nokia ທີ່ມີກ້ອງຖ່າຍຮູບ ຫລືລຸ້ນອອກໃຫມ່ ແມ່ນໃຊ້ໄດ້ຫມົດ, ຂອງຮຽນແບບຫນ້າຕາດຽວກັບ nokia ກໍ່ຫມົດສິດ.
ການເຊື່ອມຕໍ່ຕ້ອງເປັນແບບດຽວກັນ ເຊັ່ນ ໂທລະສັບ ໃຊ້ infrared ໃນການເຊື່ອມຕໍ່ computer ກໍ່ຕ້ອງມີບ່ອນ ຮັບສັນຍານ infrared, ພວກ note book ແມ່ນມັກມີ ບ່ອນຮັບສົ່ງ ສັນຍານ blue tooth. ຖ້າບໍ່ມີ ກໍ່ຕ້ອງໃຊ້ສາຍ USB cable ທີ່ມາກັບຫນ່ວຍມືຖື.
modem ກັບ computer ຈະສາມາດເຮັດວຽກນຳກັນໄດ້ ກໍ່ຕ້ອງມີ driver, CD driver + Nokia PC suite ຈະມາກັບຫນ່ວຍໂທລະສັບ ແຕລະລຸ້ນຢູ່ແລ້ວ ແຕ່ກໍ່ເຄີຍພົບ ວ່າມັນໃຊ້ບໍ່ໄດ້
ຖ້າຫາແຜ່ນຊີດີ ບໍ່ເຫັນ ກໍ່ຕ້ອງຫາ download ເອົາຈາກເວັບໄຊ Nokia, Nokia PC suite ທີ່ໄດ້ມາຈາກ internet ແມ່ນດີກວ່າຊີດີ ເພາະ ມັນເປັນໂປແກມຫລ້າສຸດ ແລະ ໃຊ້ໄດ້ກັບ nokia ທຸກລຸ້ນ
ເມື່ອໄດ້ມາແລ້ວ ກໍ່ທຳການຕິດຕັ້ງ ຈົນສາມາດ ໃຊ້ງານໄດ້ : ໂຫລດເພງໄດ້, ໂອນຮູບໄດ້ . ຖ້າທຸກຢ່າງພ້ອມແລ້ວ ກໍ່ລົງມືເຊື່ອມຕໍ່ໂດຍລອງເຂົ້າ internet ໃນມືຖືກ່ອນ ເພື່ອທົດສອບ ສັນຍານມືຖື ຂອງ etl ແລະ ທົດສອບວ່າມືຖືໃຊ້ໄດ້
1) ເປີດ Nokia PC suite ອອກມາ ແລະ clik icon ເຊື່ອມຕໍ່ ອິນເຕີເນັດ (ຕາມຮູບ)

2 ) ຖ້າມັນບອກວ່າ ການເຊື່ອມຕໍ່ຫລົ້ມເຫລວ ກໍ່ບໍ່ຕ້ອງຫ່ວງ ເພາະວ່າເຮົາບໍ່ທັນຕັ້ງຄ່າ, ກົດຕາມຮູບເພື່ອຕັ້ງຄ່າ

3) ມັນຈະໃຫ້ເລືອກ modem ເລືອກຕາມທີ່ໄດ້ຕັ້ງໄວ້ກ່ອນ ໃນຮູບແມ່ນຕັ້ງຕາມການຕໍ່ດ້ວຍສາຍ usb,

4) ເລືອກຜູ້ໃຫ້ບໍລິການ ໃນທີ່ນີ້ ແມ່ນ etl ເຊິ່ງບໍມີໃນລາຍການ ເລີຍຕ້ອງກຳນົດເອງ ຕາມຮູບ

5) ປ້ອນ etlnet ເຂົ້າໄປ

ທຳການເຊື່ອມຕໍ່

ຖ້າເຊື່ອມຕໍ່ສຳເລັດ ຈະເປັນແບບນີ້
