Chat in Lao language using Yahoo messenger
ເລື້ອງນີ້ ກໍ່ມີຖາມເຂົ້າມາເລື້ອຍໆ ທັງທີ່ມີຄຳຕອບໃນ ເວັບບອດ ຢູ່ແລ້ວ
ບໍ່ເປັນຫຍັງ ຖາມມາ ກໍ່ຕ້ອງຕອບ
ຖາມ: ເປັນຫຍັງ chat ດ້ວຍ lao unicode font ໃນ Yahoo messenger ແລ້ວ, ຕົວຫນັງສືກາຍເປັນຫມາຍຖາມ?
ຕອບ: lao unicode font ໃຊ້ບໍ່ໄດ້ ກໍ່ບໍ່ຕ້ອງໃຊ້, ຫລາຍຄົນໃຊ້ພາສາອັງກິດແທ້, ພາສາອັງກິດ karaoke ຫລື ພິມພາສາລາວ ດ້ວຍຫນັງສືໄທ ໄປເລີຍ
ຖາມ: ເປັນຫຍັງເວລາ ໃຊ້ saysetha lao ບໍ່ເຫັນຕົວ ”ນ” ແບບນີ້ ເຮັດໃຫ້ອ່ານຍາກ ຫລື ຄວາມຫມາຍປ່ຽນໄປເລີຍ
ຕອບ: lao font ໃນຕະກູນ saysettha lao ແລະ alice x lao ເວລາໃຊ້ ໃນ Yahoo messenger ມັກຈະບໍ່ມີຕົວ ”ນ” ອີຫລີ
ຖາມ: ເຫັນມີບາງຄົນ chat ມາ ມີຕົວ ”ນ” ຖາມວ່າເພິ່ນໃຊ້ font ໃດ?
ຕອບ: ເຮົາສາມາດໃຊ້ font ໃນຕະກູນ alice_x ທີ່ ບໍ່ມີຄຳວ່າ lao ຕໍ່ທ້າຍ ຫລື ໃນຕະກູນ hongkad ກໍ່ສາມາດຂຽນພາສາລາວໄດ້ຄົບຖ້ວນ, ແຕ່ມີຈຸດອ່ອນ ໃນການຂຽນຕົວຫນັງສື ສາກົນປົນໄປນຳ ແລະ ຜູ້ທີ່ເຮົາລົມນຳ ບໍ່ມັກມີ font ພວກນີ້
ຖາມ: ມີ font ໃດ ທີ່ສາມາດຂຽນຕົວ ”ນ” ແລະ ສາມາດຂຽນຕົວຫນັງສືສາກົນ ປົນໄປນຳໄດ້
ຕອບ: lao font ໃນຕະກູນ saysettha 2000 ແລະ alice x 2000 ສາມາດເຮັດໄດ້ດີທີ່ສຸດ, ມີຕົວ”ນ” ແລະຕົວຫນັງສືສາກົນໄປນຳ
ຖາມ: lao font ໃນຕະກູນ saysettha 2000 ແລະ alice x 2000 ເອົາມາແຕ່ໃສ
ຕອບ: ປົກກະຕິມີຢູ່ແລ້ວ ໃນຄອມພິວເຕີ ມັນມັກມາກັບ lao script software
ວິທີໃຊ້ lao font ໃນຕະກູນ saysettha 2000 ແລະ alice x 2000 ແມ່ນ ໃຫ້ right click ໃສ່ ບ່ອນປ່ຽນຫນັງສືລາວ ກັບຫນັງສືສາກົນ ແລ້ວ ເລືອກເອົາ font codes ແລະປ່ຽນໄປເປັນ lao 2000